ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kerry ກ່າວຍ້ອງຍໍ ມື້ລາງ ນັກເຄື່ອນໄຫວ ເພື່ອ ສິດທິມະນຸດ ອິນໂດເນເຊຍ


ທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດ
ທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດ

ໃນ​ວັນ​ເສົາ​ວານ​ນີ້ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ
ທ່ານ John Kerry ​ໄດ້​ກ່າວ​ຍ້ອງຍໍ​ມື້​ລາງ​ນັກ​ເຄື່ອນ​ໄຫວ​ເພື່ອ​
ສິດທິ​ມະນຸດ ແລະ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ອິນ​ໂດ​ເນ​ເຊຍ
ທ່ານ Munir Said Thalib ​ໃນ​ວັນ​ຄົບຮອບ​ສິບ​ປີແຫ່ງ​ການ
​ເສຍ​ຊີວິດ​ຂອງ​ທ່ານ.

ຢູ່​ໃນ​ຖະ​ແຫຼ​ງການສະບັບ​ນຶ່ງ​ທີ່​ເປີດ​ເຜີຍ​ໃຫ້​ຊາບ​ໃນວັນ​ເສົາ​ວານ​ນີ້ ທ່ານ Kerry ກ່າວ​ວ່າ ທ່ານ Munir ທີ່​ຜູ້​ຄົນຮູ້​ຈັກ​ວ່າ​ໃຊ້​ຊີວິດ​ຂອງ​ທ່ານ ດຳ​ເນີນ​ງານ​ເພື່ອ​ເຮັດ​ໃຫ້​ປະ​ເທດ​ຂອງ​
ທ່ານ​ເປັນ​ປະ​ເທດ​ປະຊາທິປະ​ໄຕ ມີເສລີພາບ ​ແລະ​ມີ​ມະນຸດສະທຳ​ຫຼາຍ​ຂຶ້ນ​ແລະ​ວ່າ ຜູ້​
ໃດ​ຜູ້​ນຶ່ງ​ທີ່​ລອບ​ສັງຫານ​ທ່ານນັ້ນ ຍ້ອນຢ້ານ​ວ່າ ທ່ານ​ອາດ​ຈະ​ປະສົບ​ກັບ​ຄວາມ​ສຳ​ເລັດ​.
ທ່ານ Kerry​ໃຫ້​ຂໍ້​ສັງ​ເກດ​ວ່າ ຄະດີ​ການ​ຄາດ​ຕະກຳທ່ານ Munir ນັ້ນ ຍັງ​ບໍ່​ທັນ​ໄດ້​ຮັບ​
ການ​ແກ້​ໄຂ​ເທື່ອ.

ລັດຖະມົນຕີ​ຕ່າງປະ​ເທດ Kerry ຍັງ​ກ່າວ​ເຊັ່ນ​ກັນ​ວ່າ ການ​ແກ້​ໄຂ​ທີ່ ໜ້າເຊື່ອ​ຖື​ໄດ້​ຂອງ​ຄະ
ດີ​ດັ່ງກ່າວ ຈະ​ເປັນ​ການ​ທົດ​ສອບ​ທີ່​ສຳຄັນ​ອັນ​ນຶ່ງ​ຂອງ​ລະບອບ​ປະຊາທິປະ​ໄຕ​ຂອງ​ອິນ​ໂດ
​ເນ​ເຊຍ. ທ່ານ​ກ່າວ​ຕື່ມ​ວ່າ ສະຫະລັດ​ສະໜັບສະໜຸນ​ທຸກ​ໆ​ຄວາມ​ພະຍາຍາມ ​ເພື່ອ​ນຳ​ເອົາ​ພວກ​ທີ່ອອກ​ຄຳ​ສັ່ງໃນ​ການ​ລອບ​ສັງຫານ​ທ່ານ​ ມາລົງໂທດ.

ທ່ານ​ Munir ​ໄດ້​ຖືກ​ວາງຢາ​ພິດ ​ໃນ​ຂະນະ​ທີ່​ພວມ​ເດີນທາງ​ ​ຈາກ​ນະຄອນ Jakarta ​ໄປ​ຫາ​ນະຄອນຫຼວງ Amsterdam ​ໃນ​ວັນ​ທີ 7 ກັນຍາ ປີ 2004 ນັ້ນ.

U.S. Secretary of State John Kerry on Saturday praised the late Indonesian human rights and anti-corruption activist Munir Said Thalib on the 10th anniversary of his death.

In a press release issued Saturday, Kerry said Munir, as he was simply known, spent his life working to make his country more democratic, freer and more humane and that someone assassinated him for fear he just might succeed. Kerry noted that Munir's murder case has not been solved.

Secretary Kerry also said the credible resolution of the case would be a key test of Indonesian democracy. He said the United States supports all efforts to bring to account those who ordered the assassination.

Munir was poisoned while traveling from Jakarta to Amsterdam on September 7, 2004.

XS
SM
MD
LG