ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການ​ຂາດ​ຄວາມ​ໂປ່ງ​ໃສ ໃນ​ຂະ​ບວນ​ການ ​ຍຸ​ຕິ​ທຳ ເຮັດ​ໃຫ້​ປະ​ຊາ​ຊົນ​ລາວ ບໍ່​ເຊື່ອ​ໝັ້ນ


​​ຂະ​ວນ​ການ​ຍຸ​ຕິ​ທຳ ສ​ປ​ປ ລ​າ​ວ.
​​ຂະ​ວນ​ການ​ຍຸ​ຕິ​ທຳ ສ​ປ​ປ ລ​າ​ວ.

ຂະ​ບວນ​ການ​ຍຸ​ຕິ​ທຳ​ທີ່​ບໍ່​ໂປ່ງ​ໃສ​ໃນ​ລາວ​ຄື​ສາ​ເຫດ​ສຳ​ຄັນ ທີ່​ເຮັດ​ໃຫ້​ປະ​ຊາ​ຊົນ​ລາວ​ບັນ​
ດາ​ເຜົ່າ​ບໍ່​ເຊື່ອ​ໝັ້ນ ແລະ​ເສື່ອມ​ເສຍ​ຕໍ່​ການ​ນຳ​ພາ​ຂອງພັກ​ປະ​ຊາ​ຊົນປະ​ຕິ​ວັດ​ລ​າວ ເພີິ້ມ
​ຂຶ້ນ​ນັບ​ມື້.

ລິງໂດຍກົງ

ທ່ານ​ໄຊ​ສີ​ ສັນ​ຕິ​ວົງ​ ລັດ​ຖະ​ມົນ​ຕີ​ວ່າ​ການກ​ະ​ຊວງ​ຍຸ​ຕິ​ທຳ ຖະ​ແຫຼງຍ​ອມ​ຮັບ​ວ່າ ການ​ປະ​
ຕິ​ບັດ​ໜ້າ​ທີ່ ທີ່​ມີຈັນ​ຍາ​ທຳຂອງ​ບັນ​ດາ​ຜູ້​ພິ​ພາກ​ສາ ໄອ​ຍະ​ການ​ ແລະ​ເຈົ້າ​ໜ້​າ​ທີ່​ໃນ​ຂະ
​ບວນ​ການ​ຍຸ​ຕິ​ທຳ ຂອງ​ລາວ​ ໃນ​ປັດ​ຈຸ​ບັນ​ນີ້​ຖື​ວ່າ ໄດ້​ຕົກ​ຢູ່​ໃນ​ສະ​ພາບ​ການ​ທີ່ລົດ​ຖອຍ​
ລົງ​ນັບ​ມື້ ເນື່ອງ​ຈາກ​ປາ​ກົດ​ວ່າ ​ມີ​ຜູ້ຮັບ​ຜິດ​ຊອບ​ໃນ​ຂະ​ບວນ​ການ​ຍຸ​ຕິ​ທຳ​ຈຳ​ນວນ​ບໍ່​ໜ້ອຍ
ທີ່​ປະ​ຕິ​ບັດ​ໜ້າ​ທີ່​ໂດຍບໍ່​ມີ​ຈັນ​ຍາ​ທຳ ແລະ​ໄດ້​ຮຽກເອົາ​ຜົນ​ປະ​ໂຫຍດ​ ຈາກ​ຄູ່​ກໍ​ລະ​ນີ​ໃນ
​ຄະ​ດີ​ຄວາມ​ຕ່າງໆ ແລ​ກ​ກັບ​ການ​ຊ່ວຍ ເຫຼື​ອ​ໃຫ້​ເປັນ​ຝ່າຍ​ທີ່​ຊະ​ນະ​ຄະ​ດີ ຫຼື​ຫລຸດຈາກ
​ການ​ຖືກ​ຟ້ອງ​ຮ້ອງ​ນັ້ນ ດັ່ງ​ທີ່​ທ່ານ​ໄຊ​ສີ ໃຫ້​ການ​ຢືນ​ຢັນ​ວ່າ:

“ຄຸນທາດ​ການ​ເມືອງ​ບໍ່​ທັນ​ຮັບ​ປະ​ກັນ​ໃນ​ຈັນ​ຍາບັນຈັນ​ຍາ​ທຳຂອງ​ພະ​ນັກ​ງານ​ຂະ​
ແໜງ​ຍຸ​ຕິ​ທຳ​ ນໍ້​າໃຈ​ຮັບ​ໃຊ້​ປະ​ຊາຊົນບໍ່​ສູງ ຂາດ​ຄວາມ​ໂປ່ງ​ໃສ ​ເລືອກ​ປະ​ຕິ​ບັດ ຮຽກ
​ຄ່າ​ຕອບ​ແທນ​ຈາກ​ຄູ່​ຄວາມ​ຈິງ ຈຶ່ງພາ​ໃຫ້​ມີ​ພະ​ນັກ​ງານ​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ​ສານ​
ຈຳ​ນວນ​ນຶ່ງ ມີ​ສຽງ​ຈົ່ມ​ວ່າ ແລະຖືກຄູ່​ຄວາມ​ຮ້ອງ​ຟ້ອງ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ​
ວ່າ ດ້ວຍ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ​ສານ ແລະ​ດຳ​ລັດ​ວ່າ​ດ້ວຍ​ການ​ຕີ​ລ​າ​
ຄາ ​ໃນ​ເວ​ລ​າ​ປະຕິ​ບັດຈັດ​ຕັ້ງຕົວ​ຈິງ ບໍ່​ທັນ​ຮັບ​ປະ​ກັນ​ຕາມທີ່​ໄດ້ກຳ​ໜົດ​ໄວ້​ໃນ
​ກົດ​ໝາຍ.”

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂັ້​ນ​ສູງ​ຂອງ​ສະ​ພ​າ​ແຫ່ງ​ຊາດເປີດ​ເຜີຍ​ວ່າ ບັນ​ຫາ​ທີ່​ປະ​ຊາ​ຊົນ​ລາວ
​ໄດ້​ໂທ​ລະ​ສັບ​ສາຍ​ຕົງ ເພື່ອ​ຂໍ​ໃຫ້​ສະ​ພາ​ແຫ່ງ​ຊາດ​ດຳ​ເນີນ​ມາດ​ຕະ​ການ​ແກ້​ໄຂ​ຢ່າງ​ຮີບ
​ດ່ວນ​ທີ່​ສຸດຄື ຄວາມ​ສະ​ເໝີ​ພາບ​ໃນ​ການ​ເຂົ້າ​ເຖິງ​ຂະ​ບວນ​ການຍຸ​ຕິ​ທຳ​ຂອງ​ປະ​ຊາ​ຊົນ
​ລາວ. ເພາະ​ວ່າ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ ຍັງ​ມີ​ລັກ​ສະ​ນະທີ່​ບໍ່ ​ສ​ະ​ເໝີ​ພາບ​ກັນ ​ລະ
​ຫວ່າງ​ຄົນ​ທຸກຍ​າກກັບຄົນ​ລວຍ ໂດຍ​ສະ​ເພາະ​ກໍ​ແມ່ນ​ໃນ​ຄະ​ດີ​ຄວາ​ມ​ທີ່​ຂັດ​ແຍ້ງ​ກັນ​ລະ
​ຫວ່າງ​ຄົນ​ທຸກ​ກັບ​ຄົນ​ລວຍ​ນັ້ນ​ກໍ​ຈະ​ສິ້ນ​ສຸດ​ລົງ​ດ້ວຍຄົນ​ລວຍ​ທີ່​ເປັນ​ຝ່າຍ​ຊະ​ນະ​ຄະ​ດີ
ເພາະ​ປະ​ຊາ​ຊົນ​ທີ່​ທຸກ​ຍາກ ​ບໍ່​ມີ​ທຶນ​ນະ​ສັບ​ສຳ​ຫລັບ​ນຳ​ໃຊ້​ໃນ​ການ​ດຳ​ເນີນ​ຄະ​ດີ ​ໃນ
​ສານຄື​ກັບ​ຄົນ​ລວຍ ໂດຍ​ບໍ່​ວ່າ​ຈະ​ເປັນ​ຄ່າວ​າງ​ສານ ຄ່າ​ທຳ​ນຽມ​ຄະ​ດີ ຄ່າ​ອາ​ກອນ​ຂອງ​
ລັດ ຄ່າ​ຈ້າງ​ທະ​ນາຍ ຄ່າ​ຈ້າງ​ທີ່​ປຶກ​ສາ ແລະຄ່​າ​ເດີນ​ທາງກໍ​ຕາມ.

ແຕ່​ຢ່າງ​ໃດ​ກໍ​ຕາມ​ລັດ​ຖະ​ບານ​ລາວ ໄດ້​ສະ​ແດງ​ອອກ​ເຖິງ​ຄວາມ​ພະ​ຍາ​ຍາມ​ໃນ​ການ
​ແກ້​ໄຂ​ປັນ​ຫາ​ດັ່ງ​ກ່າວ​ໂດຍ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ໄດ້​ມີ​ຄຳ​ສັ່ງ​ໄປ​
ເຖິງ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ເພື່ອ​ໃຫ້​ເລັ່ງ​ການ​ບັງ​ຄັບ​ຄະ​ດີ​ຕາມ​ການ​ຕັດ​ສິນຂອງ​ສານ​ປະ​
ຊາ​ຊົນ ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ສັດ​ທາ ຕໍ່​ຂະ​ບວນ​ການ​ຍຸ​ຕິ​ທຳ​ຂອງ​ລາວ ເນື່ອງ​ຈາກ​
ປາ​ກົດ​ວ່າ​ມີ​ຫຼາຍກວ່າ 29,000 ຄະ​ດີ​ທີ່​ສານ​ໄດ້​ຕັດ​ສິນ​ໄປ​ແລ້ວ ຫາກ​ແຕ່​ຍັງ​ບໍ່​ມີ​ການ​
ບັງ​ຄັ​ບ​ຄະ​ດີ​ໃຫ້​ເປັນ​ໄປ​ຕາມ​ການ​ຕັດ​ສິນ​ຂອງ​ສານ​ແຕ່​ຢ່າງ​ໃດ ແລະ​ຖ້າ​ຫາກວ່າ​ມີ​ການ​
ແກ່​ຍາວ​ ໂດຍ​ບໍ່​ມີ​ການ​ບັງ​ຄັບ​ຄະ​ດີ​ເກີດ​ຂຶ້ນ​ຈິງ ກໍ​ຍິ່ງ​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ ​ເສື່ອມ​ສັດ​
ທາຕໍ່​ລະ​ບົບ​ຍຸ​ຕິ​ທຳ​ໃນ​ລ​າວ​ເພີ້ມ​ຂຶ້ນ​ອີກ​ນັ້ນ​ເອງ.

ສ່ວນ​ອົງ​ການ Human Right Watch ລາຍ​ງານ​ວ່າ ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ​ໃນ
​ໜ່ວຍ​ງານ​ຕ່າງໆ​ຂອງ​ລັດ​ຖະ​ບານ​ລາວ​ ທັງ​ໃນ​ຂັ້ນ​ສູນ​ກາງ ແລະ​ໃນ​ທ້ອງ​ຖິ່ນ​ຍັງ​ເກີດ​
ບັນ​ຫາຊັກ​ຊ້​າ ແລະ​ບໍ່​ມີ​ປະ​ສິດ​ທິ​ພາບ​ໂດຍຫົ່ວ​ປະ​ເທດ ທັງ​ຍັງ​ປາ​ກົດ​ວ່າ​ໄດ້​ມີ​ການ​ບັງ​
ຄັບ​ໃຊ້​ກົດ​ໝາຍ​ເກົ່າ ​ທີ່​ຖືກແທນ​ທີ່​ໂດຍ​ກົດ​ໝາຍ​ໃໝ່​ແລ້ວພາຍ​ໃຕ້​ສະ​ພາບ​ການ​ດັ່ງ​
ກ່າວຍັງ​ເຮັດ​ໃຫ້​ມີ​ການ​ເລືອກ​ປະ​ຕິ​ບັດ​ກົດ​ໝາຍ​ຕໍ່​ປະ​ຊາ​ຊົນ ທີ່​ຂັດ​ແຍ້ງ​ກັບ​ພະ​ນັກ​ງານ​
ຂອງ​ລັດ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ໃນ​ທີ່​ດິນ ທີ່​ຖືກ​ບັງ​ຄັບ​ເວນ​ຄືນ​ຢ່າງ​ບໍ່​ຍຸ​ຕິ​ທຳ​ອີກ​ດ້ວຍ.

ທາງ​ດ້ານ​ອົງ​ການ USAID ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ກໍ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ລັດ​ຖະ
​ບານ​ລາວ​ເພື່ອ​ພັດ​ທະ​ນາ​ໂຄງ​ຄ່າຍ​ການ​ເຜີຍ​ແຜ່​ລະ​ບຽບ​ກົດ​ໝາຍ​ຕ່າງໆ ດ້ວຍ Appli-
cation ໃນ​ລະ​ບົບ​ໂທ​ລະ​ສັບ​ມື​ຖື​ທີ່​ທັນ​ສະ​ໄໝ ເພື່ອ​ເຮັດ​ໃຫ້​ປະ​ຊາ​ ຊົນລາວ​ສາ​ມາດ​ເ
ຂົ້າ​ເຖິງ ແລະ​ໄດ້​ຮັບຂໍ້​ມູນຂ່າວ​ສານ​ດ້ານ​ລະ​ບຽບ​ກົດ​ໝາຍ​ຕ່າງໆ​ຂອງ​ລັດ​ຖະ​ບານ​ໄດ້​
ຢ່າງ​ເທົ່າ​ທັນ​ກັບ​ສະ​ພາບ​ການ ທັງ​ຍັງ​ໄດ້​ພັດ​ທະ​ນາ ​ລ​ະ​ບົບ​ທີ່​ສາ​ມາດ​ເຊື່ອມ​ໂຍງ​ເຂົ້າ​
ກັບ​ຕະ​ຫຼາດ​ໂລກ​ຢ່​າງ​ມີ​ປະ​ສິດ​ທິ​ພາບ ເພື່ອ​ເຮັດ​ໃຫ້ນັກທຸ​ລະ​ກິດ​ລາວ ແລະ​ຕ່າງ​ຊ​າດ
​ສາ​ມາດ​ເຂົ້າ​ເຖິງ​ນິ​ຕິ​ກໍາຕ່າງໆ​ໃນ​ລາວ​ຢ່າງ​ສະ​ດວກວ່ອງ​ໄວ ​ແລະ​ສາ​ມາດ​ປະ​ກອບ
​ຄວາມ​ເຫັນຕໍ່​ນິ​ຕິ​ກຳ​ຕ່າງໆ ໄດ້​ດ້ວຍ ໂດຍ​ອົງ​ການ USAID ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​
ລາວ​ໃນ​ໂຄງ​ການ​ນີ້​ເປັນ​ເວ​ລາ 4 ປີ ​ຄືແຕ່ປີ 2019 ຫາປີ 2022 ຫຼັງ​ຈາກ​ນັ້ນ ​ຈຶ່ງ​ຈະ​
ປະ​ເມີນຜົນເພື່ອນຳ​ໄປຈັດ​ຕັ້ງ​ປະ​ຕິ​ບັດໂຄງ​ການ​ໃໝ່ຕໍ່ເນື່ອງ​ກັນ.

XS
SM
MD
LG