ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຢາກໃຫ້ຣັດເຊຍ ຄ້້ຳປະກັນວ່າ ຕົນຈະບໍ່ ແຊກແຊງ ໃນຢູເຄຣນ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ກ່າວຄຳປາໄສ ຕໍ່ກອງປະຊຸມສະພາສິດທິມະນຸດ ສປຊ ທີ່ນະຄອນເຈນີວາ (2 ມີນາ 2015)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ກ່າວຄຳປາໄສ ຕໍ່ກອງປະຊຸມສະພາສິດທິມະນຸດ ສປຊ ທີ່ນະຄອນເຈນີວາ (2 ມີນາ 2015)

​ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ກ່າວຕໍ່ຄູ່ຕຳແໜ່ງຝ່າຍຣັດເຊຍທ່ານ Sergei Lavrov ວ່າ ປະ
ເທດຂອງທ່ານອາດຈະປະເຊີນກັບການລົງໂທດເພີ້ມຕື່ມຕໍ່ອັນ
ທີ່ທ່ານເອີ້ນວ່າ ເສດຖະກິດທີ່ເຄັ່ງຕຶງຢູ່ແລ້ວນັ້ນ ຖ້າມົສກູຫາກ
ບໍ່ປະຕິບັດໂດຍເຕັມຕາມຂໍ້ຕົກລົງຢຸດຍິງໃນຢູເຄຣນ. ທັງສອງ
ທ່ານໄດ້ພົບປະກັນ ໃນວັນຈັນຜ່ານມານີ້ ຢູ່ຂ້າງນອກ ກອງປະ
ຊຸມສະພາສິດທິມະນຸດທີ່ນະຄອນເຈນີວາ ບ່ອນທີ່ທ່ານ Kerry
ໄດ້ກ່າວເຖິງການລະເມີດ ສິດທິມະນຸດ ຢູ່ໃນເຂດໄຄຣເມຍ ທີ່ຣັດເຊຍປະກາດຮວມເອົາເຂົ້າເປັນສ່ວນນຶ່ງ ຂອງດິນແດນ
ຕົນແລະໃນພາກຕາເວັນອອກຂອງຢູເຄຣນ. Pam Dockins
ຜູ້ສື່ຂ່າວວີໂອເອປະຈຳກະຊວງການຕ່າງປະເທດສະຫະລັດມີ
ລາຍງານເລື້ອງນີ້ຈາກເຈນີວາ ດັ່ງໄພສານຈະນຳເອົາລາຍລະ
ອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນການກ່າວຄຳປາໄສຕໍ່ສະພາສິດທິມະນຸດນັ້ນລັດຖະມົນຕີການຕ່າງປະເທດສະຫະລັດ
ທ່ານ John Kerry ຮຽກຮ້ອງໃຫ້ກຸ່ມດັ່ງກ່າວ ເບິ່ງໄປຍັງຄວາມຈິງ ຢູ່ໃນຢູເຄຣນ ຫລືເຂດ ໄຄຣເມຍ ຊຶ່ງຖືກຣັດເຊຍປະກາດ ຮວມເອົາເຂົ້າເປັນດິນແດນສ່ວນນຶ່ງຂອງຕົນ ໃນຕົ້ນປີ
ກາຍນີ້.

ທ່ານ Kerry ກ່າວວ່າ “ໃນເຂດໄຄຣເມຍ ແລະພາກຕາເວັນອອກ ຂອງຢູເຄຣນ ທີ່ ຄວບຄຸມໂດຍພວກກະບົດແບ່ງແຍກດິນແດນນັ້ນ ພວກຜູ້ຊາຍ ແມ່ຍິງ ແລະເດັກ
ນ້ອຍ ກຳລັງຖືກສັງຫານ. ພວກເຂົາເຈົ້າກຳລັງຖືກທໍລະມານ ຖືກຂົ່ມຂືນສຳເລົາ ແລະລ່ວງລະເມີດທາງເພດ ຖືກຈັບກຸມຄຸມຂັງໂດຍພະລະການ ຖືກລັກພາໂຕ​ໄປ ຮຽກຄ່າໄຖ່ ຖືກບັງຄັບໃຫ້ອອກແຮງງານ ຖືກຟ້ອງຮ້ອງດຳເນີນຄະດີແລະຖືກປະ ຫັດປະຫານຍ້ອນວ່າພວກເຂົາເຈົ້າແມ່ນໃຜ ແລະເຂົາເຈົ້ານັບຖືສາສະໜາຫຍັງ.”

ສະຫະລັດ ແລະບັນດາປະເທດພັນທະມິດ ໃນຢູໂຣບ ພວມພິຈາລະນາ ທີ່ຈະທຳການລົງ ໂທດເພີ້ມຕື່ມຕໍ່ຣັດເຊຍຍ້ອນອັນທີ່ເຂົາເຈົ້າກ່າວວ່າ ​ເປັນການສືບຕໍ່ສະໜັບສະໜຸນພວກ ກະບົດແບ່ງແຍກດິນແດນໃນຢູເຄຣນ ທັງໆທີ່ໄດ້ມີການຕົກລົງຢຸດຍິງ ໃນເດືອນມັງກອນ ຜ່ານມານີ້.

ທ່ານ Kerry ເວົ້າວ່າ ທ່ານໄດ້ກ່າວຕໍ່ທ່ານ Sergei Lavrov ລັດຖະມົນຕີຕ່າງປະເທດຣັດ ເຊຍວ່າ ມີຫຼາຍໆກໍລະນີທີ່​ເບິ່ງ​ຄືວ່າ ອາວຸດໜັກໄດ້ຖືກເຄື່ອນຍ້າຍ ຈາກສະຖານທີ່ຫຼາຍໆ
ແຫ່ງ ໃນພາກຕາເວັນອອກຂອງຢູເຄຣນ ແຕ່ບໍ່ມີການຢືນຢັນ ກ່ຽວກັບການຖອນ ອຸບປະ ກອນເຫລົ່ານັ້ນ.

ທ່ານ Kerry ກ່າວວ່າ “​ໄດ້​ມີ​ອັນ​ທີ່​ຄື​ກັນ​ກັບ ​ເປັນ​ການ​ເກັບ​ໝາກ cherry ​ເພາະວ່າ
​ໄດ້​ມີການເລືອກປະຕິບັດ ເທື່ອລະຢ່າງສອງຢ່າງ ກ່ຽວກັບຂໍ້ຕົກລົງ ນະຄອນມິງສ໌
ນັ້ນ ແລະດັ່ງທີ່ພວກເຮົາທຸກຄົນຮູ້ກັນ ການຍິງປືນໃຫຍ່ໂຈມຕີຍັງມີຢູ່ຕໍ່ມາແລະປະ ຊາຊົນຍັງມີການລົ້ມຕາຍ ໃນໄລຍະຫລາຍໆມື້ຜ່ານມານີ້.”

ສ່ວນທ່ານ Lavrov ໄດ້ໃຫ້ທັດສະນະທີ່ແຕກຕ່າງອອກໄປໃນຄຳປາໄສຂອງທ່ານຕໍ່ສະ
ພາສິດທິມະນຸດ.

ທ່ານ Lavrov ກ່າວວ່າ “ມື້ນີ້ ແມ່ນມີຄວາມຄືບໜ້າຢ່າງຈິງຈັງ ໃນການຈັດຕັ້ງປະຕິ ບັດມາດຕະການຕ່າງໆ ທີ່ໄດ້ຕົກລົງກັນ ຢູ່ນະຄອນມິງສ໌. ການຢຸດຍິງ ພວມດຳ
ເນີນໄປຢູ່. ອາວຸດໜັກ ໄດ້ມີການຖອນອອກຈາກ ເຂດແນວໜ້າ ພາຍໃຕ້ການ ຄວບຄຸມຂອງອົງການວ່າດ້ວຍຄວາມໝັ້ນຄົງ ແລະການຮ່ວມມື ໃນຢູໂຣບ ຫລື
OSCE. ພວກທີ່ບໍ່ພະຍາຍາມສັງເກດເບິ່ງເລື້ອງນີ້ ແລະຮຽກຮ້ອງໃຫ້ເພີ້ມການ ສົ່ງອາວຸດໄປຍັງຢູເຄຣນ ແມ່ນເປັນຜູ້ຮັບຜິດຊອບຢ່າງເຕັມທີ່ ຕໍ່ການທັບມ້າງຂໍ້ ຕົກລົງສັນຕິພາບ.”

ທ່ານ Matthew Rojansky ນັກວິເຄາະກ່ຽວກັບຣັດເຊຍ ແລະຢູເຄຣນ ຈາກສູນກາງ
Wilson ກ່າວວ່າ ໃນໄລຍະສັ້ນແລ້ວ ປາກົດວ່າ ຣັດເຊຍມີຄວາມໝາຍໝັ້ນຕໍ່ຂໍ້ຕົກລົງ ຢຸດຍິງຢູ່.

ທ່ານ Rojansky ກ່າວວ່າ “ມັນເປັນເລື້ອງງ່າຍຫຼາຍ ທີ່ຈະສະແດງຄວາມສົງໄສ ບໍ່
ແນ່ໃຈ ແລະເຍາະເຍີ້ຍ ຕາບໃດທີ່ຍັງມີ ການຍິງໂຈມຕີກັນຢູ່. ຂ້າພະເຈົ້າຄິດວ່າ
ທຸກຄົນຮູ້ດີ ໃນຕອນເລີ້ມຕົ້ນ​ເຈລະຈາກັນນັ້ນວ່າ ຍັງຈະມີການຍິງກັນເກີດຂຶ້ນຢູ່
ຫລັງຈາກການຢຸດຍິງເລີ້ມມີຜົນບັງຄັບແລ້ວ.”

ແຕ່ນັກວິເຄາະ Gary Smith ຈາກສະຖາບັນ American Enterprise ໃຫ້ຄວາມເຫັນ
ວ່າ ຣັດເຊຍມີຍຸດທະສາດທີ່ກວ້າງໄກໄປກວ່າການເຮັດໃຫ້ຢູເຄຣນບໍ່ມີສະຖຽນລະພາບ
ອີກ.

ທ່ານ Schmitt ກ່າວວ່າ “ຂ້າພະເຈົ້າຄິດວ່າ ເຂົາເຈົ້າມີຍຸດທະສາດນີ້ມາໄດ້ຫລາຍ
ປີແລ້ວ. ມີຫລັກຖານນັບບໍ່ຖ້ວນ ທີ່ສະແດງໃຫ້ເຫັນວ່າ ຜູ້ນຳຣັດເຊຍທ່ານ Vla-
dimir Putin ຢາກຈະອອກແບບໃໝ່ກໍ​ຄື​ວາງ​ໂຄງ​ຮ່າງດ້ານຄວາມໝັ້ນຄົງຂອງ
ຢູໂຣບ​ໃໝ່. ຂ້າພະເຈົ້າຄິດວ່າ ນັ້ນຄືສິ່ງທີ່ຢູ່ໃນໃຈຂອງທ່ານປູ​ຕິນ ມາໄດ້ຊົ່ວໄລ
ຍະນຶ່ງແລ້ວ.”

ສະພາສິດທິມະນຸດຂອງອົງການສະຫະປະຊາຊາດກ່າວວ່າ ນັບແຕ່ເດືອນເມສາປີກາຍ
ນີ້ມາ ມີຫຼາຍກວ່າ 6,000 ຄົນແລ້ວໄດ້ຖືກຂ້າຕາຍຢູ່ໃນພາກຕາເວັນອອກຂອງຢູເຄຣນ
ທັງໆທີ່ໄດ້ມີການຢຸດຍິງຕິດຕໍ່ກັນມາຫຼາຍເທື່ອແລ້ວ.

Kerry Seeks Assurances of Russian Non-Interference in Ukraine
please wait

No media source currently available

0:00 0:02:44 0:00

U.S. Secretary of State John Kerry has told his Russian counterpart, Sergei Lavrov, that his country could face further consequences to what he called its "already strained economy" if Moscow does not fully comply with a cease-fire in Ukraine.The two met, on Monday, on the sidelines of a U.N. Human Rights Council meeting in Geneva, where Kerry outlined human rights violations in Russian-annexed Crimea and eastern Ukraine.VOA State Department correspondent Pam Dockins reports from Geneva.

Addressing the Human Rights Council, Secretary of State John Kerry urged the group to "look at the facts" in Ukraine or in Crimea, which was annexed by Russia early last year.

"In Crimea and in the separatist-controlled areas of eastern Ukraine, men, women, and children are being killed.They're being tortured, they're being raped and sexually assaulted, detained arbitrarily, abducted for ransom, forced into labor, prosecuted and persecuted because of who they are and where they worship."

The U.S. and its European allies are considering additional sanctions against Russia for what they say is its continued support of separatist rebels in Ukraine, despite a January cease-fire agreement.

Kerry says he told Russian Foreign Minister Sergei Lavrov that there were cases in which heavy equipment appeared to have been moved from locations in eastern Ukraine but there is no confirmation the equipment had been withdrawn.

"There's been a kind of cherry picking, a piecemeal selectivity to the application of the Minsk agreements.And as we all know, shooting, shelling has still been going on and people have still been killed over the course of these last days."

Lavrov provided a different view in his speech to the Council.

"Today there is serious progress in implementation of measures agreed in Minsk.The cease-fire regime is underway.Heavy weapons are being pulled back under OSCE control.Those who try not to notice this and call for increasing arms supplies to Ukraine bear a heavy responsibility for breaking the peace settlement."

In the short term,Russia does appear to be committed to the cease-fire agreement, says Russia - Ukraine analyst Matthew Rojansky.

"It is very easy to convey sort of skepticism and cynicism when there is still shooting going on.I think everybody knew going into this that there was going to be shooting after the zero hour of the cease-fire."

But Russia has a broader strategy beyond destabilizing Ukraine, says analyst Gary Schmitt.

"I think they have had one for a number of years. There is plenty of evidence that (Russian leader Vladimir) Putin would like to re-design, rework the security architecture of Europe.I think that has been in the back of his mind for some time now."

The U.N. Human Rights Office says since April of last year more than 6,000 people have been killed in eastern Ukraine, despite successive cease-fires.

XS
SM
MD
LG