ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜົນກວດສອບ ຫົວໜ່ວຍງົບປະມານ ຂັ້ນສູນກາງ ແລະ ທ້ອງຖິ່ນ ພົບເຫັນວ່າ ບໍ່ໄດ້ມີການມອບເງິນ ເຂົ້າງົບປະມານ


ທ່ານນາງວຽງທອງ ສີພັນດອນ ປະທານອົງການກວດສອບ ແຫ່ງລັດ ໄດ້ຖະແຫລງ ລາຍງານຜົນການກວດສອບ ບົດສະຫລຸບ ການຈັດຕັ້ງປະຕິບັດແຜນງົບ
ປະມານ ແຫ່ງລັດ ສົກປີ 2014-2015 ຜ່ານມາ.
ທ່ານນາງວຽງທອງ ສີພັນດອນ ປະທານອົງການກວດສອບ ແຫ່ງລັດ ໄດ້ຖະແຫລງ ລາຍງານຜົນການກວດສອບ ບົດສະຫລຸບ ການຈັດຕັ້ງປະຕິບັດແຜນງົບ ປະມານ ແຫ່ງລັດ ສົກປີ 2014-2015 ຜ່ານມາ.

ອົງການກວດສອບແຫ່ງລັດ ໄດ້ກວດສອບເຫັນລາຍຮັບຂອງຫົວໜ່ວຍງົບປະມານ ຂັ້ນສູນກາງ ແລະທ້ອງຖິ່ນ ທີ່ບໍ່ໄດ້ມອບເຂົ້າງົບປະມານແຫ່ງລັດ ຄິດເປັນມູນຄ່າລວມ ຫຼາຍກວ່າ 814 ຕື້ກີບ.

ທ່ານນາງວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ໄດ້ຖະແຫລງ ລາຍງານຜົນການກວດສອບ ບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບ
ປະມານ ແຫ່ງລັດ ສົກປີ 2014-2015 ຜ່ານມາວ່າ ໄດ້ກວດສອບເຫັນລາຍຮັບ ຂອງ ຫົວໜ່ວຍງົບປະມານຂັ້ນສູນກາງ ແລະທ້ອງຖິ່ນ ບໍ່ໄດ້ມອບເຂົ້າງົບປະມານແຫ່ງລັດ ຄິດເປັນມູນຄ່າລວມເຖິງ 814.44 ຕື້ກີບ ຫຼືເກີນກວ່າ 101 ລ້ານໂດລາ ໃນນັ້ນເປັນ ລາຍຮັບ ຂະແໜງສ່ວຍສາອາກອນ 173.77 ຕື້ກີບ ລາຍຮັບຂະແໜງຊັບສິນຂອງລັດ 156.66 ຕື້ກີບ ກອງທຶນລັດ 442.86 ຕື້ກີບ ເງິນລະດົມ ແລະຄັງພັດທະນາທະນາຄານ ຂອງແຂວງ 41.15 ຕື້ກີບ.

ສ່ວນດ້ານລາຍຈ່າຍນັ້ນ ໄດ້ກວດສອບເຫັນຫົວໜ່ວຍງົບປະມານຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ໃຊ້ຈ່າຍນອກແຜນງົບປະມານແຫ່ງລັດ ໃນມູນຄ່າ 406.28 ຕື້ກີບ ຫຼື ຫຼາຍກວ່າ 50 ລ້ານໂດລາ ໃນນັ້ນ ເປັນການໃຊ້ຈ່າຍເພື່ອເປັນເງິນອຸດໜຸນລັດຖະກອນ ຄ່າໃຊ້ຈ່າຍດ້ານການບໍລິຫານ ການຊື້ຍວດຍານພາຫະນະ ການດັດສົມ ແລະຊຳລະ ໂຄງການພັດທະນາຕ່າງໆ ຂອງລັດທີ່ປະສົບກັບບັນຫາຊັກຊ້າ.

ນອກຈາກນັ້ນ ຍັງໄດ້ກວດສອບເຫັນການຊຳລະໜີ້ສິນ ການລົງທຶນຂອງລັດນອກ ແຜນງົບປະມານແຫ່ງລັດດ້ວຍ ຮູບແບບການອ່ວຍໜີ້ ຈຳນວນ 827.05 ຕື້ກີບ ຫຼື ຫຼາຍກວ່າ 103 ລ້ານໂດລາ ແລະການໃຊ້ຈ່າງເງິນນອກແຜນງົບປະມານແຫ່ງລັດ ເພື່ອທົດແທນບັນຊີເງິນຝາກ ຂອງອົງການບໍລິຫານວິຊາການ ຂອງລັດໃນມູນຄ່າ
149.45 ຕື້ກີບ ຫຼື ກວ່າ 18 ລ້ານໂດລາ ທັງກໍຍັງກວດສອບເຫັນລາຍຈ່າຍລ່ວງໜ້າ ຢູ່ຄັງເງິນແຫ່ງລັດ ເຖິງ 788.81 ຕື້ກີບ ຫຼື ຫຼາຍກວ່າ 98 ລ້ານໂດລາ ອີກດ້ວຍ.

ທາງດ້ານທ່ານບຸນເຕັມ ຊ່ວງໄຊຍະວົງ ສະມາຊິກສະພາແຫ່ງຊາດລາວ ຈາກແຂວງ ສະຫວັນນະເຂດ ໃຫ້ທັດສະນະວ່າ ການກວດສອບ ຈະພົບເຫັນການຮົ່ວໄຫລ ຂອງ ລາຍຮັບ ແລະງົບປະມານຂອງລັດ ຫຼາຍກວ່ານີ້ ຖ້າຫາກໄດ້ມີການກຳນົດອຳນາດ
ໜ້າທີ່ ຢ່າງຊັດເຈນ ລະຫວ່າງອົງການກວດສອບແຫ່ງລັດກັບອົງການກວດກາລັດ
ຖະບານ ເພາະວ່າ ອຳນາດໜ້າທີ່ ລະຫວ່າງ 2 ອົງການໃນປັດຈຸບັນນີ້ ຍັງຊ້ຳຊ້ອນກັນ ຈຶ່ງເຮັດໃຫ້ເກີດບັນຫາຊ່ອງວ່າງໃນການຈັດຕັ້ງປະຕິບັດ ດັ່ງທີ່ ທ່ານບຸນເຕັມ ໄດ້ໃຫ້ ການຢືນຢັນວ່າ:

“ອົງການກວດສອບແມ່ນອົງການໜຶ່ງ ອົງການກວດກາລັດຖະບານ ກະເປັນ ອົງການໜຶ່ງ ມັນຄົນລະ ອົງການ ແມ່ນຢູ່ວ່າ ມີການມອບໝາຍ ແຕ່ວ່າເຮົາຄິດ
ວ່າ ຕ້ອງມີອີກອົງການໜຶ່ງ ໂດຍສະເພາະ ກໍແມ່ນລັດຖະບານໆ ທັງຮູ້ ທັງຊີ້ນຳ ອົງການກວດສອບ ແລະ ທັງເປັນຜູ້ຊີ້ນຳອົງການກວດກາລັດຖະບານ ສະນັ້ນ ເຮັດໃຫ້ບັນດາບັນຫານີ້ ມັນແຈ້ງຕື່ມ ມັນໆ ຂັ້ນຕອນໂຕນີ້ ບໍ່ຊັ້ນກະຊິຍາກຢູ່ ໝາຍຄວາມວ່າ ເຮັດແນວໃດລັດຖະບານຕ້ອງເດັດຂາດ ເພາະວ່າ ສະພາແຫ່ງ ຊາດໄດ້ມີມະຕິວ່າ ໃຫ້ລັດຖະບານ ຕ້ອງເອົາໃຈໃສ່ຊຸກຍູ້ ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການກວດສອບ.”

ໜ່ວຍສະເພາະກິດຂອງລັດຖະບານລາວ ສາມາດກວດຍຶດໄມ້ຜິດກົດໝາຍໄດ້ 1,257,867 ແມັດກ້ອນ ຄິດເປັນມູນຄ່າເກີນກວ່າ 570 ລ້ານໂດລາ
ໜ່ວຍສະເພາະກິດຂອງລັດຖະບານລາວ ສາມາດກວດຍຶດໄມ້ຜິດກົດໝາຍໄດ້ 1,257,867 ແມັດກ້ອນ ຄິດເປັນມູນຄ່າເກີນກວ່າ 570 ລ້ານໂດລາ

ກ່ອນໜ້ານີ້ ທ່ານບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການ ກະຊວງຖະແຫລງຂ່າວ- ວັດທະນະທຳ ແລະທ່ອງທ່ຽວ ໄດ້ຖະແຫລງຮຽກຮ້ອງໃຫ້ສື່ມວນຊົນລາວທຸກຂະແໜງ ຈົ່ງໄດ້ພາກັນປະກອບສ່ວນເຂົ້າໃນການຕ້ານການທຸຈະລິດຄໍຣັບຊັ້ນ ຢ່າງຈິງຈັງ ແລະ ໃຫ້ເພີ່ມຄວາມຖີ່ ຂອງການນຳສະເໜີລາຍງານຂ່າວທີ່ກ່ຽວກັບ ການຄໍຣັບຊັ້ນ ໃນ
ທຸກໆ ວົງການເພື່ອໃຫ້ສັງຄົມລາວ ໄດ້ຮັບຮູ້ຢ່າງກວ້າງຂວາງຫຼາຍຂຶ້ນນັບມື້ ໂດຍການ ປະກອບສ່ວນດັ່ງກ່າວນີ້ຂອງສື່ມວນຊົນລາວ ຈະເຮັດໃຫ້ສັງຄົມລາວມີການຕື່ນຕົວ ໃນການຕ້ານການຄໍຣັບຊັ້ນ ຫຼາຍຂຶ້ນນັບມື້ດ້ວຍເຊັ່ນກັນ.

ການຮຽກຮ້ອງດັ່ງກ່າວນີ້ ຂອງທ່ານບົວເງິນ ໄດ້ມີຂຶ້ນໃນທ່າມກາງບັນຍາກາດ ທີ່ ປະຊາຊົນລາວ ບັນດາເຜົ່າໄດ້ຮຽກຮ້ອງໃຫ້ລັດຖະບານລາວ ພາຍໃຕ້ການນຳຂອງ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຈົ່ງໄດ້ເພີ່ມຄວາມເຂັ້ມງວດເຂົ້າໃນການ ກວດກາ ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ທີ່ໄດ້ມີການ ກວດພົບການທຸຈະລິດ ຄໍຣັບຊັ້ນ ໃນທຸກລະດັບແຕ່ສູນກາງໄປຈົນເຖິງ ລະດັບທ້ອງ
ຖິ່ນ ເຊັ່ນການກວດກາຢູ່ແຂວງສາລະວັນ ໃນລະຍະ 9 ເດືອນຂອງປີ 2016 ນີ້ ໄດ້
ພົບເຫັນການເສຍຫາຍທາງດ້ານງົບປະມານໄປຫຼາຍກວ່າ 1,836 ຕື້ກີບ ຫຼື ປະມານ
230 ລ້ານໂດລາ.

ສ່ວນໜ່ວຍສະເພາະກິດຂອງລັດຖະບານລາວ ສາມາດກວດຍຶດໄມ້ຜິດກົດໝາຍໄດ້ 1,257,867 ແມັດກ້ອນ ຄິດເປັນມູນຄ່າເກີນກວ່າ 570 ລ້ານໂດລາ ທາງດ້ານຄະນະ ກວດກາແຂວງອຸດົມໄຊ ໄດ້ດຳເນີນການກວດກາ 242 ເປົ້າໝາຍໃນຊ່ວງປີ 2011-
2015 ຊຶ່ງໄດ້ກວດພົບການເສຍຫາຍທາງດ້ານງົບປະມານ ຫຼາຍກວ່າ 1,143 ຕື້ກີບ
ຫຼື ປະມານ 143 ລ້ານໂດລາ.

XS
SM
MD
LG