ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໘ ຕຸລາ ໒໐໒໔

ທ່ານ ລະນອນ ບັກຄໍາ ຈາກລັດໄອໂອວາ ສະໝັກແຂ່ງຂັນເອົາຕໍາແໜ່ງຜູ້ແທນໃນສະພາຂອງ ສະຫະລັດ


ທ່ານ ລະນອນ ບັກຄໍາ ເປັນຄົນອາເມຣິກັນ ເຊື້ອສາຍລາວແລະໄທ ຄົນ​ທຳ​ອິດທີ່ລົງແຂ່ງຂັນຊິງເອົາຕໍາແໜ່ງເປັນຜູ້ແທນຂອງລັດໄອໂອວາຢູ່ໃນລັດຖະສະພາສະຫະລັດ.
ທ່ານ ລະນອນ ບັກຄໍາ ເປັນຄົນອາເມຣິກັນ ເຊື້ອສາຍລາວແລະໄທ ຄົນ​ທຳ​ອິດທີ່ລົງແຂ່ງຂັນຊິງເອົາຕໍາແໜ່ງເປັນຜູ້ແທນຂອງລັດໄອໂອວາຢູ່ໃນລັດຖະສະພາສະຫະລັດ.

ທ່ານ ລະນອນ ບັກຄໍາ ເປັນຄົນອາເມຣິກັນ ເຊື້ອສາຍ ລາວແລະໄທ ຄົນ​ທຳ​ອິດທີ່ລົງ ແຂ່ງຂັນຊິງເອົາຕໍາແໜ່ງເປັນຜູ້ແທນຂອງລັດໄອໂອວາຢູ່ໃນລັດຖະສະພາສະ ຫະລັດ ຊຶ່ງທ່ານໄດ້ຕາງໜ້າໃຫ້ພັກເດໂມແຄຣັດ ເພື່ອຊິງເອົາຕໍ່າແໜ່ງສະພາຕໍ່າ ຈາກທ່ານ ແຊັກ ນັນ (Zack Nun) ສັງກັດພັກຣີພັບບລິກັນໃນການເລືອກຕັ້ງທີ່ ຈະຈັດຂຶ້ນໃນ ວັນທີ 5 ພະຈິກນີ້. ບົວສະຫວັນ ມີລາຍລະອຽດມາສະເໜີທ່ານໃນ ອັນດັບຕໍ່ໄປ.

ວັນທີ 5 ພະຈິກນີ້ ນອກຈາກການປ່ອນບັດເລືອກຕັ້ງເອົາປະທາ ນາທິບໍດີແລ້ວ ປະຊາຊົນອາເມຣິກັນໃນ 50 ລັດທົ່ວປະເທດຍັງຈະ ເລືອກເອົາຜູ້ ແທນສະພາຕໍ່າ ແລະສະພາສູງຈໍານວນນຶ່ງໃຫ້ໄປປະຈໍາຢູ່ໃນລັດຖະສະພາ ຂອງສະຫະລັດ ໃນນະຄອນຫລວງວໍຊິງຕັນ.

ພາຍໃຕ້ຄໍາຂວັນຫັນປ່ຽນສີແດງໃຫ້ກາຍເປັນສີຟ້າໃນລັດໄອໂອວານັ້ນ, ທ່ານ ລະນອນ ບັກຄໍາ (Lenon Baccam) ຖືກຄັດເລືອກໃຫ້ເປັນຜູ້ຕາງໜ້າພັກ ເດໂມແຄຣັດ ຊິງເອົາຕໍາແໜ່ງສະມາຊິກສະພາຕໍ່າຈາກທ່ານ ແຊັກ ນັນ (Zack Nun) ທີ່ສັງກັດພັກຣີພັບບລິກັນ.

ເມື່ອຖາມເຖິງເຫດຜົນໃນການລົງແຂ່ງຂັນຄັ້ງທໍາອິດ ຂອງທ່ານນີ້ ທ່ານຕອບວ່າ:

“ບໍ່ຕ້ອງຖາມເລີຍ ຢູ່ໃນໃຈຂອງຂ້າພະເຈົ້າທີ່ວ່າປະຫວັດສາດຂອງຂ້າພະເຈົ້າ ແລະ ປະສົບການຂອງຄອບຄົວໃນການມາຕັ້ງຖິ່ນຖານຢູ່ໃນສະຫະລັດ ຄືເຫດ ຜົນສ່ວນໃຫຍ່ທີ່ພາໃຫ້ຂ້າພະເຈົ້າລົງແຂ່ງຂັນໃນເວລານີ້, ແລະນັ້ນກໍເປັນມູນ ເຊື້ອຂອງລັດໄອໂອວາໜີ້ ຊຶ່ງອະດີດຜູ້ປົກຄອງລັດຂອງພວກເຮົາ ທ່ານ ບອບ ເຣ (Bob Ray) ເປັນຜູ້ນໍາໜ້າໃນການພະຍາຍາມເອົາອົບພະຍົບຈາກເອເຊຍ ຕາເວັນອອກສຽງໃຕ້, ຈາກລາວໃຫ້ມາຕັ້ງຖິ່ນຖານໃໝ່ໃນລັດໄອໂອວາ ຊຶ່ງໃນນັ້ນມີຢູ່ສອງຄື້ນຄື: ທີນຶ່ງແມ່ນໃນປີ 1975 ແລະອີກຄື້ນນຶ່ງແມ່ນໃນປີ 1980. ແມ່ ແລະ ພໍ່ຂອງຂ້າພະເຈົ້າມາທີ່ນີ້ໃນປີ 1980 ກັບເອື້ອຍ. ພໍ່ຂ້າພະເຈົ້າເປັນໄທດໍາ, ແມ່ເປັນຄົນລາວ. ຂ້າພະເຈົ້າເກີດ ແລະໃຫຍ່ຢູ່ໃນເມືອງ ນ້ອຍໆໃນລັດນີ້.”

ນອກຈາກນັ້ນ ຍັງມີເຫດຜົນອັນທີສອງອີກທີ່ພາໃຫ້ທ່ານຕັດສິນໃຈລົງແຂ່ງຂັນ ຊຶ່ງທ່ານບອກວ່າ:

“ການຢູ່ທີ່ຢູ່ໃນລັດໄອໂອວາໜີ້, ຂ້າພະເຈົ້າຮູ້ວ່າມັນມີອະນາຄົດທີ່ດີກວ່າ ສໍາລັບ ພວກເຮົາ. ທັງນີ້ ກໍຍ້ອນວ່າມີບາງກົດຫມາຍທີ່ຖືກຮັບຮອງເອົາທີ່ບໍ່ມີຜົນດີຕໍ່ແມ່ຍິງ ແລະບໍ່ດີຕໍ່ໂຮງຮຽນ. ໃນການຫ້າມເຮັດແທ້ງລູກເກືອບວ່າສິ້ນເຊີງເລີຍນັ້ນ ຄູ່ແຂ່ງ ຂອງຂ້າພະເຈົ້າເປັນຜູ້ສະຫນັບສະຫນູນທີ່ສໍາຄັນ. ລາວໄດ້ວາງພື້ນຖານສໍາລັບ ການຫ້າມເອົາລູກອອກໃນລັດໄອໂອວາ ແລະຢູ່ໃນໂຮງຮຽນກໍເຊັ່ນກັນ ທ່ານ ແຊັກ ນັນ (Zach Nunn) ໄດ້ມີການໂອນເງິນຂອງລັດໄປໃຫ້ໂຮງຮຽນເອກະຊົນ. ຄົນໃນລັດ ໄອໂອວາ ຢາກເຫັນໂຮງຮຽນລັດຂອງເຂົາເຈົ້າໄດ້ຮັບການສະຫນັບ ສະຫນູນໃນວິທີທີ່ສາມາດເປັນໄປໄດ້. ແລະນັ້ນກໍ່ແມ່ນເຫດຜົນອີກອັນນຶ່ງທີ່ວ່າ ເປັນຫຍັງຂ້າພະເຈົ້າຈຶ່ງລົງແຂ່ງຂັນໃນທຸກວັນນີ້.”

ທ່ານຈາວ ລີ (Chao Lee), ຄົນອາເມຣິກັນເຊື້ອສາຍມົ້ງທີ່ອາໄສໃນລັດໄອໂອ ວານັ້ນ ເຫັນວ່າມັນເປັນຄັ້ງທໍາອິດໃນປະຫວັດສາດຂອງຊາວອົບພະຍົບທີ່ມາ ຈາກລາວ ທີ່ໄດ້ຕັ້ງຖິ່ນຖານຢູ່ໃນສະຫະລັດມາໄດ້ 40 ກວ່າປີແລ້ວ ຈຶ່ງມີລູກ ຫລານຂອງຕົນສາມາດລົງແຂ່ງຂັນເອົາຕໍາແໜ່ງສູງຂັ້ນນີ້ ໃນລະບົບການປົກຄອງ ຂອງສະຫະລັດໄດ້. ສະນັ້ນເຖິງແມ່ນທ່ານ ໄດ້ລົງທະບຽນປ່ອນບັດ ແລະ ສະໜັບ ສະໜູນພັກຣີພັບບລິກັນມາໂດຍຕະຫລອດກໍຕາມ ແຕ່ໃນການເລືອກຕັ້ງຄັ້ງນີ້ ທ່ານຈະເລືອກເອົາທ່ານ ລະນອນ ທີ່ສັງກັດພັກເດໂມແຄຣັດ ຊຶ່ງທ່ານບອກວ່າ:

“ເພາະວ່າ ປານນີ້ເຮົາຈັ່ງມີຜູ້ນຶ່ງທີ່ເວົ້າໄປນັ້ນ ເຖິງຈັ່ງໃດກໍຢ່າ ຄົນເຮົາທີ່ວ່າມາ ນໍາກັນເນະ ຮູ້ຈັກກັນວ່າມີຫຍັງເພິ່ນກະຊິເຮັດໃຫ້ຄົນເຮົາ ຈະເປັນຄົນທີ່ມາຈາກ ລາວບໍ, ຫວຽດນາມບໍ, ໄທບໍ ຫັ້ນໜາ ລະກາຄຶດແນວນັ້ນຫລະ ຈຶ່ງຕັດສິນໃຈວ່າຊິ ອູ້ມຊູລາວ ຊິເລືອກລາວຊັ້ນໜາ.”

ແຕ່ສໍາລັບທ່ານຊາງ ວາງ ທີ່ເຄີຍເປັນຄົນສັງກັດພັກເດໂມແຄຣັດໄດ້ຫລາຍສິບປີ ແລະປ່ຽນມາເປັນຄົນສັງກັດໃນພັກຣີພັບບລິກັນໄດ້ສິບກວ່າປີມານີ້ ກັບເຫັນ ວ່າ ຈະເປັນຄົນມາຈາກຊົນຊາດສ່ວນໃຫຍ່ ຫລືສ່ວນນ້ອຍກໍຕາມ ທ່ານຈະເລືອກເອົາ ຜູ້ສະຫມັກທີ່ມາຈາກພັກຣີພັບບລິກັນໄປປະຈໍາທັງໃນສະພາສູງ ແລະສະພາ ຕໍ່າຕະຫລອດທັງເປັນປະທານາທິບໍດີຂອງສະຫະລັດ ເພາະທ່ານມັກນະໂຍບາຍ ຂອງພັກນີ້. ໂດຍອີງຕາມຄວາມຄິດສ່ວນຕົວແລ້ວທ່ານກ່າວຕໍ່ພວກເຮົາວ່າ:

“ຖ້າ​ຫາກ​ຄົນອາ​ເມ​ລິ​ກັນຄິດ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ຂອງ​ໂລກແລ້ວ, ພວກ​ເຂົາ​ເຈົ້າ​ຕ້ອງ​ເລືອກ​ເອົາຜູ້​ສະ​ໝັກເລືອກ​ຕັ້ງທີ່ມາຈາກ​ພັກຣີ​ພັບ​ບ​ລິ​ກັນ ຈະ​ດີກວ່າ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ພັກ​ເດ​ໂມ​ແຄ​ຣັດ. ຂ້າພະເຈົ້າບໍ່ມີຄວາມກຽດຊັງຜູ້ຊາຍຫຼືແມ່ຍິງ ດອກ. ​ແຕ່​ຂ້າພະ​ເຈົ້າ​ຄິດ​ວ່າໃນເວລາ​ນີ້ພວກ​ເຮົາ​ຕ້ອງການ​ຜູ້​ຊາຍ​ທີ່​ເຂັ້ມ​ແຂງ​ ທີ່​ຈະ​ມີ​ການ​ຄວບ​ຄຸມ​ໃນ​ສະພາຕໍ່າ ແລະ​ສູງ​ຂອງສະຫະລັດຫຼາຍ​ກວ່າ​ ​ແລະທັງ​ຍັງ​ຄວບ​ຄຸມ​ທະຫານ​ອີກເພື່ອ​ນຳ​ເອົາ​ສັນຕິພາບ​ມາ​ໃຫ້​ປະຊາຊົນ​ໃນ​ທົ່ວໂລກ.”

ໃນສະພາຕໍ່າຂອງສະຫະລັດນັ້ນມີທັງໝົດ 435 ບ່ອນ ຊຶ່ງສອງປີໃດຕ້ອງມີການ ເລືອກຕັ້ງໃໝ່ເທືື່ອນຶ່ງ. ໃນນັ້ນທັງຜູ້ດໍາລົງຕໍາແໜ່ງຢູ່ ແລະຜູ້ທ້າຊິງເອອົາຕໍາແໜ່ງ ຕ້ອງແຂ່ງຂັນກັນ. ໃນບາງເຂດກໍມີການແຂ່ງຂັນດຸເດືອດລະຫວ່າງສອງພັກການ ເມືອງ. ແລະເຂດເລືອກຕັ້ງທີ 3 ໃນລັດໄອໂອວາທີ່ທ່ານລະນອນ ບັກຄໍາລົງ ສະໝັກເລືອກຕັ້ງນັ້ນ ກໍເປັນນຶ່ງໃນ 54 ເຂດໃນສະຫະລັັດທີ່ເປັນມີການແຂ່ງຂັນ ກັນຢ່າງດຸດເດືອດໃນໄລຍະນີ້ ອີງຕາມເວັບໄຊ ບາລລອດ ພີເດຍ https://ballotpedia.org/United_States_Congress_elections,_2024

ໃນລັດໄອໂອວາ ພັກຣີພັບບລິກັນມີປະຫວັດໄດ້ເປັນຜູ້ແທນສະພາສູງ ແລະສະພາ ຕໍ່າຫລາຍສະໄໝກວ່າພັກເດໂມແຄຣັດ. ຖ້າວ່າທ່ານລະນອນຊະນະການເລືອກ ຕັ້ງຄັ້ງນີ້ ທ່ານບໍ່ພຽງຈະໄດ້ເປັນຜູ້ສ້າງປະຫວັດສາດ ໜ້າໃໝ່ໃຫ້ແກ່ຄົນອາ ເມຣິກັນ ທີ່ມີເຊື້ອສາຍລາວ ແລະໄທດໍາເທົ່ານັ້ນ ແຕ່ຍັງຈະປະ ກອບສ່ວນອັນ ສໍາຄັນໃຫ້ແກ່ພັກເດໂມແຄຣັດອີກ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG