ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເກົາຫຼີເໜືອ ຂົ່ມຂູ່ຈະ​ຍິງ ຈະ​ຫລວດ​ນິວ​ເຄລຍ ໃສ່ ທຳນຽບຂາວ


ທະຫານເກົາຫລີເໜືອ ສວນສະໜາມ ໃນພິທີຂີດໝາຍ ຄົບຮອບ 61 ປີ ຂອງການເຊັນສັນຍາສະຫງົບເສິກເກົາຫລີ, ວັນທີ 27 ກໍລະກົດ 2014.
ທະຫານເກົາຫລີເໜືອ ສວນສະໜາມ ໃນພິທີຂີດໝາຍ ຄົບຮອບ 61 ປີ ຂອງການເຊັນສັນຍາສະຫງົບເສິກເກົາຫລີ, ວັນທີ 27 ກໍລະກົດ 2014.

ເຈົ້າ​ໜ້າ​ທີ່​ທະຫານ​ຂັ້ນ​ສູງ​ຄົນ​ນຶ່ງ​ຂອງ​ເກົາຫລີ​ເໜືອ ​ໄດ້​ຂູ່​
ທີ່​ຈະ​ທຳ​ການ​ໂຈມ​ຕີ ​ດ້ວຍ​ອາວຸດ​ນິວ​ເຄລຍຕໍ່ສະຫະລັດ ​
ໂດຍ​ກ່າວ​ຫາ​ວໍ​ຊິງ​ຕັນ​ວ່າ ​ເຮັດ​ໃຫ້​ລະດັບ​ຄວາມ​ເຄ່ງ​ຕຶງ
​ທະວີ​ສູງ​ຂຶ້ນ ຢູ່​ໃນ​ແຫລມ​ເກົາຫລີ.

​ເປັນ​ທີ່​ຄິດ​ກັນ​ວ່າ ​ເກົາຫລີ​ເໜືອ​ນັ້ນ ແມ່ນ​ຍັງ​ຢູ່​ໄກ​ຫລາຍ
ຈາກ​ການ​ທີ່​ຈະ​ພັດ​ທະ​ນາ​ລູກ​ສອນ​ໄຟ​ ຂີ​ປະ​ນາ​ວຸດ ທີ່​ຍິງ​ໄດ້​
ໄກ​ພໍ​ທີ່​ຈະ​ທຳ​ການ​ໂຈມ​ຕີ​ດັ່ງກ່າວ​ໄດ້ ​ແຕ່​ເກົາຫລີ​ເໜືອ​ກໍ​ໄດ້
​ເຄີຍ​ກ່າວ​ຄຳ​ຂູ່​ແບບ​ນີ້​ມາ​ກ່ອນ​ແລ້ວ.

ຈອມພົນ​ໂທ Hwang Pyong So ​ເວົ້າ​ໃນ​ວັນ​ອາທິດ​ມື້​ນີ້ວ່າ ​
ເກົາຫລີ​ເໜືອ​ຈະ​ຍິງຈະ​ຫລວດ​ນິວ​ເຄລຍ ​ມາ​ໃສ່​ທຳນຽບຂາວ ​ແລະ ​ຖານ​ທັບແຫ່ງຕ່າງໆ​
ຂ​ອງສະຫະລັດ ຢູ່​ອ້ອມແອ້ມ​ມະຫະສະ​ມຸດ​ປາຊີ​ຟິກ ຖ້າ​ວໍ​ຊິງ​ຕັນ ຫາ​ກພະຍາຍາມ​ຈະ​ບ່ອນ
​ທຳລາຍ ​ອະທິປະ​ໄຕ ​ແລະ​ສິດທິ​ ຂອງ​ເກົາຫລີ​ເໜືອ ​ໃນ​ການ​ມີ​ອາວຸດ​ນິວ​ເຄລຍ ​ແລະ​ ໃນ
​ການ​ນຳ​ເອົາ​ກຳ​ປັ່ນ ບັນທຸກ​ເຮືອບິນ​ອອກ​ປະຈຳການ​ນັ້ນ.

ທ່ານ Hwang ​ໄດ້​ກ່າວ​ເຊັ່ນ​ນັ້ນ ​ໃນ​ການ​ໂຮມ​ຊຸມນຸມ​ບັ້ນ​ນຶ່ງ ​ເປັນ​ຂີດ​ໝາຍ​ຄົບຮອບ 61 ປີ
ຂອງ​ການ​ເຊັນ​ສັນຍາ​ສະຫງົບ​ເສິກ ທີ່​ໄດ້​ຍຸດຕິ​ສົງຄາມ​ເກົາຫລີ ລົງ​ໃນ​ປີ 1953 ນັ້ນ.

XS
SM
MD
LG