ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການກໍ່ສ້າງເຮືອນ ແລະ ການຈັດສັນທີ່ດິນ ໃຫ້ປະຊາຊົນ ທີ່ຖືກກະທົບຈາກ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຍັງມີບັນຫາຫຼາຍດ້ານ


ຜູ້ເຄາະຮ້າຍຈາກໄພນໍ້າຖ້ວມອະນາໄມຜ້າພົມຢູ່ໜ້າເຮືອນຂອງລາວໃນເມືອງສະໜາມໄຊ, ແຂວງອັດຕະປື. 26 ກໍລະກົດ 2018.
ຜູ້ເຄາະຮ້າຍຈາກໄພນໍ້າຖ້ວມອະນາໄມຜ້າພົມຢູ່ໜ້າເຮືອນຂອງລາວໃນເມືອງສະໜາມໄຊ, ແຂວງອັດຕະປື. 26 ກໍລະກົດ 2018.

ການກໍ່ສ້າງເຮືອນ ແລະ ການຈັດສັນທີ່ດິນທຳກິນຢ່າງຖາວອນໃຫ້ຊາຊົນທີ່ຖືກກະທົບຈາກກໍລະນີເຂື່ອນເຊປຽນ-ເຊນໍ້ານ້ອຍແຕກທີ່ແຂວງອັດຕະປືໃນປີ 2018 ນັ້ນຍັງປະສົບບັນຫາໃນຫຼາຍໆດ້ານ.


ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ການຍອມຮັບວ່າການຟື້ນຟູສະພາບຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກນັບແຕ່ເດືອນກໍລະກົດ 2018 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ຍັງປະສົບບັນຫາໃນຫຼາຍໆດ້ານ ໂດຍສະເພາະແມ່ນການກໍ່ສ້າງເຮືອນພັກ ແລະ ການຈັດສັນທີ່ທຳກິນຢ່າງຖາວອນໃຫ້ກັບຜູ້ປະສົບໄພນັ້ນໄດ້ເກີດບັນຫາຊັກຊ້າເລື້ອຍມາ ເພາະມີບັນຫາດ້ານງົບປະມານ ສ່ວນການຊົດເຊີຍຄ່າເສຍຫາຍຕ່າງໆທີ່ເປັນຄວາມຮັບຜິດຊອບຂອງກຸ່ມຜູ້ລົງທຶນໃນໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍນັ້ນກໍດຳເນີນການໄດ້ຢ່າງຊັກຊ້າ ຈຶ່ງເຮັດໃຫ້ທາງການ ລາວ ຕ້ອງຂໍການຊ່ວຍເຫຼືອຈາກຕ່າງປະເທດໃຫ້ເຂົ້າມາສົມທົບອີກທາງນຶ່ງດ້ວຍ ດັ່ງທີ່ທ່ານ ຄຳແພງ ໄດ້ໃຫ້ການຢືນ ຢັນວ່າ

“ຮອດປັດຈຸບັນນີ້ຖືວ່າຍັງມີຫຼາຍບັນຫາທີ່ພວກເຮົາຈະໄດ້ພ້ອມກັນສູ້ຊົນ ໂດຍສະເພາະວຽກງານການຄຸ້ມຄອງສູນພັກເຊົາຫຼືວ່າການຊ່ວຍເຫຼືອສົງເຄາະທາງດ້ານການເງິນ ແລະ ເຂົ້າກິນ, ການກໍ່ ສ້າງເຮືອນຖາວອນ, ການຈັດສັນທີ່ດິນໃຫ້ປະຊາຊົນໃນການນຳໃຊ້ເຂົ້າໃນການຜະລິດ ຫຼືວ່າການສົ່ງເສີມການຜະລິດ, ການຝຶກອາຊີບ,​ ການປິ່ນປົວທາງດ້ານສຸຂະພາບ ຫຼືວ່າທາງດ້ານການສຶກສາໃຫ້ລູກໆຫຼານໆ ເຮົາໄດ້ເຂົ້າຮໍ່າຮຽນ ຫຼືວ່າການຊ່ວຍເຫຼືອທົ່ວໆໄປ.”

ສ່ວນເຈົ້າໜ້າທີ່ອົງການ UNICEF ເປີດເຜີຍວ່າປະຊາຊົນ ລາວ ທີ່ເມືອງສະໜາມໄຊທີ່ຖືກກະທົບຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຍັງຈະຕ້ອງຄອຍຖ້າຕໍ່ໄປຈົນເຖິງປີ 2022 ຈຶ່ງຈະມີທີ່ຢູ່ອາໄສຖາວອນ ເພາະວ່າທາງການ ລາວ ກັບກຸ່ມຜູ້ລົງທຶນໃນໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍຈາກ ເກົາຫຼີໃຕ້ ນັ້ນຫາກໍ່ສາມາດຕົກລົງຮ່ວມກັນໄດ້ ແລະ ໄດ້ເລີ່ມລົງມືດຳເນີນການຕົວຈິງເມື່ອເດືອນມິຖຸນາ 2020 ນີ້ດັ່ງທີ່ເຈົ້າໜ້າທີ່ອົງການ UNICEF ໄດ້ໃຫ້ການຢືນຢັນວ່າ

“ການກໍ່ສ້າງເຮືອນຢູ່ຖາວອນທີ່ເປັນທຶນຟື້ນຟູໄພພິບັດຂອງບໍລິສັດທີ່ພັດທະນາໂຄງການຫັ້ນມີຈຳ ນວນ 700 ຫຼັງຢູ່ໃນ 4 ກຸ່ມບ້ານ ມາຮອດປັດຈຸບັນນີ້ກະໄດ້ປັກເສົາຂວັນກ່ອນເນື່ອງຈາກວ່າໂຄງ ການນີ້ໄດ້ທຶນຊ່ວງເດືອນ 6 ນີ້ ພວກເຮົາໄດ້ປັກຜັງຢູ່ເຂດດົງບາກ ໄດ້ຈຳນວນ 150 ຫຼັງ ຢູ່ເຂດດອນບົກ 32 ຫຼັງ ແລະ ກະຢູ່ເຂດຕໍມໍຢອດ 110 ຫຼັງສ່ວນວ່າຢູ່ບ້ານປີນດົງນັ້ນ ພວກເຮົາຍັງບຸກເບີກເສັ້ນ ທາງ.”

ທີ່ຜ່ານມາ ກຸ່ມຜູ້ລົງທຶນກໍໄດ້ຈ່າຍເງິນຊົດເຊີຍໃຫ້ກັບປະຊາຊົນໃນ 13 ບ້ານທີ່ຖືກກະທົບເບົາໃນມູນຄ່າລວມ 28 ຕື້ກີບ ສຳລັບການເສຍຫາຍທີ່ເກີດກັບຍານພາຫະນະ, ທຸລະກິດໃນຄົວເຮືອນ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງມືກະສິກຳ, ສັດລ້ຽງ ແລະ ສະບຽງອາຫານ ໂດຍຍັງເຫຼືອຄ່າເສຍຫາຍທີ່ເກີດກັບສິ່ງປູກສ້າງ ແລະ ສິ່ງຂອງມີຄ່າຕ່າງໆທີ່ຍັງບໍ່ທັນໄດ້ຮັບການຊົດເຊີຍຈົນເຖິງປັດຈຸບັນນີ້.

ສ່ວນຢູ່ເຂດ 6 ບ້ານກັບ 1​ ຄຸ້ມທີ່ຖືກກະທົບໜັກນັ້ນ ກໍໄດ້ຮັບການຊົດເຊີຍໃນແບບດຽວກັນນີ້ແລ້ວໃນມູນຄ່າກວ່າ 50 ຕື້ກີບ ແລະ ຍັງເຫຼືອອີກກວ່າ 44​ ຕື້ກີບທີ່ກຸ່ມຜູ້ລົງທຶນຈະຕ້ອງຈ່າຍຢ່າງຄົບຖ້ວນໃຫ້ໄວທີ່ສຸດ ໂດຍຍັງບໍ່ມີການປະເມີນຜົນເສຍຫາຍທີ່ເກີດກັບສິ່ງປູກສ້າງ ແລະ ຂອງມີຄ່າແຕ່ຢ່າງ ໃດ.

ທັງນີ້ອົງການຮ່ວມມືສາກົນແຫ່ງ ເກົາຫຼີໃຕ້ (KOICA) ໄດ້ສົ່ງມອບການຊ່ວຍເຫຼືອໃນມູນຄ່າ 1.2 ລ້ານໂດລາໃຫ້ກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງ ລາວ ເມື່ອເດືອນສິງຫາ 2019 ເພື່ອນຳໃຊ້ໃນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກກະທົບຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ໂດຍຖືເປັນສ່ວນນຶ່ງຂອງການຊ່ວຍເຫຼືອທີ່ລັດຖະບານ ເກົາຫຼີໃຕ້ ໃຫ້ແກ່ລັດຖະ ບານ ລາວ ໃນໄລຍະປີ 2019-2023 ທີ່ມີມູນຄ່າລວມ 11.5 ລ້ານໂດລາສຳລັບນຳໃຊ້ໃນການພັດ ທະນາໃນດ້ານສາທາລະນະສຸກ, ການສຶກສາ, ກະສິກຳ, ການຝຶກອົບຮົມວິຊາຊີບ, ການພັດທະນາສະຫວັດດີການໃຫ້ແມ່ ແລະ ເດັກ, ການປ້ອງກັນໄພພິບັດ,​ ການພັດທະນາພື້ນຖານໂຄງລ່າງ ແລະ ສ້າງທີ່ຢູ່ອາໄສຖາວອນໃຫ້ກັບຜູ້ປະສົບໄພຈາກກໍລະນີເຂື່ອນແຕກດັ່ງກ່າວ.

ສ່ວນລັດຖະບານ ໄທ ກັບລັດຖະບານ ຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການສ້າງເຮືອນຢູ່ອາໄສຢ່າງຖາວອນຈຳນວນ 111 ຫຼັງນັ້ນກໍສ້າງສຳເລັດແລ້ວ 102 ຫຼັງ ຈຶ່ງຍັງເຫຼືອ 9 ຫຼັງທີ່ຈະສຳເລັດໃນທ້າຍປີ 2020 ນີ້.

XS
SM
MD
LG