Memorial Day ຫລື ວັນໃຫ້ກຽດແລະລະນຶກເຖິງພວກທະ
ຫານທີ່ສະລະຊີບເພື່ອຊາດຂອງສະຫະລັດ ໄດ້ລິເລີ້ມສະຫລອງ
ກັນມາແຕ່ປີ 1866 ຫລັງຈາກ ສົງຄາມກາງເມືອງ ທີ່ຮ້ອງວ່າ
Civil War ຈາກປີ 1861 ຫາ 1865. ເວລານັ້ນ ສະຫະລັດ ຢູ່
ພາຍໃຕ້ການປົກຄອງຂອງ ປະທານາທິບໍດີ Abraham Lincoln
ປະທານາທິບໍດີຄົນທີ່ 16 ຂອງ ສະຫະລັດ ຊຶ່ງໄດ້ເກີດມີສົງຄາມ
ຂັດແຍ້ງກັນລະຫວ່າງຝ່າຍເໜືອ ແລະຝ່າຍໃຕ້ ຍ້ອນຝ່າຍໃຕ້ບໍ່
ເຫັນດີໃຫ້ປົດປ່ອຍຄົນດໍາ ທີ່ເປັນຂ້າທາດນັ້ນ ເປັນອິດສະລະ
ຍ້ອນສາເຫດດັ່ງກ່າວນີ້ ຢູ່ໃນສະຫະລັດ ຈຶ່ງໄດ້ເກີດມີການລົບ
ເລວກັນເອງ ທີ່ພາໃຫ້ມີຄົນລົ້ມຫາຍຕາຍໄປເຖີງ 620,000 ຄົນ.
ຫລັງຈາກສົງຄາມກາງເມືອງໄດ້ສີ້ນສຸດລົງ ໂດຍທີ່ຝ່າຍເໝືອໄດ້
ຮັບໄຊຊະນະ ແລະຂ້າທາດຄົນຜີວດຳ ໄດ້ຖືກປົດປ່ອຍໃຫ້ເປັນ
ອິດສະລະ ຕັ້ງແຕ່ນັ້ນມາ. ເພື່ອລະນຶກເຖິງບັນດາທະຫານທີ່ເສຍຊີວິດຢູ່ໃນສົງຄາມດັ່ງກ່າວ
ຈຶ່ງໄດ້ມີການຈັດຕັ້ງ ວັນໃຫ້ກຽດລະນຶກເຖິງຜູ້ສະລະຊີບເພື່ອຊາດຂື້ນມາ ຊຶ່ງໃນສະໄໝນັ້ນ
ເອີ້ນວ່າ ວັນຕົກແຕ່ງເອ້ຢ້ອງ ຫລື Decoration Day ຊຶ່ງພວກແມ່ຍິງພາກັນເອົາດອກໄມ້
ໄປເອ້ໄວ້ຢູ່ຂຸມຝັງສົບຂອງສະມາຊິກຄອບຄົວ ທີ່ເສຍຊີວິດໄປໃນສົງຄາມກາງເມືອງ.
ຫລັງຈາກສົງຄາມໂລກຄັ້ງທີ່ນຶ່ງ ວັນຕົກແຕ່ງຂຸມຝັງສົບທະຫານສົງຄາມກາງເມືອງ ຫລື
Decoration Day ຈຶ່ງໄດ້ກາຍມາເປັນ Memorial Day ຫລື ວັນໃຫ້ກຽດແລະລະນຶກ
ເຖິງທະຫານ ທີ່ເສຍຊີວິດໄປໃນທຸກໆສົງຄາມ ຊຶ່ງແມ່ນວັນຈັນ ອາທິດທີ 4 ຫລືອາທິດ
ສຸດທ້າຍຂອງເດືອນພຶດສະພາ. ແຕ່ວ່າ ລັດຖະສະພາສະຫະລັດ ບໍ່ໄດ້ອອກກົດໝາຍ
ຈົນເຖິງປີ 1971 ໃຫ້ເປັນວັນພັກລາດຊະການ ທີ່ຕິດຕໍ່ກັນເປັນວັນພັກທ້າຍສັບປະດາ ຍາວສາມມື້ ຄືວັນເສົາ ອາທິດ ແລະຈັນ ຂອງທ້າຍເດືອນພຶດສະພາທຸກໆປີ. ໃນໂອກາດ
ນີ້ ປະຊາກອນອາເມຣິກັນຕ່າງກໍພາກັນຫ້າງຫາ ເດີນທາງໄປພັກຜ່ອນຢູ່ຕາມແຄມທະເລ
ຊຸມແຊວປິກນິກຢູ່ຕາມສວນສາທາລະນະ ໄປນອນປ່າ ຢ້ຽມຢາມຍາດຕິພີ່ນ້ອງ ແລະຊຸມ
ແຊວກັນຢູ່ຕາມບ້ານເຮືອນຂອງໃຜລາວ.
ຕົກມາເຖິງປີ 1988 ວັນໃຫ້ກຽດລະນຶກເຖິງ ຜູ້ສະລະຊີບເພື່ອຊາດໄດ້ກາຍມາເປັນວັນຮຽກ
ຮ້ອງໃຫ້ ລັດຖະບານ ສະຫະລັດ ຮັບຮູ້ ແລະຊ່ວຍເຫລືອນັກໂທດຢູ່ໃນສົງຄາມ ທີ່ຍັງຫາຍ
ສາບສູນ ແລະຍັງຖືກກັກຂັງໄວ້ນັ້ນ. ສໍາລັບນັກຫລົບເກົ່າກຸ່ມນຶ່ງທີ່ຈັດຕັ້ງກັນຂື້ນແລະເອີ້ນ
ວ່າ Rolling Thunder ແຕ່ລະປີມີ ບັນດາອະດີດທະຫານຜ່ານເສິກແລະປະຊົນອາເມຣິກັນ
ພາກັນຂີ່ລົດຈັກ ໂມໂຕໄຊ ປະມານ 90,000 ຄັນຢ່າງມືດຟ້າມົວຝົນມາເຕົ້າໂຮມກັນຢູ່ລັດ
Virginia ຊຶ່ງຢູ່ຟາກນຶ່ງຂອງ ແມ່ນໍ້າ Potomac ແລ້ວຂ້າມຂົວເຂົ້າມາຍັງ ຖະໜົນຫລວງ
Constitution Ave ໃນນະຄອນຫລວງ ວໍຊິງຕັນ ດີ.ຊີ.
ນອກຈາກນັ້ນກໍມີ ບັນດາອະດີດທະຫານຜ່ານເສິກ ຈາກສະໄໝສົງຄາມຕ່າງໆ ທີ່ໄດ້ເດີນທາງມາຮ່ວມຈາກທົ່ວ ສະຫະລັດ ດັ່ງທີ່ ນັກລົບເກົ່າ ທ່ານ Rudy Chavez ກ່າວຕໍ່ ວີໂອເອ ວ່າ :
“ຂ້າພະເຈົ້າຊື່ວ່າ Rudy Chavez ຂ້າພະເຈົ້າມາ
ຈາກເມືອງRobinson ລັດ North Carolina
ຂ້າພະເຈົ້າ ໄດ້ມາຮ່ວມສະຫລອງວັນໃຫ້ກຽດ ແລະ
ລະນຶກເຖິງຜູສະລະຊີບເພື່ອຊາດມາເປັນເວລາ ຫ້າ
ຫົກປີແລ້ວ ຂ້າພະເຈົ້າ ເຄີຍໄດ້ຮັບໃຊ້ໃນກອງທັບ
ແລະ ປະຕິບັດງານຢູ່ໃນສົງຄາມເກົາຫລີ ໃນປີ1953
ຊຶ່ງເປັນເວລາດົນນານຜ່ານມາ ແລ້ວ ຂ້າພະເຈົ້າ
ພາກພູມໃຈທີ່ໄດ້ມາເຫັນ ແລະພົບພໍ້ກັບເພື່ອນ
ທະຫານຜ່ານເສິກ ເພາະວ່າ ພວກເຮົາມີປະສົບການຄືກັນ ໂດຍທີ່ບໍ່ກ່ຽວເລີຍ
ວ່າ ພວກເຮົາໄດ້ຜ່ານສົງຄາມໃດໆ. ປັດຈຸບັນນີ້ ຂ້າພະເຈົ້າອາຍຸ 86 ປີກິນ
ເບ້ຍບໍານານແລ້ວຫລັງຈາກໄດ້ເຮັດວຽກເປັນເວລາ27 ປີກັບ ບໍລິສັດສ້າງລົດ
Ford Motor Co,ທີ່ເມືອງ Dearbornໃນລັດ Michigan.”
ອະດີດທະຫານຜ່ານເສິກ ສົງຄາມຫວຽດນາມ ທ່ານນຶ່ງຄື ທ່ານ Ron Nowell ທີ່ໄດ້ເດີນທາງມາແຕ່ລະປີຈາກ ລັດ Maine ທີ່ຕັ້ງຢູ່ພາກຕາເວັນອອກເໜືອສຸດຂອງ ສະຫະລັດ ແຄມມະຫາສະມຸດ Atlantic. ທ່ານ Nowell ໄດ້ກ່າວຕໍ່ ວ່າ :
“ຂ້າພະເຈົ້າຊື່ Ron Nowell ມາຈາກ Cape Neddic,
Maineຂ້າພະເຈົ້າ ໄດ້ປະກອບສ່ວນໃນຂະບວນຟ້າຮ້ອງ
ລັ່ນມາຕັ້ງແຕ່ເລີ້ມຕົ້ນ 1988. ຂ້າພະເຈົ້າເປັນ ທະຫານ
ຜ່ານເສິກ ຫວຽດນາມຈາກປີ 1967ຫາ 1968 ເປັນເວລາ
9 ເດືອນ ແລະ 5 ວັນ. ຫວຽດນາມ ເປັນບ່ອນທີ່ງາມທີ່ສຸດ ແລະກໍເປັນບ່ອນອັນຕະລາຍທີ່ສຸດ ເທົ່າທີ່ຂ້າພະເຈົ້າ ເຄີຍ
ເຫັນມາ. ໃນຊ່ວງເວລາລົບ ທີ່ຮ້າຍແຮງທີ່ສຸດ ຮ້ອງວ່າ Tet
Offensive ຫລືວ່າການໂຈມຕີໃນຍາມບຸນປີໃໝ່ ຫລື ບຸນ
Tet ນັ້ນ ຂ້າພະເຈົ້າ ໄດ້ຖືກຍິງສອງຄັ້ງ ຫລັງຈາກນັ້ນ ຂ້າ
ພະເຈົ້າ ໄດ້ກັບຄືນມາບ້ານ ແລະກັບຄືນໄປຮຽນຕໍ່.ເຖິງຢ່າງໃດກໍດີ ສົງຄາມໄດ້
ຜ່ານພົ້ນໄປກວ່າສາມທົດສະວັດແລ້ວ ສະຫະລັດ ແລະຫວຽດນາມໄດ້ຟື້ນຜູກ
ສໍາພັນທະໄມຕີກັນຄືນໃໝ່. ຄວາມຈິງແລ້ວ ປັດຈຸບັນນີ້ ລູກສາວຂອງ ຂ້າພະ
ເຈົ້າກໍກໍາລັງເຮັດວຽກຢູ່ໃນອົງການສະຫງວນຮັກສາສັດປ່າຂອງໂລກ ຢູ່ທີ່ ລາວ ຫວຽດນາມ ແລະກໍາປູເຈຍ.”
ໃນຂະນະດຽວກັນຢູ່ທີ່ລັດ Wisconsin ຕັ້ງຢູ່ພາກກາງຂອງ ສະຫະລັດ ປະຊາຄົມຊາວມົ້ງ ລູ້ນທີ່ສາມທີ່ພາກັນຕັ້ງຖິ່ນຖານຢູ່ຢ່າງໜາແໜ້ນໃນ ສະຫະລັດ ກໍໄດ້ປະກອບພິທີ່ ວັນໃຫ້ກຽດ ແລະລະນຶກເຖິງຜູ້ສະລະຊີບເພື່ອຊາດ ຢູ່ໃນສະໄໝ ສົງຄາມລັບໃນລາວ 1962-1975. ທ່ານ Xia Vue Yang ຜູ້ນຳສັງຄົມຊາວມົ້ງ ທີ່ຫ້າວຫັນແລະບໍ່ອິດເໝື່ອຍ ຢູ່ໃນເມືອງ Sherboygan ໄດ້ເລົ່າຊີວິດການເປັນຢູ່ ແລະພິທີ່ລະນຶກເຖິງ ຜູ້ສະລະຊີບ
ເພື່ອຊາດ ວ່າ:
ແລ້ວນັ້ນກໍຄືລາຍງານກ່ຽວກັບ ການສະຫລອງວັນ Memorial Day ຢູ່ໃນ ສະຫະລັດ ຄືວັນຈັນຜ່ານມານີ້ ໂອກາດໜ້າ ຂ້າພະເຈົ້າ ຈະນໍາເອົາລາຍງານ ຊາວລາວໃນຕ່າງແດນ ທີ່ໜ້າສົນໃຈມາສະເໜີ ທ່ານອີກ ໂປດຕິດຕາມ