ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານລາວ ວາງແຜນຊຸກຍູ້ ການຜະລິດ ກະສິກຳ ສົກປີ 2018 ນີ້ ໃຫ້ໄດ້ 15.73 ເປີເຊັນ


ນາຍົກລັດຖະມົນຕີລາວ ທ່ານທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ລົງຢ້ຽມຢາມເບິ່ງ ການຜະລິດເຂົ້ານາປີ ຂອງຊາວນາ ໃນປີ 2017.
ນາຍົກລັດຖະມົນຕີລາວ ທ່ານທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ລົງຢ້ຽມຢາມເບິ່ງ ການຜະລິດເຂົ້ານາປີ ຂອງຊາວນາ ໃນປີ 2017.

ລັດຖະບານລາວ ຄາດວ່າ ຜົນຜະລິດໃນພາກກະສິກຳ ຈະກວມເອົາ 15.73 ເປີເຊັນ
ຂອງມູນຄ່າຜະລິດຕະພັນລວມພາຍໃນ ຫຼື GDP ຕະຫຼອດປີ 2018 ແລະຈະຂະຫຍາຍ
ຕົວເພີ່ມຂຶ້ນ ໃນອັດຕາສະເລ່ຍ 2.8 ເປີເຊັນ ທຽບໃສ່ປີ 2017.

ທ່ານພວງປະລິສັກ ປະວົງວຽງຄຳ ຮອງລັດຖະມົນຕີ ກະຊວງກະສິກຳ ແລະປ່າໄມ້
ຖະແຫລງວ່າ ຄະນະລັດຖະບານລາວ ໄດ້ວາງແຜນການຊຸກຍູ້ການຜະລິດໃນພາກ
ກະສິກຳໃນສົກປີ 2018 ນີ້ ໃຫ້ຂະຫຍາຍຕົວເພີ່ມຂຶ້ນ ໃນອັດຕາສະເລ່ຍ 2.8 ເປີເຊັນ
ທຽບໃສ່ປີ 2017 ຊຶ່ງຈະເຮັດໃຫ້ຜົນຜະລິດໃນພາກກະສິກຳມີສັດສ່ວນຄິດເປັນ
15.73 ເປີເຊັນຂອງມູນຄ່າຜະາລິດຕະພັນລວມພາຍໃນ ຫຼື GDP ຂອງລາວ ໃນປີ
2018 ທັງນີ້ ກໍເພື່ອເປັນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ໄດ້
ຢ່າງແທ້ຈິງ ດັ່ງທີ່ທ່ານພວງປະລິສັກ ຢືນຢັນວ່າ:

“ກ່ຽວກັບແຜນ ແລະວຽກຈຸດສຸມດ້ານກະສິກຳ-ປ່າໄມ້ ສຳລັບປີ 2018 ນີ້
ກະຊວງກະສິກຳ ແລະປ່າໄມ້ ໄດ້ມີການຊີ້ນຳ ແລະກຳນົດວຽກຈຸດສຸມ
ທີ່ຕ້ອງໄດ້ສຸມໃສ່ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານໃນທຸກກະຊວງ
ແລະຂະແໜງການ ມີຂະບວນການຟົດຟື້ນ ແລະມີຄວາມຮັບຜິດຊອບສູງ
ໂດຍສືບຕໍ່ໄປຕາມວຽກຈຸດສຸມ ແລະໂຄງການວາງໄວ້ ໃນນີ້ແມ່ນເອົາໃຈ
ໃສ່ ຫັນບັນດາໂຄງການບຸລິມະສິດ ລະດັບຊາດໃຫ້ລະອຽດກວ່າເກົ່າ
ເປັນຕົ້ນແມ່ນໃນໂຄງການສົ່ງເສີມການຜະລິດເປັນສິນຄ້າ ແລະຄ້ຳປະກັນ ຄວາມໝັ້ນຄົງດ້ານສະບຽງອາຫານ.”

ຊາວນາລາວ ກຳລັງພາກັນຂຸ້ນຂ້ຽວປູກເຂົ້າ ຕາມລະດູການ ຢ່າງຕັ້ງໜ້າຕັ້ງຕາ ໃນລະດູການ ປີ 2017.
ຊາວນາລາວ ກຳລັງພາກັນຂຸ້ນຂ້ຽວປູກເຂົ້າ ຕາມລະດູການ ຢ່າງຕັ້ງໜ້າຕັ້ງຕາ ໃນລະດູການ ປີ 2017.

ແຕ່ຢ່າງໃດກໍຕາມ ການຜະລິດໃນດ້ານກະສິກຳຂອງລາວ ໃນປີ 2017 ທີ່ຜ່ານມາ
ກໍສາມາດຈັດຕັ້ງປະຕິບັດໄດ້ຕ່ຳກວ່າແຜນການທີ່ວາງໄວ້ ໂດຍສະເພາະ ກໍແມ່ນ
ການຜະລິດເຂົ້າໄດ້ຕ່ຳກວ່າເປົ້າໝາຍທີ່ວາງໄວ້ ເຖິງ 300,000 ໂຕນ ເພາະຜົນ
ກະທົບ ຈາກໄພນ້ຳຖ້ວມ ແລະໄພແຫ້ງແລ້ງໃນປີດຽວກັນ ຊຶ່ງເຮັດໃຫ້ການຜະລິດ
ດ້ານສະບຽງອາຫານ ສາມາດຈັດຕັ້ງປະຕິບັດໄດ້ 85 ເປີເຊັນຂນອງແຜນການປີ.

ທັງນີ້ ອົງການອາຫານ ແລະການກະເສດແຫ່ງສະຫະປະຊາດຊາດ ຫຼື FAO ລະບຸ
ວ່າ ພາຍຸເຊິ່ນກາ ເຮັດໃຫ້ເນື້ອທີ່ນາຂອງກະເສດຕະກອນລາວ ເສຍຫາຍໄປຫຼາຍ
ກວ່າ 37,800 ເຮັກຕາ ສັດລ້ຽງປະເພດງົວ ຄວາຍ ໝູ ແບ້ ແລະສັດປີກອີກວ່າ 23,500
ໂຕ ສູນຫາຍໄປ ກັບກະແສນ້ຳ ແລະອື່ນໆ ທີ່ຄິດເປັນຄວາມເສຍຫາຍຫຼາຍກວ່າ 55.5
ຕື້ກີບ ທັງກໍຍັງຈະສົ່ງຜົນກະທົບຕໍ່ເປົ້າໝາຍການຜະລິດ ແລະການສົ່ງອອກຜົນຜະລິດ
ກະສິກຳຂອງລາວ ໄປຕ່າງປະເທດອີກດ້ວຍ.

ນອກຈາກນັ້ນ ການປູກເຂົ້າຢູ່ນອກເຂດຊົນລະປະທານ ຍັງມີຄວາມສຽງສູງ ຕໍ່ການ
ປ່ຽນແປງຂອງສະພາບດິນຟ້າອາກາດ ທັງໄພແຫ້ງແລ້ງ ແລະນ້ຳຖ້ວມອີກດ້ວຍ ດັ່ງຈະ
ເຫັນໄດ້ຈາກລະດູແລ້ງຂອງປີ 2017 ທີ່ກະເສດຕະກອນລາວໃນທົ່ວປະເທດ ປູກເຂົ້າ
ນາແຊງໄດ້ໃນເນື້ອທີ່ລວມພຽງ 94,700 ກວ່າເຮັກຕາ ຄິດເປັນ 75 ເປີເຊນ ຂອງແຜນ
ການ ແລະໃນຫຼາຍເຂດ ກໍສາມາດປະຕິບັດໄດ້ພຽງ 35 ເປີເຊັນ ຂອງແຜນການເທົ່າ
ນັ້ນ ໂດຍມີສາເຫດມາຈາກໄພທຳມະຊາດ ທີ່ສົມທົບດ້ວຍການມີລະບົບຄອງຊົນລະ
ປະທານຢ່າງຈຳກັດ ແລະເປ່ເພ ຈຶ່ງເຮັດໃຫ້ກະເສດຕະກອນລາວ ພາກັນຫັນປຽນໄປ
ປູກພືດຊະນິດອື່ນໆ ທີ່ມີລາຄາສູງກວ່າເຂົ້າ.

ແຕ່ຢ່າງໃດກໍຕາມ ສຳລັບໃນປີ 2018 ນີ້ ລັດຖະບານລາວ ກໍໄດ້ວາງແຜນການຊຸກຍູ້
ການຜະລິດ ເຂົ້າເພື່ອສົ່ງອອກໄປຕ່າງປະເທດ ໃຫ້ໄດ້ເຖິງ 4 ແສນໂຕນ ດ້ວຍການ
ຂະຫຍາຍເນື້ອທີ່ປູກເຂົ້າໃຫ້ກວ້າງກວ່າ 1 ລ້ານເຮັກຕາ ແລະມີສະມັດຖະພາບ
ສະເລ່ຍ 4.2 ໂຕນຕໍ່ເຮັດຕາ ຊຶ່ງຈະເຮັດໃຫ້ມີຜົນຜະລິດເຂົ້າລວມບໍ່ນ້ອຍກວ່າ 4.22
ລ້ານໂຕນ ໃນທົ່ວປະເທດ ທີ່ແບ່ງເປັນຜົນຜະລິດເຂົ້ານາແຊງ 475,600 ໂຕນ ນາປີ
3,553,000 ໂຕນ ແລະເຂົ້າໄຮ່ 200,000 ໂຕນ ຕາມລຳດັບ.

ທັງນີ້ ໂດຍຄາດວ່າ ໃນຕະຫຼອດປີ 2018 ປະຊາຊົນລາວ ຈະຕ້ອງການບໍລິໂພກເຂົ້າ
ໃນປະລິມານລວມ ບໍ່ຕ່ຳກວ່າ 2,700,000 ໂຕນ ແລະເກັບໄວ້ໃນຄັງແຮ່ສຸກເສີນ 4
ແສນໂຕນ ນອກຈາກນັ້ນ ກໍຈະຕອບສະໜອງໃຫ້ກັບອຸດສາຫະກຳການແປຮູບ ພາຍ
ໃນ 5-6 ແສນໂຕນ ແລະສົ່ງອອກໄປຕ່າງປະເທດ ໃນປະລິມານລວມ 4 ແສນໂຕນ
ດັ່ງກ່າວ ຫາກແຕ່ວ່າ ການບັນລຸເປົ້າໝາຍໃນຕົວຈິງນັ້ນ ກໍບໍ່ແມ່ນເລື່ອງງ່າຍ ເພາະ
ຜົນຜະລິດເຂົ້າໃນລາວຍັງບໍ່ໄດ້ຄຸນນະພາບຕາມຄວາມຕ້ອງການຂອງຕະຫຼາດ
ໃນຕ່າງປະເທດນັ້ນເອງ.

XS
SM
MD
LG