ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທາງ​ການ ລາວ ຈັບ​ກຸມ​ນັກ​ເຄື່ອ​ນ​ໄຫວ ​ໃນ​ສື່​ສັງ​ຄົມ ອອນ​ໄລ​ນ໌ ໃນ ລາວ ດ້ວຍ​ຂໍ້​ຫາ​ ​ໂຄ​ສະ​ນາ​ຕ້ານ​ພັກ-ລັດ


ຮູບ​ສັດ​ຍາ​ລັກ​ຂອງ​ແຕ່​ລະ​ສື່​ສັງ​ຄົມ.
ຮູບ​ສັດ​ຍາ​ລັກ​ຂອງ​ແຕ່​ລະ​ສື່​ສັງ​ຄົມ.

ທາງ​ການ ລາວ ຈັບ​ກຸມ​ນັກ​ເຄື່ອ​ນ​ໄຫວ​ຜູ້​ມີ​ຊື່​ສຽງ​ໃນ​ສື່​ສັງ​ຄົມ ອອນ​ໄລ​ນ໌ ໃນ ລາວ ດ້ວຍ​
ຂໍ້ຫາຄວາມຜິດທາງອາຍາ ກ່ຽວກັບ ການໂຄສະນາຕ້ານພັກ-ລັດ ແລະ ພົວພັນກັບກຸ່ມ
ຄົນບໍ່ດີໃນຕ່າງປະເທດ.


ພັນ​ໂທ ໄພ​ຈິດ ໄຊ​ຍະ​ເດດ ຮອງ​ຫົວ​ໜ້າ​ຫ້ອງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບແຂວງ ຈຳ​ປາ
ສັກ ໄດ້ຖະແຫຼງຢືນຢັນຕໍ່ສື່ມວນຊົນໃນ ລາວ ເມື່ອວັນທີ 17 ກັນຍາ 2019 ວ່າເຈົ້າໜ້າທີ່
ຕຳຫຼວດຂອງແຂວງ ຈຳປາສັກ ໄດ້ຈັບກຸມນັກເຄື່ອນໄຫວຜູ້ທີ່ມີຊື່ສຽງໃນສື່ສັງຄົມອອນ
ໄລນ໌ ໃນ ລາວ ທີ່ຊື່ວ່ານາງ ຮວຍເຮືອງ ໄຊຍະບູລີ ຫຼືນາງ ໝວຍ ອາຍຸ 30 ປີ, ອາຊີບຄ້າ
ຂາຍຢູ່ທີ່ບ້ານສະເຫຼົ້າ, ເມືອງໂພນທອງ ແຂວງຈຳປາສັກ ເມື່ອວັນທີ 12 ກັນຍາ 2019
ທີ່ຜ່ານມາ ໂດຍຜູ້ກ່ຽວໄດ້ທຳຄວາມຜິດດ້ວຍການໂຄສະນາຕ້ານພັກ ແລະ ລັດຖະບານ
ແຫ່ງ ສປປ ລາວ ອັນເປັນຄວາມຜິດຕາມກົດໝາຍອາຍາ ມາດຕາ 117 ທີ່ຈະຖືກລົງ
ໂທດດ້ວຍການຕັດອິດສະຫຼະພາບແຕ່ 1 ປີຫາ 5 ປີ ແລະ ປັບໄໝແຕ່ 5 ລ້ານກີບຫາ 20
ລ້ານກີບ.

ພັນ​ໂທ ໄພ​ຈິດ ໄດ້​ຖະ​ແຫຼງ​ຢືນ​ຢັນ​ດ້ວຍ​ວ່າ​ນາງ ຮວຍ​ເຮືອງ ໄດ້​ໃຫ້​ການ​ຮັບ​ສາ​ລະ​ພາບ​
ວ່າໄດ້ທຳຄວາມຜິດຕາມທີ່ຖືກກ່າວຫາຈິງ ແລະ ໄດ້ໃຫ້ຂໍ້ມູນສຳຄັນທີ່ກ່ຽວກັບການພົວ
ພັນກັບກຸ່ມຄົນບໍ່ດີທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ ໂດຍໃນປັດຈຸບັນນີ້ນາງ
ຮວຍເຮືອງ ໄດ້ຖືກກັກຂັງຢູ່ສູນຄຸມຂັງແຂວງຈຳປາສັກ ເພື່ອດຳເນີນຄະດີຕາມລະບຽບ
ກົດໝາຍ ລາວ ໃນທຸກຂັ້ນຕອນຕໍ່ໄປ.

ທາງ​ດ້ານ​ທ່ານ ບໍ່​ແສງ​ຄຳ ວົງ​ດາ​ຣາ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ
ນະທຳ ແລະ ທ່ອງທ່ຽວ ຖະແຫຼງຢືນຢັນຕໍ່ສື່ມວນຊົນໃນ ລາວ ວ່າ ບຸກຄົນນໃດທີ່ນຳໃຊ້
ສື່ສັງຄົມອອນໄລນ໌ ເພື່ອການເຜີຍແຜ່ຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງແລ້ວກໍ່ໃຫ້ເກີດ
ການເສຍຫາຍຕໍ່ພາກລັດ ຫຼື ພາກເອກະຊົນກໍຕາມ ກໍຈະຕ້ອງຮັບຜິດຊອບຕໍ່ການກະທຳ
ຂອງຕົນ ຊຶ່ງກຳນົດໄວ້ຢ່າງຊັດເຈນໃນກົດໝາຍສື່ມວນຊົນ, ກົດໝາຍເທັກໂນໂລຈີການ
ສື່ສານຂໍ້ມູນຂ່າວສານ ລວມເຖິງກົດໝາຍອາຍາ ແລະ ກົດໝາຍອື່ນໆ ທີ່ກ່ຽວກັບການ
ຮັກສາຄວາມສະຫງົບຮຽບຮ້ອຍໃນສັງຄົມ ລາວ ດັ່ງທີ່ທ່ານ ບໍ່ແສງຄຳ ໄດ້ຖະແຫຼງຢືນ
ຢັນວ່າ

"ຜູ້​ທີ່​ເຮັດ​ສື່​ມວນ​ຊົນ​ແບບ​ອອນ​ໄລ​ນ໌ ຫັ້ນ​ເຈົ້າ​ຢາກ​ເວົ້າ​ກະ​ໄດ້ ເຈົ້າ​ຢາກ​ສະ​ແດງ​ຄວາມ
ເຫັນກະໄດ້ ແຕ່ເຈົ້າຕ້ອງອອກມາຮັບຜິດຊອບ ບໍ່ແມ່ນເຈົ້າຢາກໃສ່ຮ້າຍປ້າຍສີໃຜກະ
ໄດ້ແລ້ວເຈົ້າລະລີ້ໄປຢູ່ບ່ອນໃດບ່ອນນຶ່ງ ອັນແນວນັ້ນມັນບໍ່ແມ່ນຄວາມຮັບຜິດຊອບ
ມັນບໍ່ແມ່ນສິດເສລີປະຊາທິປະໄຕ ສິດເສລີປະຊາທິປະໄຕ ແມ່ນເຈົ້າຕ້ອງຮັບຜິດຊອບ
ຕໍ່ການກະທຳຂອງເຈົ້າ ພວກເຮົາກະປະຕິບັດຕາມກົດໝາຍສື່ມວນຊົນກະໄດ້ກຳນົດ
ໄວ້ແລ້ວ ໃຜກະມີສິດໃນການໃຊ້ສື່ມວນຊົນໃນການໂຄສະນາຕ່າງໆຜ່ານສື່ມວນຊົນ
ແຕ່ຕ້ອງຮັບຜິດຊອບ ບໍ່ແມ່ນວ່າຢູ່ບໍ່ຢູ່ຢາກອອກຂ່າວຫຍັງແລ້ວອອກ."

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ໃນ​ອົງ​ການ​ພັນ​ທະ​ມິດ​ສື່ມວນ​ຊົນ​ໃນ ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້
(SEAPA) ໄດ້ໃຫ້ຂໍ້ສັງເກດວ່າ ການຖະແຫຼງຂ່າວດັ່ງກ່າວຂອງທາງການ ລາວ ເປັນ
ການໃຫ້ຂໍ້ມູນຝ່າຍດຽວ ໂດຍຜູ້ທີ່ຖືກຈັບກຸມ ຄືນາງ ຮວຍເຮືອງ ໄຊຍະບູລີ ນັ້ນບໍ່ມີ
ໂອກາດໄດ້ອອກມາໃຫ້ຂໍ້ມູນແກ່ສື່ມວນຊົນແຕ່ຢ່າງໃດ ແລະ ທີ່ສຳຄັນກໍຄືສື່ມວນຊົນ
ທຸກຂະແໜງໃນ ລາວ ລ້ວນແຕ່ຢູ່ພາຍໃຕ້ການຄວບຄຸມຂອງພັກ ແລະ ລັດຖະບານ
ລາວ ໝາຍຄວາມວ່າສື່ມວນຊົນໃນ ລາວ ບໍ່ມີສິດເສລີປະຊາທິປະໄຕນັ້ນເອງ.

ກ່ອນ​ໜ້ານີ້ SEAPA ກໍ​ໄດ້​ສະ​ເໜີ​ລາຍ​ງານ​ສະ​ພາບ​ການ​ດ້ານ​ສື່ມວນ​ຊົນ​ໃນ ລາວ ປະ​
ຈຳປີ 2019 ວ່າການປາກເວົ້າຫຼືການສະແດງຄວາມຄິດເຫັນຂອງປະຊາຊົນ ລາວ ຕໍ່
ການບໍລິຫານງານຂອງລັດຖະບານ ລາວ ຍັງຖືກຈຳກັດ ແລະ ຖືກຄວບຄຸມຢ່າງເຂັ້ມ
ງວດ ໂດຍສະເພາະໃນສື່ສັງຄົມອອນໄລນ໌ Facebook ທີ່ມີຜູ້ຊົມໃຊ້ເກີນກວ່າ ສອງ
ລ້ານສີ່ແສນບັນຊີໃນ ລາວ ນັ້ນ ກໍໄດ້ຖືກກວດກາຢ່າງໃກ້ຊິດ ຊຶ່ງຈະເຫັນໄດ້ຈາກກໍລະ
ນີການລົນນະລົງຄັດຄ້ານການຊື້ຈ້າງເຮັດວຽກກັບລັດຖະບານ ແລະ ການວິຈານການ
ປະຕິບັດທີ່ຊັກຊ້າຂອງລັດຖະບານ ລາວ ໃນການກູ້ໄພພິບັດຄັ້ງໃຫຍ່ທີ່ເກີດ​ຂຶ້ນຈາກ
ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກໃນວັນທີ 23 ກໍລະກົດ 2018 ລວມເຖິງການຕອບສະ
ໜອງຢ່າງຊັກຊ້າໃນການຊ່ວຍເຫຼືອປະຊາຊົນທີ່ປະສົບໄພນ້ຳຖ້ວມໃນ 6 ແຂວງພາກ
ກາງ ແລະ ພາກໃຕ້ໃນປັດຈຸບັນນີ້ ກໍປະກົດວ່ານາງ ຮວຍເຮືອງ ກໍເປັນຄົນນຶ່ງທີ່ໄດ້ນຳ
ໃຊ້ສື່ສັງຄົມອອນໄລນ໌ ໃນການວິພາກວິຈານການປະຕິບັດທີ່ຊັກຊ້າຂອງລັດຖະບານ
ລາວ ດັ່ງກ່າວດ້ວຍ.

XS
SM
MD
LG