ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຄອບຄົວ ຊາວເກົາຫຼີ ໄດ້ພົບພໍ້ກັນ ດ້ວຍອາລົມ ດີໃຈ ແລະ ໂສກເສົ້າໃຈ ຢູ່ ເກົາຫຼີເໜືອ


Korean Families Prepare to Reunite at N. Korean Resort
please wait

No media source currently available

0:00 0:01:46 0:00

ເຊີນຊົມ ວີດີໂອ

ພວກຜູ້ເຖົ້າ ຊາວເກົາຫຼີໃຕ້ ປະມານ 90 ຄົນ ໄດ້ມາພົບພໍ້ກັນອີກ ກັບຍາດຕິ ພີ່ນ້ອງຊາວ
ເກົາຫຼີເໜືອ ເຊິ່ງພວກເຂົາເຈົ້າ ໄດ້ຖືກພັດພາກຈາກກັນມາໄດ້ຫຼາຍກວ່າ 6 ທົດສະວັດ
ແລ້ວ ນັບຕັ້ງແຕ່ໄດ້ເກີດສົງຄາມ ທີ່ແບ່ງແຍກແຫຼມເກົາຫຼີອອກເປັນສອງຝ່າຍ.

ບັນດາຍາດຕິພີ່ນ້ອງຊາວເກົາຫຼີດັ່ງກ່າວ ໄດ້ສວມກອດກັນ ແລ້ວພາກັນຮ້ອງໄຫ້ ໃນວັນ
ຈັນວານນີ້ ຢູ່ທີ່ພູກຸ​ມ​ກັງ ບ້ານພັກ​ຕາກ​ອາກາດຂອງ ​ນັກ​ທ່ອງ​ທ່ຽວ ໃນເກົາຫຼີ​ເໜືອ
ຫຼາຍຊົ່ວໂມງ ຫຼັງ​ຈາກ​ຂະ​ບວນລົດ​ເມ ​ໄດ້​ຂ້າມຊາຍ​ແດນ​ເຂົ້າ​ໄປ​ສູ່​ເກົາຫຼີ​ເໜືອ. ​ໃນ
​ເວລາ​ສາມ​ວັນ ບັນດາ​ຜູ້​ທີ່ໄດ້ເຂົ້າ​ຮ່ວມ ​ຈະ​ພົບພໍ້​ກັນ​ແບບໜ້າ​ຕໍ່ໜ້າ​ຫົກ​ເທື່ອ ​ກັບຍາດຕິ
​ພີ່ນ້ອງ ເກົາຫຼີ​ເໜືອ ​ຂອງເຂົາ​ເຈົ້າພາຍ​ໃຕ້​ສາຍຕາທີ່​ຈັບ​ຈ້ອງ​ເບິ່ງ​ ຂອງ​ນັກ​ສືບ​ເກົາຫຼີ​ເໜືອ.

ບັນດາສະມາຊິກຄອບຄົວເກົາຫຼີ ພາກັນເບິ່ງຮູບພາບຄອບຄົວເຂົາເຈົ້າ ຢູ່ບ່ອນເຕົ້າໂຮມ ທີ່ພູດາຍມອນ ບ່ອນຕາກອາກາດທີ່ເກົາຫຼີເໜືອ ວັນທີ 24 ຕຸລາ 2015.
ບັນດາສະມາຊິກຄອບຄົວເກົາຫຼີ ພາກັນເບິ່ງຮູບພາບຄອບຄົວເຂົາເຈົ້າ ຢູ່ບ່ອນເຕົ້າໂຮມ ທີ່ພູດາຍມອນ ບ່ອນຕາກອາກາດທີ່ເກົາຫຼີເໜືອ ວັນທີ 24 ຕຸລາ 2015.

​ໄດ້​ມີ​ການ​ເຕົ້າ​ໂຮມ​ກັນພຽງ 20 ​ເທື່ອ ນັບ​ແຕ່​ປີ 2000 ເປັນຕົ້ນມາ​ ອັນເປັນເທື່ອຫລ້າ​ສຸດ
ໄດ້​ມີ​ຂຶ້ນ ໃນ​ເດືອນ​ຕຸລາ​ ປີ 2015.

ບັນດາ​ຄອບຄົວ​ເກົາຫຼີ​ເໜືອ​ຫຼາຍ​ລ້ານ​ຄົນ​ໄດ້​ພັດພາກຈາກກັນໃນ​ປີ 1950 ຫາ​ປີ 1953
ຍ້ອນສົງຄາມ​ເກົາຫຼີ​. ຫຼັງຈາກດົນກວ່າ 60 ປີ ​ທີ່ໄດ້ມີ​ການແບ່ງແຍກຈາກກັນແລ້ວ ຫຼາ​ຍ
ຄົນ​ທີ່​ເປັນ​ພວກ​ລໍຖ້າ​ ການ​ເຕົ້າ​ໂຮມ​ກັບ​ຄົນ​ຮັກ ​ຂອງ​ເຂົາ​ເຈົ້າ ກໍ​ໄດ້​ເສຍ​ຊີວິດ​ໄປ​ແລ້ວ.
ສ່ວນ​ໃຫຍ່​ ໃນບັນດາ​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່ ກໍພາກັນ​ມີ​ອາຍຸ ແກ່ກວ່າ 80 ​ປີ​.

ເກົາຫຼີໃຕ້ ເຫັນວ່າ ການແຕກແຍກຂອງຄອບຄົວ ເປັນບັນຫາດ້ານມະນຸດສະທຳ
ທີ່ໃຫຍ່ທີ່ສຸດ ອັນເກີດຈາກສົງຄາມເກົາຫຼີ. ກະຊວງທ້ອນໂຮມຊາດ ກະວ່າ ມີຊາວ
ເກົາຫຼີໃຕ້ ປະມານ 600,000 ຫາ 700,000 ຄົນ ທີ່ມີ ຍາດຕິພີ່ນ້ອງຢູ່ໃນເກົາຫຼີເໜືອ.

ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ-ອິນ ໃນວັນຈັນວານນີ້ ໄດ້ກ່າວຢ້ຳວ່າ ເວລາ
ກຳລັງຈະໝົດແລ້ວ ທີ່ຈະຂະຫຍາຍໂຄງການເຕົ້າໂຮມຍາດຕິພີ່ນ້ອງ ໂດຍກ່າວວ່າ
ມັນຈະເປັນ “ສິ່ງທີ່ໜ້າອັບອາຍ” ສຳລັບທັງສອງເກົາຫຼີ ທີ່ຈະເຫັນພວກຜູ້ເຖົ້າຜູ້ແກ່
ຫຼາຍໆຄົນ ບໍ່ສາມາດ ແມ່ນແຕ່ຮູ້ຈັກວ່າ ພວກຄົນຮັກຂອງເຂົາເຈົ້າ ແມ່ນຍັງມີຊີວິດຢູ່
ຫຼືບໍ່.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູແຕຣເຣັສ ໄດ້ມີ
ຄວາມປິຕິຍິນດີ ນຳຂ່າວຂອງການເຕົ້າໂຮມກັນ ໃນວັນຈັນວານນີ້ ແລະ ໄດ້ຊຸກຍູ້ທັງ
ສອງຝ່າຍ ໃຫ້ຈັດການພົບປະເຊັ່ນນັ້ນຂຶ້ນອີກ “ເປັນປົກກະຕິ ແລະ ໃຫ້ມີຫຼາຍໆຄົນ
ເຂົ້າຮ່ວມຕື່ມອີກ ລວມທັງພວກຊາວເກົາຫຼີ ທີ່ໄດ້ຮັບຜົນກະທົບຢູ່ທົ່ວໂລກ ອະນຸຍາດ
ໃຫ້ເຂົ້າຮ່ວມນຳ ເພື່ອຈະໄດ້ພົບກັນຢ່າງເປັນສ່ວນຕົວ ແລະ ເພື່ອໃຫ້ໄດ້ຕິດຕໍ່ຫາກັນ
ຢູ່ຄືເກົ່າ ຫຼັງຈາກທີ່ໄດ້ພົບກັນແລ້ວ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG