ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ.ນ. ເຄຊີ ຫລວງລາດໃຫ້ສໍາພາດເລື້ອງ ປະທ້ວງຄັດຄ້ານການເປີດໂຮງຮຽນຄືນ ຂະນະທີ່ໂຄວິດ-19 ຍັງລະບາດໜັກຢູ່


ລິງໂດຍກົງ

ການເປີດໃຫ້ນັກຮຽນໄປເຂົ້າໂຮງຮຽນຄືນພາຍຫລັງທີ່ໄດ້ປິດລົງຍ້ອນການລະບາດຂອງໄວຣັສໂຄໂຣນາ ແລະການພັກຮຽນໃນຊ່ວງລະດູຮ້ອນໄດ້ຫລາຍເດືອນແລ້ວ ເຮັດໃຫ້ເກີດການປະທ້ວງຂອງນາຍຄູ ແລະພໍ່ແມ່ນັກຮຽນຫລາຍຄົນ ທັງພວກທີ່ສະໜັບ ສະໜຸນ ແລະພວກຄັດຄ້ານ.

ຄໍາສັ່ງການເປີດໂຮງຮຽນຄືນໃນກາງເດືອນໜ້າ ໄດ້ພາໃຫ້ເກີດການເດີນຂະບວນປະທ້ວງຂອງພວກນາຍຄູ ແລະພໍໍ່ແມ່ນັກຮຽນຫລາຍຄົນໃນອາທິດແລ້ວນີ້ຢູ່ໃນລັດອາຣິໂຊນາ ແລະລັດອື່ນໆ ຢູ່ທາງພາກໃຕ້ຂອງສະຫະລັດ ທ້າມກາງການພຸ້ງຂຶ້ນຢ່າງວ່ອງໄວຂອງຈໍານວນຄົນຕິດພະຍາດ ໂຄວິດ-19 ທີ່ກໍາລັງ ສືບຕໍ່ໄປເດືອນກວ່າຢູ່ນີ້. ແຕ່ໃນຂະນະດຽວກັນ ກໍມີພໍ່ແມ່ຂອງນັກຮຽນບາງຄົນຢາກໃຫ້ລູກຂອງຕົນເອງໄປໂຮງຮຽນຕາມຄໍາສັ່ງຂອງຜູ້ປົກຄອງລັດ ອາຣິໂຊນາ ແທນທີ່ຈະເຍື້ອນໄປເປີດໃນເດືອນຕຸລາ ຕາມຄໍາຮຽກຮ້ອງຂອງພວກປະທ້ວງນັ້ນ. ບັນຫາດັ່ງກ່າວ ແມ່ນມີຄວາມສໍາຄັນຕໍ່ປະຊາຄົມລາວ ທີ່ມີລູກຫລານຢູ່ໃນເກນອາຍຸເຂົ້າໂຮງຮຽນໃນລັດອາຣິໂຊນາຄືແນວໃດ, ບົວສະຫວັນ ຈະນໍາເອົາການສໍາພາດກັບ ທ່ານນາງ ເຄຊີ ຫລວງລາດ, ແມ່ຍິງລາວ-ອາເມຣິກັນໄວ 40 ກວ່າປີ ມີຫລານສາວອາຍຸ 6 ປີສອງຄົນ ທີ່ອາໄສຢູ່ນໍາໃນເມືອງຟີນິກສ໌ ນັ້ນ ມາສະເໜີໃຫ້ບັນດາທ່ານໄດ້ຮັບຟັງ ໃນອັນດັບຕໍ່ໄປ.

ທ່ານ ດັກ ດູຊີ (Doug Ducey), ຜູ້ປົກຄອງລັດອາຣີໂຊນາ ຢູ່ທາງພາກໃຕ້ ຂອງສະຫະລັດ ສັ່ງໃຫ້ເປີດໂຮງຮຽນໃນທົ່ວລັດຄືນໃໝ່ ເພື່ອໃຫ້ນັກຮຽນກັບຄືນໄປຮ່ຳຮຽນ ນັບຕັ້ງແຕ່ວັນທີ 17 ເດືອນໜ້ານີ້ເປັນຕົ້ນໄປ ແຕ່ວ່າບັນດານາຍຄູທັງຫລາຍ ພ້ອມດ້ວຍພໍ່ແມ່ນັກຮຽນບາງຄົນບໍ່ເຫັນພ້ອມກັບທ່ານຈຶ່ງ ໄດ້ທໍາການປະທ້ວງເພື່ອຄັດຄ້ານຕໍ່ແຜນການດັ່ງກ່າວ. ທ່າມກາງການເພີ້ມຂຶ້ນນັບມື້ ຂອງກໍລະນີຄົນເປັນພະຍາດໂຄວິດ-19 ແລະເສຍຊີວິດຢູ່ນີ້ ພວກເຂົາເຈົ້າຮຽກຮ້ອງໃຫ້ເລື່ອນການເປີດໃຫ້ນັກຮຽນກັບຄືນໄປໂຮງຮຽນໄປໃສ່ເດືອນຕຸລາ ຢ່າງໄວທີ່ສຸດ ແລະຢາກໃຫ້ເພີ້ມເງິນງົບປະມານ ເພື່ອຊື້ອຸປະກອນໃຊ້ສ່ວນຕົວ ໃນການປ້ອງກັນການຕິດພະຍາດ ເຊັ່ນແຜ່ນຢາງໃສບັງໜ້າ, ໜ້າກາກປິດປາກ ແລະອື່ນໆເປັນຕົ້ນ.

ໃນແລງວັນພຸດຜ່ານມານັ້ນ ຢູ່ຕາມຕົວເມືອງຕ່າງໆ ເຊັ່ນ ສກອດເດລ (Scottsdale), ເທັມພ໌ (Tempe), ເມຊາ (Mesa), ທູຊອນ, Tucson ແລະ ຢູມາ Yuma ພວກນາຍຄູພາກັນນຸ່ງເສື້ອຍືດສີແດງແລ້ວ “ຂີ່ລົດເປັນຂະບວນ” --ໂດຍຂຽນໜັງສືໃສ່ລົດວ່າ “ການຮຽນແບບທາງໄກຈະບໍ່ຂ້າ ພວກເຮົາ ແຕ່ວ່າ COVID ຂ້າພວກເຮົາໄດ້!” ແລ້ວກໍຂັບເລາະໄປທົ່ວເມືອງ,” ອີງຕາມ ໜັງສືພິມໃນທ້ອງຖິ່ນ azcentral. ສ່ວນຢູ່ໃນນະຄອນຟີນິກສ໌ ຊຶ່ງເປັນເມືອງຫລວງຂອງລັດອາຣິໂຊນານັ້ນ ມີນາຍຄູປະມານ 100 ຄົນ ພາກັນຂັບລົດ ເປັນຝູງຕາມກັນໄປ ຫາສວນສາທາລະນະ ເອນແຄນໂຕ (Encanto). ໃນນັ້ນ ລົດບາງຄັນກໍຂຽນໜັງສືໃສ່ແຫວ່ນຫລັງລົດວ່າ “ຂ້ອຍຢາກເຫັນລູກ ຂອງທ່ານຢູ່ ໜ້າຈໍແລັບທອບ ດີກວ່າຈະເຫັນພວກເຂົາ ຢູ່ນໍາເຄື່ອງຊ່ວຍຫາຍໃຈ” ແລະ “AZ ນ້ຳເບີ 1 ໃນເລື້ອງ COVID.”

ທ່ານນາງເຄຊີ ຫລວງລາດ, ພະນັກງານດ້ານແກ້ໄຂຂໍ້ຂັດແຍ້ງຂອງລູກຄ້າ ໃນການໃຊ້ບັດເຄຣດິດຂອງທະນາຄານແວລສ໌ ຟາໂກ (Wells Fargo) ໃນເມືອງ ຟີນິກສ໌ ໃຫ້ຄໍາເຫັນວ່າ ຕົນໃຫ້ການສະໜັບສະໜຸນຕໍ່ ການປະທ້ວງຄັດຄ້ານ ການເປີດໂຮງຮຽນໃນໄວໆນີ້ ຢ່າງສຸດຂີດແລະກໍມີໝູ່ຄູ່ຂອງທ່ານນາງບາງຄົນ ທີ່ເປັນນາຍຄູເຊື້ອສາຍເອເຊຍ ກໍໄດ້ໄປຮ່ວມ ການປະທ້ວງນັ້ນ ເຊັ່ນກັນ ຊຶ່ງທ່ານ ນາງໃຫ້ຄໍາເຫັນດັ່ງນີ້:

ໃນເດືອນພຶດສະພາຜ່ານມາ, ລັດອາຣິໂຊນາ ແມ່ນເຄີຍມີຄົນຕິດເຊື້ອໄວຣັສໂຄໂຣນາລາຍໃໝ່ສະເລ່ຍແລ້ວ 500 ຄົນຕໍ່ມື້ ໃນ 7 ມື້ລຽນກັນ ແລະໃນສອງ ສາມອາທິດຜ່ານມານີ້ ກໍມີຈໍານວນຄົນຕິດເຊື້ອພະຍາດນີ້ລາຍໃໝ່ 4,000 ຄົນ ໂດຍຍັງ ບໍ່ມີທ່າທີວ່າຈະຫລຸດລົງເລີຍ. ມາຮອດວັນອັງຄານວານນີ້ ມີຄົນຕິດເຊື້ອ ພະຍາດດັ່ງກ່າວຕື່ມອີກ ລວມທັງໝົດຫລາຍກວ່າ 165,930 ກໍລະນີ ແລະມີຄົນເສຍຊີວິດໄປແລ້ວ ຍ້ອນພະຍາດນີ້ 3,400 ກວ່າຄົນ ໃນນັ້ນກໍມີນາຍຄູຈໍານວນນຶ່ງ ສະນັ້ນ ພວກນາຍຄູຈຶ່ງຢາກປະທ້ວງຕໍ່ການເປີດໂຮງຮຽນແລະທ່ານນາງເຄຊີ ກໍເຫັນດີນໍາການປະທ້ວງນັ້ນ ໂດຍໃຫ້ເຫດຜົນວ່າ:

ແຕ່ໃນຂະນະດຽວກັນ ພໍ່ແມ່ນັກຮຽນບາງຄົນກໍຮຽກຮ້ອງ ໃຫ້ມີທາງເລືອກ ທີ່ຈະສົ່ງລູກໄປໂຮງຮຽນກໍໄດ້ ຫລືຈະຮຽນຢູ່ເຮືອນກໍໄດ້ ແລະ ກໍມີພໍ່ແມ່ນັກ ຮຽນຈໍານວນນຶ່ງ ຢາກຈະສົ່ງລູກໄປໂຮງຮຽນໃຫ້ໄວເທົ່າທີ່ຈະໄວໄດ້ ຕົວຢ່າງເຊັ່ນ ພໍ່ແມ່ນັກຮຽນຫລາຍຄົນກໍມີແຜນທີ່ຈະພາກັນເດີນຂະບວນໃນມື້ອື່ນນີ້ ເພື່ອປະທ້ວງຕໍ່ການເປີດໂຮງຮຽນຊ້າໃນເຂດເດຍວາເລ ຢູນິຟາຍ (Deer Valley Unified) ທີ່ພະຍາຍາມຈະເລື່ອນ ວັນເປີດໂຮງຮຽນອອກໄປເປັນ ວັນທີ 14 ຕຸລາ–ຕໍ່ບັນຫາດັ່ງກ່າວ ທ່ານນາງເຄຊີ ໃຫ້ຄໍາເຫັນວ່າ:

ມີພຽງແຕ່ 1 ໃນ 10 ຄົນເທົ່ານັ້ນໃນສະຫະລັດ ທີ່ຄິດວ່າ ສູນລ້ຽງເດັກ, ໂຮງຮຽນອະນຸບານເຖິງຊັ້ນ12 ຫລື ມັດທະຍົມປາຍ ຄວນເປີດໃຫ້ຮຽນແບບປົກກະຕິ ໂດຍບໍ່ມີຂໍ້ຈໍາກັດໃດໆ, ອີງຕາມການຢັ່ງຫາງສຽງຂອງສູນກາງ NORC ສໍາລັບວຽກງານປົກຄອງຢູ່ໃນລາຍງານຂອງອົງການຂ່າວເອພີ.

ສະຫລຸບແລ້ວການເປີດໂຮງຮຽນຄືນ ຕາມແຜນການຂອງຜູ້ປົກຄອງລັດນັ້ນຍັງເປັນຫົວຂໍ້ທີ່ຖົກຖຽງກັນ ຢູ່ໃນຫລາຍໆເມືອງ ທົ່ວລັດອາຣິໂຊນາ ຊຶ່ງພາໃຫ້ມີການເດີນຂະບວນປະທ້ວງຈາກທັງພວກທີ່ຄັດຄ້ານ ແລະພວກທີ່ສະໜັບສະໜຸນ. ທ່ານນາງ ເຄຊີ ກໍເປັນຜູ້ນຶ່ງໃນປະຊາຄົມລາວທີ່ບໍ່ເຫັນດີນໍາແຜນການດັ່ງກ່າວ ເພາະຄິດວ່າ ຄວາມສ່ຽງໃນການຕິດພະຍາດນັ້ນ ມັນໃຫຍ່ກວ່າຜົນໄດ້ຮັບຫລາຍ.

XS
SM
MD
LG