ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຂວງຄຳມ່ວນ ເປັນເຂດທີ່ ໄດ້ຮັບຜົນກະທົບ ໜັກທີ່ສຸດ ຈາກໄພນ້ຳຖ້ວມຄັ້ງໃຫຍ່ນີ້


ຜົນກະທົບຈາກນ້ຳຝົນທີ່ຕົກລົງມາ ຢ່າງຫຼວງຫຼາຍ ຂອງພາຍຸເຂດຮ້ອນເຊິ່ນຕິງ ສ້າງຄວາມເສຍຫາຍ ແກ່ເສັ້ນທາງຫຼາຍສາຍ
ຜົນກະທົບຈາກນ້ຳຝົນທີ່ຕົກລົງມາ ຢ່າງຫຼວງຫຼາຍ ຂອງພາຍຸເຂດຮ້ອນເຊິ່ນຕິງ ສ້າງຄວາມເສຍຫາຍ ແກ່ເສັ້ນທາງຫຼາຍສາຍ

ແຂວງຄຳມ່ວນ ໄດ້ຮັບຜົນກະທົບຫຼາຍທີ່ສຸດ ຈາກພາຍຸເຂດຮ້ອນເຊິ່ນຕິງ ໂດຍໄພນ້ຳ
ຖ້ວມ ເຮັດໃຫ້ເນື້ອທີ່ນາ ເສຍຫາຍກວ່າ 25,000 ເຮັກຕາ ໃນເຂດ 309 ບ້ານ ແລະກະ ທົບປະຊາຊົນ 13,589 ຄອບຄົວ.

ທ່ານບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກຳ ແລະປ່າໄມ້ ແຂວງຄຳມ່ວນ ຢືນຢັນວ່າ
ໄພນ້ຳຖ້ວມທີ່ເກີດຈາກພາຍຸເຂດຮ້ອນເຊິ່ນຕິງ ທີ່ພັດເຂົ້າມາລາວ ໃນຊ່ວງວັນທີ 15 ຫາ
23 ກໍລະກົດ 2018 ທີ່ຜ່ານມາ ໄດ້ເຮັດໃຫ້ເກີດການເສຍຫາຍຢ່າງໜັກ ໃນທົ່ວແຂວງ
ຄຳມ່ວນ ໃນປັດຈຸບັນນີ້ ໂດຍຈາກການສຳຫຼວດພົບວ່າ ມີປະຊາຊົນລາວ 13,589
ຄອບຄົວ ໃນເຂດ 309 ບ້ານ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຄັ້ງນີ້ ແລະພື້ນທີ່ນາ
ຖືກນ້ຳຖ້ວມກວ້າງກວ່າ 25,000 ເຮັກຕາ ໃນພື້ນທີ່ທັງ 10 ເມືອງຂອງແຂວງຄຳມ່ວນ.

ນ້ຳຖ້ວມເຮືອນຊານບ້ານຊ່ອງ ຂອງປະຊາຊົນ ແລະເຮັດໃຫ້ເນື້ອທີ່ນາ ເສຍຫາຍກວ່າ 25,000 ເຮັກຕາ ໃນເຂດ 309 ບ້ານ ແລະ ກະທົບປະຊາຊົນ 13,589 ຄອບຄົວ.
ນ້ຳຖ້ວມເຮືອນຊານບ້ານຊ່ອງ ຂອງປະຊາຊົນ ແລະເຮັດໃຫ້ເນື້ອທີ່ນາ ເສຍຫາຍກວ່າ 25,000 ເຮັກຕາ ໃນເຂດ 309 ບ້ານ ແລະ ກະທົບປະຊາຊົນ 13,589 ຄອບຄົວ.

ທ່ານບຸນຈັນ ຢືນຢັນດ້ວຍວ່າ ຜົນເສຍຫາຍ ທີ່ເກີດຂຶ້ນນີ້ ຍ່ອມຈະສົ່ງຜົນກະທົບ ຕໍ່ເປົ້າ
ໝາຍ ໃນການຜະລິດເຂົ້ານາປີ ແລະການປູກພືດເປັນສິນຄ້າ ຂອງແຂວງຄຳມ່ວນໃນປີ
2018 ນີ້ ຢ່າງຫລີກລ່ຽງບໍ່ໄດ້ ໂດຍສະເພາະແມ່ນການປູກເຂົ້ານາປີ ແລະພືດສະບຽງ
ອາຫານຊະນິດຕ່າງໆ ທີ່ວາງເປົ້າໝາຍໄວ້ໃນພື້ນທີ່ 68,730 ເຮັກຕານັ້ນ ຖືເປັນພາກ ການຜະລິດ ທີ່ຖືກກະທົບຫຼາຍທີ່ສຸດ ເພາະວ່າ ນ້ຳໄດ້ຖ້ວມພື້ນທີ່ນາ ໃນແຂວງຄຳມ່ວນ
ໄປແລ້ວ ກວ່າ 25,000 ເຮັກຕາ ທັງຍັງກະທົບຕໍ່ເນື່ອງ ເຖິງພື້ນທີ່ປູກພືດເປັນສິນຄ້າ
ທີ່ທາງການແຂວງຄຳມ່ວນ ໄດ້ວາງເປົ້າໝາຍເອົາໄວ້ໃນພື້ນທີ່ 15,570 ເຮັກຕາອີກດ້ວຍ.

ແຕ່ຢ່າງໃດກໍຕາມ ທາງການລາວ ຍັງບໍ່ສາມາດປະເມີນຄວາມເສຍຫາຍ ທີ່ເກີດຈາກໄພ
ນ້ຳຖ້ວມ ໃນຄັ້ງນີ້ ໄດ້ຢ່າງຄັກແນ່ ເນື່ອງຈາກຫຼາຍພື້ນທີ່ ຍັງມີນ້ຳຖ້ວມ ແລະພື້ນຖານ
ໂຄງລ່າງຕ່າງໆ ກໍເກີດການເສຍຫາຍຢ່າງກວ້າງຂວາງ ເຊັ່ນ ຖະໜົນຫົນທາງ ຂົວ
ສະພານ ອາຄານ ສຳນັກງານ ໂຮງຮຽນ ສຸກສາລາ ວັດວາອາຮາມ ແລະເຮືອນຂອງ
ປະຊາຊົນນັ້ນ ໂດຍໃນໄລຍະຜ່ານມາ ທາງການລາວ ກໍໄດ້ໃຫ້ການຊ່ອຍເຫຼືອໃນຂັ້ນ
ເບື້ອງຕົ້ນ ເທົ່ານັ້ນ ສ່ວນການຊ່ອຍເຫຼືອ ແລະຟື້ນຟູ ເພື່ອເຮັດໃຫ້ສະພາບຊີວິດ ການ
ເປັນຢູ່ຂອງປະຊາຊົນ ທີ່ໄດ້ ຮັບຜົນກະທົບ ຈາກໄພນ້ຳຖ້ວມຄັ້ງນີ້ ໃຫ້ກັບຄືນສູ່ສະພາວະ
ປົກກະຕິນັ້ນ ກໍຈະຕ້ອງລໍຖ້າ ການສະເໜີ ຂໍ້ມູນພາກສະໜາມ ຂອງພາກສ່ວນຕ່າງໆ
ທີ່ກ່ຽວຂ້ອງເສຍກ່ອນ ຈຶ່ງຈະສາມາດປະເມີນຜົນເສຍຫາຍ ແລະໃຫ້ການຊ່ວຍເຫຼືອໄດ້
ຢ່າງຄົບຖ້ວນຕໍ່ໄປ ດັ່ງທີ່ ທ່ານປະສົງ ວົງຄຳຈັນ ຫົວໜ້າກົມສັງຄົມສົງເຄາະ ກະຊວງ
ແຮງງານ ແລະສະຫວັດດີການສັງຄົມ ໄດ້ໃຫ້ການຢືນຢັນວ່າ:

“ແຂວງທີ່ກະທົບທັງໝົດຫັ້ນ ກຳລັງເກັບກຳຂໍ້ມູນ ຫລັງຈາກນັ້ນ ພວກເຮົາ ກໍສິຂຶ້ນງົບ
ເພື່ອໄປຊ່ວຍເຫຼືອ ຂໍໃຫ້ພີ່ນ້ອງ ທີ່ຖືກກະທົບໃນຂອບເຂດທົ່ວປະເທດ ຈຶ່ງໄດ້ມີສະຕິ
ຫັ້ນແຫລະ ແລ້ວກະໃຫ້ທາງພະແນກແຮງງານ ແລະສະຫວັດດີການສັງຄົມ ກ່ຽວກັບ
ແຂວງ ເກັບກຳມາຂໍ້ມູນດັ່ງກ່າວ ວ່າມີຈັກຄົນ ມີຈັກຄອບຄົວ ສິ່ງທີ່ຕ້ອງການໆຊ່ອຍ
ເຫຼືອ ມີຫຍັງແດ່ ອີງໃສ່ສະພາບຕົວຈິງ ອີງໃສ່ລະບຽບຫລັກການ ທີກຳນົດໄວ້ຫັ້ນ
ແຫລະເນາະ ວ່າ ມີຈັກຄົນ ມີຈັກຄອບຄົວ.”

ປະຊາຊົນ ເມືອງສະໜາມໄຊ ພາກັນຫລົບໜີ ໄພນ້ຳຖ້ວມ ເກີດຈາກຝົນຕົກໜັກ ແລະເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ຢູ່ໃນແຂວງອັດຕະປື.
ປະຊາຊົນ ເມືອງສະໜາມໄຊ ພາກັນຫລົບໜີ ໄພນ້ຳຖ້ວມ ເກີດຈາກຝົນຕົກໜັກ ແລະເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ຢູ່ໃນແຂວງອັດຕະປື.

ທາງດ້ານ ທ່ານຄຳແພງ ໄຊສົມແພງ ລັດຖະມົນຕີວ່າການ ກະຊວງແຮງງານ ແລະ
ສະຫວັດດີການສັງຄົມ ຢືນຢັນວ່າ ນອກຈາກເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ທີ່ສົ່ງ
ຜົນກະທົບຢ່າງໜັກ ຕໍ່ປະຊາຊົນລາວ ໃນແຂວງອັດຕະປືແລ້ວ ຍັງເກີດໄພນ້ຳຖ້ວມ
ຢ່າງໜັກໜ່ວງ ຢູ່ໃນພື້ນທີ່ 58 ເມືອງ ຂອງ 12 ແຂວງ ແລະມີປະຊາຊົນລາວ ໄດ້ຮັບ
ຜົນກະທົບຫຼາຍກວ່າ 30,000 ຄອບຄົວ ຊຶ່ງບໍ່ລວມເຖິງການເສຍຫາຍ ທີ່ເກີດຈາກ
ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກແຕ່ຢ່າງໃດ.

ຍິ່ງໄປກວ່ານັ້ນ ໄພນ້ຳຖ້ວມດັ່ງກ່າວ ຍັງຈະກະທົບຕໍ່ແຜນການຜະລິດດ້ານກະສິກຳ ໃນ
ລາວ ຢ່າງຫລີກລ່ຽງບໍ່ໄດ້ ໂດຍສະເພາະແມ່ນ ແຜນການຜະລິດເຂົ້າ ເພື່ອສົ່ງອອກໄປ
ຕ່າງປະເທດ 4 ແສນໂຕນ ໃນປີ 2018 ໂດຍທີ່ລັດຖະບານ ລາວ ໄດ້ວາງແຜນການ
ຈະຂະຫຍາຍເນື້ອທີ່ປູກເຂົ້າໃຫ້ໄດ້ກວ້າງກວ່າ 1 ລ້ານເຮັກຕາ ດ້ວຍສະມັດຖະພາບ
ສະເລ່ຍ 4 ລ້ານ 2 ແສນໂຕນຕໍ່ເຮັກຕາ ຊຶ່ງຈະເຮັດໃຫ້ມີຜົນຜະລິດເຂົ້າລວມ 4 ລ້ານ
22 ພັນໂຕນໃນທົ່ວປະເທດ ໃນນີ້ແບ່ງເປັນຜົນຜະລິດເຂົ້ານາແຊງ 475,600 ໂຕນ
ເຂົ້ານາປີ 3,553,000 ໂຕນ ແລະເຂົ້າໄຮ່ 2 ແສນໂຕນນັ້ນ ຄົງຈະເປັນໄປໄດ້ຍາກ
ເພາະອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະເມີນ
ວ່າ ນາເຂົ້າໃນລາວ ຖືກນ້ຳຖ້ວມເສຍຫາຍໄປແລ້ວ 37,000 ກວ່າເຮັກຕາ ນັ້ນເອງ.

XS
SM
MD
LG