ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການລະບາດຂອງໂຄວິດ-19 ເຖິງຂີດແດງ ຢູ່ໃນຫລາຍພາກຂອງລັດໄອດາໂຮ


ທ.ນ. ເພັດ ພິມມະສອນ, ໃນນະຄອນບອຍຊີ, ເມືອງເອກຂອງລັດໄອດາໂຮ ທີ່ການລະບາດຂອງໂຄວິດ-19 ເຖິງຂີດແດງແລ້ວ ຢູ່ໃນຫລາຍພາກ
ທ.ນ. ເພັດ ພິມມະສອນ, ໃນນະຄອນບອຍຊີ, ເມືອງເອກຂອງລັດໄອດາໂຮ ທີ່ການລະບາດຂອງໂຄວິດ-19 ເຖິງຂີດແດງແລ້ວ ຢູ່ໃນຫລາຍພາກ

ເກືອບຮອດ 20 ເມືອງໃນລັດໄອດາໂຮຢູ່ພາກຕາເວັນຕົກຂອງປະເທດ ຊຶ່ງເປັນລັດທີ່ຈັດຖືກຢູ່ໃນອັນດັບທີ 13 ໃນດ້ານການແຜ່ລະບາດຂອງພະຍາດໂຄວິດ-19 ແມ່ນ ມີລະດັບການລະບາດຂອງພະຍາດດັ່ງກ່າວ ພຸ້ງສູງຂຶ້ນຮອດຂີດແດງແລ້ວ. ໂດຍທີ່ມີຄົນຕິດເຊື້ອສະເລ່ຍເກືອບຮອດ 700 ຄົນຕໍ່ມື້ ໃນນຶ່ງ ອາທິດຜ່ານມານີ້ຊຶ່ງເພີ້ມຂຶ້ນ 11 ເປີເຊັນ ໄອດາໂຮແມ່ນມີຈໍານວນຜູ້ຕິດເຊື້ອໄວຣັສ ໃນອັດຕາທີ່ສູງຢ່າງເປັນປະຫວັດການ. ມາຮອດວັນສຸກ ອາທິດແລ້ວນີ້ ລັດດັ່ງກ່າວ ມີຄົນຕິດພະຍາດນີ້ທັງໝົດຫລາຍກວ່າ 53,700 ຄົນ ແລະມີຄົນເສຍຊີວິດໄປແລ້ວເກີນກວ່າ 530 ຄົນ, ອີງຕາມໜັງສືພິມທ້ອງຖິ່ນສະບັບນຶ່ງ. ປະຊາຄົມລາວຢູ່ໃນທີ່ນັ້ນ ກໍບໍ່ສາມາດຫລີກລ້ຽງການຕິດເຊື້ອ ແລະເສຍຊີວິດຈາກພະຍາດອັນຕະລາຍຮ້າຍແຮງນີ້ໄດ້.

ທ.ນ. ເພັດ ພິມມະສອນ, ທີ່ລັດໄອດາໂຮ ພ້ອມກັບແມ່ທີ່ຫາກໍ່ຫາຍດີຈາກພະຍາດໂຄວິດ-19 ແລະນ້ອງຊາຍທີ່ເສຍຊີວິດໄປ
ທ.ນ. ເພັດ ພິມມະສອນ, ທີ່ລັດໄອດາໂຮ ພ້ອມກັບແມ່ທີ່ຫາກໍ່ຫາຍດີຈາກພະຍາດໂຄວິດ-19 ແລະນ້ອງຊາຍທີ່ເສຍຊີວິດໄປ

ທ່ານນາງ ເພັດ ພິມມະສອນ ຜູ້ທີ່ມີນ້ອງຊາຍເສຍຊີວິດ ຍ້ອນພະຍາດດັ່ງກ່າວ ແລະມີແມ່, ຫລານຊາຍພ້ອມກັບສາມີທີ່ຖືກຢືນຢັນວ່າ ເປັນພະຍາດນີ້ ໃນສອງເດືອນກ່ອນນັ້ນ ເວົ້າວ່າລັດທີ່ປະຊາຊົນສ່ວນໃຫຍ່ເປັນຄົນຜິວຂາວແຫ່ງນັ້ນ ແມ່ນມີຄົນລາວອາໄສຢູ່ປະມານພັນກວ່າຄອບຄົວ ໃນນັ້ນ ກໍມີຄົນຫລາຍຄອບຄົວ ຫລືມີປະມານ 10 ຄົນ ທີ່ເປັນພະຍາດນີ້. ໃນນັ້ນ ຕາມທີ່ທ່ານນາງຮູ້ຢ່າງໜ້ອຍກໍມີ 2 ຄົນເສຍຊີວິດໄປ ຊຶ່ງລວມມີນ້ອງຊາຍຂອງທ່ານນາງອາຍຸ 42 ປີ ແລະແມ່ຍິງອາຍຸ ແກ່ຄົນນຶ່ງ ກໍຫາກໍ່ເສຍຊີວິດໄປໃນບໍ່ພໍເທົ່າໃດອາທິດຜ່ານມານີ້ເອງ ດັ່ງການ ເປີດເຜີຍຂອງທ່ານນາງເພັດສູ່ຟັງວ່າ:

ທັງສອງກໍລະນີຄົນເສຍຊີວິດໄປນັ້ນລ້ວນແຕ່ມີສະມາຊິກຄອບຄົວຫລາຍຄົນຕິດ ພະຍາດນີ້. ທ່ານນາງເພັດເອງ ກໍເຄີຍມີອາການ ຂອງພະຍາດນີ້ ເພາະມີອາ ການໄອແລະເມື່ອຍ ແລ້ວກໍບໍ່ຢາກກິນເຂົ້າກິນນໍ້າເປັນເວລາສາມອາທິດ ຫລັງ ຈາກນ້ອງຊາຍຂອງທ່ານນາງເສຍຊີວິດໄປໃນເດືອນກໍລະກົດຜ່ານມາ. ອີງຕາມ ທ່ານນາງແລ້ວ ຕົວເລກຄົນລາວເປັນພະຍາດ ໂຄວິດ-19 ໃນຕົວຈິງ ອາດຈະ ສູງກວ່ານີ້ເພາະຄົນລາວສ່ວນຫລາຍກໍບໍ່ຄ່ອຍຢາກເປີດເຜີຍໃຫ້ຄົນຮູ້ວ່າຕົນຫລື ຄົນໃນຄອບຄົວຕົນເປັນພະຍາດທີ່ຕິດແປດໄດ້ໄວນີ້ຫລາຍປານໃດ.

ທ້າວ ຊະນະໄພ ພິມມະສອນ ທີ່ເສຍຊີວິດໄປໃນນະຄອນບອຍຊີ, ລັດໄອດາໂຮ
ທ້າວ ຊະນະໄພ ພິມມະສອນ ທີ່ເສຍຊີວິດໄປໃນນະຄອນບອຍຊີ, ລັດໄອດາໂຮ

ທ່ານນາງກ່າວອີກວ່າ ເຖິງແມ່ນຫລາຍເຂດໃນລັດດັ່ງກ່າວເປັນຈຸດທີ່ມີການແຜ່ລະບາດຢ່າງດຸເດືອດ ຫລື hot spot ກໍເປັນຍ້ອນວ່າ ທາງການຂອງ ລັດດັ່ງກ່າວບໍ່ໄດ້ມີນະໂຍບາຍໃນການຢູ່ຫ່າງກັນແບບເຄັ່ງຄັດ.

ສະພາບການລະບາດຂອງພະຍາດນີ້ ຢູ່ໃນສະຫະລັດທີ່ມີຄົນປ່ວຍສະເລ່ຍເພີ້ມຂຶ້ນປະມານ 50 ລາຍໃນແຕ່ລະມື້ນັ້ນຍັງຈະໜັກໜ່ວງຂຶ້ນໄປອີກ, ຕາມການວິ ເຄາະຂອງນັກຊ່ຽວຊານດ້ານພະຍາດຕິດແປດ . ດຣ. ໄມໂຄ ອອສເຕີ ຫອມ (Michael Osterholm), ອໍານວຍການສູນກາງຄົ້ນຄວ້າແລະນະໂຍບາຍກ່ຽວ ກັບພະຍາດຕິດແປດ ທີ່ມະຫາວິທະຍາໄລລັດມິນເນໂຊ ກ່າວຜ່ານທາງໂທລະ ພາບຂອງອົງການຂ່າວ NBC ໃນວັນອາທິດຜ່ານມາວ່າ "ໃນ 6 ຫາ 12 ອາ ທິດຂ້າງໜ້ານີ້ ຈະເປັນສະພາບທີ່ມືດມົນທີ່ສຸດຂອງການແຜ່ລະບາດຂອງພະ ຍາດໂດຍທັງໝົດເລີຍ."

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG