ກ່ອນສົງຄາມກາງເມືອງໃນຊີເຣຍ, ຮ່ອງຮອຍວັດຖຸບູຮານຂອງເມືອງພາລມີຣາ ແມ່ນນຶ່ງໃນສະຖານທີ່ທ່ອງທ່ຽວສໍາຄັນທີ່ດຶງດູດນັກທ່ອງທ່ຽວຫຼາຍທີ່ສຸດຂອງປະເທດ. ແຕ່ ອີງຕາມການລາຍງານຂອງ ແຮເທີ ເມີດັອກ ນັກຂ່າວ VOA ແລ້ວ, ເມືອງທີ່ທັນໄມແຫ່ງນີ້ເອງ ບັດນີ້ກໍໄດ້ກາຍມາເປັນເສດຊາກຫັກເພ ແລະເຕັມໄປດ້ວຍລະເບີດຝັງດິນ ເຊິ່ງໄດ້ສັງຫານຜູ້ຄົນຈໍານວນຫຼາຍໃນເວລາທີ່ພວກເຂົາພະຍາຍາມກັບຄືນໄປຍັງບ້ານເຮືອນຂອງພວກເຂົາເຈົ້າ.
ນີ້ແມ່ນເມືອງເກົ່າ ພາລມີຣາ, ຂອງປະເທດຊີເຣຍ, ທີ່ມີຊື່ສຽງກ່ຽວກັບຊາກຫັກເພຂອງເມືອງທີ່ຍິ່ງໃຫຍ່ ຕັ້ງຢູ່ໃນເສັ້ນທາງທີ່ເຄີຍເຊື່ອມຕໍ່ອານາຈັກ ໂຣມັນ ກັບອານາຈັກບູຮານຂອງເອເຊຍ.
ເຮເທີ ເມີດັອກ ກ່າວວ່າ:
“ກ່ອນສົງຄາມກາງເມືອງ, ບັນດານັກທ່ອງທ່ຽວຈາກທົ່ວໂລກ ເຄີຍມາທີ່ນີ້ເພື່ອຢ້ຽມຊົມຊາກຫັກເພເຫຼົ່ານັ້ນ, ແຕ່ປັດຈຸບັນ ສະຖານທີ່ຕ່າງໆເຫຼົ່ານີ້ ເກືອບແປນໝົດແລ້ວ.”
ເມືອງທີ່ທັນສະໄໝໂດຍສ່ວນໃຫຍ່ ທີ່ຢູ່ໃກ້ຄຽງ ພາລມີຣາ ຫຼາຍແຫ່ງ ໄດ້ຖືກທຳລາຍໃນຊ່ວງສົງຄາມ, ແລະຄຸ້ມບ້ານຫຼາຍແຫ່ງ ທີ່ຍັງຫລົງເຫຼືອ ກໍເຕັມໄປດ້ວຍລະເບີດຝັງດິນ.
ຜູ້ຊາຍຄົນນີ້ ແມ່ນສ່ວນນຶ່ງຂອງກຸ່ມທີ່ຮ້ອງວ່າ “ນັກວິສະວະກອນ,” ເຊິ່ງພະຍາຍາມເກັບກູ້ລະເບີດຢູ່ໃນເມືອງດັ່ງກ່າວ. ລາວໃຫ້ຮ້ອງຊື່ຫຼິ້ນ ວ່າ ອາບູ ຮຸສເຊນ (Abu Hussein) ແລະ ກ່າວວ່າ ລາວບໍ່ຕ້ອງການຖືກລະບຸໂຕ ໃນກໍລະນີທີ່ສົງຄາມ ອາດເລີ້ມຕົ້ນຂຶ້ນອີກຄັ້ງ.
ທ່ານ ອາບູ ຮຸສເຊນ, ນັກວິສະວະກອນ ກ່າວເປັນພາສາອາຣັບວ່າ:
“ມີປະມານ 6 ຫຼື 7 ຄົນ ໄດ້ເສຍຊີວິດຍ້ອນລະເບີດຝັງດິນ ເນື່ອງຈາກລະເບີດດັ່ງກ່າວ ຖືກປະຖິ້ມໄວ້ຕາມບ້ານເຮືອນ ທີ່ເຄີຍຖືກນຳໃຊ້ໂດຍກອງກໍາລັງຕ່າງໆ ແລະໃຊ້ເປັນຖານທັບຂອງທະຫານ. ພື້ນທີ່ທັງໝົດຢູ່ທີ່ນີ້ ມີແຕ່ລະເບີດຝັງດິນ. ພວກເຮົາ ກຳລັງເກັບກູ້ລະເບີດຝັງດິນຢູ່ໃນເມືອງແຫ່ງນີ້ ແລະວັດຖຸລະເບີດທີ່ຍັງຫຼົງເຫຼືອຈາກລະບອບການປົກຄອງເກົ່າ, ຂອງ ຣັດເຊຍ ແລະ ອີຣ່ານ.”
ໃນປີ 2015, ພວກຫົວຮຸນແຮງລັດອິສລາມ ໄດ້ເຂົ້າຍຶດເອົາຂົງເຂດດັ່ງກ່າວ, ໂດຍທຳລາຍວັດຖຸບູຮານຫຼາຍແຫ່ງຢູ່ທີ່ນີ້. ລັດຖະບານຊີເຣຍ ຂອງປະທານາທິບໍດີ ບາຊາ ອາລ-ອາຊາດ ທີ່ປັດຈຸບັນຖືກໂຄ່ນລົ້ມແລ້ວ, ໄດ້ຍຶດເອົາເມືອງເກົ່າ ພາລມີຣາ ຄືນມາໄດ້.. ແຕ່ນະເວລານັ້ນ ເມືອງສ່ວນໃຫຍ່ກໍຖືກທຳລາຍໄປແລ້ວເຊັ່ນກັນ.
ສະມາຊິກຂອງກຸ່ມນັກວິສະວະກອນ ສະແດງໃຫ້ພວກເຮົາເຫັນສິ່ງທີ່ຍັງຫຼົງເຫຼືອຢູ່ໃນຖານທັບທີ່ເຂົາເຈົ້າເວົ້າວ່າ ເຄີຍຖືກຄວບຄຸມໂດຍ ອີຣ່ານ ໃນຊ່ວງທີ່ ທ່ານ ອາຊາດ ປົກຄອງປະເທດ ຈົນຮອດເວລາທີ່ກຸ່ມກະບົດໄດ້ເຂົ້າມາຍຶດເອົາເມືອງ ແລະພື້ນທີ່ສ່ວນໃຫຍ່ຂອງຊີເຣຍ ຄືນມາໄດ້ ໃນທ້າຍປີທີ່ຜ່ານມາ.
ປະຊາຊົນຊາວຊີເຣຍຫຼາຍຄົນ ພະຍາຍາມກັບຄືນໄປຍັງບ້ານເກີດຂອງຕົນ ນັບຕັ້ງແຕ່ສົງຄາມໄດ້ສິ້ນສຸດລົງໃນຊ່ວງເວລານັ້ນ. ແຕ່ໃນບໍລິເວນເມືອງເກົ່າ ພາລມີຣາ, ການຟື້ນຟູພົບກັບຄວາມຫຼ້າຊ້າ ເນື່ອງຈາກກຸ່ມວິສະວະກອນກ່າວວ່າ ພວກເຂົາເຈົ້າບໍ່ມີອຸປະກອນທີ່ຈໍາເປັນສະເພາະ ເພື່ອກໍາຈັດລະເບີດຝັງດິນເຫຼົ່ານັ້ນ.
ທ່ານ ອາບູ ຮຸສເຊັນ, ນັກວິສະວະກອນ ກ່າວເປັນພາສາອາຣັບວ່າ:
“ເຈົ້າຂອງທີ່ດິນຈໍານວນນຶ່ງຈະກັບຄືນມາເທື່ອລະໜ້ອຍ ເມື່ອພວກເຂົາເຈົ້າສາມາດມີການບໍລິການຕ່າງໆເຊັ່ນ: ນ້ໍາ ຫຼື ໄຟຟ້າ ທີ່ສະໜອງໃຫ້ໂດຍຜູ້ນໍາຂອງເມືອງ. ແຕ່ມັນເປັນໄປໄດ້ຊ້າຫຼາຍ ຍ້ອນລະເບີດຝັງດິນທີ່ຍັງຫຼົງເຫຼືອຢູ່.”
ຂະນະນີ້, ບັນດານັກຊ່ຽວຊານກໍາລັງຜັກດັນໃຫ້ມີການຟື້ນຟູຊາກຫັກເພຂອງເມືອງບູຮານ ພາລມີຣາ, ໂດຍເຈົ້າໜ້າທີ່ອົງການສະຫະປະຊາຊາດ ກ່າວວ່າ ພວກເຂົາເຈົ້າຈະພິຈາລະນາໃນການຊ່ວຍເຫຼືອ ກ່ຽວກັບການກໍ່ສ້າງຄືນໃໝ່, ອີງຕາມອົງການຂ່າວ AP.
ປະຊາຊົນທີ່ອາໄສຢູ່ໃນທ້ອງຖິ່ນ ກ່າວວ່າ ພວກເຂົາເຈົ້າຍັງຄົງຝັນເຫັນວັນທີ່ບັນດານັກທ່ອງທ່ຽວຕ່າງປະເທດກັບຄືນມາ, ແລະນັ້ນ ຈະເຮັດໃຫ້ອຸດສາຫະກໍາການທ່ອງທ່ຽວຂອງພວກເຂົາເຈົ້າ ກັບຄືນມາສູ່ທຸລະກິດອີກຄັ້ງ.
ນະເວລານີ້, ພວກເຂົາເຈົ້າກ່າວວ່າ ພວກເຂົາເຈົ້າພຽງແຕ່ຫວັງວ່າ ລະເບີດທັງຫຼາຍ ຈະຢຸດແຕກຂຶ້ນຢູ່ໃນບໍລິເວນຄຸ້ມບ້ານຂອງພວກເຂົາເຈົ້າ.
ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ
Before Syria’s civil war, the ancient ruins of Palmyra were one of the country’s premier tourist attractions. But as VOA’s Heather Murdock reports, the modern city is itself now in ruins and littered with mines that have killed several people trying to return to their homes.
This is Palmyra, Syria, famous for the ruins of a great city on a road that once connected the Roman Empire to the ancient empires of Asia.
“Before the civil war, tourists from all over the world used to come here to visit these ruins, but now the sites are nearly empty.”
Much of the nearby modern city of Palmyra was destroyed in the war, and many neighborhoods remain littered with land mines.
This man is part of a group known as “The Engineers,” which is trying to clear the city of the bombs. He goes by the nickname Abu Hussein and says he doesn’t want to be identified in case the war starts again.
Abu Hussein, The Engineers, Male in Arabic:
“Six or seven people were killed by land mines because [the mines] were left behind in the homes used by the various forces and the military bases. This area was all mined. We are clearing the city of mines and the explosives left over from the regime, the Russians and the Iranians.”
In 2015, Islamic State militants took over the area, destroying many of the ancient treasures here. The Syrian government of the now-fallen President Bashar al-Assad then recaptured Palmyra…but by then much of the city was also destroyed.
Members of the engineers’ group show us what is left of bases they say were manned by Iranians who, among others, controlled the city under Assad until rebel groups took it—and most of Syria—late last year.
Many Syrians are trying to return to their homes since the war essentially ended at that time. But in Palmyra, the revival is slow because the engineers’ group says it doesn’t have the specialized equipment needed to remove the mines.
Abu Hussein, The Engineers, Male in Arabic:
“Some landowners are coming back gradually when they can find services like water or electricity provided by the city leaders. But it’s happening slowly because of the [explosives] left behind.”
Experts are now pushing for restoration of the ruins of ancient Palmyra, with United Nations officials saying they will consider assisting in the reconstruction, according to the Associated Press.
Locals say they dream of the day international tourists return, and that their tourism industry will be back in business.
For now, they say, they just hope that bombs stop exploding in their neighborhoods.
ຟໍຣັມສະແດງຄວາມຄິດເຫັນ