ຜູ້ນຳສູງສຸດຂອງ ອີຣ່ານ ທ່ານ Ali Khamenei ກ່າວວ່າ ເຖິງແມ່ນຂໍ້ຕົກລົງນິວເຄລຍໄດ້ຮັບການໃຫ້ສັດຕະຍາບັນກໍຕາມ, ແຕ່ ອີຣ່ານ ຈະບໍ່ເປີດປະຕູຂອງຕົນ ໃຫ້ຕ່າງປະເທດເຂົ້າມາມີອິດທິພົນ. ການກ່າວຄຳປາໄສທີ່ເຂັ້ມແຂງຂອງທ່ານ Khamenei ໃນວັນຈັນທີ່ຜ່ານມານີ້ໄດ້ມີຂຶ້ນໃນຂະນະທີ່ ຫົວໜ້ານັກເຈລະຈາ ອີຣ່ານ ໄດ້ເຮັດວຽກເພື່ອເສີມຄວາມແຂງແກ່ນໃຫ້ກັບຂໍ້ຕົກລົງທີ່ ຈະໝາຍເຖິງການບັນເທົາຈາກມາດຕະການລົງໂທດ ທີ່ເຮັດໃຫ້ເສດຖະກິດຂອງ ອີຣ່ານ ເປັນອຳມະພາດໃນຂະນະທີ່ ອີຣ່ານ ໄດ້ຍອມຮັບເອົາການລະງັບ ແລະການກວດສອບ ທີ່ຕັ້ງໃຈຈະກີດກັ້ນ ບໍ່ໃຫ້ ອີຣ່ານພັດທະນາອາວຸດນິວເຄລຍ. Zlatica Hoke ມີລາຍງານເພີ່ມເຕີມເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.
Ayatolla Khamenei ໄດ້ກ່າວຄຳປາໄສຕໍ່ປະຊາຊົນ ໃນນະຄອນຫຼວງ ເທເຮຣ່ານ ໃນວັນຈັນທີ່ຜ່ານມານີ້ ເຊິ່ງລວມມີສະມາຊິກຂອງສື່ມວນຊົນເຂົ້າຮ່ວມດ້ວຍ.
Ayatolla Ali Khamenei ກ່າວວ່າ “ພວກເຂົາຄິດວ່າຂໍ້ຕົກລົງນີ້ແລະ ມັນກໍຍັງບໍ່ທັນຊັດເຈນເທື່ອວ່າມັນຈະໄດ້ຖືກຮອງຮັບໃນ ອີຣ່ານ ຫຼື ອາເມຣິກາ ຈະເປັນການເປີດ ອີຣ່ານ ໃຫ້ພວກເຂົາ ເຂົ້າມາມີອິດທິພົນ. ພວກເຮົາໄດ້ຂັດຂວາງຊ່ອງທາງເສັ້ນນີ້ ແລະ ກໍຈະຂັດຂວາງມັນຕໍ່ໄປໃນອະນາຄົດຢ່າງແນ່ນອນ.”
ຄຳປາໄສຂອງທ່ານ Khamenei ໄດ້ຖືກກະຈາຍອອກໄປດ້ວຍບັນດາຜູ້ຮັບຟັງຂອງທ່ານທີ່ ພາກັນໂຮ່ຮ້ອງຂຶ້ນ ໃຫ້ສັງຫານອາເມຣິກາ, ອິສ ຣາແອລ ແລະ ອັງກິດ. ລັດຖະບານຂອງ ອິສຣາແອລ ແລະສະມາຊິກ ສະພາສະຫະລັດ ຫຼາຍຄົນຕໍ່ຕ້ານຂໍ້ຕົກລົງກັບ ອີຣ່ານ ຢ່າງຮຸນແຮງ ເພາະວ່າພວກເຂົາສະໜັບສະໜູນ ກຸ່ມພວກກໍ່ການຮ້າຍ ທີ່ໄດ້ທຳການໂຈມຕີ ອິສຣາແອລ. ຄຳກ່າວຕໍ່ຕ້ານຂອງທ່ານ Ayatolla ໃນວັນຈັນທີ່ຜ່ານມາ ໄດ້ເອົາຫຍ້າແຫ້ງໃຫ້ຜູ້ຄົນທີ່ໂຕ້ຖຽງວ່າ ການບັນເທົາມາດຕະການລົງໂທດທາງດ້ານເສດຖະກິດຕໍ່ ອີຣ່ານ ຈະເຮັດໃຫ້ພວກເຂົາສາມາດຂະຫຍາຍອິດທິພົນດັ່ງກ່າວອອກໄປໄດ້.
Ayatolla Khamenei ກ່າວວ່າ “ສະທາລະນະລັດ ອິສລາມ ຈະສະໜັບສະໜູນທຸກຄົນຜູ້ທີ່ລຸກຂຶ້ນຕໍ່ສູ້ກັບລະບອບການປົກຄອງ ອິສຣາແອລ ແລະ ສະໜັບສະໜູນການຕໍ່ຕ້ານຢ່າງເຕັມທີ່.”
ໃນຂະນະດຽວກັນ, ທີ່ນະຄອນຫຼວງ ມອສໂກ, ລັດຖະມົນຕີການຕ່າງປະເທດ ຣັດເຊຍ ແລະ ອີຣ່ານ ໄດ້ຕົກລົງກັນວ່າ ສັນຍານິວເຄລຍທີ່ໄດ້ບັນລຸກັນໃນວັນທີ 14 ກໍລະກົດທີ່ຜ່ານມາຈະເສີມຂະຫຍາຍສາຍພົວພັນສອງຝ່າຍ ລະຫວ່າງປະເທດທັງສອງ.
ທ່ານ Javad Zarif ກ່າວວ່າ “ພວກເຮົາມີສາຍພົວພັນທີ່ດີຕໍ່ກັນ ແລະ ຂໍ້ຕົກລົງມີຜົນທີ່ດີ ຕໍ່ການພັດທະນາບັນດາສາຍພົວພັນ ໃນທຸດຂົງເຂດ, ລວມທັງ ເສດຖະກິດ, ການປ້ອງກັນປະເທດ ແລະ ອື່ນໆ.”
ໂຄສົກລັດຖະບານ ສະຫະລັດ ໄດ້ກ່າວຢ້ຳໃນວັນຈັນທີ່ຜ່ານມາວ່າ ຂໍ້ຕົກລົງກັບ ອີຣ່ານ ແມ່ນຈຳກັດເພື່ອປ້ອງກັນບໍ່ໃຫ້ ເທເຮຣ່ານ ສາມາດສ້າງອາວຸດນິວເຄລຍໄດ້.
ທ່ານ John Kirby ໂຄສົກກະຊວງການຕ່າງປະເທດ ສະຫະລັດ ກ່າວວ່າ “ຍັງມີບັນຫາອື່ນໆອີກກັບ ອີຣ່ານ, ບັນຫາທີ່ກວ້າງໃຫຍ່ໄພສານ, ກັບສິ່ງທີ່ເຮົາບໍ່ເຫັນດີ, ໂດຍສະເພາະກິດຈະກຳທີ່ເຮັດໃຫ້ບໍ່ມີຄວາມໝັ້ນຄົງຂອງພວກເຂົາຢູ່ໃນພາກພື້ນ. ແລະ ຈະບໍ່ມີຫຍັງທີ່ຈະປ່ຽນແປງກ່ຽວກັບເລື່ອງທີ່ວ່າ ພວກເຮົາແມ່ນຍັງຈະຮັກສາໄວ້ເຄື່ອງມືທີ່ຈຳເປັນ, ບໍວ່າຈະເປັນທາງດ້ານການທູດ, ເສດຖະກິດຫຼືດ້ານທະຫານ, ເພື່ອຮັບມືກັບກິດຈະກຳພວກນັ້ນ.”
ເຖິງແມ່ນວ່າບັນຫານິວເຄລຍ ແມ່ນໄດ້ຖືກແກ້ໄຂຢ່າງເປັນຜົນສຳເລັດແລ້ວກໍຕາມ, ອີຣ່ານ ແລະ ສະຫະລັດ ກໍຍັງຄົງເປັນຄູ່ຕໍ່ສູ້ ໃນບັນຫາຫຼາຍດ້ານ, ລວມທັງ ອິສຣາແອລ. ພວກເຂົາກໍຍັງສະໜັບສະໜູນຝ່າຍກົງກັນຂ້າມ ໃນສົງຄາມກາງເມືອງຢູ່ ຊີເຣຍ ແລະ ຄວາມຂັດແຍ້ງໃນ
ເຢເມັນ.