ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເກົາຫລີ​ເໜືອ​ ວາງ​ເງື່ອນ​ໄຂ ເລື້ອງການຮື້ຟື້ນ ເຂດ​ອຸດ​ສາ​ຫະກໍາ ​ເກ​ຊອງ (ສະໄລດ໌)


ປະຕູເຂົ້າໄປໃນ​​ເຂດ​ອຸດສາ​ຫະກໍາ​ເກ​ຊອງ ທີ່ເປົ່າແປນ ເມື່ອເບິ່ງຈາກດ່ານກວດພາສີເບື້ອງເກົາຫລີໃຕ້ ລຸນຫລັງທີ່ເກົາຫລີໃຕ້ໄດ້ຖອນພະນັກງານ ຂອງຕົນອອກໝົດໃນອາທິດຜ່າາມານີ້.
ປະຕູເຂົ້າໄປໃນ​​ເຂດ​ອຸດສາ​ຫະກໍາ​ເກ​ຊອງ ທີ່ເປົ່າແປນ ເມື່ອເບິ່ງຈາກດ່ານກວດພາສີເບື້ອງເກົາຫລີໃຕ້ ລຸນຫລັງທີ່ເກົາຫລີໃຕ້ໄດ້ຖອນພະນັກງານ ຂອງຕົນອອກໝົດໃນອາທິດຜ່າາມານີ້.
ເກົາຫລີ​ເໜືອ​ໄດ້​ວາງ​ເງື່ອນ​ໄຂສໍາລັບ​ການ​ຮື້​ຟື້ນເຂດ​ອຸດ​ສາ​
ຫະກໍາ​ເກ​ຊອງ ທີ່​ຕົນ​ດໍາ​ເນີນ​ງານ​ຮ່ວມ​ກັບ​ເກົາຫລີ​ໃຕ້ ​ແລະ
​ໄດ້​ຖືກ​ໂຈະ​ໄວ້ ​ໃນ​ທ່າມກາງ​ຄວາມ​ເຄ່ງ​ຕຶງ ທີ່​ເພີ່ມ​ທະວີ​ຂຶ້ນ
ຢູ່​ໃນ​ແຫລມ​ເກົາຫລີ​ນັ້ນ.

​ໃນ​ວັນ​ອາທິດ​ມື້​ນີ້ ສໍານັກງານ​ຂ່າວ​ກາງຂອງ​ທາງ​ການ​ເກົາ
ຫລີ​ເໜືອ ​ໄດ້ອ້າງ​ຄໍາ​ເວົ້າ​ຂອງ​ໂຄສົກ​ຄົນ​ນຶ່ງ ຈາກ​ຄະນະ​ກໍາ
ມາ​ທິການ​ປ້ອງ​ກັນຊາ​ດ ທີ່​ມີ​ອໍານາດ​ຂອງ​ເກົາຫລີ​ເໜືອ​ວ່າ
ທາງ​ເກົາຫລີ​ໃຕ້​ຄວນ​ຈະ​ຢຸດ​ເຊົາ​ການ ​ເຄື່ອນ​ໄຫວ​ທີ່​ເປັນ​ປໍ​
ລະ​ປັກ​ ​ແລະ​ການ​ເກາະ​ຜິດ​ທາງ​ທະຫານທັງ​ໝົດນັ້ນ​ເສຍ
ຖ້າເກົາຫລີ​ໃຕ້​ຫາກ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ແທ້​ຈິງ ກ່ຽວ​ກັບ​
ອະນາຄົດ​ຂອງ​ເຂດອຸດສາຫະກໍາ ເກ​ຊອງ.


​ໂຄສົກ​ໄດ້​ອ້າງ​ເຖິງ​ໃບ​ປິວ​ຕໍ່ຕ້ານ​ພຽງ​ຢາງ ທີ່ພວກ​ໂຕນ​ໜີ​ຈາກ​ເກົາຫລີ​ເໜືອ​ສົ່ງ​ຂ້າມ​ຊາຍ​
ແດນມາ​ຈາກເກົາຫລີ​ໃຕ້ ​ແລະ​ອ້າງ​ເຖິງ​ການ​ກະກຽມ​ຂອງ​ເກົາຫລີໃຕ້ສໍາ​ລັບການ​ຊ້ອມ​ລົບ
​ປະ​ຈໍາປີ​ຮ່ວມ​ກັບ​ສະຫະລັດ ທີ່​ມີ ກໍານົດ​ຈະ​ຈັດ​ຂຶ້ນ ​ໃນເດືອນສິງຫານັ້ນ.

ພຽງ​ຢາງ​ໄດ້​ຖອນ​ຄົນ​ງານ​ຂອງ​ຕົນ ທັງ​ໝົດ 53 ພັນຄົນ ອອກ​ຈາ​ກເກ​ຊອງ ​ແລະ​ໄດ້​ຂັດ
ຂວາງ​ບໍ່​ໃຫ້​ທາງ​ເກົາຫລີ​ໃຕ້ ​ເຂົ້າ​ໄປ​ຍັງເຂດ​ອຸດສາຫະກໍາດັ່ງກ່າວ ​ໃນ​ເດືອນ​ແລ້ວ​ນີ້ ອັນ​
ເປັນ​ສ່ວນ​ນຶ່ງ​ຂອງ​ການ​ຕອບ​ໂຕ້​ຢ່າງ​ໂມ​ໂຫຂອງ​ເກົາຫລີ​ເໜືອ ຕໍ່​ການ​ເສີມ​ຂະຫຍາຍ​ການ​
ລົງ​ໂທດ​ຂອງ​ສະຫະ​ປະຊາ​ຊາດ ຍ້ອນ​ການ​ທົດ​ລອງ​ນິວ​ເຄລຍ​ເທື່ອ​ຫລ້າ​ສຸດ​ຂອງ​ເກົາຫລີ​ເໜືອ​ນັ້ນ.

​ໃນ​ເດືອນ​ແລ້ວ​ນີ້ ​ເກົາຫລີ​ໃຕ້​ປະກາດ​ວ່າ ຕົນ​ກໍາລັງຖອນ​ພົນລະ​ເມືອງ​ຂອງ​ຕົນອອກ​ຈາກ
​ເກ​ຊອງ ຫລັງ​ຈາກ​ພຽງ​ຢາງ​ປະຕິ​ເສດ​ຕໍ່​ຂໍ້​ສະ​ເໜີ​ໃຫ້​ເຈລະຈາ​ກັນກ່ຽວ​ກັບ​ການ​ໄຂ​ເຂດ​ອຸດ
ສາຫະກໍາ​ດັ່ງກ່າວ​ຄືນ​ໃໝ່. ແລະຄົນ​ງານ​ເກົາຫລີ​ໃຕ້ 7 ຄົນ​ສຸດ​ທ້າຍ ກໍ​ໄດ້​ອອກ​ຈາກເກຊອງ​
ໄປ ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ອັນ​ເປັນ​ການ​ສິ້ນ​ສຸດ​ລົງ​ໃນ​ສາຍ​ພົວພັນ​ທີ່​ສັນຕິ​ອັນ​ສຸດ​ທ້າຍ​
ລະຫວ່າງ​ທັງ​ສອງ​ເກົາຫລີ.

ໃນ​ເວລາ​ດຽວ​ກັນ ລົດ​ຄັນ​ນຶ່ງຈາກ​ເກົາຫລີ​ໃຕ້ ກໍ​ໄດ້​ຂ້າມ​ຊາຍ​ແດນ​ໄປ ພ້ອມ​ກັບ​ເງິນ 13
ລ້ານ​ໂດ​ລ່າ ທີ່​ເປັນ​ຄ່າ​ພາສີ​ແລະ​ຄ່າ​ແຮງ​ງານ​ຂອງ​ພວກ​ຄົນ​ງານ​ເກົາຫລີ​ເໜືອ ເພື່ອ​ນໍາໄປ​
ມອບ​ໃຫ້​ທາງ​ເກົາຫລີ​ເໜືອ.

ຂໍ້​ຕົກລົງ​ດໍາເນີນ​ງານ​ເຂດ​ອຸດສາຫະກໍາ​ເກ​ຊອງ ຮ່ວມກັນ​ມາ​ເປັນ​ເວລາ 10 ​ປີ​ນັ້ນ ​ແມ່ນ​ໄດ້​ສະໜອງ​ເງິນສົດ​ ໃຫ້​ແກ່​ເກົາຫລີ​ເໜືອແລະ​ສະໜອງ​ແຮງ​ງານ​ລາຄາ​ຖືກ​ໃຫ້​ເກົາຫລີ​ໃຕ້. ​ແລະ​ເທື່ອ​ນີ້​ແມ່ນ​ເປັນ​ເທື່ອ​ທໍາ​ອິດ​ທີ່ ​ເຂດ​ອຸດສາຫະກໍາແຫ່ງ​ນີ້ ​ໄດ້​ຖືກ​ອັດ​ລົງ​ຢ່າງ​ສິ້ນ​ເຊີງ ນັບ​ແຕ່ໄດ້​ໄຂ​ຂຶ້ນ ​ໃນ​ປີ 2004 ​ເປັນ​ຕົ້ນ​ມາ.

ເບິ່ງພາບຫລ້າສຸດຂອງສະພາບການໃນແຫລມເກົາຫລີ

XS
SM
MD
LG