ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄງການລົງທຶນ ຂອງລັດຖະບານ ຈະຕ້ອງ ຜ່ານການພິຈາລະນາ ຢ່າງຮອບດ້ານ ໂດຍ ລັດຖະບານ ເທົ່ານັ້ນ


ລົດຈົກກຳລັງຕັກເອົາດິນຂຶ້ນໃສ່ລົດຖອກດິນ ເຊິ່ງກຳລັງປະຕິບັດໂຄງການນອກແຜນໃນ ລາວ.
ລົດຈົກກຳລັງຕັກເອົາດິນຂຶ້ນໃສ່ລົດຖອກດິນ ເຊິ່ງກຳລັງປະຕິບັດໂຄງການນອກແຜນໃນ ລາວ.

ປະທານຄະນະກຳມະການ ຕ້ານການສໍ້ລາດບັງຫຼວງແຫ່ງຊາດ ລາວ ຢືນຢັນວ່າ ໂຄງ
ການຕ່າງໆທີ່ລົງທຶນຂອງລັດຖະບານຈະຕ້ອງຜ່ານການພິຈາລະນາຢ່າງຮອບດ້ານ
ແລະ ອະນຸມັດໂດຍລັດຖະບານເທົ່ານັ້ນ.

ທ່ານ ບຸນທອງ ຈິດມະນີ ປະທານອົງການກວດກາລັດຖະບານ ແລະ ປະທານຄະນະ
ກຳມະການລະດັບຊາດເພື່ອຕ້ານການສໍ້ລາດບັງຫຼວງ ຖະແຫຼງຢືນຢັນວ່າ ການສະເໜີ
ໂຄງການພັດທະນາຕ່າງໆເຂົ້າແຜນການຂອງລັດຖະບານ ລາວ ໃນໄລຍະຕໍ່ໄປນີ້ຈະ
ຕ້ອງຜ່ານການປະເມີນ ແລະ ພິຈາລະນາຢ່າງລະອຽດຮອບດ້ານ ໂດຍຫຼັງຈາກນັ້ນຍັງ
ຈະຕ້ອງຜ່ານການອະນຸມັດຂອງລັດຖະບານ ແລະ ສະເໜີໃຫ້ສະພາແຫ່ງຊາດຮັບຮອງ
ເອົາຢ່າງເປັນທາງການອີກດ້ວຍ ດັ່ງທີ່ທ່ານ ບຸນທອງ ໄດ້ໃຫ້ການຢືນຢັນວ່າ.

"ກ່ອນຈະສະເໜີເອົາໂຄງການເຂົ້າແຜນ ຢາກໃຫ້ທາງຂະແໜງການທີ່ກ່ຽວຂ້ອງເອົາ
ໃຈໃສ່ ກ່ຽວກັບ ການສຳຫຼວດອອກແບບ ຄິດໄລ່ບໍລິມາດວຽກໃຫ້ລະອຽດຈະແຈ້ງ ແລະ
ກະມີບົດວິພາເສດຖະກິດ ມີການປະເມີນໂຄງການຕາມລະບຽບການໃຫ້ລະອຽດຈະ
ແຈ້ງແລ້ວຈຶ່ງສະເໜີໃຫ້ລັດຖະບານເອົາເຂົ້າແຜນ ເພື່ອສະເໜີສະພາພິຈາລະນາຮັບ
ຮອງເອົາ ຢູ່ສູນກາງກະແມ່ນກະຊວງແຜນການ ແລະ ການລົງທຶນຕ້ອງໄດ້ເປັນເຈົ້າ
ການເບິ່ງອັນນີ້ກ່ອນ ຈຶ່ງທີ່ຈະສະເໜີແຜນ ຄັ່ນເຮົາໄດ້ປະຕິບັດຕາມຂັ້ນຕອນຄືຈັ່ງຊີ້ນີ້
ມັງຈັ່ງບໍ່ມີບັນຫາໃນຕໍ່ໆໄປ."

ທ່ານ ບຸນທອງ ຢືນຢັນດ້ວຍວ່າ ການກວດກາບັນດາໂຄງການລົງທຶນຂອງລັດຖະບານ
ໃນຊ່ວງແຜນການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດໃນສົກປີ 2017 ພົບວ່າ
ມີຈຳນວນເຖິງ 209 ໂຄງການທີ່ຈັດຕັ້ງປະຕິບັດບໍ່ຖືກຕ້ອງຕາມລະບຽບກົດໝາຍວ່າ
ດ້ວຍການຈັດຊື້-ຈັດຈ້າງ ຊຶ່ງໃນນີ້ແບ່ງເປັນ 103 ໂຄງການທີ່ບໍ່ໄດ້ຈັດການປະມູນ ແລະ
106 ໂຄງການທີ່ຈັດການປະມູນຢ່າງບໍ່ຖືກຕ້ອງຕາມກົດໝາຍທີ່ເຮັດໃຫ້ສູນເສຍງົບປະ
ມານໄປກວ່າ 5,331 ຕື້ກີບ ສ່ວນການຍົກເວັ້ນອາກອນນຳເຂົ້ານໍ້າມັນໃຫ້ກັບບໍລິສັດ
ຕ່າງຊາດທີ່ລົງທຶນໃນ ລາວ ກໍເຮັດໃຫ້ລັດຖະບານສູນເສຍລາຍຮັບໄປເຖິງ 2,407 ຕື້
ກີບ ທັງຍັງເຮັດໃຫ້ມີໜີ້ເສຍ (NPL) ໃນລະບົບທະນາຄານໃນ ລາວ ເພີ່ມຂຶ້ນເປັນ
3.25 ເປີເຊັນ ຂອງມູນຄ່າເງິນກູ້ທັງໝົດອີກດ້ວຍ.

ພ້ອມກັນນີ້ ຍັງກວດພົບໂຄງການນອກແຜນການຂອງລັດຖະບານອີກເຖິງ 285 ໂຄງ
ການຢູ່ທີ່ແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ,
ສະຫວັນນະເຂດ, ອັດຕະປື, ຈຳປາສັກ ແລະ ແຂວງວຽງຈັນ ທີ່ມີມູນຄ່າລວມຫຼາຍກວ່າ
4,483 ຕື້ກີບທີ່ມີຄວາມສ່ຽງຢ່າງສູງ ທີ່ຈະສ້າງຄວາມເສຍຫາຍໃຫ້ກັບລັດຖະບານ
ລາວ ໃນປີ 2017 ນີ້ ເພາະໄດ້ກວດພົບການຈັດຕັ້ງປະຕິບັດບັນດາໂຄງການເຫຼົ່ານີ້ ບໍ່
ເປັນໄປຕາມລະບຽບກົດໝາຍດ້ານງົບປະມານລາຍຮັບ-ລາຍຈ່າຍຂອງລັດຖະບານ
ແລະ ບໍ່ຜ່ານການຮັບຮອງຂອງສະພາແຫ່ງຊາດ ລາວ ແຕ່ຢ່າງໃດ ນອກຈາກນັ້ນກໍຍັງ
ກວດພົບການລັກລອບຂາຍໄມ້ຂອງລັດຖະບານ ແລະ ສົ່ງອອກໄປປະເທດເພື່ອນບ້ານ
ອີກດ້ວຍ.

ກ່ອນໜ້ານີ້ ຄະນະກົມການເມືອງສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ມີຄຳສັ່ງໃຫ້
ບັນດາກະຊວງ, ອົງການຈັດຕັ້ງມະຫາຊົນຂອງພັກ, ໜ່ວຍງານຂອງລັດ ແລະ ອຳນາດ
ການປົກຄອງແຂວງໃນທົ່ວປະເທດ ລາວ ໃຫ້ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອຕິດຕາມ
ກວດກາການຈັດຕັ້ງປະຕິບັດໜ້າທີ່ຂອງບັນດາສະມາຊິກພັກ ແລະ ພະນັກງານໃນສັງ
ກັດຂອງພວກຕົນຢ່າງໃກ້ຊິດ ດ້ວຍເປົ້າໝາຍເພື່ອການຈັດແບ່ງລະດັບຊັ້ນ ແລະ ຄຸນ
ນະພາບໃນການປະຕິບັດໜ້າທີ່ຂອງສະມາຊິກພັກ ແລະ ພະນັກງານລັດໃນທົ່ວປະ
ເທດ ໂດຍໃຫ້ກົມຈັດຕັ້ງ ແລະ ກົມກວດກາເປັນພາກສ່ວນທີ່ຮັບຜິດຊອບຮ່ວມກັນ
ເນື່ອງຈາກໄດ້ມີປາກົດການຫຍໍ້ທໍ້ເກີດຂຶ້ນຢ່າງກວ້າງຂວາງທັງໃນພັກ ແລະ ລັດຖະ
ບານ ລາວ ນັ້ນເອງ.

ໂດຍອົງການຕ້ານການສໍ້ລາດບັງຫຼວງແຫ່ງຊາດ ລາວ ລາຍງານວ່າໃນໄລຍະ 5 ປີຜ່ານ
ມາ ໄດ້ກວດພົບວ່າການທຸຈະລິດທີ່ເຮັດໃຫ້ພັກ-ລັດເສຍຫາຍຄິດເປັນມູນຄ່າຫຼາຍກວ່າ
5,000 ຕື້ກີບ ພ້ອມດ້ວຍເງິນຕາຕ່າງປະເທດຫຼາຍກວ່າ 90 ລ້ານໂດລາ ກັບອີກ 40
ລ້ານບາດ ຈາກການດຳເນີນການກວດກາ ແລະ ກວດສອບ 734 ເປົ້າໝາຍທີ່ເປັນ
ໜ່ວຍງານຂອງພັກ ແລະ ລັດຖະບານ ທັງຍັງສາມາດຍຶດທີ່ດິນລັດທີ່ຖືກລັກລອບຂາຍ
ກັບຄືນມາໄດ້ກວ່າ 10,000 ເຮັກຕາ ແລະ ພະນັກງານລັດ 203 ຄົນຖືກລົງໂທດ.

XS
SM
MD
LG