ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຂະ​ນະ​ທີ່​ຈີນ​ນຳ​ໜ້າ ​ໃນການລົງທຶນ ຢູ່​ລາວ ກຸ່ມ​ແກັ່ງຈີນ ກໍເຂົ້າມາສ້າງບັນ​ຫາ ຫລາຍຢ່າງ ໃນ​ລາວ ເຊັ່ນ​ກັນ


ເສັ້ນ​ທາງຢູ່​ໃນ​ເຂດ​ເສດ​ຖະ​ກິດ​ສະ​ເພາະ ບຶງ​ທາດຫລວງ ໃນ​ຫຼວງ ນະ​ຄອນ​ຫຼວງວຽງ​ຈັນ ທີ່​ລົງ​ທຶນ ແລະ​ສຳ​ປະ​ທານ​ໂດຍ​ນັກ​ລົງ​ທຶນ​ຈີນ
ເສັ້ນ​ທາງຢູ່​ໃນ​ເຂດ​ເສດ​ຖະ​ກິດ​ສະ​ເພາະ ບຶງ​ທາດຫລວງ ໃນ​ຫຼວງ ນະ​ຄອນ​ຫຼວງວຽງ​ຈັນ ທີ່​ລົງ​ທຶນ ແລະ​ສຳ​ປະ​ທານ​ໂດຍ​ນັກ​ລົງ​ທຶນ​ຈີນ

ໃນ​ຂະ​ນະ​ທີ່​ນັກ​ລົງ​ທຶນ​ຈາກ​ຈີນ​ຍັງ​ຄອງ​ອັນ​ດັບ​ນຶ່ງ ໃນການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດໃນ
​ລາວ ແລະ​ຈີນ​ກຳ​ລັງ​ຮ່ວມ​ກັບ​ລາວເຮັດ​ກິດ​ຈະ​ກຳ​ຕ່າງໆ ເພື່ອສົ່ງ​ເສີມປີ​ທ່ອງ​ທ່ຽວ​ລາວ-​
ຈີນ 2019 ທີ່​ຈະ​ເຮັດໃຫ້ປະຊາຊົນ 2 ຊາດໄດ້ໄປ​ມາ​ຫາ​ສູ່ກັນ ຫລາຍ​ຂຶ້ນຢູ່ນັ້ນ ກໍ​ມີ​ປາ​
ກົດ​ການ​ທີ່​ຫຍໍ້​ທໍ້​ຫຼາຍອັນທີ່ຊາວ​ຈີນໄດ້​ເຂົ້າມາ ສ້​າງ​ບັນ​ຫາ​ຢູ່​ໃນ​ລາວ ຊຶ່ງ​ເປັນ​ການທຳ
​ລາຍ​ຄວາມ​ສະ​ຫງົບ ແລະ ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ເສດ​ຖະ​ກິດ ແລະ​ສົ່ງ​ຜົນ​ກະ​ທົບ​ຕໍ່ຊີ​
ວິດ​ການ​ເປັນ​ຢູ່​ ຂອງ​ຄົນ​ລາວທີ່​ຕົກ​ເປັນ​ເຫຍື່ອ​ ຂອງ​ການ​ຕົ້ມ​ຕຸນ, ຫຼອກ​ລວງ ຫລາຍ​ຄົນ.
ຕໍ່​ສະ​ພາບ​ການດັ່ງ​ກ່າວນີ້ ທາງການລາວ ແລະຈີນ ກໍໄດ້ຮ່ວມມືກັນທັບມ້າງ ແກັ່ງຮູດ
ເອົາເງິນໃນ ທະນະຄານຜ່ານ​ທາງເຄືອຂ່າຍອິນເຕີແນັດ ແລະແກັ່ງຈາລະຈົນ ຟອກເງິນ
ຫຼື ກຸ່ມປຸ້ນເງິນອື່ນໆແລະຈັບສົ່ງກຸ່ມ​ຄົນ​ບໍ່​ດີພວກນີ້ຮ້ອຍ​ປາຍ​ຄົນກັບຄືນປະເທດຈີນ ແລ້ວ
ໃນລະຫວ່າງກາງເດືອນຕຸລາຜ່ານມາ. ນັກ​ຂ່າວ​ວີ​ໂອ​ເອ ຂອງ​ເຮົາ ມີ​ລາຍ​ລະ​ອຽດ​ກ່ຽວ​
ກັບ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ໃນນຶ່ງທົດສະວັດກວ່າ​ມານີ້ ​ໂດຍ​ການ​ນຳ​ໃຊ້​ຈຸດ​ພິ​ເສດ​ໃນ​ການ​ເປັນ​ຫຸ້​ນ​ສ່ວນ​ຍຸດ​ທະ
​ສາດ ​ການ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ ພາ​ຍໃຕ້ຂໍ້​ລິ​ເລີ້ມນຶ່ງ​ແລວ​-ນຶ່ງ​ເສັ້ນ​ທາງ​ຂອງ​ລັດ​
ຖະ​ບານຈີນ ແລະ​ການ​ພົວ​ພັນ 4 ດີ ​ລະ​ຫວ່າງ​ລາວກັບຈີນ ກໍ​ຄືການ​ເປັນ​ບ້ານ​ໃກ້​ເຮືອນ​
ຄຽງ​ທີ່​ດີ-ມິດ​ທີ່​ດີ-ສະ​ຫາຍ​ທີ່​ດີ-ຄູ່​ຮ່ວມ​ມື​ທີ່​ດີ ໄດ້ເຮັດ​ໃຫ້ການພົວ ພັນລາວ-ຈີນຖືກ​ເສີມ
​ຂະ​ຫຍາຍ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນ​ຂຶ້ນ ບໍ່ວ່າ ທາງດ້ານເສດຖະກິດ ກ​ໍ​ຄືການເມືອງ ແລະ​
ການ​ຮັກ​ສາ​ຄວາມ​ສະ​ຫງົບໂດຍ​ລວມ. ໃນ​ຊຸມ​ປີ​ຜ່ານ​ມານີ້ ການລົງ​ທຶນ​ຈາກ​ຈີນໃນ​ລາວ
ແມ່ນ​ໄດ້ຄອງ​ອັນ​ດັບ​ນຶ່ງ ແລະ​ນັກ​ທຸ​ລະ​ກິດຈີນ​ກໍກຳ​ລັງຫ້າວ​ຫັນ​ເຮັດກິດ​ຈະ​ກຳ​ຕ່າງ​ໆ
​ຮ່ວມ​ກັນກັບ​ລາວ​ ໃນການສົ່ງ​ເສີມປີ​ທ່ອງ​ທ່ຽວ​ລາວ​-​ຈີນ 2019 ເພື່ອໃຫ້ປະຊາຊົນ 2
ຊາດ ໄດ້ໄປ​ມາ​ຫາ​ສູ່ກັນຫຼາຍຂຶ້ນ.

ແຕ່​ໃນ​ຂະ​ນະ​ດຽວ​ກັນກໍ​ມີ​ປາ​ກົດ​ການ​ທີ່​ຫຍໍ້​ທໍ້​ໃໝ່ໆຫລາຍ​ອັນ​ເກີດ​ຂຶ້ນ ທີ່​ເປັນ​ການ​ກະ
​ທຳ​ຂອງ​ຊາວ​ຈີນທີ່ບໍ່​ດີຈຳ​ນວນ​ນຶ່ງ ທີ່ເຂົ້າມາລາວນັບມື້ ນັບຫຼາຍຂຶ້ນເພື່ອສະ​ແຫວງ​ຫາ
​ຜົນ​ປະ​ໂຫຍດ​ອັນ​ບໍ່​ຊອບ​ທຳ ຊຶ່ງ​ໄດ້ທຳ​ລາຍ​ຄວາມ​ສະ​ຫງົບແລະສ້າງ​ຄວາມ​ເສຍ​ຫາຍ
​ທາງ​ເສດ​ຖະ​ກິດ ແລະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ການ​ເປັນຢູ່ຂອງ​ຄົນ​ລາວທີ່​ຮູ້​ເທົ້າ​ບໍ່​ເຖິງ​ການ
​ຫລາຍ​ຄົນ. ໃນ​ນັ້ນກໍ​ມີບັນດາກຸ່ມແກັ່ງຄົນບໍ່ດີທີ່ສວຍໂອກາດເຂົ້າມາລາວ ເພື່ອລັກຊຸ່ມ
ລີ້ຊ່ອນ ທຳການຟອກເງິນ ແລະປຸ້ນຈີ້​ ເອົາເງິນຕ່າງໆ ນາໆ ແລະ​ທຳ​ການຫລອກລວງ
ໃນຫຼາຍຮູບແບບ. ມີບາງກຸ່ມກໍໃຊ້ວິທີວາງຢາໃສ່ໃນອາຫານການກິນ ເຄື່ອງດື່ມ ແລະ
ເຄື່ອງອຸປະໂພກບໍລິໂພກ ຊະ​ນິດ​ອື່ນໆ ເມື່ອຜູ້ໃດຫາກໄດ້ສໍາຜັດແລ້ວກໍຈະເຮັດໃຫ້ສະ
ຫຼົບໄປ ໂດຍບໍ່ຮູ້ສຶກຕົວ ແລ້ວໃນ​ທີ່ສຸດກໍຖືກປຸ້ນເອົາຊັບສິນໄປ ກໍມີຫຼາຍ. ມີ​ພວກ​ພໍ່ຄ້າ
ຊາວຈີນ ບາງ​ກຸ່ມທີ່​ເຂົ້າ​ມາ​ລາວ ກໍທຳທ່າເວົ້າດີ ທຳດີເພື່ອ​ຫລອກ​ລວງ​ແມ່​ຍິງ​ລາວ​ໃຫ້
​ຕົກໄປ​ເປັນ​ເຫຍື່ອຂອງ​ຕົນ ໂດຍການຂໍແຕ່ງງານແບບບໍ່​ຈິງ​ໃຈກໍ່ມີ ດັ່ງໃນກໍລະນີຂອງ
ນາງຫວິງຄຳ, ຍິງສາວລາວໃນ​ນະ​ຄອນ​ຫລວງວຽງ​ຈັນທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ການຫລອກ
​ລວງຂອງຜູ້​ຊາຍ​ຈີນ​ຄົນນຶ່ງ ທີ່​ຂໍ​ແຕ່ງງານ​ນຳ​ແບບບໍ່​ຈິງ​ໃຈ. ອີງຕາມ​ການບອກ​ເລົ່າ​ຂອງ
ທ້າວທາ, ນັກກິລາດອກປີກໄກ່ປະ ຈໍາເດີ່ນອຸດົມຜົນ, ບ້ານອາມອນ ເມືອງໄຊເສດຖາ
ຕໍ່ວີໂອເອ ກໍ​ຄືວ່າ:


“ຂ້າພະເຈົ້າ ຜ່ານມາໄດ້ຮູ້ຈັກກັບລູກສາວເຈົ້າຂອງເດີ່ນ ຊື່ນາງຫວິງຄໍາ ຊຶ່ງໄດ້ ແຕ່ງ
ງານກັບຄົນຈີນ ແລະ ມີລູກນໍາກັນ 1 ຄົນ. ຜົວຜູ້ກ່ຽວໄດ້ຕິດເຫຼົ້າຢາ ແລະຍິງສາວ
ຄົນອື່ນ ຕອນນີ້ຮ້າງກັນແລ້ວ ແລະອາດຈະກັບຄືນເມືອປະເທດ ແລ້ວ. ສ່ວນສາເຫດ
ກໍ​ແມ່ນຍ້ອນຄວາມຮູ້ເທົ້າບໍ່ເຖິງການຂອງນາງ. ຝາກເຖິງ ສາວໆຄົນລາວໃຫ້ມີສະຕິ
ລະວັງຕົວ ເພາະກຸ່ມແກັ່ງຕົວະຍົວະ ຫຼອກລວງຍັງມີ ຫຼາຍຢູ່ໃນລາວ ເພາະຄວາມນິ
ຍົມຂອງຄົນລາວ ຍັງມັກເຮີ່ເອົາຜົວຕ່າງປະເທດ,ໂດຍສະເພາະແມ່ນຄົນຈີນ."

ພາບ​ຈະ​ຫລາດ​ຈີນ ຊັງ​ຈຽງ​ທີ່​ສ້າງ​ໃໝ່ ໃນ​ນະ​ຄອນ​ຫລວງວຽງ​ຈັນ (ພາບ​ຖ່າຍ​ວັນ​ທີ 22 ຕຸ​ລາ,2019)
ພາບ​ຈະ​ຫລາດ​ຈີນ ຊັງ​ຈຽງ​ທີ່​ສ້າງ​ໃໝ່ ໃນ​ນະ​ຄອນ​ຫລວງວຽງ​ຈັນ (ພາບ​ຖ່າຍ​ວັນ​ທີ 22 ຕຸ​ລາ,2019)

​ຕໍ່​ສະ​ພາບ​ການ​ດັ່ງ​ກ່າວ ທາງ​ເຈົ້າ​ໜ້າ​ທີ່ລາວ ແລະ​ຈີນ ກໍ​ໄດ້ ຮ່ວມມືກັນປາບປາມເປັນ
ປະຈໍາ ດັ່ງການໃຫ້ສໍາພາດຂອງເຈົ້າ ໜ້າທີ່ ຂັ້ນສູງລາວທ່ານນຶ່ງທີ່ໄດ້ໃຫ້ສໍາພາດຕໍ່
ທາງວີ​ໂອ​ເອກ່ຽວ​ກັບ​ການ​ເຂົ້າ​ມາປະ​ຕິ​ບັດ​ງານຂອງ​ເຈົ້າ​ໜ້າ​ທີ່​ຈີນ ໃນການທັບ​ມ້າງ
​ກຸ່ມ​ແກັ່ງ​ຄົນ​ຈີນ​ທີ່ບໍ່​ດີໃນ​ລາວວ່າ:


“ເຂົາສົ່ງ ທິດແລ້ວນີ້ກາສົ່ງໃຫ້​ຈີນ ຕໍາຫລວດຈີນມາ​ເຮັດ​ນຳ. ຕຳ​ຫລວດ​ຈີນເຂົາ​
ເຂົ້າມາເຮັດໂດຍກົງໂລດ​ໄດ໋, ມາສົມທົບເອົາ​ໂລດ​ໄດ໋, ເຂົາ/ມາຈີ້ເອົາໂລດ​ໄດ໋.
ລະ​ກາເຮັດໜັງ
ສືຜ່ານສະຖານທູດ ຜ່ານນາຍົກເຮົາ​ເຂົ້າ​ມາກາມາປະ​ສານສົມທົບ
ມັນຕຳ​ຫລວດ​ສາ​ກົນ​ໄດ໋ ຕໍາຫຼວດຈີນ. ເຂົ້າມາກາ​ມາປະສານສົມທົບກັບໄທ​ເຮົາ
ມາຫາກະຊວງພວກເຮົາກາ​ມາ​ປະ​ສານ​ສົມ​ທົບ​ໂລດ​ແຫລ້ວ. ເຮົາຊິມາມ້າງຢູ່​ໃນ
ແກັ່ງນີ້, ກຸ່ມ​ແກັ່ງ​ນີ້ ດຽວນີ້ມັນເຄື່ອນໄຫວຢູ່ລາວໜີ້ ເຮົາຈັບສັນຍານໄດ້​ວ່າ ​ມັນ​ມາ
​ເຄື່ອນ​ໄຫວ​ຢູ່​ລາວ. ທາງເຮົາກາໂອເຄ ໂອ​ເຄມັນເປີດສັນຍານປຶບ ບອກໂລດ ຢູ່
ຈຸດໃດ ເມືອງໃດ ບ້ານໃດໂລດ ບັດ​ນັ້ນມັນຂີ່ລົດໄປເອົາໂລດ ເປີດປຶບມັນນໍາໄປ
ເອົາໂລດນະ ເປີດ​ປຶບ​ມັນ​ການໍາຕາມສັນຍານໄປ​ເອົາ​ໂລດ​ແຫລະ ນຳ​ຕາມ​ສັນ​
ຍານ​ໄປໂລດ. ທັນ​ສະ​ໄໝທີ່ສຸດໄດ໋ ເລື້ອງ IT ບໍ່ໄຫວຈີນ ຍອມໂລດລະ ອິນເດຍ
ຍອມ ບໍ່​ໄຫວຈີນ ເຄື່ອງມັນແນ່ນອນ ຈັບ
ບອກໂລດນະ ວ່າຢູ່ເຮືອນຫຼັງໃດໂລດ​ນະ​
ດຽວນີ້ ..ເຮິ​ເຮີ້...ພິລຶກໄດ໋. ເຫັນບໍ່ເຂົາສົ່ງຫຼາຍເທື່ອແລ້ວ ມື້​ວານ ມື້​ຊີນນີ້​ກາ​ເອົາ​
ຍົນ
ມາເອົາຮ້ອຍປາຍຄົນ. 130 ປາຍຄົນ. ເຮົາຈັບຫຼາຍມື້ ຈັບເປັນເດືອນ ເອົາແຕ່
ໝ້ອງ, ແຕ່ລະໝ້ອງ, ແຕ່ລະໝ້ອງ ແຕ່ລະເມືອງ, 9 ຕົວເມືອງ ນະຄອນຫຼວງມາຂັງ
ທ້ອນໄວ້ບາດດຽວ ລະ​ກາເຕັມຮ້ອຍປາຍແລ້ວກໍເອົາຍົນມາໃສ່ຖ້ຽວນຶ່ງຮ້ອຍປາຍ
ໂລດ ເອົາຍົນມາແຕ່ຈີນພຸ້ນ ຕີຍົນເປົ່າມາແຕ່​ຈີນໂລດ ຍົນຕໍາຫລວດໄດ໋.”

ອີກ​ດ້ານ​ນຶ່ງ ເພື່ອ​ແກ້​ໄຂ​ບັນ​ຫານີ້ ທາງນາຍົກໄດ້ສັ່ງປິດດ່ານຈໍານວນ 9 ແຫ່ງຕາມ​ທີ່ເຈົ້າໜ້າທີ່ຂັ້ນສູງຂອງລາ​ວ​ຄົນດັ່ງ​ກ່າວ​ໄດ້ເລົ່າ​ສູ​ຟັງເພີ້ມເຕີມວ່າ:


“ປິດດ່ານສາກົນຖືວ່າ 9 ແຫ່ງໄດ໋. 9 ແຫ່ງເຂົາປິດດ່ານສາກົນໜິ້. ນາຍົກສັ່ງປິດ
9 ແຫ່ງ ໃນ ສປປລາວ: ຊຽງຂວາງ, ອັດຕະປື, ສາລະວັນ, ບໍລິຄໍາໄຊ, ຊຽງຂວາງ,
ຫຼວງນໍ້າທາ ຫຼາຍໆດ່ານ ໄດ໋. ປິດ 9 ດ່ານສາກົນ. ຄິດເບິ່ງເອົາດ່ານສາກົນປິດ 9
ດ່ານ ເງິນມັນກະບໍ່ເຂົ້າ ເຂົາຊິຮັດກຸມເຂົ້າໜ້ອຍ​ນຶ່ງ ເຂົ້າ​ເປັນຈຸດລວມເລີຍ ມັນ
ຊະຊາຍຫລາຍ ເງິນບໍ່ເຂົ້າຄັງອາກອນໄດ້ ແຈ້ງການໃໝ່ໆໜີ້.”

ສະຫລຸບແລ້ວ ພາຍ​ໃຕ້​ນະ​ໂຍ​ບາຍ​ເປັນ​ຫຸ້​ນ​ສ່ວນ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຢ່າງ​
ຮອບ​ດ້ານຮ່ວມ​ກັນ​ລະ​ຫວ່າງ​ລາວກັບ​ຈີນ ໄດ້​ພາ​ໃຫ້​ມີ​ການ​ພົວ​ພັນ​ສອງ​ປະ​ເທດ ແລະ
​ປະ​ຊາ​ຊົນ​ສອງ​ຊາດ​ເພີ້ມ​ທະວີຫລາຍ​ຂຶ້ນ ຊຶ່ງ​ສົ່ງ​ຜົນ​ທັງ​ທາງ​ດ້ານດີແລະ​ດ້ານ​ລົບ ຊຶ່ງ
​ໃນ​ດ້ານ​ລົບ​ນັ້ນ ເຈົ້າໜ້າທີ່ທາງການລາວ ແລະຈີນກໍໄດ້​ຮ່ວມມືກັນປະຕິບັດງານ ທັບ
ມ້າງແກັ່ງ​ຈາລະກໍາຕ່າງໆ ທີ່​ທຳ​ການປຸ້ນຈີ້ເງິນ ຕົ້ມຕຸນ ຫຼອກລວງໃນ​ຫລາຍ​ຮູບ​ແບບ
ຢູ່ໃນລາວແລະ​ກໍ​ໄດ້ຈັບກຸ່ມ​ຄົນ​ເຫລົ່ານີ້ຫຼາຍກວ່ານຶ່ງຮ້ອຍຄົນ ສົ່ງກັບຄືນປະເທດຈີນ
ແລ້ວ ໃນລະຫວ່າງກາງເດືອນນີ້ ແລະ​ທາງ​ການ​ລາວ ກໍ​ໄດ້​ໃຊ້​ມາດ​ຕະ​ການ​ຫລາຍ​ອັນ
​ໃນ​ການ​ສະ​ກັດ​ກັ້ນ ສະ​ພາບຫຍໍ້​ທໍ້​ທາງ​ສັງ​ຄົມ​ດັ່ງ​ກ່າວນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

While Chinese Investmentors are Top in Laos, Chinese Organized Criminals are also Pervasively Creating Social and Economic Problems in the Country

Wide Spread of Organized Crimes in Laos Urges Chinese Authorities to Work with their Lao Counterparts in Cracking down these Social and Economic Criminals

While Chinese are Top investors in Laos, Chinese Organized Criminals are also Pervasively Creating Social and Economic Problems in the Country. To solve problems resulted from cyberspace crimes that fraudulently take money from banks and other kind of organized crimes, such as food poisoning, and fraud marriages, Lao and Chinese officials have been working together to crackdown the criminal string in Laos. Because of these coordinated operations, Chinese international police, Chinese international police brought a plane from China to transport over 130 criminals back to the country during mid-October 2019, according to the interview of a high ranking Lao policeman.

XS
SM
MD
LG