ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຊາວ​ລາວ ຢູ່ອາ​ເມ​ຣິກາ​ຈຳ​ນວນ​ນຶ່ງ ຢາກ​ເຫັນ​ຄົນ​ລາວ ມີຄວາມສາ​ມັກ​ຄີກັນ​ຕື່ມ​ຂຶ້ນ ເນື່ອງ​ໃນວັນ​ຄົບ​ຮອບ 50 ປີ ຂອງສັນ​ຍາ​ລາວ​ໂຮມ​ລາວ​

ບັນ​ດາ​ຄົນ​ລາວ​ທີ່​ອົບ​ພະ​ຍົບ​ໄປ​ຕັ້ງ​ຖິ່ນ​ຖານ ໃນ​ຕ່າງ​ປະ​ເທດ​ຈຳ​ນວນ​ນຶ່ງ ໄດ້ເດີນ​ທາງ​ກັບໄປພົບ​ກັນ ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ​ສ​ປ​ປ ລາວ ໃນ​ປີ 2018​.
ບັນ​ດາ​ຄົນ​ລາວ​ທີ່​ອົບ​ພະ​ຍົບ​ໄປ​ຕັ້ງ​ຖິ່ນ​ຖານ ໃນ​ຕ່າງ​ປະ​ເທດ​ຈຳ​ນວນ​ນຶ່ງ ໄດ້ເດີນ​ທາງ​ກັບໄປພົບ​ກັນ ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ​ສ​ປ​ປ ລາວ ໃນ​ປີ 2018​.

​ໃນ​ລາຍ​ການ​ຊຸມ​ຊົນ​ລາວ​ໃນ​ແລງມື້ນີ້ ພວກ​ເຮົາ​ຈະ​ນຳ​ເອົາ​ຄຳ​ຄິດ​ເຫັນຂອງ​ຊາວ​ລາວ​ບາງ​ຄົນ​ຢູ່ໃນ​ສະ​ຫະ​ລັດ ທີ່​ຢາກ​ເຫັນ​ຄວາມ​ສາ​ມັກຄີ​ກັນເພີ້ມ​ຂຶ້ນ ລະ​ຫວ່າງ​ຄົນ​ລາວ​ໃນ​ສະ​ຫະ​ລັດ ແລະຄົນ​ລາວ​ຢູ່​ໃນ​ປະ​ເທດ ພ້ອມທັງຄຳ​ຄິດ​ເຫັນ​ຂອງ​ນັກ​ຊ່ຽວ​ຊານ ກ່ຽວ​ກັບຄວາມ​ຫລົ້ມ​ແຫລວ​ຂອງສັນ​ຍາປາ​ຣີ ປີ 1973 ​ທີ່​ມີ​ສ່ວນ​ກ່ຽວ​ພັນ​ກັນ​ຢ່າງ​ເລິກ​ເຊິ່ງ​ກັບສັນ​ຍາ​ລາວ​ໂຮມ​ລາວທີ່​ເຊັນໃນ​ປີ​ດຽວ​ກັນ ໃນເລື້ອງ​ນຳ​ເອົາສັນ​ຕິ​ພາບ​ມາ​ສູ່​ແຫລມ​ອິນ​ດູ​ຈີນໂດຍ​ໄວ​ດັ່ງ​ທີ່​ໄດ້ສັນ​ຍາກັນໄວ້. ບົວ​ສະ​ຫວັນ ມີ​ລາ​ຍ​ລະ​ອຽດ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ດ​ຣ.ເຮັນ​ຣີ ຄິສ​ຊິງ​ເກີ (ທີ 3 ນັບ​ຈາກ​ຊ້າຍ) ທີ່​ປຶກ​ສາ​ປະ​ທາ​ນາ​ທິ​ບໍ​ດີ ສ​ຫລ ແລະ​ທ່ານ Le Duc Tho ຕາງ​ໜ້າ​ລັດ​ຖະ​ບານ​ຮາ​ໂນ່ຍ (ໂບກ​ມື) ຫລັງ​ຈາກກອງ​ປະ​ຊຸມຄັ້ງ​ສຸດ​ທ້າຍ​ຂອງ​ພວກ​ເພິ່ນ ຢູ່​ທີ່​ສູນ​ກາງ​ປະ​ຊຸມ​ສາ​ກົນ​ທີ່​ນະ​ຄອນ​ຫລວງ​ປາ​ຣີ ຂອງ​ຝ​ຣັ່ງ, ວັນ 23 ມັງ​ກອນ, 1973

ວັນທີ 21 ກຸມພາຜ່ານ​ມາ ເປັນ​ວັນຄົບຮອບ 50 ປີແຫ່ງສັນຍາຢຸດ​ຍິງວຽງຈັນ ຫລື​ ສັນ​ຍາ​ລາວ​ໂຮມ​ລາວປີ 1973 ທີ່​ແນ​ໃສ່ຟື້ນຟູສັນຕິພາບ ແລະປະຕິບັດຄວາມຖືກຕ້ອງປອງດອງຊາດ ລະຫວ່າງລັດຖະບານ​ວຽງ​ຈັນ​ ກັບ​ຝ່າຍແນວລາວຮັກຊາດ. ເມື່ອ​ຫວນຄືນເຖິງ 50 ປີ​ກ່ອນນີ້ ​ແນ່​ນອນ​ຫລາຍ​ຄົນ​ທີ່ມີ​ສ່ວນ​ກ່ຽວ​ຂ້ອງໂດຍ​ກົງ ຫລື​ໂດຍ​ທາ​ງ​ອ້ອມ ອາດ​ມີ​ຄວາມ​ຄິດ​ເຫັນ​ທີ່​ແຕກ​ຕ່າງ​ກັນຫລາຍກ່ຽວ​ກັບ​ຜົນ​ຕາ​ມ​ມາ​ຂອງສັນ​ຍາ​ນີ້ ເພາະ​ມັນ​ບໍ່​ໄດ້ເຮັດໃຫ້​ການ​ຕໍ່​ສູ້​ກັນຂອງ​ສອງ​ຝ່າຍສິ້ນ​ສຸດ​ລົງໃນ​ທັນ​ທີດັ່ງ​ທີ່​ໄດ້​ຕົກ​ລົງ​ກັນໄວ້.

ດຣ. ອ່ຽນແບຣດ໌ (ກາງ) ອາ​ຈານ​ສອນ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ລັດ​ວິ​ສ​ຄອນ​ຊິນ ເມືອງ​ເມ​ດີ​ສັນ, ​ຖ່າຍ​ຮູ​ບ ຢູ່​ໃນ​ກອງ​ປະ​ຊຸມ​ລາວ​ສຶກ​ສາ ຄັ້ງທີ 4 ໃນວັນທີ 19 ເມສາ 2013 ຮ່ວມ​ກັບ ທ່ານສຸເທບ ທິ​ແກ້ວ (ຊ້າຍ) ແລະທ່ານລໍາພັນ ອິນ​ສີ​ຊຽງ​ໃໝ່ ທີ່​ໄດ້​ອົບ​ພະ​ຍົບ​ມາຕັ້ງຖິ່ນ​ຖານ​ຢູ່​ໃນເມືອງມີວວອກກີ, ລັດວິສຄອນຊິນ. (ພາບ​ໂດຍ ບົວ​ສະ​ຫວັນ ສິມ​ມາ​ລາ)

ແຕ່ວ່ານັກປະ​ຫວັດ​ສາດ ແລະພູມ​ມີ​ສາດໃຫ້​ຄຳ​ຄິດເຫັນ​ວ່າ ສັນຍານີ້ ມີຄວາມ​ໝາຍສຳ​ຄັນ​ທາງ​ປະຫວັດສາດສຳ​ລັບ​ຄົນ​ລາວຫລາຍ​ ບໍ່​ວ່າ​ຈະ​ຢູ່​ແຫ່ງຫົນໃດກໍ​ຕາມ ເພາະ​ມັນໄດ້ນໍາໄປສູ່ການ​ສະ​ຫງົບ​ເສິກ ​ດັ່ງ​ທີ່​ ດຣ. ອຽນ ແບດ, ສາດ​ສະ​ດາ​ຈານ​ສອນໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ລັດ​ວິ​ສ​ຄອນ​ຊິນ ໃນ​ເມືອງ​ເມ​ດິ​ສັນ ແລະ​ມີ​ໄດ້​ຄົ້ນ​ຄວ້າ​ດ້ານ​ການ​ເມືອງ​ລາວ​ມາ​ໄດ້​ຫລາຍ​ປີກ່າວວ່າ:

ທ່ານ​ລາວ-ໄທ ວາງ, ອະ​ດີດ​ປະ​ທານ​ສະ​ພາ​ການ​ຄ້າ​ລາວ​ອາ​ເມ​ຣິ​ກາ ແລະ​ອາ​ຈານ​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ​ຂອງ​ປະ​ຊາ​ຄົມ​ມົ້ງ​ໃນ​ເມືອງ​ແຟ​ຣ​ສ​ໂນ, ລັດ​ຄາ​ລິ​ຟໍ​ເນຍ
ທ່ານ​ລາວ-ໄທ ວາງ, ອະ​ດີດ​ປະ​ທານ​ສະ​ພາ​ການ​ຄ້າ​ລາວ​ອາ​ເມ​ຣິ​ກາ ແລະ​ອາ​ຈານ​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ​ຂອງ​ປະ​ຊາ​ຄົມ​ມົ້ງ​ໃນ​ເມືອງ​ແຟ​ຣ​ສ​ໂນ, ລັດ​ຄາ​ລິ​ຟໍ​ເນຍ

ສ່ວນ​ຊາວ​ລາວ​ບາງ​ຄົນທີ່​ອົບ​ພະ​ຍົບ​ມາ​ຢູ່​ໃນ​ສະ​ຫະ​ລັດເຊັ່ນ​ທ່ານລາວ-ໄທ ວາງ, ຊຶ່ງ​ເປັນ​ຄົນ​ເຜົ່າ​ມົ້ງ ແລະ​ອາ​ຈານ​ສອນ​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ​ຂອງໂບດ​ປະ​ຊາ​ຄົມມົ້ງຢູ່​ເມືອງ​ແຟ​ຣ​ສ​ໂນ, ລັດ​ຄາລິ​ຟໍ​ເນຍນັ້ນ ແມ່ນຄິດ​ວ່າ ສັນ​ຍາລາວ​ໂຮມ​ລາວ ທີ່​ກ່າວ​ມາ​ຂ້າງເ​ທິງ​ນັ້ນ ອາດ​ຈະເຮັດ​ໃຫ້​ຄົນ​ລາວ​ຢູ່​ທາງ​ຝ່າຍ​ວຽງຈັນ​ຄິດ​ວ່າ ມັນ​ຈະ​ເປັນ​ຄ້າຍຄື​ກັນກັບ​ກໍ​ລະ​ນີ​ສັນ​ຍາສົງ​ຄາມ​ກາງ​ເມືອງຢູ່​ໃນສະ​ຫະ​ລັດ ທີ່ວ່າ ​ຫລັງ​ຈາກ​ມີ​ການ​ເຊັນສັນ​ຍາໃນ​ປີ 1865 ​ແລ້ວ ທັງ​ຝ່າຍ​ພາກ​ໃຕ້ ແລະ​ພາກ​ເໜືອ​ກໍ​ທ້ອນ​ໂຮມແຜ່ນ​ດິນ​ໃຫ້ເປັນ​ອັນ​ນຶ່ງ​ອັນ​ດຽວ​ກັນ ກໍ​ຄືເປັນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາມາ​ຮອດ​ທຸກວັນ​ນີ້ ດັ່ງ​ທີ່​ທ່ານ​ໃຫ້​ຄຳ​ເຫັນ​ວ່າ:

ມື້​ລາງອະ​ດີດ ນາຍ​ພົນ​ວາງ ປາວ ທີ່​ນຳ​ພາການ​ຕໍ່​ສູ້ຢູ່​ໃນ​ເຂດ​ລ່ອງ​ແຈ້ງ ແລະ​ເຮັດ​ວຽກ​ຮ່ວມ​ກັບ ເຈົ້າ​ໜ້າ​ທີ່​ສືບ​ລັ​ບສູນ​ກາງ​ຂອງ ສ​ຫລ (​CIA) ຕ້ານກັບ​ຝ່າຍ​ປະ​ເທດ​ລາວໃນ​ຊຸມ​ປີ 1960 ຫາ 1973 ຊຶ່ງ​ຕໍ່​ມາ ໃນ​ຊຸມ​ປີ 2000 ໄດ້​ຖືກ​ລັດ​ຖະ​ບານສະຫະລັດຟ້ອງຮ້ອງ ໃນ​ຂໍ້​ຫາວາງແຜນໂຄ່ນລົ້ມລັດຖະບານ ສ​ປ​ປ ລາວ ແຕ່​ກໍ​ຖືກ​ຍົກ​ເລີກ​ໄປ​ໃນ​ເວ​ລາ​ຕໍ່​ມາ.

ສັນ​ຍາ​ວຽງ​ຈັນດັ່ງ​ກ່າວ​ມີ​ຄວາມ​ກ່ຽວ​ຂ້ອງ​ກັນ​ຢ່າງ​ເລິກ​ເຊິ່ງກັບ​ສັນ​ຍາ​ປາ​ຣີເພື່ອ​ສະ​ຫງົບ​ເສິກ ແລະຟື້​ນ​ຟູ​ສັນ​ຕິ​ພາບ​ທີ່​ເຊັນ​ກັນລະ​ຫວ່າງ​ຫວຽດ​ນາມ​ໃຕ້ ແລະ​ສະ​ຫະ​ລັດ, ກັບ​ຫວຽດ​ກົງ ແລະ​ຫວຽດ​ນາມ​ເໜືອ​ ໃນ​ວັນ​ທີ 27, ມັງ​ກອນ​ປີ 1973 ຊຶ່ງ​ໃນນັ້ນ ​ສະ​ຫະ​ລັດເຫັນ​ດີ​ຖອນ​ທະ​ຫານອອກຈາກ​ຫວຽດ​ນາມພາຍ​ໃນ 60 ວັນ​ຫລັງ​ຈາກ​ສັນ​ຍາ​ນັ້ນ​ໄດ້​ຖືກ​ລົງ​ລາຍ​ເຊັນ ແລະ​ມາດ​ຕາ 20 ຂອງ​ສັນ​ຍາ​ສະ​ບັບ​ນັ້ນທຸກ​ຝ່າຍ​ເຫັນ​ວ່າ ໃຫ້​ມີ​ການ​ຖອນ​ທະ​ຫານ​ຕ່າງ​ປະ​ເທດ​ອອກ​ຈາກ​ລາວ ແລະ​ກຳ​ປູ​ເຈຍອີກ​ດ້ວຍ.​

ທ່ານ ເຈິນ ວັນ​ ລາມ (ກາງ), ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງສາ​ທາ​ລະ​ນະ​ຫວຽມ​ນາມ ຫລື​ລັດ​ຖະ​ບານ​ໄຊ​ງ່ອນເປີດ​ໝວກ​ສະ​ແດງ​ຄວາມ​ເຄົາ​ລົບໃນ​ວັນ​ທີ 27 ມັງ​ກອນ, 1973 ທີ່​ປາ​ຣີ ຫລັງ​ຈາກ​ເຊັນ​ສັນ​ຍາ​ຢຸດ​ຍິງເພື່ອ​ໃຫ້​ສະ​ຫງົບ​ເສິກ​ໃນ​ຫວຽດ​ນາມ ຊຶ່ງອີງ​ໃສ່​ສັນ​ຍາ​ຈີ​ເນ​ວາ ປີ 1954 ແລະ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ລາວ ແລະ​ກຳ​ປູ​ເຈຍ (ພາບ​ໂດຍ AFP)

ພວກ​ນັກ​ປະ​ຫວັດ​ສາດ​ ແລະນັການ​ທູດຫລາຍ​ຄົນເຊັ່ນອາ​ຈານ​ສອນ​ປະ​ຫວັດ​ສາດ ແລະນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ ແຄ​ໂຣ​ລີນ ອາຍ​ເຊັນ​ເບີກ (Carolyn Eisenberg) ຈາກ​ມະ​ຫາ​ວິ​ທະ​ຍາ​ໄລຮອ​ຟ​ຕ​ຣາ (Hoftra) ໃນ​ລັດ​ນິວຢອກ ໃຫ້​ຄຳ​ເຫັນວ່າ ການ​ທີ່​ສັນ​ຍາປາ​ຣີບໍ່​ສາ​ມາດ​ປະ​ຕິ​ບັດ​ໄດ້​ຕາມ​ຂໍ້​ຕົກລົງໃນ​ຕອນນັ້ນ ກໍ​ເພາະ​ວ່າ ທັງ​ຫວຽດ​ນາມ ແລະ​ສະ​ຫະ​ລັດ ​ຕ່າງ​ກໍ​ຮູ້​ຢູ່​ໃນ​ໃຈແລ້ວ​ວ່າ ມັນ​ຈະ​ບໍ່ເຮັດ​ໃຫ້​ສົງ​ຄາມ​ສິ້ນ​ສຸດ​ລົງໄດ້ ແຕ່ວ່າ​ຝ່າຍ​ສະ​ຫະ​ລັດ ກໍຈໍ​າ​ເປັນ​ຕ້ອງ​ເຊັນ ​ເພື່ອ​ຈະໄດ້​ເປັນ​ເງື່ອນ​ໄຂ​ໃຫ້​ຕົນຖອນ​ທະ​ຫານ​ອອກ ຈາກ​ອິນ​ດູ​ຈີນ​ ຕາມ​ສຽງຮຽກ​ຮ້ອງ​ຂອງ​ປະ​ຊາ​ຊົນອາ​ເມ​ຣິ​ກັນທີ່​ຕໍ່​ຕ້ານ​ສົງ​ຄາມນັ້ນໄດ້.

“ຍ້ອນວ່າສະຫະລັດ ໄດ້ພະຍາຍາມມາເປັນເວລາຫຼາຍປີແລ້ວທີ່ຈະໄດ້ມີ​ສະພາບ ທີ່ສະຫະລັດ ຖອນທະຫານຂອງຕົນອອກໄປ ແລະຫວຽດນາມເໜືອ ກໍ​ຖອນທະ ຫານຂອງຕົນອອກໄປ ຊຶ່ງ​ຕ່າງ​ຝ່າຍ​ຕ່າງຖອນອອກ ແລະ ເສັ້ນທາງອັນນັ້ນໄດ້​ໝົດ​ໄປ​ແຕ່​ດົນ​ແລ້ວ.” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ ທີ່ກ່າວ​ຢູ່ໃນກອງ​ປະ​ຊຸມຫວນ​ຄືນ​ເບິ່ງ​ຄົບຮອບ 50 ປີ ​ແຫ່ງ​ການ​ຟື້ນ​ຟູ​ສັນ​ຕິ​ພາບ​ໃນ​ຫວຽດ​ນາມທີ່​ຈັດ​ຂຶ້ນໃນ​ມໍ່ໆ ມານີ້ ໂດຍ​ສະ​ຖາ​ບັນ​ສ້າງ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ລັດໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ.

ການຍົກຍ້າຍອົບພະະຍົບເຜົ່າມົ້ງ, ລາວ ແລະເຜົ່າຂະມຸອອກຈາກລ່ອງແຈ້ງໄປຢູ່ໃນສູນ​ອົບ​ພະ​ຍົບ​ໃນໄທ ຫລັງ​ຈາກ​ການ​ຢຶ​ດ​ອຳ​ນາດ​ຂອງ​ຝ່າຍ​ປະ​ເທດ​ລາວໃນປີ 1975
ການຍົກຍ້າຍອົບພະະຍົບເຜົ່າມົ້ງ, ລາວ ແລະເຜົ່າຂະມຸອອກຈາກລ່ອງແຈ້ງໄປຢູ່ໃນສູນ​ອົບ​ພະ​ຍົບ​ໃນໄທ ຫລັງ​ຈາກ​ການ​ຢຶ​ດ​ອຳ​ນາດ​ຂອງ​ຝ່າຍ​ປະ​ເທດ​ລາວໃນປີ 1975

ໂດຍ​ເຫັນ​ພ້ອມ​ກັບ​ທຸກ​ທ່ານທີ່​ກ່າວຢູ່​ໃນ​ກອງ​ປະ​ຊຸມ​ນັ້ນ ທ່ານ​ນາງ​ບອກວ່າ ສັນ​ຍານີ້:

“ມັນບໍ່ໄດ້ນຳມາເຊິ່ງສັນຕິພາບ ແລະບໍ່ມີໃຜຄິດດອກວ່າມັນ ຈະເຮັດ​ໃຫ້ມີສັນ​ຕິ​ພາບ. ຄວາມ​ຄາດ​ຫວັງອັນງ​ຈະ​ແຈ້ງຈາກທຸກ​ຝ່າຍກໍ​ແມ່ນ​ວ່າ ຕອນ​ໃດການ​ປະ​ທະ​ກັນເລີ້ມຂຶ້ນເທົ່າ​ນັ້ນ, ອັນນັ້ນຄື​ຄຳ​ຖາມ. ​ແຕ່​ບໍ່​ໃຜ​ຄຳ​ຖາມ​ເລີຍ​ວ່າ ຈະ​ມີການ​ສູ້​ລົບ​ຈະກັບ​ຄືນ​ອີກບໍ່. ມັນ​ເຮັດໃຫ້​ສະຫະລັດ​ໜີອອກ​ໄປ ​ໃນ​ອັນ​ທີ່​ຄິດ​ວ່າ​ແບບບໍ່ໃຫ້​ເສຍ​ໜ້າ. ​ແຕ່​ແນ່ນອນ​ມັນ​ບໍ່​ໄດ້​ນຳ​ເອົາ​ສັນຕິພາບ​ມາ​ໃຫ້​ຫວຽດນາມ ​ແລະກໍ​ບໍ່​ມີ​ໃຜ​ຄິດ​ແທ້ໆ ວ່າ ມັນ​ຈະ​ນຳ​ເອົາ​ສັນ​ຕິ​ພາບ​ມາ.”

ຊາວ​ລາວພາ​ກັນສະ​ຫລອງ​ບຸນ​ປີ​ໃໝ່ ລາວ​ລຸ່ມ ແລະ​ກືມ​ມຸ ປ​ີ 2021. ພວກ​ເຂົາ​ເຈົ້າ​ເປັນ​ອົບ​ພະ​ຍົບ ຫລື​ລູກ​ຫລານ​ຂອງ​ອົບ​ພະ​ຍົບທີ່​ໜີ​ອອກ​ຈາກ​ລາວ ຫລັງ​ຈາກ​ປະ​ເທດ​ລາວ​ປ່ຽນ​ແປງ​ການ​ປົກ​ຄອງໃນ ປີ 1975 ​ແລ້ວ.
ຊາວ​ລາວພາ​ກັນສະ​ຫລອງ​ບຸນ​ປີ​ໃໝ່ ລາວ​ລຸ່ມ ແລະ​ກືມ​ມຸ ປ​ີ 2021. ພວກ​ເຂົາ​ເຈົ້າ​ເປັນ​ອົບ​ພະ​ຍົບ ຫລື​ລູກ​ຫລານ​ຂອງ​ອົບ​ພະ​ຍົບທີ່​ໜີ​ອອກ​ຈາກ​ລາວ ຫລັງ​ຈາກ​ປະ​ເທດ​ລາວ​ປ່ຽນ​ແປງ​ການ​ປົກ​ຄອງໃນ ປີ 1975 ​ແລ້ວ.

ໃນ​ເມື່ອສັນ​ຍາ​ປາ​ຣີທີ່​ເຊັນບໍ່​ເທົ່າ​ໃດ​ອາ​ທິດ​ກ່ອນໜ້າ​ນັ້ນ ບໍ່ສາ​ມາດເຮັດ​ໃຫ້​ສົງ​ຄາມ​ສິ້ນ​ສຸດ​ລົງໄດ້​ໂດຍ​ໄວ ຄວາມປອງດອງ ຂອງ​ສອງ​ຝ່າຍ​ໃນ​ສັນ​ຍາວຽງ​ຈັນ ​ກໍມີ​ຂຶ້ນ​ບໍ່​ໄດ້​ດົນ ແລ້ວ​ກໍ​ມີ​ການ​ຢຶດ​ອຳ​ນາດ​ຂອງຝ່າຍ​ປະ​ເທດ​ລາວ ແລະ​ເຮັດ​ໃຫ້​ຝ່າຍ​ວຽງ​ຈັນ​ຕົກ​ເປັນ​ຝ່າຍ​ພ່າຍ​ແຜ້ໄປ.

​ຮູບ​ພາບ​ຂອງມື້​ລາງ​ກະ​ສັດ​ອົງ​ສຸດ​ທ້າຍ​ຂອງ​ລາວ, ເຈົ້າ​ສີ​ສະ​ຫວ່າງ ວັດ​ທະ​ນາ ທີ່​ສິ້ນ​ພະ​ຊົນ​ໃນ​ເຂດ​ເໜືອ​ຂອງ​ລາວ ຫລັງ​ຈາກ​ເພິ່ນ​ໄດ້​ລົງ​ຈາກ​ບັນ​ລັງ​ໃນ​ປີ 1975 ຫລັງ​ຈາກ​ປະ​ເທດ​ລາວໄດ​້ ​ປ່ຽນ​ແປງ​ການ​ປົກ​ຄອງ (ພາບ​ສະ​ໜອງ​ໃຫ້​ໂດຍ​ສະ​ມາ​ຄົມ​ນັກ​ລົບ​ເກົ່າ​ແຫ່ງ​ລາດ​ຊະ​ອາ​ນາ​ຈັກ​ລາວ).

ຫລາຍ​ຄົນ​ຄົງ​ອາດຍັງ​ມີ​ຄວາມ​ຊົງ​ຈຳ​ທີ່​ບໍ່​ດີຫລາຍ​ຢ່າງ​ກ່ຽວ​ກັບເຫດ​ການ​ທີ່​ເກີດ​ຂຶ້ນຕາມຫລັງ​ສັນ​ຍາລາວ​ໂຮມ​ລາວ ທີ່​ວ່ານັ້ນ ແຕ່​ແນວ​ໃດ​ກໍ​ຕາມກໍມີ​ຫລາຍ​ຄົນລວມ​ທັງຜູ້​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ສົງ​ຄາມນີ້ໂດຍ​ກົງ ເຊັ່ນ​ທ່ານ​ລາວ-ໄທ ວາງ ທີ່​ມີ​ອາ​ຍຸບໍ່​ຮອດ 10 ປີ ແລະກໍເປັນ​ລູກ​ກຳ​ພ້າຢູ່​ໃນ​ເມືອງ​ຈ້າໃນ​ເຂດ​ລ່ອງ​ແຈ້ງທີ່ຢູ່​ພາຍ​ໃຕ້​ການ​ນຳ​ພາຂອງ​ນາຍ​ພົນ​ວັງ​ປາວຢູ່ໃນ​ເວ​ລາ​ນັ້ນແມ່ນຢາກ​ໃຫ້ຄົນ​ລາວ​ທຸກ​ຄົນ ບໍ່​ວ່າ​ຈະ​ມາ​ຈາກ​ຝ່າຍ​ໃດ​ມອງ​ໄປຂ້າງ​ໜ້າ.

ທ່ານ​ສາຍ​ຄຳ ຄຳ​ສີ​ວໍ​ຣະ​ວົງ, ອາ​ຍຸ ​38 ປີ ເກີດຢູ່ເມຶອງ​ໂປ​ຣ​ວິ​ເດັນ ລັດ​ໂຣດ​ໄອ​ແລນ​ ພໍ່​ເປັນ​ຄົນອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ແລະ​ແມ່​ເປັນ​ຄົນ​ອາ​ເມ​ຣິ​ກັນ ໄດ້​ເປັນເຈົ້າ​ເມືອງນີວ​ພອດ, ​ລັດ​ໂຣດ​ໄອ​ແລນ​ ໃນ​ການ​ເລືອກ​ຕັ້ງເດືອນ​ພະ​ຈິກ ​ປີ 2022 ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ລູກ​ຫລາຍ​ຊາວ​ອົບ​ພະ​ຍົບມາ​ຢູ່​ອາ​ເມ​ຣິ​ກາ ກໍ​ໄດ້​ຮັບ​ໂອ​ກາດ​ໃນການ​ສຶກ​ສາ ແລະ​ການ​ເມືອງ​ເທົ່າ​ທຽມ​ກັນ​ກັບ​ຄົນ​ອາ​ເມ​ຣິ​ກັນ.

ທ່ານລາວ-ໄທ ວາງ ມີ​ຄວາມ​ມຸ້ງ​ຫວັງ​ຢາກ​ເຫັນຄວາມ​ສາ​ມັກ​ກັນລະ​ຫວ່າງ​ຄົນ​ລາວ​ທີ່​ພັດ​ພາກ​ຈາກປະ​ເທດມາຕັ້ງ​ຖິ່ນ​ຖານ​ໃນ​ສະ​ຫະ​ລັດມີ​ຄວາມ​ສະ​ມັກ​ກັນກັບ ຄົນ​ລາວຢູ່ພາຍ​ໃນ​ປະ​ເທດ​ຫລາຍ​ຂຶ້ນ ຊຶ່ງ​ທ່ານກ່າວ​ດັ່ງ​ນີ້:

(ພາບ​ໃນ​ແຟ​ມ), ນາວ Vicky Xiong (ຊ້າຍ) ສອນ​ລູກ​ສາວ​ຂອງ​ຕົນໃຫ້​ຮູ້​ຈັກ​ແຊ່ວ​ກະ​ໂປ່ງ ແລະ​ເສື້ອ​ຜ້າ​ຊາວ​ເຜົ່າ​ມົ້ງຢູ່​ໃນ​ເຮືອນ​ຂອງ​ນາງ ໃນ​ເມືອງ Fresno, ລັດ​ຄາ​ລິ​ເນຍ, ວັນ​ທີ 22 ເມ​ສາ 2012 ຫລັງ​ຈາກ​ອົບ​ພະ​ຍົບ​ມາ​ຈາກເຂດ​ລ່ອງ​ແຈ້ງ, ພາກ​ກາງ​ຂອງ​ລາວ ແລະ​ມາ​ຕັ້ງ​ຖິ່ນ​ຖານ​ໃນ​ສ​ະ​ຫະ​ລັດ ໄດ້ ເກືອບ 40 ປີ​ແລ້​ວ.

ສະ​ຫລຸບ​ແລ້ວສັນ​ຍາ​ວຽງ​ຈັນ​ປີ 1973 ຊຶ່ງ​ມີ​ສ່ວນກ່ຽວ​ພັນຢ່າງ​ເລິກ​ເຊິ່ງ​ກັບສັນ​ຍາປາ​ຣີທີ່​ເຊັນ​ໃນປີດຽວ​ກັນນັ້ນ ເຖິງ​ຈະບໍ່​ໄດ້​ເຮັດ​ໃຫ້​ສົງ​ຄາມສິ້ນ​ສຸດ​ລົງ​ຢ່າງໄວ​ວາຕາມ​ສັນ​ຍາກໍ​ຕາມ ແຕ່​ວ່າມັນກໍ​ເປັນ​ບາດ​ກ້າວ​ອັນສຳ​ຄັນທີ່​ນຳ​ໄປສູ່ສັນ​ຕິ​ພາບໃນ​ທີ່​ສຸດ ແລະ​ຄົນ​ລາວ​ທີ່​ອົບ​ພະ​ຍົບ​ມາ​ຕັ້ງ​ຖິ່ນ​ຖານຢູ່​ໃນ​ສະ​ຫະ​ລັດ ກໍ​ໄດ້​ຮັບ​ໂອ​ກາດສ້າງ​ຄາມ​ກ້າວ​ໜ້າ​ເທົ່າທຽມ​ກັນກັບຄົນ​ອາ​ເມ​ຣິ​ກັນ​ທົ່ວ​ໄປ ຊຶ່ງຫລາຍ​ຄົນເຊັ່ນ​ທ່ານ ​ລາວ-ໄທ ວາງ ນັ້ນຍັງ​ປາດ​ຖະ​ໜາ​ຢາກ​ເຫັນ​ຄວາມ​ສາ​ມັກ​ຄີ​ກັນ​ຫລາຍ​ຂຶ້ນ​ລະ​ຫວ່າງ​ຄົນເຊື້ອ​ສາຍ​ລາວຢູ່ໃນ​ທຸກ​ຫົນ​ທຸກ​ແຫ່ງ.

XS
SM
MD
LG