ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້​ນຳ​ສາ​ສະ​ໜາ ເກົາຫຼີ​ໃຕ້ ອອກ​ມາ​ຂໍ​ໂທດ ສຳ​ລັບ​ການ​ແຜ່​ກະ​ຈາຍ ໄວ​ຣັ​ສ​ໂຄ​ໂຣ​ນາ


ພະ​ນັກ​ງານ​ແພດ ສີດ​ຢາ​ຂ້າ​ເຊື້ອຢູ່​ສາ​ຂາ​ຂອງ ໂບດ ຊິນ​ຈອນ​ຈີ. 19 ກຸມ​ພາ, 2020. ອົງ​ການ​ຂ່າວ Yonhap…
ພະ​ນັກ​ງານ​ແພດ ສີດ​ຢາ​ຂ້າ​ເຊື້ອຢູ່​ສາ​ຂາ​ຂອງ ໂບດ ຊິນ​ຈອນ​ຈີ. 19 ກຸມ​ພາ, 2020. ອົງ​ການ​ຂ່າວ Yonhap…

ຜູ້​ນຳ​ດ້ານ​ສາ​ສະ​ໜາ ເກົາຫຼີ​ໃຕ້ ທີ່​ເຊື່ອມ​ໂຍງ​ກັບ​ກໍ​ລະ​ນີ​ໄວ​ຣັ​ສ​ໂຄ​ໂຣ​ນາ ຫຼາຍ​ກວ່າ​ເຄິ່ງ​ນຶ່ງ​ໃນ​ຈຳ​ນວນ 4,000 ກໍ​ລະ​ນີກວ່າ​ຂອງ​ປະ​ເທດ ໄດ້​ອອກ​ມາ​ຂໍ​ໂທດ​ໃນ​ວັນ​ຈັນ​ມື້ນີ້ ​ສຳ​ລັບ​ການ​ແຜ່​ກະ​ຈາຍ​ເຊື້ອ​ໂຣກ​ດັ່ງ​ກ່າວ.

ຫົວ​ໜ້າ​ຂອງໂບດ ຊິນ​ຈອນ​ຈີ ທ່ານ ອີ ມານ-ຮີ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຢາກ​ສະ​ແດງ​ຄວາມ​ຂໍ​ໂທດ​ຢ່າງ​ຈິງ​ໃຈ​ຕໍ່​ປະ​ຊາ​ຊົນ ຕາງ​ໜ້າ​ໃຫ້​ສະ​ມາ​ຊິກ.”

ຜູ້​ນຳ​ທາງ​ສາ​ສະ​ໜາ ທີ່​ມີ​ອາ​ຍຸ 88 ປີ​ດັ່ງ​ກ່າວ​ໄດ້​ຄຸ​ເຂົ່າ​ລົງ​ ເພື່ອ​ກົ້ມ​ຫົວ​ຄຳ​ນັບ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ເມືອງ ກັບ​ປີ​ຢອງ, ຫົວ​ຂອງ​ທ່ານ​ໄດ້​ແປະ​ໃສ່​ພື້ນ​ດິນ.

ທ່ານ​ໄດ້​ກ່າວ​ວ່າ “ເຖິງ​ແມ່ນ​ວ່າ​ມັນ​ບໍ່​ແມ່ນ​ການ​ຕັ້ງ​ໃຈ, ແຕ່ຫຼາຍ​ຄົນ​ແມ່ນ​ໄດ້​ຕິດ​ເຊື້ອ.”

“ພວກ​ເຮົາ​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ສຸດ​ຂີດ ແຕ່ບໍ່​ສາ​ມາດ​ປ້ອງ​ກັນ​ມັນ​ໄດ້​ໝົດ. ຂ້າ​ພະ​ເຈົ້າ​ຂໍໃຫ້​ປະ​ຊາ​ຊົນ​ຍົກ​ໂທດ​ໃຫ້​ດ້ວຍ.”

“ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຂອບ​ໃຈຕໍ່​ລັດ​ຖະ​ບານ ​ສຳ​ລັບ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ. ຂ້າ​ພະ​ເຈົ້າ​ກໍ​ຂໍ​ໃຫ້​ລັດ​ຖະ​ບານ​ຍົກ​ໂທດ​ໃຫ້​ດ້ວຍ.”

ທ່ານ ອີ ແມ່ນ​ເປັນ​ທີ່​ນັບ​ຖື​ໂດຍ​ລູກ​ສິດ​ຂອງ​ເພິ່ນ​ດັ່ງ​ກັບ “ພະ​ຜູ້​ສັກ​ສິດ” ຜູ້​ທີ່​ຈະ​ພາ​ 144,000 ຄົນ​ໄປ​ສະ​ຫວັນ​ກັບ​ເພິ່ນ​ໃນ​ວັນສິ້ນ​ສຸດ​ຂອງ​ໂລກ, ແລະ ກຸ່ມ​ຂອງ​ເພິ່ນ​ມັກ​ຈະ​ຖືກ​ກ່າວ​ປະ​ນາມ​ດັ່ງ​ກັບ​ລັດ​ທິ​ສາ​ສະ​ໜາ.

ສະ​ມາ​ຊິກ​ອາ​ຍຸ 61 ປີ​ຄົນ​ນຶ່ງ​ໄດ້​ມີ​ອາ​ການ​ໄຂ້​ຫວັດ​ໃນ​ວັນ​ທີ 10 ກຸມ​ພາ ແຕ່​ໄດ້​ເຂົ້າ​ຮ່ວມ​ໃນ​ພິ​ທີ​ສູດ​ມົນ​ຢູ່​ໂບດ​ສີ່​ແຫ່ງ​ໃນ​ເມືອງ ແດ​ກູ, ເຊິ່ງ​ແມ່ນ​ເມືອງ​ທີ່​ໃຫຍ່​ທີ່​ສຸດ​ອັນ​ດັບ​ສີ່​ຂອງ​ປະ​ເທດ ດ້ວຍ​ປະ​ຊາ​ກອນ ສອງ​ລ້ານ​ຫ້າ​ແສນ​ຄົນ ແລະ ເປັນ​ສູນ​ກາງ​ຂອງ​ການ​ແຜ່​ລະ​ບາດ ກ່ອນ​ຖືກກວດ​ພົບ​ໂຣກ.

ຕົວ​ເລກ​ກໍ​ລະ​ນີ​ຕ່າງໆ​ຂອງ ເກົາຫຼີ​ໃຕ້ ແມ່ນ​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ ໃນ​ຂະ​ນະ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ດຳ​ເນີນ​ການກວດ​ກາ​ປະ​ຊາ​ຊົນຫຼາຍກວ່າ 260,000 ຄົນ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ໂບດ ຊິນ​ຈອນ​ຈີ.

ລັດ​ຖະ​ບານ​ເມືອງ​ຂອງ​ນະ​ຄອນຫຼວງ ໂຊ​ລ ໄດ້​ຂໍ​ໃຫ້​ບັນ​ດາ​ໄອ​ຍະ​ການ​ຕັ້ງ​ຂໍ້​ກ່າວ​ຫາ ລວມ​ທັງ​ການ​ຄາດ​ຕະ​ກຳ ຕໍ່​ທ່ານ ແລະ ຜູ້​ນຳ​ສາ​ສະ​ໜາ​ອື່ນໆ​ອີກ 11 ຄົນ ສຳ​ລັບ​ການບໍ່​ສາ​ມາດ​ທີ່​ຈະ​ຮ່ວມ​ມື​ໃນ​ການ​ຄວບ​ຄຸມ ​ການ​ແຜ່​ກະ​ຈາຍ​ໄວ​ຣັ​ສ​ໂຄ​ໂຣ​ນາ​ທີ່​ຮ້າຍ​ແຮງນີ້.

ທ່ານ ອີ ໄດ້​ຢືນ​ຢັນ​ວ່າ ກຸ່ມ​ດັ່ງ​ກ່າວ “ໄດ້​ຮ່ວມ​ມື​ກັບ​ລັດ​ຖະ​ບານ​ຢ່າງ​ຫ້າວ​ຫັນ.”

ທ່ານ​ໄດ້​ກ່າວ​ຕື່ມ, ແລະ ຢຸດ​ເປັນ​ບາງ​ຄັ້ງ​ເພື່ອ​ເຊັດ​ນ້ຳ​ຕາ​ຂອງ​ທ່ານ ໃນ​ຂະ​ນະ​ທີ່​ຜູ້​ປະ​ທ້ວງ​ຫ້ອງ​ຄຳ​ວ່າ​ລ່ວງ​ລະ​ເມີດ​ວ່າ “ພວກ​ເຮົາ​ຈະ​ພະ​ຍາ​ຍາ​ມ​ໃຫ້​ດີ​ທີ່​ສຸດ ແລະ ຈະ​ບໍ່​ໃຊ້​ການ​ສະ​ໜັບສະ​ໜູນ​ຈາກມະ​ນຸດ ແລະ ວັດ​ຖຸ.”

The leader of a South Korean sect linked to more than half the country's 4,000-plus coronavirus cases apologised Monday for the spread of the disease.

"I would like to offer my sincere apology to the people on behalf of the members," said Shincheonji head Lee Man-hee, his voice breaking.

The 88-year-old twice got down on his knees to bow before reporters in Gapyeong, his head to the floor.

"Although it was not intentional, many people have been infected," he said.

"We put our utmost efforts but were unable to prevent it all. I seek the forgiveness of the people.

"I am very thankful to the government for its efforts. I also seek the forgiveness of the government."

Lee is revered by his followers as the "Promised Pastor" who will take 144,000 people with him to heaven on the Day of Judgement, and his group is often condemned as a cult.

A 61-year-old female member developed a fever on February 10 but attended at least four church services in Daegu -- the country's fourth-largest city with a population of 2.5 million and the centre of the outbreak -- before being diagnosed.

South Korea's case numbers are expected to rise further as authorities carry out checks on more than 260,000 people associated Shincheonji.

Seoul's city government has asked prosecutors to press charges, including murder, against him and 11 other sect leaders for failing to cooperate in containing the spread of the deadly coronavirus.

Lee insisted that the group was "actively cooperating with the government".

"We will do our best and not spare human and material support," he added, pausing occasionally to wipe tears from his eyes as protesters shouted abuse.

XS
SM
MD
LG