ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບ້ານລ້ານຊ້າງ ຂອງປະຊາຄົມລາວອາເມຣິກັນ ທີ່ເມືອງນິວໄອບີເຣຍ ລັດຫລຸຍເຊຍນາ


ວັດທຳມະຣັດຕະນະຣາມ ສູນກາງປະຊາຄົມບ້ານລ້ານຊ້າງ ທີ່ເມືຶອງນິວໄອບີເຣຍ ລັດຫລຸຍເຊຍນາ ສະຫະລັດອາເມຣິກາ.
ວັດທຳມະຣັດຕະນະຣາມ ສູນກາງປະຊາຄົມບ້ານລ້ານຊ້າງ ທີ່ເມືຶອງນິວໄອບີເຣຍ ລັດຫລຸຍເຊຍນາ ສະຫະລັດອາເມຣິກາ.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ກັບມາພົບກັບລາຍການຊີວິດຂາວລາວ ຂອງ ວີໂອເອ ອີກ
ໃນແລງວັນພະຫັດມືິ້ນີ້ ຊຶ່ງເຮົາຈະພາທ່ານໄປຢ້ຽມຢາມປະຄົມລາວອາເມຣິກັນ ຢູ່ເມືອງນິວ
ໄອເບີເຣຍ (New Iberia) ລັດຫລຸຍເຊຍນາ ຕັ້ງຢູ່ທາງພາກໃຕ້ສຸດຕອນກາງ ຂອງສະຫະ
ລັດ. ບ້ານແຫ່ງນີ້ ມີຊື່ວ່າ “ບ້ານລ້ານຊ້າງ” ແລະໄດ້້ເລີ້ມສ້າງຂຶ້ນມາໃນປີ 1985-86 ຫຼັງ
ຈາກອົບພະຍົບລາວ ໄດ້ເລີ້ມພາກັນເຂົ້າໄປຕັ້ງຖິ່ນຖານໃນຂົງເຂດດັ່ງກ່າວ. ກິ່ງສະຫວັນ
ຈະນຳເອົາປະຫວັດຄວາມເປັນມາ ໃນການສ້າງບ້ານລ້ານຊ້າງ ມາສະເໜີທ່ານໃນອັນດັບ
ຕໍ່ໄປ.

ທ່ານບົວສອນ ອ່ອນຈິດ ປະທານວັດ ແລະສະມາຊິກສັງຄົມ
ທ່ານບົວສອນ ອ່ອນຈິດ ປະທານວັດ ແລະສະມາຊິກສັງຄົມ

ລະຫວ່າງປີ 1982 ຫາ ປີ 1985 ເປັນໄລຍະເວລາ ທີ່ມີອົບພະຍົບອິນດູຈີນ ເຂົ້າມາຕັ້ງ
ຖິ່ນຖານຢູ່ໃນສະຫະລັດຫຼາຍທີ່ສຸດ ແລະໃນນັ້ນຮວມມີອົບພະຍົບ ຈາກປະເທດລາວ
ນຳດ້ວຍ. ໃນຊຸມປີ 1980 ມີຄອບຄົວອົບພະຍົບລາວຈຳນວນນຶ່ງ ທີ່ມີຖິ່ນຖານມາຈາກ
ເຂດພາກໃຕ້ຂອງປະເທດລາວ ເຊັ່ນວ່າ ສະຫວັນນະເຂດ ປາກເຊ ແລະຄົງເຊໂດນ ໄດ້
ຖືກອົງການຕັ້ງຖິ່ນຖານອົບພະຍົບນຳເອົາບັນ ດາຄອບຄົວລາວເຫລົ່ານີ້ ໄປຕັ້ງຊີວິດ
ໃໝ່ ຢູ່ໃນເຂດເມືອງນິວໄອບີເຣຍ (New Iberia) ລັດຫລຸຍເຊຍນາ (Louisiana.)
ຕົກມາໃນລະວ່າງ ປີ 1985-1986 ເຂົາເຈົ້າໄດ້ເຕົ້າໂຮມກັນ ຊຶ້ທີ່ດິນຕອນນຶ່ງປະມານ
8 ເຮັກຕາ ຊຶ່ງເວລານັ້ນຍັງເປັນປ່າອ້ອຍ. ຫລັງຈາກນັ້ນ ໄດ້ແບ່ງດິນອອກເປັນ 52 ຕອນ
ເພື່ອໃຫ້ແຕ່ລະຄອບຄົວປຸກເຮືອນຊານຂອງໃຜລາວຢູ່ໂດຍສະເພາະແມ່ນສ້າງ “ວັດທຳ
ມະຣັດຕະນາຣາມ” ໃຫ້ເປັນບອ່ນສັກກາລະບູຊາ ເຮັດບຸນສິນກິນທານ ແລະເປັນສູນ
ກາງສັງຄົມລາວ ທີ່ໄດ້ກາຍມາເປັນບ້ານນ້ອຍໆ ສະອາດງາມຕາ ແລະ ເປັນລະບຽບ
ຮຽບຮ້ອຍ ມີຊື່ວ່າ “ບ້ານລ້ານຊ້າງ” ອັນເປັນທີ່ມີຊື່ສຽງ “ແລະຮູ້ກັນມາ ເຖິງເທົ້າທຸກວັນນີ້.

“ບ້ານລ້ານຊ້າງ” ແມ່ນບ້ານລາວອາເມຣິກັນແຫ່ງທຳອິດ ຢູ່ໃນສະຫະລັດ ທີ່ໄດ້ຖືກສ້າງ
ຂຶ້ນມາ ຊຶ່ງມີແຕ່ສະເພາະຄອບຄົວຄົນລາວຢູ່ທີ່ນີ້ ແລະບໍ່ມີຊົນຊາດອື່ນຢູ່ປະປົນເໝືອນຢູ່
ເຂດອື່ນໆ. ທ່ານບົວສອນ ອ່ອນຈິດ ປະທານວັດທຳມະຣັດຕະນະຣາມ ໄດ້ກ່າວກ່ຽວກັບ
ຄວາມເປັນມາຂອງ “ບ້ານລ້ານຊ້າງ” ແລະຊີວິດການເປັນຢູ່ຂອງຊາວບ້ານແຫ່ງນີ້ສູ່
ວີໂອເອ ຟັງວ່າ:

ປ້າຍປະຕູເຂົ້າບ້ານລ້ານຊ້າງ ທີ່ເມືຶອງນິວ ໄອບີເຣຍ ລັດຫລຸຍເຊຍນາ ສະຫະລັດອາເມຣິກາ.
ປ້າຍປະຕູເຂົ້າບ້ານລ້ານຊ້າງ ທີ່ເມືຶອງນິວ ໄອບີເຣຍ ລັດຫລຸຍເຊຍນາ ສະຫະລັດອາເມຣິກາ.

ເປັນເວລາສີ່ທົດສະວັດ ຜ່ານມາແລ້ວ ຊາວອົບພະຍົບລາວເຫລົ່ານີ້່ ຫຼາຍໆຄົນໄດ້ຮັບສັນ
ຊາດອາເມຣິກັນ ແລະຫຼາຍຄົນຍັງຖືບັດຂຽວ ຫຼືບັດທີ່ຢູ່ໃນສະຫະລັດ ໄດ້ຢ່າງຖາວອນ.
ຫຼາຍໆຄົນຍັງສືບຕໍ່ເຮັດວຽກກັບບໍລິສັດຂຸດບໍ່ນໍ້າມັນສືບທອດມາຈົນເຖິງພວກລູກເຕົ້າ ແລະ
ຫລາຍໆຄົນ ກໍໄດ້ອອກບໍານານໄປແລ້ວ. ສ່ວນ ພວກແມ່ຍິງລາວນັ້ນ ເຂົາເຈົ້າພາກັນເຮັດ
ວຽຢູ່ບໍລິສັດເຮັດເຄື່ອງເອ້.

ທ່ານບົວສອນໄດ້ອະທິບາຍເຖິງດິນດອນ ທີ່ສະໄໝນັ້ນ ຊາວອົບພະຍົບລາວໄດ້ໂຮມຈິດ
ໂຮມໃຈກັນຊື້ ເພື່ອຕັ້ງເປັນບ້ານລ້ານຊ້າງ ຊຶ່ງແຕ່ກ່ອນ ເປັນປ່າອ້ອຍ ທີ່ຢູ່ຫ່າງໄກຈາກໂຕ
ເມືອງ. ທ່ານບົວສອນ ໄດ້ເລົ່າເຖິງບັນຍາກາດ ຄວາມກ້າວ ໜ້າການຕັ້ງປະຊາຄົມລາວ
ອາເມຣິກັນ ແລະສະພາບການປັດຈຸບັນຕໍ່ໄປອີກວ່າ:

ບັດນີ້ ອະດີດອົບພະຍົບລາວເຫລົ່ານີ້ ໄດ້ກາຍມາເປັນ ຄົນສັນຊາດອາເມຣິກັນ ເກືອບໝົດ
ຊຶ່ງຮ້ອງວ່າ ອາເມຣິກັນເຊື້ອສາຍລາວ ແຕ່ອີກສ່ວນນຶ່ງນັ້ນຍັງບໍ່ທັນ ເປັນສັນຊາດເທື່ອກໍມີ.
ສຳລັບພວກເຍົາວະຊົນ ທີ່ເກີດໃໝ່ໃຫຍ່ລຸນ ແມ່ນກາຍ ເປັນຄົນສັນຊາດອາເມຣິກັນ ໄດ້
ຮັບການສຶກສາດີ ເວົ້າພາສາອັງກິດເກັ່ງ ແບບ ບໍ່ມີສຳນຽງ ແລະແນ່ນອນເວົ້າເກັ່ງກ່ອນພາ
ສາລາວທີ່ກາຍມາເປັນພາສາທີ່ສອງ ຂອງເຂົາເຈົ້າ. ພວກຄົນເຊື້ອສາຍລາວລຸ້ນໃໝ່ເຫລົ່າ
ນີ້ ພາກັນປະກອບວິຊາອາ ຊີບຕ່າງໆນາໆ ແລະຮັບໃຊ້ປະຊາຄົມ ໂດຍທົ່ວໄປ ຊຶ່ງທ່ານບົວສອນ ໄດ້ກ່າວ ກ່ຽວກັບເລື້ອງນີ້ວ່າ.

ແຜນທີ່ບ້ານລ້ານຊ້າງ
ແຜນທີ່ບ້ານລ້ານຊ້າງ

ຊາວລາວບໍ່ວ່າໄປຕັ້ງຖິ່ນຖານຢູ່ແຫ່ງຫົນໃດ ຈະຢູ່ນອກ ຫຼືໃນເມືອງກໍດີ ສັນຍາລັກທີ່ບອກ
ໃຫ້ຮຼ້ວ່າ ແມ່ນເຮືອນຄົນລາວນັ້ນກໍຄືສວນພັກ ທີ່ເປັນພືດອາຫານພື້ນ ເມືອງຫາກິນຍາກ
ຊຶ່ງ ທ່ານບົວສອນ ກ່າວວ່າ:

ວັດທຳມະຣັດຕະນະຣາມ ຂອງບ້ານລ້ານຊ້າງ ທີ່ເມືຶອງນິວ ໄອບີເຣຍ ລັດຫລຸຍເຊຍນາ ສະຫະລັດອາເມຣິກາ.
ວັດທຳມະຣັດຕະນະຣາມ ຂອງບ້ານລ້ານຊ້າງ ທີ່ເມືຶອງນິວ ໄອບີເຣຍ ລັດຫລຸຍເຊຍນາ ສະຫະລັດອາເມຣິກາ.

“ບ້ານລ້ານຊ້າງ” ເປັນບ້ານນ້ອຍໆຂອງຄົນລາວອາເມຣິກັນແຫ່ງທຳອິດ ໃນສະຫະລັດ
ທີ່ສ້າງຂຶ້ນມາໂດຍຊາວອົບພະຍົບລາວໃນຊຸມປີ 1980. ປັດຈຸບັນນີ້ ມີ ຢູ່ 50 ຄອບຄົວ
ປະມານ 200 ຄົນ ແລະບໍ່ມິີຊົນຊາດອື່ນຢູ່ປະປົນ. ສ່ວນຊາວລາວອີກຈຳນວນນຶ່ງພາກັນ
ອາໄສຢູ່ອ້ອມແອ້ມນອກເຂດບ້ານດັ່ງກ່າວ. ບ້ານລ້ານ ຊ້າງ ມີຊື່ຖະໜົນຂອງແຂວງຕ່າງໆ
ໃນປະເທດລາວ ແລະມີວັດວາອາຮາມທີ່ງົດ ງາມ ທີ່ເປັນບ່ອນສັກກາລະບູຊາ ແລະເປັນ
ສູນກາງເຕົ້າໂຮມ ຂອງສັງຄົມລາວ.

ປ້າຍຖະໜົນຈຳປາ ແລະວຽງຈັນ
ປ້າຍຖະໜົນຈຳປາ ແລະວຽງຈັນ

XS
SM
MD
LG