ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ກີຢິບ ຮຽກຮ້ອງໃຫ້ສະໜອງ ອາວຸດຕໍ່ຕ້ານເຮືອບິນບໍ່ມີຄົນຂັບ ຂອງຣັດເຊຍ ທີ່ມີປະສິດທິພາບ ແລະກຸ້ມຄ່າ ຕື່ມອີກ


ເຮືອບິນໂດຣນ ລະເບີດຂຶ້ນ ທີ່ເຫັນໄດ້ຢູ່ເທິງອາກາດ ຂອງເມືອງແຫ່ງນຶ່ງ ໃນລະຫວ່າງການໂຈາມຕີດ້ວຍໂດຣນຂອງຣັດເຊຍໃນນະຄອນຫຼວງກີຢິບ ຂອງຢູເຄຣນ, ວັນທີ 10 ກັນຍາ 2023.
ເຮືອບິນໂດຣນ ລະເບີດຂຶ້ນ ທີ່ເຫັນໄດ້ຢູ່ເທິງອາກາດ ຂອງເມືອງແຫ່ງນຶ່ງ ໃນລະຫວ່າງການໂຈາມຕີດ້ວຍໂດຣນຂອງຣັດເຊຍໃນນະຄອນຫຼວງກີຢິບ ຂອງຢູເຄຣນ, ວັນທີ 10 ກັນຍາ 2023.

ເຈົ້າໜ້າທີ່ອາວຸໂສຂອງຢູເຄຣນທ່ານນຶ່ງ ໄດ້ຮຽກຮ້ອງໃນວັນຈັນວານນີ້ ໃຫ້ປະເມີນຄືນໃໝ່ລະບົບຕໍ່ຕ້ານເຮືອບິນຂອງຕາເວັນຕົກ ທີ່ໄດ້ສະໜອງແກ່ຢູເຄຣນ ໂດຍກ່າວວ່າ ພວກອາວຸດທີ່ງ່າຍແລະຖືກກວ່ານີ້ ອາດມີປະສິດທິພາບທີ່ກຸ້ມຄ່າຫຼາຍກວ່າ ໃນການສະກັດກັ້ນພວກເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ຊາເຮດ (Shahed) ທີ່ຜະລິດໂດຍອີຣ່ານ ອີງຕາມອົງການຂ່າວຣອຍເຕີສ໌.

ພວກໂດຣນຊາເຮດ ໄດ້ຖືກນຳໃຊ້ໃນການໂຈມຕີຂອງຣັດເຊຍ ເກືອບວ່າໃນແຕ່ລະວັນ. ສ່ວນຢູເຄຣນ ກໍໄດ້ມີຄວາມຊຳນານໃນການຍິງພວກມັນລົງຫາກແຕ່ວ່າ ບາງສ່ວນຍັງລອດໄປໂຈມຕີສະຖານທີ່ອຸດສາຫະກຳ ແລະທີ່ຢູ່ອາໄສຫຼາຍແຫ່ງ ເຖິງແມ່ນວ່າ ມົສກູໄດ້ຮັບປະກັນວ່າ ຕົນຈະບໍ່ແນເປົ້າໝາຍໃສ່ພົນລະເຮືອນ.

ທ່ານມິແຄລໂລ ໂປໂດລີຢາກ (Mykhailo Podolyak) ທີ່ປຶກສາແກ່ປະທານາ ທິບໍດີ ຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ໄດ້ກ່າວວ່າ ບັນຫາແມ່ນບໍ່ພຽງແຕ່ການໄດ້ມາລະບົບຕໍ່ຕ້ານເຮືອບິນຕື່ມອີກ “ແຕ່ຕົ້ນຕໍ່ແລ້ວ ແມ່ນການແກ້ໄຂບັນຫາທາງດ້ານການຄິດໄລ່ທີ່ກ່ຽວຂ້ອງກັບເສດຖະກິດຂອງສົງຄາມ.”

ໃນຂະນະທີ່ລະບົບອາວຸດຕ່າງໆຂອງຕາເວັນຕົກ ເຊັ່ນ NASAMS ແລະ Iris-T ໄດ້ຖືກນຳໃຊ້ເພື່ອຍິງພວກລູກສອນໄຟໃຫ້ຕົກ ທ່ານໂປໂດລີຢາກ ໄດ້ກ່າວ ແລະທ່ານໄດ້ຂຽນເປັນພາສາອັງກິດ ລົງໃນສື່ສັງຄົມ X ທີ່ເຄີຍຮູ້ຈັກກັນຄື ທວີດເຕີ ນັ້ນວ່າ ໂດຍການນຳໃຊ້ພວກມັນເພື່ອສະກັດກັ້ນ ພວກໂດຣນຊາເຮດ ອາດ ບໍ່ມີປະສິດທິພາບທີ່ກຸ້ມຄ່າ.

ທ່ານໂປໂດລີຢາກ ໄດ້ຂຽນອີກວ່າ “ດັ່ງນັ້ນ ມັນນຳໄປສູ່ການໝົດສິ້ນຄັງແສງອາວຸດຂອງພັນທະມິດ ແລະການອ່ອນກຳລັງລົງໃນໄລຍະຍາວ.”

ທ່ານຂຽນຕື່ມວ່າ “ການແກ້ໄຂແມ່ນຊັດເຈນ: ນອກເໜືອໄປຈາກພວກປືນກົນລູກກະສຸນຂະໜາດໃຫຍ່ທີ່ເຄື່ອນທີ່ໄດ້, ກໍຍັງມີລະລົບຕໍ່ຕ້ານເຮືອບິນທີ່ງ່າຍແລະຖືກກວ່າ ຫຼວງຫຼາຍພ້ອມນຳໃຊ້ໃນມື້ນີ້ ທີ່ໄດ້ພິສູດດ້ວຍຕົວຂອງພວກມັນເອງວ່າ ມີປະສິດທິພາບໃນການສະກັດກັ້ນພວກໂດຣນຊາເຮດ. ລວມທັງ ແກັບປາດ (Gepard) ແລະ ແວມພາຍ (Vampire).”

ແກັບປາດ (Gepard) ເປັນປືນລົດຖັງຕໍ່ຕ້ານເຮືອບິນ ຜະລິດຂຶ້ນຢູ່ໃນເຢຍຣະມັນ. ສ່ວນສະຫະລັດ ຜະລິດ ແວມພາຍ (Vampire) ທີ່ເປັນລະບົບຕໍ່ຕ້ານໂດຣນ ທີ່ປະກອບດ້ວຍລູກສອນໄຟນຳວິຖີໂດຍແສງເລເຊີ ຊຶ່ງສາມາດຕິດຕັ້ງໃສ່ໂຕຖັງລົດກະບະໄດ້.

A senior Ukrainian official called on Monday for a reassessment of Western anti-aircraft systems being supplied to Ukraine, saying simpler and cheaper weapons could be more cost-efficient in countering Russia's Iranian-made Shahed drones.

The Shahed drones are deployed in Russian attacks virtually every day. Ukraine has become skilled at downing them though some still hit industrial and residential sites despite Moscow's assurances that it does not target civilians.

Mykhailo Podolyak, an adviser to Ukrainian President Volodymyr Zelenskyy, said the issue was not just one of securing more anti-aircraft systems "but primarily solving a mathematical problem lying in the economics of war."

While Western systems, like NASAMS and Iris-T, were used to down missiles, he said, using them to intercept Shaheds may not be cost-effective, Podolyak wrote in English on the X platform, formerly Twitter.

"Thus, it leads to depletion of allied stockpiles and long-term weakening," Podolyak wrote.

"The solution is obvious: in addition to mobile large-caliber machine guns, there are plenty of simpler and cheaper anti-aircraft systems available today that have proven themselves to be effective against Shaheds. These include Gepard and Vampire."

ແຟ້ມພາບ - ມຸມພາບສະແດງໃຫ້ເຫັນຊິ້ນສ່ວນຂອງໂດຣນສະຫຼະຊີບ Geran, ຊຶ່ງທາງການໃນທ້ອງຖິ່ນ ຖືວ່າເປັນເຮືອບິນບໍ່ມີຄົນຂັບຜະລິດໂດຍອີຣ່ານ ຫຼື (UAV) Shahed-131/136, ທີ່່ໄດ້ຖືກຍິງຕົກ ໃນລະຫວ່າງ ການໂຈມຕີທາງອາກາດຕອນຂ້າມຄືນຂອງຣັດເຊຍໃນ ເຂດໂອເດຊາ ຂອງຢູເຄຣນ, ວັນທີ 4 ພຶດສະພາ 2023.
ແຟ້ມພາບ - ມຸມພາບສະແດງໃຫ້ເຫັນຊິ້ນສ່ວນຂອງໂດຣນສະຫຼະຊີບ Geran, ຊຶ່ງທາງການໃນທ້ອງຖິ່ນ ຖືວ່າເປັນເຮືອບິນບໍ່ມີຄົນຂັບຜະລິດໂດຍອີຣ່ານ ຫຼື (UAV) Shahed-131/136, ທີ່່ໄດ້ຖືກຍິງຕົກ ໃນລະຫວ່າງ ການໂຈມຕີທາງອາກາດຕອນຂ້າມຄືນຂອງຣັດເຊຍໃນ ເຂດໂອເດຊາ ຂອງຢູເຄຣນ, ວັນທີ 4 ພຶດສະພາ 2023.

The Gepard is an anti-aircraft-gun tank made in Germany. The U.S.-made Vampire counter-drone system consists of a laser-guided missile launcher than can be installed on a truck bed.

XS
SM
MD
LG