ມື້ນີ້ ແມ່ນວັນພະຫັດ ທີ 23 ເດືອນພະຈິກ ປີ 2017 ຊຶ່ງຕາມປະເພນີແລ້ວ ຊາວອະເມຣິ
ກັນຈະພາກັນສະຫລອງບຸນ Thanksgiving ຫລື ບຸນຂອບຄຸນພະເຈົ້າປະຈໍາປີ ຊຶ່ງ
ຕາມພາສາຊາວບ້ານ ບາງຄົນກໍເອີ້ນກັນຫຼິ້ນໆວ່າ ບຸນໄກ່ງວງນັ້ນ ໃນວັນພະຫັດອາ
ທິດທີສີ່ ຂອງເດືອນພະຈິກທຸກໆປີ ຊຶ່ງໄດ້ສະເຫຼີມສະຫລອງກັນມາເປັນເວລາ ດົນກວ່າສອງຮ້ອຍປີແລ້ວ. ເພາະສະນັ້ນ ລາຍການຊີວິດຊາວລາວ ຂອງ ວີໂອເອ ແລງມື້ນີ້ ເຮົາ
ຈຶ່ງຈະຖືໂອກາດ ນໍາເອົາການສໍາພາດ ກັບບັນດາສະຕິີລາວອາເມຣິກັນ ຢູ່ທາງພາກ
ຕາເວັນຕົກ ພາກກາງ ແລະພາກຕາເວັນອອກ ຂອງສະຫະລັດ ມາສະເໜີທ່ານກ່ຽວກັບ
ການຫ້າງຫາເພື່ອສະຫລອງບຸນດັ່ງກ່າວນີ້ ຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານໃນ
ອັນດັບຕໍ່ໄປ.
ສະບາຍດີ ທ່ານຜູັຟັງທີ່ເຄົາລົບ ດັ່ງທີ່ໄດ້ເວົ້າໄປແລ້ວນັ້ນວ່າ ມື້ນີ້ແມ່ນ ວັນບຸນThanks
giving ຫລື ວັນບຸນຂອບຄຸນພະເຈົ້າ ຫຼືບຸນໄກ່ງວງ ສຳລັບປີ 2017 ເປັນບຸນໃຫຍ່ຂອງ
ຊາດປາງນຶ່ງຂອງ ສະຫະລັດ. ບຸນດັ່ງກ່າວນີ້ ໄດ້ສະຫລອງກັນມາເປັນເວລາ ສອງຮ້ອຍ
ກວ່າປີແລ້ວ. ການ "ໂຜດ" ໄກ່ງວງປະຈໍາປີ ຂອງທໍານຽບຂາວໃນແຕ່ລະປີ ໂດຍປະທາ
ນາທິບໍດີຂອງສະຫະລັດອາເມຣິກາ ເປັນປະເພນີ ທີ່ໜ້າສົນໃຈອັນນຶ່ງ ທີ່ມີຂຶ້ນ ກ່ອນຈະ
ຮອດມື້ບຸນຂອບຄຸນພະເຈົ້າ ຫຼື ບຸນ Thanksgiving. ປະເພນີຂອງການມີຄວາມກະລຸ
ນາປານີຈົນໄດ້ກາຍມາເປັນການຍົກໂທດ ຫຼື Pardon ໃຫ້ແກ່ໄກ່ງວງ ແມ່ນໄດ້ມີມາ
ຕັ້ງແຕ່ສະໄໝປະທານາທິບໍດີ Abraham Lincoln. ເລື່ອງລາວມີຢູ່ວ່າ ມື້ນຶ່ງປະທານາ
ທິບໍດີ Lincoln ເຫັນລູກຊາຍຂອງເພິ່ນຢືນເບິ່ງໄກ່ງວງຂອງລາວທີ່ຍ່າງກ້ຽວໄປວຽນມາ ອ້ອມຮອບຫີບປ່ອນບັດນັ້ນຢູ່ ເພິ່ນຈຶ່ງຖາມຂຶ້ນວ່າ “ເປັນຫຽັງມັນຄືມາຍ່າງວົນໄປວຽນ
ມາຢູ່ຫັ້ນບໍ່ໜີຈັກເທື່ອ ບໍ່ແມ່ນມັນຢາກປ່ອນບັດເບາະ?” ທ້າວ ເທດ ຜູ້ເປັນລູກຊາຍເລີຍ
ຕອບວ່າ “ບໍ່ມັນຍັງປ່ອນບໍ່ທັນໄດ້ ມັນຍັງນ້ອຍໂພດ.” ຕັ້ງແຕ່ນັ້ນມາ ປະເພນີຂອງການ
ຍົກໂທດ ຫຼືໄວ້ຊີວິດແກ່ໄກ່ງວງ ຈຶ່ງມີມາເລື້ອຍໆ ພາໃຫ້ປະທານາທິບໍດີ Truman ເປັນ
ຄົນທຳອິດເປັນຜູ້ສືບທອດ.
ດຽວນີ້ ອາກາດຢູ່ພາກເໜືອຂອງ ສະຫະລັດ ໄດ້ເລີ້ມໜາວແລ້ວ ທັງຫິມະກໍຕົກແລ້ວ
ແລະບັນຍາກາດໃນປະຊາຄົມອາເມຣິກັນ ກໍແມ່ນເຕັມໄປດ້ວຍເທດສະການໃນຍາມພັກ
ຫຼຼື ຮໍລີເດມີການຕົກແຕ່ງດ້ວຍແສງສີ ແລະເຄື່ອງເອ້ຕ່າງໆຢູ່ຕາມບ້ານເຮືອນ ຖະໜົນຫົນ
ທາງ ແລະຮ້ານຄ້າທົ່ວໄປ ເພື່ອຕ້ອນຮັບການສະຫລອງບຸນອື່ນໆ ຊຶ່ງຈະຕິດຕາມມາ ຄື
ບຸນ Christmas ໃນວັນທີ 25 ເດືອນທັນວາ ແລະໃນວັນທີ 31 ທັນວາ ວັນສົ່ງທ້າຍປີ
ເກົ່າ ແລະຕ້ອນຮັບວັນຂຶ້ນປີໃໝ່ ຄ.ສ 2018.
ໃນວາລະໂອກາດສະຫລອງບຸນ ຂອບຄຸນພະເຈົ້ານີ້ ປະຊາກອນ ສະຫະລັດ ຫລາຍ
ລ້ານຄົນຈະພາກັນເດີນທາງໂດຍທາງລົດ ທາງເຮືອບິນ ລົດເມ ແລະລົດໄຟ ໄປຢ້ຽມ
ຢາມຖາມຂ່າວ ຍາດຕິພີ່ນ້ອງ ຢູ່ທຸກຫົນແຫ່ງ. ນອກຈາກນັ້ນແລ້ວ ເຂົາເຈົ້າກໍຈະພາ
ກັນຊື້ອາຫານການກິນ ເຄື່ອງດື່ມເພື່ອຕ້ອນຣັບລ້ຽງສະຫລອງ ໃນວັນ ຂອບຄຸນພະເຈົ້າ
ແລະໃນຕອນເຊົ້າຂອງ ວັນພະຫັດມື້ນີ້ ທີ່ນະຄອນນິວຢອກກໍແມ່ນມີການເດີນສວນ
ສະໜາມ ປະຈຳປີຢ່າງຄຶກຄື້ນຂະໜານໃຫຍ່.
ໃນຄໍ່າຄືນຂອງວັນຂອບຄຸນພະເຈົ້ານີ້ ວີໂອເອ ໄດ້ຖືໂອກາດສໍາພາດ ຍາແມ່ກັນຫາ
ສີວີໄຊ ຢູ່ທີ່ລັດ California ທີ່ໄດ້ກ່າວເຖິງຄວາມຣູ້ສຶກກ່ຽວກັບວັນບຸນດັ່ງກ່າວນີ້ວ່າ :
ຊາວອາເມຣິກັນເຊື້ອສາຍລາວ ແມ່ນປະຊາກອນກຸ່ມນຶ່ງ ທີ່ຈະຫລີກຫລ່ຽງການສະ
ຫລອງບຸນວັນຂອບຄຸນພະເຈົ້ານີ້ບໍ່ໄດ້ ເພາະວ່າເວລານີ້ສ່ວນໃຫຍ່ຂອງປະຊາກອນ
ຢູ່ທົ່ວສະຫະລັດ ຈະເຕົ້າໂຮມກັນຢູ່ກັບຄອບຄົວ ແລະຍາດຕິພີ່ນ້ອງຂອງໃຜລາວຊຶ່ງ
ຍາແມ່ກັນຫາກ່າວຕໍ່ໄປອີກວ່າ:
ໄກ່ງວງ ແມ່ນໄກ່ຊະນິດໃຫຍ່ ທີ່ລ້ຽງເປັນອາຫານຕະຫລອດປີ ຢູ່ໃນສະຫະລັດໂດຍສະ
ເພາະຢູ່່ໃນພິທີ່ບຸນຂອບຄຸນພະເຈົ້າ. ແຕ່ວ່າຢູ່ໃນເຂດອື່ນໆຂອງໂລກແລ້ວ ແມ່ນບໍ່ຄ່ອຍ
ເປັນທີ່ນິຍົມກັນ ແລະກໍຫາຍາກ ຊຶ່ງຍາແມ່ກັນຫາ ສີວິໄຊ ອະດີດຊາວເມືອງຫົງສາ
ປະເທດລາວ ໄດ້ເລົ່າເຖິງປະສົບການກ່ຽວກັບການສະຫລອງບຸນໄກ່ງວງສູ່ຟັງວ່າ
ສະຕີອາເມຣິກາເຊື້ອສາຍລາວອີກຄົນນຶ່ງຄື ຍາຍາງເຕັ້ຍ ວານີສະຫວັດ ຕັ້ງຖິ່ນຖານຢູ່ທີ່
ລັດ Florida ທາງພາກໃຕ້ສຸດຂອງສະຫະລັດ ກຳລັງຫ້າງຫາພາກັນສະຫລອງບຸນວັນ
ຂອບຄຸນພະເຈົ້າເຊັ່ນດຽວກັນ ຊຶ່ງຍານາງໄດ້ກ່າວສູ່ ວີໂອເອ ຟັງວ່າ:
ສະຕີອາເມຣິກາເຊື້ອສາຍລາວອີກຄົນນຶ່ງຊື່ວ່າ ຍານາງວົງພະຈັນ ທອງສີທະວົງ ຕັ້ງຖິ່ນ
ຖານຢູ່ທາງພາກຕາເວັນຕົກຂອງ ສະຫະລັດ ກຳລັງໃຊ້ເວລາຂັບລົດເດີນທາງເປັນເວ
ລາ 12 ຊົ່ວໂມງ ກັບຄອບຄົວໄປຫາຍາດຕິພີ່ນ້ອງຢູ່ທີ່ລັດເວີຈີເນຍ ໄດ້ໂອ້ລົມກັບ
ວີໂອເອ ກ່ຽວກັບການສະຫລອງບຸນຂອບຄຸນພະເຈົ້າວ່າ:
ກໍາເໜີດການສະຫລອງບຸນວັນຂອບຄຸນພະເຈົ້າ ໄດ້ເລີ້ມມີມາແຕ່ປີ 1621. ເວລານັ້ນ
ໄດ້ມີນັກສະແຫວງບຸນຊາວອັງກິດ 102 ຄົນ ຊຶ່ງເປັນກຸ່ມທໍາອິດ ທີ່ພາກັນເດີນທາງມາເຖິງແຜ່ນດິນໃໝ່ ເພື່ອສະແຫວງຫາສິດທິ ໃນການນັບຖືບູຊາ. ເຂົາເຈົ້າພາກັນເດີນ
ທາງໂດຍທາງເຮືອ ທີ່ມີຊຶ່ວ່າ Mayflower ໃຊ້ເວລາຢູ່ 66 ມື້ຈຶ່ງໄດ້ຕົກມາເຖິງແຜ່ນດິນ
ໃໝ່ ຊຶ່ງເຂດນັ້ນເອີ້ນກັນໃນປັດຈຸບັນນີ້ວ່າ New England.
ຊາວອັງກິດເຫລົ່ານີ້ ໄດ້ມາຕັ້ງບ້ານໃໝ່ທີ່ຮູ້ກັນວ່າ Plymouth ຢູ່ໃນລັດ Massachu-
setts ທາງພາກຕເວັນອອກສຽງເໜືອຂອງ ສະຫະລັດ ອາເມຣິກາ ນີ້ເອງ. ຈາກການ
ລ່ອງເຮືອ ຂ້າມມະຫາສະມຸດ ອັດແລນຕິກ ອັນກວ້າງໃຫຍ່ ເວລາເຂົາເຈົ້າ ເດີນທາງມາ
ນັ້ນ ເຂົາເຈົ້າ ໄດ້ປະສົບກັບຄວາມອິດເໝື່ອຍ ອ່ອນເພຍ ໂຫຍຫີວ ແລະປະເຊີນກັບ
ອາກາດໜາວ. ຈໍານວນນຶ່ງໄດ້ເກີດເຈັບປ່ວຍຍ້ອນຂາດອາຫານ ເປັນພະຍາດ ແລະ
ໄດ້ລົ້ມຫາຍຕາຍໄປເກືອບເຄິ່ງນຶ່ງ.
ຊາວອິນເດຍແດງ ທີ່ເປັນຊົນເຜົ່າທ້ອງຖິ່ນ ໄດ້ເຫັນຄວາມຍາກລໍາບາກ ຂອງຊາວອັງກິດ
ເຫລົ່ານີ້ ທີ່ບໍ່ລຶ້ງເຄີຍກັບສິ່ງແວດລ້ອມໃໝ່ ຈຶ່ງໄດ້ພາກັນຊ່ວຍສິດ ສອນນໍາພາຊາວອັງ
ກິດເຫຼົ່ານັ້ນ ໃຫ້ຮູ້ຈັກປູກໝາກສາລີ ຫາປາຢູ່ຕາມແມ່ນໍ້າລໍາເຊ ໂຮ່ເນື້ອ ໂດຍສະເພາະ
ຢ່າງຍິ່ງ ແມ່ນການຈັບໄກ່ງວງປ່າ ມາເປັນອາຫານ ແລະຫລີກລ້ຽງພືດຕ່າງໆທີ່ເປັນພິດ.
ເມື່ອໄດ້ພົ້ນຈາກຄວາມໂຫຍຫີວ ໃນປີຕໍ່ມາ ຊາວອັງກິດ ຈຶ່ງໄດ້ພາກັນສະແດງຄວາມຮູ້
ບຸນຄຸນ ຕໍ່ຊາວອິນເດຍແດງດ່ັງກ່າວ ໂດຍເຊື້ອເຊີນ ເຂົາເຈົ້າມາຮ່ວມຮັບປະທານອາຫານ
ຈາກຜົນປູກ ທີ່ ຊາວອິນເດຍແດງ ໄດ້ສິດສອນ ໃຫ້ເຂົາເຈົ້າ ໄດ້ພົ້ນຈາກຄວາມອຶດຢາກ
ແລະລົ້ມຫາຍຕາຍໄປນັ້ນ.