ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ຂອງວີໂອເອແລງວັນພະຫັດມື້ນີ້ເຮົາ
ຈະສະເໜີການສຳພາດກັບ ຊາວ ອາເມຣິກັນເຊື້ອສາຍລາວ ທີ່ນັບຖືສາສະໜາຄຣິສ ສາສະໜາມໍມັນ ແລະສາສະໜາພຸດ ທີ່ໄດ້ພາກັນສະຫລອງບຸນວັນເກີດຄົບຮອບ 2018
ປີ ຂອງ ພະເຍຊູ ກົງກັບວັນຈັນ ທີ 25 ທັນວາ ສອງມື້ທີ່ຜ່ານມານີ້.
ສາສະໜາຄຣິສ ແມ່ນສາສະໜາທີ່ຊາວໂລກພາກັນນັບຖືຫຼາຍເປັນອັນດັບນຶ່ງ ແລະໄດ້ສະຫລອງກັນຢູ່ທົ່ວໂລກໃນວາລະບຸນຄຣິສມັສ. ຊາວອາເມຣິກັນເຊື້ອສາຍລາວ ກໍແມ່ນປະຊາກອນຈຳນວນນຶ່ງ ທີ່ໄດ້ຮ່ວມສະຫລອງບຸນດັ່ງກ່າວ. ສ່ວນວ່າພວກເຂົາເຈົ້າພາກັນສະຫລອງກັນແບບໃດນັ້ນ ເຮົາຈະໃຫ້ທ່ານໄດ້ຟັງການໂອ້ລົມຂອງພວກເຂົາເຈົ້າກັບ ກິ່ງສະຫວັນ ໃນອັນດັບຕໍ່ໄປ.
ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ນັ້ນກໍແມ່ນຕອນນຶ່ງຂອງເພງ Silence Night ຊຶ່ງເປັນ
ເພງທີ່ມີຄວາມນິຍົມຫລາຍທີ່ສຸດ ແລະກໍເປັນສັນຍາລັກຂອງວັນສະຫລອງ ເທດສະການບຸນຄຣິສມັສ ທີ່ໄດ້ມີຂຶ້ນຜ່ານພົ້ນໄປໃນວັນຈັນຕົ້ນສັບປະດານີ້. ຄຳວ່າຄຣິສ “Christ”
ຫລື ພະເຍຊູ ໝາຍເຖິງພະເຈົ້າຂອງສາສະໜາຄຣິສຫລື ສາສະໜາຄຣິສຕຽນ ແລະຄຳ
ວ່າມາສ “mass” ກໍໝາຍເຖິງການເຕົ້າໂຮມສູດມົນພາວະນາ. ສາສະໜາຄຣິສຕຽນ
ແມ່ນສາສໜາທີ່ມີອິດທິພົນ ມີປະຊາກອນໂລກພາກັນນັບຖືຫລາຍທີ່ສຸດອັນດັບນຶ່ງ ແລະ
ໄດ້ແຜ່ຂະຫຍາຍອອກໄປຢູ່ທົ່ວທຸກມຸ່ມໂລກ. ສາສໜາຄຣິສຕຽນ ແບ່ງອອກເປັນຫລາຍໆ
ສາຂາ ໄດ້ວາງບົດບາດອັນສຳຄັນຢູ່ໃນສັງຄົມຊີວິດຂອງຊາວໂລກ ຮວມທັງຊາວອາເມ
ຣິກັນເຊື້ອສາຍລາວນຳດ້ວຍ.
ທ່ານແຄວິນ ບຸນ ສຸວັນນະພົງ ຮອງປະທານສະມາຄົມ ຄາໂທລິກປະຈຳເມືອງແຊນດີເອ
ໂກ ລັດຄາລີຟໍເນຍ ສະມາຊິກ ແລະຮອງປະທານ ສະມາຄົມຄາໂທລິກລາວອາເມຣິກັນ ໄດ້ອະທິບາຍກ່ຽວກັບປະເພນີຄວາມສຳຄັນຂອງການສະຫລອງບຸນຄຣິສມັສ ສູ່
ວີໂອເອ ຟັງດັ່ງນີ້:
ສຳລັບວິວັດທະນາການໃນການສະຫລອງບຸນຄຣິສມັສ ໄດ້ມີການປ່ຽນແປງໄປຕາມ
ຍຸກຕາມສະໄໝ ແລະໄດ້ກາຍມາເປັນລະດູການຊື້ຂາຍປະຈຳທ້າຍປີ ທີ່ໃຫຍ່ທີ່ສຸດ
ຂອງໂລກທັງເປັນລະດູພັກລ້າພັກການ ຫຼື ຮໍລີເດນຳດ້ວຍ. ໃນບັນຍາກາດການສະ
ຫລອງບຸນຄຣິສມັສ ເຮົາຈະເຫັນວ່າ ເຮືອນຊານ ຮ້ານຄ້າ ແລະຖະໜົນຫົນທາງຖືກ
ຕົກແຕ່ງເອ້ຍ້ອງດ້ວຍແສງສີ ໂບສີແດງ ພວງມາລາພວງມາໄລ ທີ່ເຮັດດ້ວຍໃບຕົ້ນ
ແປກ. ຢູ່ໃນເຮືອນຊານຈະມີຕົ້ນແປກ ປະດັບປະດາດ້ວຍເຄຶ່ອງເອ້ຍ້ອງຕ່າງໆ ພ້ອມ
ດ້ວຍແສງໄຟອັນງົດງາມ ມີຂອງຂວັນວາງຢູ່ກ້ອງເພື່ອໄວ້ແລກປ່ຽນກັນ ລະຫວ່າງ
ພວກຜູ້ໃຫຍ່ ແລະເອົາໃຫ້ພວກເດັກນ້ອຍ ທີ່ພາກັນລໍຖ້າໃຫ້ວັນນີ້ມາເຖິງດ້ວຍຈິດໃຈ
ຈົດຈໍ່. ນອກນັ້ນກໍມີການກິນລ້ຽງຊຸມແຊວກັນຢ່າງຄຶກຄື້ນ ແລະອາສາສະມັກເຮັດບຸນ
ສິນກິນທານໃຫ້ແກ່ຜູ້ທຸກຈົນ.
ສາສະໜາມໍມັນ ແມ່ນສາຂານຶ່ງຂອງສາສະໜາຄຣິສ ທີ່ມີອິດທິພົນ ແລະມີຄົນນັບຖື
ຢ່າງຫລວງຫລາຍຮວມທັງຊາວອາເມຣິກັນເຊື້ອສາຍລາວນຳ. ຍານາງແຊນດີ ສີຣິວັນ
ສະແປ້ກແມນ ສະມາຊິກສາສະໜາມໍມັນ ໄດ້ກ່າວຕໍ່ ວີໂອເອ ກ່ຽວກັບການສະຫລອງບຸນຄຣິສມັສແບບເຂົາເຈົ້າວ່າ:
ສະຫະລັດ ກໍແມ່ນປະເທດນຶ່ງ ທີ່ສາສະໜາຄຣິສ ຄອບງຳເປັນສ່ວນໃຫຍ່ ເພາະສະ
ນັ້ນບັນດາຜູ້ຄົນທີ່ນັບຖືສາສະໜາອຶ່ນໆຈະພາກັນຫລີກຫລ່ຽງບັນຍາກາດການສະຫລອງ
ບຸນຄຣິສມັສນີ້ບໍ່ໄດ້ ຊຶ່ງທ່ານໄພວັນ ດວງພູມີ ຜູ້ນັບຖືສາສະໜາພຸດ ໄດ້ກ່າວເຖິງອິດທິ
ພົນການສະຫລອງບຸນຄຣິສມັສ ສູ່ວີໂອເອ ວ່າ:
ທີ່ນະຄອນຫລວງວໍຊິງຕັນ ດີ.ຊີ ແຕ່ລະປີ ກ່ອນບຸນຄຣິສມັສ ຈະມາເຖິງ ຈະມີພິທີ່ອັນ
ສຳຄັນຫລາຍຢ່າງເຊັ່ນວ່າ ພິທີແກ່ຕົ້ນແປກໃສ່ລົດມ້າມາສົ່ງຢູ່ທຳນຽບຂາວ ມີພິທີໃຕ້
ໄຟຕົ້ນຄຣິສມັສແຫ່ງຊາດ ໂດຍປະທານາທິບໍດີ ແລະຄົບງັນກັນຢ່າງມ່ວນຊື່ນດ້ວຍ
ຄະນະວົງດົນຕີວົງໃຫຽ່ໆພ້ອມດ້ວຍນັກຮ້ອງຊື່ດັງຫຼາຍຄົນມາໃຫ້ຄວາມບັນເທີງຈັນ
ເດິກຈົນດື່ນໃນຄໍ່າຄືນດັ່ງກ່າວ.
ເວລານີ້ໂຮງຮຽນເລີ້ມປິດກ່ອນນຶ່ງອາທິດ ເປັນລະດູການທີ່ມີຄົນເດີນທາງຫລາຍທີ່
ສຸດ ເພື່ອກັບບ້ານໄປຢ້ຽມຢາມຄອບຄົວທີ່ຢູ່ໃກ້ແລະໄກ.ໃນວັນທີ 25 ເດືອນທັນວາ
ໂຮງການລັດຖະບານບໍລິສັດຮ້ານຄ້າ ຕະຫລາດປິດເກືອບໝົດ ຖະໜົນຫົນທາງງຽບ
ສະງັດ ປາສຈາກລົດແລ່ນປານເມືອງຮ້າງ. ສິ່ງສໍາຄັນຂອງວັນຄຣິສມັສ ນັ້ນກໍຄືຢູ່ທີ່
ໂບດຂອງຊາວຄຣິສຕຽນ ເຂົາເຈົ້າຈະເຕົ້າໂຮມກັນສູດມົນພາວັນນາ ແລະອວຍພອນ
ໃຫ້ກັນແລະກັນ.