ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kerry ເຕືອນວ່າ ການເຈລະຈາ ກັບອີຣ່ານ ມີໄລຍະຈໍາກັດ (ສະໄລດ໌)


ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດສະ
ຫະລັດ ຍ່າງໄປ ກັບເຈົ້າຊາຍ Saud al-Faisal ລັດຖະມົນຕີການຕ່າງປະເທດຂອງຊາອຸດີ ອາເຣເບຍ ໃນຂະນະທີ່ໄປເຖິງ ນະຄອນຫລວງ Riyadh, ວັນທີ 3 ມີນາ 2013.
ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດສະ ຫະລັດ ຍ່າງໄປ ກັບເຈົ້າຊາຍ Saud al-Faisal ລັດຖະມົນຕີການຕ່າງປະເທດຂອງຊາອຸດີ ອາເຣເບຍ ໃນຂະນະທີ່ໄປເຖິງ ນະຄອນຫລວງ Riyadh, ວັນທີ 3 ມີນາ 2013.
ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດ
ສະຫະລັດ ເວົ້າວ່າ ການເຈລະຈາກັບອີຣ່ານ ກ່ຽວກັບໂຄງ
ການນີວເຄລຍຂອງອິຣ່ານ ທີ່ເປັນ ການຂັດແຍ້ງກັນນັ້ນ
ແມ່ນມີໄລຍະຈໍາກັດ.

ທ່ານ Kerry ໄດ້ກ່າວເຊ່ນນັ້ນ ລຸນຫລັງທີ່ໄດ້ພົບປະກັບເຈົ້າ
ຊາຍ Saud al-Faisal ລັດຖະມົນຕີການຕ່າງປະເທດຂອງ
ຊາອຸດີອາຣາເບຍ ທີ່ນະຄອນຫລວງ Riyadh ຊຶ່ງເຈົ້າຊາຍ
ກໍຊົງເຫັນພ້ອມນໍາວ່າ “ການເຈລະຈາຕໍ່ລອງ ກັນບໍ່ສາມາດ
ດໍາເນີນໄປຢ່າງບໍ່ມື້ ສິ້ນສຸດໄດ້.”

ໃນວັນຈັນມື້ນີ້ ທ່ານ Kerry ຍັງໄດ້ພົບກັບທ່ານ Madmoud
Abbas ປະທານາທິບໍດີປາແລັສໄຕ໌ ສອງອາທິດກ່ອນໜ້າທີ່
ທ່ານຈະຕິດຕາມປະທານາທິບໍດີບາຣັກ ໂອບາມາ ເດີນທາງ
ໄປຢ້ຽມຢາມອິສຣາແອລ.

ການພົບປະສົນທະນາ ຢູ່ Saudi Arabia ແມ່ນພາກສ່ວນ
ນຶ່ງຂອງການໄປຢ້ຽມຢາມຕ່າງປະເທດຄັ້ງທໍາອິດຂອງທ່ານ
Kerry ໃນຖານະລັດຖະມົນຕີການຕ່າງປະເທດສະຫະລັດ. ທ່ານມີກໍານົດທີ່ຈະສິ້ນສຸດ ການເດີນທາງຄັ້ງນີ້ລົງ ດ້ວຍການຢຸດແວ່ ສະຫະລັດອາຣັບ Emirates ແລະ Qatar.

ຢູ່ນະຄອນຫລວງໄຄໂຣຂອງປະເທດອີຈິບ ໃນວັນອາທິດວານນີ້ ທ່ານ Kerry ເວົ້າວ່າ ສະຫະລັດຈະໃຫ້ການຊ່ວຍເຫລືອແບບຮີບດ່ວນແກ່ອີຈິບ ໃນມູນຄ່າ 190 ລ້ານໂດລາ ໂດຍເປັນສ່ວນນຶ່ງຂອງບ້ວງເງິນຊ່ວຍເຫລືອຈໍານວນ 450 ລ້ານໂດລາ ເພື່ອຊ່ວຍກະຕຸ້ນ
ການປະຕິຮູບທາງເສດຖະກິດທີ່ສໍາຄັນ. ທາງປະທານາທິບໍດີອີຈິບ ທ່ານ Mohamed
Morsi ກໍໄດ້ໃຫ້ການຮັບປະກັນວ່າ ລັດຖະບານຂອງທ່ານຈະຈັດຕັ້ງປະຕິບັດ ການປ່ຽນ ແປງທາງການເມືອງ ແລະເສດຖະກິດ ເພື່ອຊ່ວຍເຮັດໃຫ້ປະເທດທີ່ມີການແບ່ງແຍກກັນນັ້ນ ມີສະຖຽນລະພາບ.

ເບິ່ງປະມວນພາບການຢ້ຽມຢາມຕ່າງປະເທດຂອງທ່ານ Kerry:

XS
SM
MD
LG