ສະພາຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດ ໄດ້ປະຊຸມກັນແບບສຸກເສີນໃນຕອນແລງຂອງມື້ວັນຈັນວານນີ້ ລຸນຫຼັງທີ່ປະທານາທິບໍດີຂອງ ຣັດເຊຍ ໄດ້ເຊັນລົງນາມ ຄຳປະກາດຮັບຮູ້ວ່າ ເຂດແບ່ງແຍກດິນແດນທັງສອງຂອງຢູເຄຣນ ນັ້ນ ເປັນລັດອິດສະຫຼະແລ້ວ.
“ເຂດຊາຍແດນຂອງຢູເຄຣນ ທີ່ນານາຊາດໃຫ້ການຮັບຮູ້ນັ້ນ ແມ່ນຍັງຢູ່ ແລະຈະຍັງຄົງບໍ່ມີການປ່ຽນແປງ, ໂດຍບໍ່ຄໍານຶງຕໍ່ຄໍາຖະແຫຼງການ ແລະການປະຕິ ບັດໃດໆກໍຕາມ ໂດຍ ສະຫະພັນ ຣັດເຊຍ,” ທ່ານເຊີກີ ຄິສລິດທ໌ເຊຍ (Sergiy Kyslytsya) ເອກອັກຄະລັດຖະທູດຂອງຢູເຄຣນ ປະຈຳອົງການສະຫະປະຊາຊາດ ກ່າວຕໍ່ສະພາຄວາໝັ້ນຄົງ ກ່ຽວກັບການຮັບຮູ້ຂອງປະທານາທິບໍດີ ວລາດິເມຍ ປູຕິນ ຕໍ່ເຂດໂດເນັສຄ໌ (Donetsk) ແລະ ລູຮານສຄ໌ (Luhansk) ໃນພາກຕາເວັນອອກຂອງຢູເຄຣນ.
“ພວກເຮົາຮຽກຮ້ອງໃຫ້ ຣັດເຊຍຈົ່ງຍົກເລີກການຕັດສິນໃຈຮັບຮູ້ດັ່ງກ່າວ ແລະຫັນກັບຄືນສູ່ໂຕະເຈລະຈາ,” ທ່ານກ່າວ. “ພວກເຮົາຂໍປະນາມຕໍ່ການສົ່ງກອງກໍາລັງທະຫານຂອງຣັດເຊຍເພີ້ມຕື່ມ ເຂົ້າໄປຢຶດຄອງດິນແດນຂອງຢູເຄຣນ. ພວກຂໍທວງໃຫ້ຖອນກອງກໍາລັງຢຶດຄອງດັ່ງກ່າວໂດຍທັນທີ, ຄົບຖ້ວນສົມບູນ ແລະພິສູດໄດ້ວ່າ ເປັນຄວາມຈິງ.”
ສະຫະລັດ, ສະຫະພາບຢູໂຣບ ແລະອັງກິດ ຕ່າງກໍພາກັນປະກາດມາດຕະການ ຂວໍ້າບາດຮອບທໍາອິດ ຕໍ່ການປະຕິບັດການຂອງມົສກູ, ເຊິ່ງເປັນການລະເມີດຕໍ່ຫຼັກການແລະກົດໝາຍຂອງສາກົນ ພ້ອມທັງອໍານາດອະທິປະໄຕຂອງຢູເຄຣນ. ໃນສະພາຄວາມໝັ້ນຄົງນັ້ນ, ພວກເຂົາເຈົ້າຍັງໄດ້ຢືນຢັນໃນຄໍາໝັ້ນຕໍ່ອະທິປະໄຕຂອງຢູເຄຣນ.
“ໃນຂະນະນີ້, ບໍ່ມີຜູ້ໃດຢືນຢູ່ທາງຂ້າງໄດ້,” ທ່ານນາງລິນດາ ໂທມັສ-ກຣີນຟີລ (Linda Thomas Greenfield) ເອກອັກຄະລັດຖະທູດຂອງສະຫະລັດກ່າວ. “ພວກເຮົາຕ້ອງເຮັດໃຫ້ມັນແຈ່ມແຈ້ງວ່າ ການໂຈມຕີ ຢູເຄຣນ ແມ່ນການຮຸກຮານຕໍ່ອໍານາດອະທິປະໄຕຂອງທຸກໆປະເທດສະມາຊິກອົງການສະຫະປະຊາຊາດ ແລະກົດບັດສະຫະປະຊາຊາດ, ເຊິ່ງມັນຈະພົບກັບຜົນທີ່ຕາມມາຢ່າງຮຸນແຮງໃນທັນທີທັນໃດ.”
ທ່ານນາງກ່າວວ່າ ວໍຊິງຕັນ ຍັງຄົງເຊື່ອວ່າ ການເຈລະຈາທາງການທູດເປັນພຽງຫົນທາງດຽວ ທີ່ຈະແກ້ໄຂວິກິດການ ແລະຮັກສາສັນຕິພາບນັ້ນໄດ້.
ບັນດາພວກຜູ້ນໍາ ແລະນັກວິເຄາະຂອງປະເທດຕາເວັນຕົກກ່າວວ່າ ການເຄື່ອນ ໄຫວດັ່ງກ່າວ ເປັນຂໍ້ອ້າງຂອງຣັດເຊຍ ໃນການເຂົ້າຮຸກຮານປະເທດເພື່ອນບ້ານທີ່ຢູ່ທາງທິດໃຕ້ຂອງຕົນ, ເຊິ່ງເປັນບາງສິ່ງທີ່ມົສກູ ຍັງຄົງປະຕິເສດຈົນເຖິງທຸກມື້ນີ້ວ່າເປັນ “ໂຣກປະສາດ” ຂອງປະເທດຕາເວັນຕົກ.