ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

10 ຄົນ​ເສຍ​ຊີ​ວິດ 30 ຄົນ​ໄດ້​ຮັບ​ບາ​ດ​ເຈັບ ຈາກ​ໄຟ​ໄໝ້ຢູ່​ໂຮງ​ແຮມ ​ກາ ຊິ​ໂນ ໃນ​ກຳ​ປູ​ເຈຍ ​ດັ່ງທີ່​ຕຳ​ຫລວດ​ ໄດ້​ກ່າວ


​ພວກມອດ​ໄຟ ແລະ​ໜ່ວ​ຍກູ້​ໄພ ເຕົ້າ​ໂຮມ​ກັນ​ຢູ່​ບ່ອນ​ເກີດ​ໄຟ​ໄໝ້​ທີ Grand Diamond City hotel-casino ໃນ​ເມືອງ​ປົວ​ເປັດ ກຳ​ປູ​ເຈຍ ວັນ​ທີ 29 ທັນ​ວາ 2022
​ພວກມອດ​ໄຟ ແລະ​ໜ່ວ​ຍກູ້​ໄພ ເຕົ້າ​ໂຮມ​ກັນ​ຢູ່​ບ່ອນ​ເກີດ​ໄຟ​ໄໝ້​ທີ Grand Diamond City hotel-casino ໃນ​ເມືອງ​ປົວ​ເປັດ ກຳ​ປູ​ເຈຍ ວັນ​ທີ 29 ທັນ​ວາ 2022

ຫ​ລາຍ​ເຖິງ 10 ຄົນ ໄດ້​ເສຍ​ຊີ​ວິດ​ຈາກ​ໄຟ​ໄໝ້​ທີ່ເກີດຂຶ້ນຢູ່ໂຮງ​ແຮມ​ກາ​ຊິ​ໂນ​ ຂອງກຳ​ປູ​ເຈຍ ຕັ້ງຢູ່​ຊາຍ​ແດນຕິດກັບ​ປະ​ເທດ​ໄທ ດັ່ງທີ່ຕຳ​ຫລວດ​ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ມື້​ນີ້.

ໄຟ​ລຸກໄໝ້ ໂຮງແຮມກາຊິໂນ ແກ​ຣນ ດາຍມອນ ຊີ​ຕີ (Grand Diamond City) ຢູ່ໃນເຂດ​ປອຍ​ເປັດ ​ຊຶ່ງໄດ້ເກີດ​ຂຶ້ນ​ໃນ​ຕອນ​ຄ່ຳຂອງວັນ​ພຸດວານນີ້ ປະ​ມານ 11:30 ຕາມ​ເວ​ລາ​ໃນທ້ອງ​ຖິ່ນ ອີງຕາມການກ່າວຂອງ​ຕຳ​ຫລວດ​ກຳ​ປູ​ເຈຍ​.

​ລາຍງານຂອງຕຳ​ຫລວດໃນຂັ້ນຕົ້ນ ທີ່ອົງ​ການ​ຂ່າວ​ຝ​ຣັ່ງ (AFP) ​ໄດ້​ເຫັນນັ້ນກ່າວ​ວ່າ “ປະ​ມານ 10 ຄົນ​ໄດ້​ເສຍ​ຊີ​ວິດ ​ແລະ 30 ຄົນ​ໄດ້​ຮັບ​ບາດ​ເຈັ​ບ” ລາຍງານກ່າວຕື່ມວ່າ ປະ​ມານ 400 ​ບຸກ​ຄົນທີ່ເຊື່ອກັນ​ວ່າ ກຳລັງເຮັດ​ວຽກ​ຢູ່​ໃນກາ​ຊິ​ໂນ.​

ພາບ​ບັນທຶກຂອງວິ​ດີ​ໂອ ທີ່​ໄດ້ຖືກນຳອອກທາງ​ອອນ​ລາຍ​ ສະ​ແດງ​ໃຫ້​ເຫັນຕຶກໃຫຍ່ຖືກ​ໄຟ​ເຜົາໄໝ້​ຢ່າງ​ແຜ່ຫຼາຍ​ ພ້ອ​ມກັນນັ້ນ ມີຄລິບບາງ​ຕອນ​ທີ່​ປາ​ກົດ​ວ່າ ສະແດງໃຫ້ເຫັນ ພວກຜູ້ຄົນໂຕນ​ອອກ​ຈາກ​ຕຶກ​ທີ່​ກຳລັງຖືກໄຟ​ໄໝ້ຢູ່ນັ້ນ.

​ສື່ມວນຊົນໃນ​ທ້ອງ​ຖິ່ນ​ ໄດ້​ລາຍ​ງານ​ວ່າ ພວກຊາວ​ຕ່າງ​ປະ​ເທດ ​ໄດ້​ຢູ່​ໃນ​ກາ​ຊິ​ໂນ ເວ​ລາ​ເກີດ​ໄຟ​ໄໝ້.

ແຫລ່ງ​ຂ່າວຂອງກະ​ຊວງ​ການຕ່າງ​ປະ​ເທດ​ໄທ ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ໄດ້​ປະ​ສານ​ງານ​ຢ່າງ​ໃກ້​ສິດ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ພ້ອ​ມ​ດ້ວຍ ການເຄື່ອນຍ້າຍ​ຜູ້ທີ່​ໄດ້​ຮັບ​ບາດ​ເຈັບ​ໄປຍັງ​ໂຮງ​ໝໍຕ່າງໆ ​ຢູ່ໃນແຂວງສະແກ້ວ ຂອງໄທ.

ເຂົາ​ເຈົ້າ​ກ່າວ​ວ່າ “ພວກ​ເຈົ້າ​ໜ້າ​ທີ່​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຄວບ​ຄຸມ​ໄຟ ຮວມ​ທັງການສົ່ງລົດ​ດັບ​ເພີ​ງຈາກ​ເບື້ອງ​ປະເທດ​ໄທ ໄປຊ່ອຍ.”

​ອາ​ສາ​ສະ​ໝັກ​ຄົນ​ນຶ່ງ​ຢູ່ກັບ​ໜ່ວຍ​ກູ້​ໄພ​ໄທ ມູນ​ນິ​ທິ​ຣວມ​ກະ​ຕັນ​ຍູ ໄດ້​ກ່າວ​ວ່າ ໄຟ​ໄໝ້​ໄດ້​ເລີ້ມຂຶ້ນ​ຢູ່​ຊັ້ນ​ທີ​ນຶ່ງ ແຕ່​ໄດ້​ແຜ່​ລາມ​ຢ່າ​ງໄວ​ວາໄປ​ຕາມ​ຜ້າ​ພົມ ແລ້ວລາມຂຶ້ນ​ໄປ​ຫາຊັ້ນເທິງທົ່ວຕຶກທີ່ມີຫຼາຍຊັ້ນ.

The Grand Diamond City ​ແມ່ນ​ນຶ່ງ​ໃນ​ຈຳ​ນວນ​ບັນ​ດາ​ໂຮງ​ແຮມກາ​ຊິ​ໂນ ​ທີ່ຕັ້ງຢູ່ຈູ້ມ​ກັນ​ ເລາະຕາມ​ຊາຍ​ແດນ​ຂອງກຳ​ປູ​ເຈຍ ຕິດກັບໄທ.

As many as 10 people have died in a fire at a Cambodian hotel-casino on the border of Thailand, police said Thursday.

The blaze at the Grand Diamond City casino-hotel in Poipet broke out late Wednesday night at around 11:30 p.m. local time (1630 GMT), Cambodian police said.

A provisional police report seen by AFP said "about 10 people died and 30 people injured," adding that around 400 people were believed to be working at the casino.

Video footage shared online showed the massive complex ablaze, with some clips appearing to show people jumping from the burning building.

Local media reported that foreign nationals were inside the casino at the time of the fire.

A Thai foreign ministry source said they were coordinating closely with local authorities, with the injured transferred to hospitals in Thailand's Sa Kaeo province.

"The authorities have been trying to control the fire including by sending in firetrucks from the Thai side," they said.

A volunteer with Thai rescue group the Ruamkatanyu Foundation said the blaze started on the first floor but spread quickly along the carpets, leaping up through the multistory building.

The Grand Diamond City is one of a number of casino-hotels clustered along the Thai-Cambodian border.

XS
SM
MD
LG