ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄໍາຫລ້າ ສົມພັນ ນາຍຄູສອນຟ້ອນ ລະບໍາສະໄໝໃໝ່ ຄົນທໍາອິດຂອງ ປະຊາຄົມລາວ-ອາເມຣິກັນ


ຄໍາຫລ້າ ສົມພັນ ນັກຟ້ອນ ແລະຜູ້ອອກແບບການຟ້ອນ ລະບໍາສະໄໝໃໝ່ ສະຕີ ລາວ-ອາເມຣິກັນ ຄົນທໍາອິດ ທີ່ປະສົບຜົນສໍາເລັດ ຢູ່ເທິງເວທີສາກົນ
ຄໍາຫລ້າ ສົມພັນ ນັກຟ້ອນ ແລະຜູ້ອອກແບບການຟ້ອນ ລະບໍາສະໄໝໃໝ່ ສະຕີ ລາວ-ອາເມຣິກັນ ຄົນທໍາອິດ ທີ່ປະສົບຜົນສໍາເລັດ ຢູ່ເທິງເວທີສາກົນ
ບາລເລ່ (Ballet) ແມ່ນການຟ້ອນທີ່ປະດິດຂື້ນມາ ໃນສັດຕະວັດ
ທີ່ 15 ທີ່ພະລາດຊະວັງ ອີຕາລີ ຊຶ່ງເວລານັ້ນ ຕົກຢູ່ໃນສະໄໝ
ປະຊາຄົມໂລກກໍາລັງເລີ້ມຈະເລີນຮຸ່ງເຮື່ອງ ທາງດ້ານການພັດ
ທະນາ ດົນຕີ ການຟ້ອນ ແລະສີນລະປະຕ່າງໆ ຊຶ່ງເປັນທີ່ຮູ້ກັນ
ວ່າ​ Renaissance ຫລືວ່າ ຍຸກ​ສະໄໝການເກີດໃໝ່.

ບາລເລ່ (ballet) ໄດ້ກາຍມາເປັນພື້ນຖານການຟ້ອນ ທີ່ຖືກພັດ
ທະນາ ຂື້ນມາໃຫ້ເຫັນປະປົນຢູ່ໃນຮູບແບບການຟ້ອນຕ່າງໆ
ຢູ່ໃນສະໄໝໃໝ່ ທີ່ຮ້ອງ​ກັນວ່າ modern dance ມັນແມ່ນສິນ
ລະປະການຟ້ອນຂອງບັນດາປະເທດອຸດສາຫະກຳ ທີ່ຈະເລີນ
ແລະຮັ່ງມີ.

Khamla Somphanh
Khamla Somphanh

ການຟ້ອນ modern dance ດັ່ງກ່າວນີ້ຈະຕ້ອງໄດ້ໜັງຕີງ
ເຄື່ອນຍ້າຍທຸກພາກສ່ວນຂອງຮ່າງກາຍ ໄປກັບສຽງດົນຕຣີ
ເນື້ອເພງ ບໍ່ວ່າຈະເປັນຈັງວະຊ້າ ຈັງວະຂະໜາດກາງ ແລະ
ຈັງວະໄວ. ສິ່ງສຳຄັນທີ່ສຸດນັ້ນ ມັນຂື້ນຢູ່ກັບ ນາຍຄູຜູ້ອອກ
ແບບການຟ້ອນ ທີ່ຮ້ອງວ່າ Dance Choreographer ຊຶ່ງ
ເປັນຜູ້ຜະລິດຄິດສ້າງອອກແບບລີລາການຟ້ອນໂດຍບໍ່ໃຫ້
ຊ້ຳເກົ່າເພື່ອໃຫ້ນັກຮຽນມີຄວາມຕື່ນເຕັ້ນ ແລະຜູ້ຊົມບໍ່ເກີດ
ຄວາມເບື່ອໜ່າຍ.

ຂ້າພະເຈົ້າ ຂໍແນະນຳໃຫ້ທ່ານມາຮູ້ຈັກກັບ ສະຕີລາວ-ອາເມຣິກັນ ຄົນທໍາອິດ ຢູ່ໃນປະ
ວັດສາດຂອງປະຊາຄົມລາວ ໃນສະຫະລັດ ທີ່ໄດ້ວາງບາດກ້າວ ເຂົ້າມາຢູ່ໃນເວທີສາກົນ
ແລະຜ່ານເວທີສະແດງມີຊື່ສຽງຫລາຍໆແຫ່ງ ກ່ອນທີ່ນາງຈະໄດ້ເລີ້ມມ ປະ​ກອບ​ວິ​ຊາ​ອາ​
ຊີບ​ເປັນ Choreogarpher ຫລື​ຜູ້​ອອກ​ແບບການຟ້ອນ Modern Dance.

ຄຳຫລ້າ ສົມພັນ ເປັນລູກສາວຫລ້າ ຂອງ ທ່ານສົມບູນ ແລະທ່ານນາງ ຕຸ້ມຄໍາ ສົມພັນ. ຄໍາຫລ້າ ເກີດຢູ່ບ້ານຫາຍໂສກ ນະຄອນຫລວງວຽງຈັນ ໃນປີ 1971 ເວລາອາຍຸໄດ້ 4
ເດືອນ ຄໍາຫລ້າໄດ້ອອກເດີນທາງ ຕິດຕາມຄອບຄົວມາຢູ່ຕ່າງປະເທດ ເພາະວ່າ ບິດາ
ຂອງຄຳຫລ້າ ຖືກສົ່ງມາເປັນນັກການທູດຢູ່ ນະຄອນມົສກູ ອະດີດສະຫະພາບໂຊຫວຽດ.
ບ່ອນນີ້ເອງ ຄຳຫລ້າ ໄດ້ໃຊ້ບັ້ນຕົ້ນຊີວິດ ຢູ່ໃນບັນຍາກາດຂອງວົງການທູດ ແລະ ໄດ້ມີ
ໂອກາດຊົມສະແດງການຟ້ອນ Ballet ແລະ Opera ຢູ່ໃນໂຮງມະຫໍລະສົບໃຫຍ່ທີ່ມີຊື່
ສຽງ Bolchoi Theater ຊຶ່ງເປັນບ່ອນເຕົ້າໂຮມພວກຂຸນນາງຣັດເຊຍ ໃນກຸງມົສກູ. ​

ໃນ​ປີ 1974 ຄໍາ​ຫລ້າ ​ໄດ້ຕິດຕາມ​ຄອບຄົວ​ມາ​ໃຊ້​ຊີວິດ​ໃໝ່ ທີ່ ນະຄອນ​ນິວຢອກ ບ່ອນ​ທີ່ ບິດາຂອງ​ຄໍາ​ຫລ້າ ໄດ້ຖືກແຕ່ງຕັ້ງມາປະຈຳການຢູ່ ອົງການສະຫະປະຊາຊາດ ​ແລະ ໃນ
ປີ1975 ຄອບຄົວຂອງຄຳຫລ້າໄດ້ຍ້າຍມາ ຕັ້ງຖິ່ນຖານ​ເປັນ​ທີ່​ຖາ​ວອນທີ່ ເຂດພາກເໜືອ ຂອງລັດເວີຈີເນຍ ບ່ອນທີ່ ຄໍາຫລ້າ ​ເລີ້ມໄດ້ຮັບການສຶກສາ ຈາກຊັ້ນປະຖົມມາຈົນເຖິງຂັ້ນ ມະຫາ ວິທະຍາໄລ. ຄຳຫລ້າ ຮູ້ໂຕເອງດີ ມາຕັ້ງແຕ່ນ້ອຍວ່າ ມັກສິນລະປະການຟ້ອນ ເພາະສະນັ້ນ ນາງຈຶ່ງໄດ້ເຈາະຈົງໃສ່ວິຊາການຟ້ອນ Modern Dance ນີ້ ມາຕະຫລອດ.

ໃນ​ປີ 1998 ຄຳຫລ້າ ໄດ້ເລີ້ມວາງ​ບົດບາດ ສະແດງການຟ້ອນຮ່ວມກັບ ບັນດານັກສິນ
ລະປິນ ອາເມຣິກັນ ທີ່ມີຊຶ່ສຽງຢູ່ເທິງເວທີສາກົນ ເຊ່ນວ່າຟ້ອນປະກອບຢູ່ໃນບົດລະຄອນ “The King and I” ຫລື "ພະລາຊາ ແລະຂ້ອຍ" ຢູ່ທີ່ໂຮງລະຄອນ ທີ່​ມີ​ຊື່​ສຽງ​ທີ່​ສຸດໃນ
ສະຫະລັດ ທີ່ Neil Diamond Theater ຢູ່ຖະໜົນ Broadway ໃນນະຄອນນິວຢ້ອກ.

The King & I ແມ່ນ​ເລື້ອງ​ລາວກ່ຽວກັບ ພະເຈົ້າແຜ່ນດິນສະຫຍາມ ໃນລາດຊະການທີ່
ສີ່ ຊຶ່ງເລື້ອງນີ້ເກີດຂື້ນ ໃນປີ 1860 ຈົນໄດ້​ກາຍ​ມາ​ເປັນ​ບົດ​ລະຄອນ ​ທີ່​ໂດ່ງ​ດັງ​ຂອງ​ໂລກ. ​

ເວລາ​ນັ້ນ ຄຳຫລ້າໄດ້ສະແດງເປັນຕົວປະກອບ ການຟ້ອນຮ່ວມກັບ ດາລາຮູບເງົາ Donna Murphy ແລະ Lou Diamond Phillips​.

Khamla Somphanh
Khamla Somphanh

ຫລັງຈາກນັ້ນຕໍ່​ມາ ຄຳຫລ້າ ກໍໄດ້ເລີ້ມ ປະກອບ​ອາ​ຊີບ ສິດ
ສອນ ການຟ້ອນມາຈົນເທົ້າເຖິງປັດຈຸບັນນີ້. ຄຳຫລ້າ ສາມາດ
ຟັງ ແລະເຂົ້າໃຈພາສາລາວດີພໍສົມຄວນ ແຕ່ເວົ້າໄດ້ໃນຂອບ
ເຂດຈຳກັດ. ຄຳຫລ້າໃຫ້ສຳພາດຕໍ່ ວີໂອເອ ດັ່ງນີ້ :



please wait

No media source currently available

0:00 0:02:52 0:00
ລິງໂດຍກົງ

“ພໍ່ແມ່ຂອງຂະນ້ອຍ ບໍ່​ໄດ້​ຕັ້ງ​ໃຈ​ທີ່​ຈະສົ່ງຂະນ້ອຍໄປຮຽນເປັນນັກຟ້ອນ ແລະ​ນັກເຕັ້ນລໍາ
ພຽງແຕ່ ຢາກໃຫ້ ຂະນ້ອຍມີ​ກິດຈະ​ກໍາ​ໃດ​ນຶ່ງ​ເຮັດ​ຂ້າເວລາ. ຂະນ້ອຍໄປເສັງເຂົ້າໂຮງຮຽນ Duke Ellington ຊຶ່ງເປັນໂຮງຮຽນສີນລະປະການຟ້ອນ ການສະແດງ ທີ່ນະຄອນຫລວງ ວໍຊິງຕັນ ຂະນ້ອຍເຫັນວ່າເປັນທີ່ໜ້າສົນໃຈ ແລະຕະຫລອດຊີວິດຂອງຂະນ້ອຍ ແລ້ວ
ແມ່ນມີຄວາມສົນໃຈແຕ່ ນໍາການຟ້ອນ.

ເວລາຂະນ້ອຍໄປ ໂຮງຮຽນຂະນ້ອຍໄດ້ຮັບການຝຶກຫັດທີ່ແຕກຕ່າງ ມັນເປັນການຝຶກຫັດ
ການ​ຟ້ອນແບບສະ​ໄໝໂບຮານ ແລະ​ດ້ານເທັກນິກ. ເວ​ລາ​ນັ້ນ ມັນເລີ້ມເຮັດໃຫ້ ຂະນ້ອຍ
ເຂົ້າໃຈຫລາຍຂື້ນ ແຕ່ວ່າ ຂະນ້ອຍ ບໍ່ແມ່ນນັກຟ້ອນ ແບບສະໄໝໂບຮານດັ່ງ​ກ່າວ ເພາະ​ວ່າ ຂະນ້ອຍບໍ່ຄິງບາງຮ່າງນ້ອຍ ແລະຮູບຮ່າງກໍບໍ່ສູງພໍ ທີ່ຈະມາເປັນນັກຟ້ອນບາ​ລ​ເລ່.
ເພາະສະນັ້ນ ຂະນ້ອຍມີແນວທີ່ຕ້ານໄວ້ຢູ່ໃນເວລານັ້ນ ແຕ່​ວ່າ ເວ​ລາ​ຂະ​ນ້ອຍ​ໄດ້​ຍ້າຍ​ມາ​ຮຽນ​ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ Philadelphia School of Arts ບ່ອນ​ທີ່ ຂະ​ນ້ອຍ​ໄດ້​ຮັບ​ທຶນ​ສຶກສາ ແລະ​ບ່ອນ​ນີ້​ເອງ ເປັນ​ບ່ອນ​ທີ່​ໄດ້​ຫລໍ່​ຫລອມ​ທິດ​ທາງຊີ​ວິດ​ຂອງຂະ​ນ້ອຍ ມາ​ຈົນ​
ເທົ້າ​ເຖິງ ​ປັດ​ຈຸ​ບັນ.

Khamla Somphanh
Khamla Somphanh

ແບບ​ແຜ​ນ​ຫລັກ​ສູດທີ່ ຂະ​ນ້ອຍຟ້ອນ​ໃນ​ປັດ​ຈຸ​ບັນ​ນີ້ຮ້ອງວ່າ ຟ້ອນ
​ສະໄໝ​ໃໝ່ ແລະ​ປັດ​ຈຸ​ບັນ​ນີ້ ຂະ​ນ້ອຍ ສອນ​ຢູ່​ຫລາຍ​ໂຣງ​ຮຽນ. ​
ການ​ຟ້ອນ​ແບບ​ສະ​ໄໝ​ໃໝ່​ນີ້​ ບໍ່​ຕ້ອງ​ໃສ່​ເກີບ ແລະ​ການ​ເຄື່ອນ​
ຍ້າຍ​ນັ້ນ​ຕ້ອງໄດ້​ມີ​ການຫັນ​ປິ່ນ​ໂຕ​ໄປ​ມາ ​ແຕ່​ເຖິງ​ຢ່າງ​ໃດ​ກໍຕາມ
ເຮົາກໍຕ້ອງ​ໄດ້​ໃຊ້​ຫລັກ​ການ​ຂອງ ການ​ຟ້ອນ​ບາ​ລເລ່​ ນັ້ນ​ຢູ່ໃນ​
ການຜ່ານ​ຝືກ​ຫັດ​ນັ້ນຂະນ້ອຍຕ້ອງ​ໄດ້ຝຶກຊ້ອມ​ໂດຍ​ໃຊ້​ຫລັກ
ຂອງບາ​ລເລ່ ຊຶ່ງ​ເປັນທີ່​ສໍາຄັນ​ທີ່​ສຸດ​ຂອງພາກ​ສ່ວນ​ການ​ຟ້ອນ
ເພື່ອ​ສຶກ​ສາ​ເຖິງ​ການ​ເໜັງ​ຕີງ​ຂອງ​ຮ່າງ​ກາຍ ເພື່ອ​ເຮົາ​ຈະ​ໄດ້​
ນຳ​ໃຊ້​ດັ່ງ​ທີ່​ເຮົາ​ຕ້ອງ​ການ.


ການ​ຟ້ອນ ແມ່ນ​ພາກ​ສ່ວນ​ຂອງ​ການ​ອອກ​ກຳ​ລັງ​ກາຍ ເວ​ລາຂະ​ນ້ອຍ​ຟ້ອນ ຕ້ອງ​ຟ້ອນ​ກັບ​ດົນ​ຕີ ມັນ​ອ​າດ​ຈະ​ເປັນ​ເພງ​ຫ​ຍັງ​ກໍ​ໄດ້ ເຊນ​ວ່າ ເພ​ງ​ຊິ​ມ​ໂຟນີສະໄໝ​ເກົ່າ ເພງ​ສະໄໝ​ໃໝ່ ແລະ​ເພງ​ຮິບ​ຮອ໊ບ ທີ່ມີ​ຈັງ​ຫວະ​ຄຶກຄຶ້ນ ໄປ​ກັບ​ສຽງ​ກອງ​ແນວ​ມັນ​ເຕັ້ນ​ໄປ​ມາ​ໄດ້​ນັ້ນ ເພາະ​ສະ​ນັ້ນ ທຸກໆ​ອາ​ທິດ ຂະ​ນ້ອຍ​ຕ້ອງ​ໄດ້​ຊອກ​ຫາ​ດົນ​ຕີ ອັນ​ເປັນ​ພາກ​ສ່ວນ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ປະ​ກອບ​ ແຕ່ງການ​ອອກ​ແບບ​ຟ້ອນ​ນັ້ນ. ​ ຂະ​ນ້ອຍໄດ້​ສອນ​ຫລາຍ​ຫ້ອງ​ຮ​ຽນ ພວກ​ນັກ​ຮຽນບໍ່​ຢາກ​ໄດ້​ຍິນສຽງດົນ​ຕີແບບ​ດຽວ​ກັນ ແລະ​ຂະ​ນ້ອຍ​ກໍ​ບໍ່​ມັກ​ຟັງ​ດົນ​ຕີ​ທີ່​ຊ້ຳໆຊາກ​ໆ ກັນ ແລະ​ຢາກ​ຟັງ​ເພງອື່ນໄປເລື້ອຍໆ."

ປັດຈຸ​ບັນ​ນີ້ ຄໍາ​ຫລ້າ ສົມພັນ ພ້ອມ​ດ້ວຍ​ສາມີ ​ແລະລູກ​ຊາຍ​ນ້ອຍທີ່​ໜ້າ​ຮັກ​ສອງ​ຄົນ ພາກັນ​
ຕັ້ງຖິ່ນ​ຖານ​ຢູ່​ເມືອງ San Diego ລັດ California ບ່ອນ​ທີ່​ມີ​ອາກາດ​ອົບ​ອຸ່ນ ​ແລະ​ມີ​ຕົ້ນຕານ
ສູງ​ອັນ​ສວຍ​ງາ​ມ ຢູ່​ເລາະ​ແຄມ​ຝັ່ງມະຫາ​ສະມຸດ Pacific ກໍ້າ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ.
XS
SM
MD
LG