ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວ ແລະໄທ-ອາເມຣິກັນ ຈັດກອງປະຊຸມ ສິດທິມະນຸດ ທີ່ນະຄອນວໍຊິງຕັນ


ທ່ານ Richard ສາຍສະໝອນ ຜູ້ປະສານງານກອງປະຊຸມ ຂຶ້ນກ່າວຄໍາປາໄສ ທີ່ກອງປະຊຸມທີ່ ຈັດ​ຂຶ້ນ​ໃນວັນທີ 26 ​ເມສາ​ຜ່ານ​ມານີ້ຢູ່ທີ່ຕຶກ Rayburn ຂອງລັດຖະສະພາສະຫະລັດ ທີ່ນະຄອນຫລວງວໍຊິງຕັນ.
ທ່ານ Richard ສາຍສະໝອນ ຜູ້ປະສານງານກອງປະຊຸມ ຂຶ້ນກ່າວຄໍາປາໄສ ທີ່ກອງປະຊຸມທີ່ ຈັດ​ຂຶ້ນ​ໃນວັນທີ 26 ​ເມສາ​ຜ່ານ​ມານີ້ຢູ່ທີ່ຕຶກ Rayburn ຂອງລັດຖະສະພາສະຫະລັດ ທີ່ນະຄອນຫລວງວໍຊິງຕັນ.

ກອງປະຊຸມສິດທິມະນຸດ ກ່ຽວກັບລາວແລະໄທ ​ໄດ້​ຈັດ​ຂຶ້ນ​ໃນວັນທີ 26 ​ເມສາ​ຜ່ານ​ມາ
ນີ້ ຢູ່ທີ່ຕຶກ Rayburn ຂອງລັດຖະສະພາສະຫະລັດ ທີ່ນະຄອນຫລວງ ວໍຊິງຕັນ ໂດຍ​
ໄດ້​ຮັບ​ຄວາມອຸບປະຖໍາ ຈາກສະມາຊິກສະພາຕໍ່າ Markwayne Mullin ຈາກລັດ Oklahoma.

ເຂົ້າຮ່ວມກອງ​ປະຊຸມ​ໃນ​ຄັ້ງນີ້ມີ​ບໍ່​ຕ່ຳ​ກວ່າ 45 ຄົນຈາກ 8 ອົງການສິດທິມະນຸດລາວອາ
ເມຣິກັນ ແລະ 9 ອົງການສິດທິມະນຸດໄທອາເມຣິກັນທີ່​ໄດ້​ເດີ​ນທາງ​ມາ​ຈາກທົ່ວປະເທດ. ຜູ້ຕາງໜ້າຂອງແຕ່ລະອົງການ ໄດ້ສັບປ່ຽນກັນຂຶ້ນມາລາຍງານ ໂດຍສະເພາະ ກ່ຽວ​ກັບ ການຫາບສາບສູນໄປ ຂອງທ່່ານສົມບັດ ສົມພອນ ຄົນງານລາວສາມຄົນ ທີ່ເຮັດວຽກຢູ່
ປະເທດ ໄທ ກັບເມືອເມືອງລາວແລ້ວຖືກຈັບ ເພາະວ່າເຂົາເຈົ້າຕ້ອງຕິລັດຖະບານ ສປປ
ລາວ ທາງ​ສື່​ສັງຄົມ ຄວາມບໍ່ມີເສຣີພາບທາງດ້ານສາສະໜາ ຂອງຊາວຄຣິສ ການຄ້າຢາ
ເສບຕິດ ແລະການສໍ້ລາດບັງຫລວງ ເຫລົ່ານີ້ເປັນຕົ້ນ.

ທ່ານ Richard ສາຍສະໝອນ ຜູ້ປະສານງານກອງປະຊຸມ ຈາກອົງການຂະບວນການ
ປະຊາທິປະໄຕຂອງຄົນລາວຍຸກໃໝ່ ໄດ້ກ່່າວຕໍ່ ວີໂອເອ ກ່ຽວກັບຈຸດປະສົງຂອງກອງ
ປະຊຸມຄັ້ງນີ້ວ່າ:

ລິງໂດຍກົງ

ສ່ວນບັນດາຊາວອາເມຣິກັນ ເຊື້ອສາຍໄທນັ້ນ ເຂົາເຈົ້າມີຄວາມເປັນຫ່ວງກ່ຽວກັບອຳ
ນາດການປົກຄອງຂອງລັດຖະບານທະຫານທີ່ບໍໍ່ມີສິດເສລີພາບດ້ານຂ່າວສານ ໂດຍ
ສະເພາະຢ່າງຍິ່ງ ເຫດການທີ່ເກີດຂຶ້ນເມື່ອເດືອນມີນາທີ່ຜ່ານມາກໍຄື ລັດຖະບານໄທ ໄດ້ໃຊ້ກຳລັງທະຫານ ທັບມ້າງວັດທຳມະກາຍ ໃນບາງກອກ.

ເຊີນອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

A Conference on Human Rights Concerns in Laos and Thailand, which was supported by Markwayne Mullin, Oklahoma Congressman, was held on Thursday April 26, 2017 in a U.S. Congress building in Washington DC.

At least 45 people from 8 Lao-American Human Rights groups and 9 Thai-American Human Rights groups across the U.S. attended in this conference. The representative of each group gave a speech about human rights concerns, especially the disappearance of Mr. Sombath Somphone, the arrest of three Lao workers working in Thailand who were arrested after returning to their villages for criticizing Lao government regarding prohibiting free expression on social media, the freedom of religion, drug trafficking, and corruptions.

Mr. Richard Saisamorn from The Laotian New Generation Democracy Movement an Oklahoma-based human rights group and the coordinator of the conference told VOA Lao Service that “We organize this conference in order to provide a platform for the Lao-overseas community, especially those who are in the U.S.to come to express their concerns about [human rights] problems happened in Laos….”

XS
SM
MD
LG