ລິ້ງ ສຳຫລັບເຂົ້າຫາ

ແມ່ຍິງ ເຄັນຢາ ອາໄສການເພາະປູກ ສາລ່າຍທະເລ ເພື່ອລ້ຽງດູຄອບຄົວ


ແມ່ຍິງໃນເຂດຊົນນະບົດແມ່ນຊາວນາ, ນັກປະກອບກິດຈະການຂະໜາດນ້ອຍ ແລະ ນັກລົງທຶນຜູ້ທີ່ໄດ້ອຸທິດລາຍໄດ້ສ່ວນໃຫຍ່ຂອງເຂົາເຈົ້າໃສ່ຄວາມຢູ່ດີມີສຸກຂອງຄອບຄົວ ແລະ ສັງຄົມ. ນັກຂ່າວຈາກເມືອງ ມອມບາຊາ (Mombasa) ອາມີນາ ຈອມໂບ (Amina Chombo) ໄດ້ໄປຢ້ຽມຢາມບັນ ດາແມ່ຍິງ ຜູ້ທີ່ເພາະປູກສາລ່າຍທະເລຢູ່ຕາມຊາຍຝັ່ງພາກໃຕ້ຂອງປະເທດ ເຄັນຢາ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ນາງ ຊູຊີ ບາມວົວ ປູກມັນຕົ້ນ ແລະ ຜັກຊະນິດອື່ນໆຢູ່ໃກ້ບ້ານຂອງລາວ ໃນບ້ານ ຍຸມບາ ຊີຕາ, ເປັນບ້ານທີ່ຕັ້ງຢູ່ຊາຍຝັ່ງພາກໃຕ້ຂອງປະເທດ ເຄັນຢາ. ແຕ່ເມື່ອນຶ່ງທົດສະວັດທີ່ຜ່ານມາ, ລາວໄດ້ຫັນໄປເຮັດກະສິກຳທາງນໍ້າເພື່ອ​ເປັນວິທີທີ່ຈະສ້າງຊີວິດ ໃຫ້ດີກວ່າເກົ່າ ສຳລັບລາວເອງ ແລະ ຄອບຄົວຂອງລາວ. ລາວ ແລະ ຄົນໃນໝູ່ບ້ານອີກ 29 ຄົນ, ເຊິ່ງສ່ວນໃຫຍ່ແມ່ນແມ່ຍິງນັ້ນ, ໄດ້ເລີ່ມກຸ່ມນຶ່ງເພື່ອປູກສາລ່າຍທະເລສຳລັບການຄ້າ.

ນາງ ຊູຊີ ບາມວົວ, ຄົນປູກສາລ່າຍທະເລ ໄດ້ກ່າວວ່າ “ການປູກສາລ່າຍທະເລໄດ້ຊ່ວຍໃຫ້ຂ້າພະ ເຈົ້າສາມາດຊື້ງົວ ແລະ ເອົານົມຈາກມັນ. ມັນໄດ້ຊ່ວຍໃຫ້ລູກຂອງຂ້າພະເຈົ້າໄດ້ໄປໂຮງຮຽນ, ສະ ນັ້ນຂ້າພະເຈົ້າດີໃຈຫຼາຍ. ບາງຄັ້ງພວກເຮົາກໍພົບຄວາມຫຍຸ້ງຍາກຍ້ອນລົມ. ແຕ່ຖ້າມະຫາສະໝຸດສະຫງົບ, ແລ້ວການເພາະປູກສາລ່າຍທະເລກໍຈະດີຫຼາຍ ເມື່ອປຽບທຽບໃສ່ການເພາະປູກປະເພດອື່ນໆ.”

ສາລ່າຍທະເລເຊັ່ນຊະນິດທີ່ເປັນສີນໍ້າຕານຂະໜາດໃຫຍ່ ແມ່ນເຕັມໄປດ້ວຍສານອາຫານ ແລະ ດີສຳລັບການບໍລິໂພກຂອງມະນຸດ. ສາລ່າຍທະເລຍັງເປັນເຄື່ອງປຸງອາຫານເຊັ່ນດຽວກັບໃນຢາປົວພະຍາດ, ຢາຖູແຂ້ວ, ເຄື່ອງສຳອາງ ແລະ ປຸຍ ອີງຕາມໂຄງການ ບໍເກັນ (Borgen Project), ເຊິ່ງແມ່ນກຸ່ມທີ່ບໍ່ຂຶ້ນກັບພັກການເມືອງໃດທີ່ຕໍ່ສູ້ກັບຄວາມທຸກຍາກ.

ນາງ ບາມວົວ ເວົ້າວ່າກຸ່ມດັ່ງກ່າວ ສາມາດເກັບກ່ຽວສາລ່າຍທະເລ ທຸກໆ 45 ວັນ. ການເກັບກ່ຽວສ່ວນໃຫຍ່ໃນເຂດຊາຍຝັ່ງຂອງ ເຄັນຢາ ຈະຖືກສົ່ງອອກໄປປະເທດ ແທນຊາເນຍ, ເຊິ່ງຈະຊື້ ແລະ ຂາຍມັນຕໍ່ ໃຫ້ປະເທດຕ່າງໆຄື ເດັນມາກ, ສເປນ, ຝຣັ່ງ ແລະ ສະຫະລັດ.

ທ່ານ ບາຄາຣີ ມະວາມວົວ, ປະທານ ແລະ ທີ່ປຶກສາຕໍ່ກຸ່ມ ຍຸມບາ ຊີຕາ ກ່າວວ່າ ການເພາະປູກສາລ່າຍທະເລ ໄດ້ພັດທະນາຊີວິດການເປັນຢູ່ຂອງບັນດາແມ່ຍິງ, ຫຼາຍຄົນໃນນັ້ນແມ່ນຖືກຈຳກັດຈາກການສຶກສາຢ່າງເປັນທາງການ.

ທ່ານ ບາຄາຣີ ມະວາມວົວ ທີ່ປຶກສາ ກ່າວວ່າ “ພວກເຮົາໄດ້ເລີ່ມສ້າງເຮືອນທີ່ດີກວ່າເກົ່າ. ພວກເຮົາໄດ້ເກັບກ່ຽວສາລ່າຍທະເລ, ພວກເຮົາເຮັດສະບູ, ໂລຊັ້ນທາຜິວ ແລະ ຂາຍມັນ. ພວກເຮົາມີແຜນ ການຫຼາຍຢ່າງໃນອະນາຄົດ.”

ໄພແຫ້ງແລ້ງທີ່ສົ່ງຜົນກະທົບຕໍ່ພື້ນທີ່ສ່ວນຫຼາຍຂອງອາຟຣິກາຕາເວັນອອກ ບໍ່ໄດ້ເປັນບັນຫາຕໍ່ການເພາະປູກສາລ່າຍທະເລ. ແຕ່ແມ່ ບິນຕີ ໂມຮຳເມດ, ນຶ່ງໃນຜູ້ເພາະປູກກຸ່ມ ຍຸມບາ ຊີຕາ, ໄດ້ຊີ້ໃຫ້ເຫັນສິ່ງກີດຂວາງອື່ນໆຄື ເທັກໂນໂລຈີທີ່ສະດວກສະບາຍສຳລັບການຕາກສາລ່າຍ ແລະ ພື້ນທີ່ຈຳກັດເພື່ອເກັບມ້ຽນມັນ.

ແມ່ ບິນຕີ ໂມຮຳມັດ ຜູ້ເພາະປູກສາລ່າຍທະເລ ກ່າວວ່າ “ພວກເຮົາຕ້ອງການວິທີທີ່ດີກວ່າເກົ່າເພື່ອຕາກສາລ່າຍໃນລະຫວ່າງລະດູຝົນ ແລະ ບໍ່ໃຫ້ມັນເສຍຖິ້ມໄປ. ພວກເຮົາບໍ່ມີສາງເກັບມ້ຽນ, ພວກເຮົາບໍ່ມີໂຕະຕາກ, ສະນັ້ນພວກເຮົາອາ ໄສຕາເວັນເພື່ອຕາກມັນ. ແຕ່ເວລາຝົນມາ, ມັນຈະທຳລາຍສາລ່າຍທະເລຂອງພວກເຮົາ.”

ທ່ານນາງ ເອັສເຕີ ອິນໂກໂລ, ຜູ້ກຳກັບຫ້ອງການເພດ ແລະ ຊາວໜຸ່ມຂອງເມືອງ ມອມບາຊາ, ເວົ້າວ່າ ແມ່ຍິງໃນເຂດຊົນນະບົດໄດ້ປະເຊີນກັບສິ່ງກີດ ຂວາງອີກອັນນຶ່ງ ຕໍ່ທຸລະກິດຂອງເຂົາເຈົ້າ.

ທ່ານນາງ ເອັສເຕີ ອິນໂກໂລ ກ່າວວ່າ “ສ່ວນຫຼາຍ, ຂໍ້ມູນຈະໄປບໍ່ຮອດຂັ້ນບ້ານບ່ອນທີ່ເຂົາເຈົ້າອາ ໄສຢູ່. ສະນັ້ນ, ເຂົາເຈົ້າຈະບໍ່ຮູ້ຈັກ ກ່ຽວກັບ ໂອກາດໃນການກູ້ຢືມເງິນ ຫຼື ການຝຶກອົບຮົມການປະ ກອບກິດຈະການທີ່ຖືກສະໜອງໃຫ້ໃນເມືອງຕ່າງໆ.”

ໂຄງການທົດລອງທັງຫຼາຍໃນການເພາະປູກສາລ່າຍທະເລເພື່ອການຄ້າໄດ້ເລີ່ມຂຶ້ນໃນປະເທດ ເຄັນຢາ ແລະ ແທນຊາເນຍ ໃນຊຸມປີ 1980. ການເພາະປູກສາລ່າຍທະເລໄດ້ເລີ່ມຂຶ້ນໃນໝູ່ເກາະ ຊານຊີບາ ຂອງປະເທດ ແທນຊາເນຍ. ພາກພື້ນດັ່ງກ່າວໄດ້ສົ່ງອອກຜົນລະປູກມູນຄ່າ 5 ລ້ານ 2 ແສນໂດລາ ໃນປີ 2019. ອີງຕາມການລາຍງານຂອງອົງການຂ່າວ ABC, ທີ່ອ້າງອີງເຖິງຂໍ້ມູນຈາກທະນາຄານ ຊານຊີບາ. ການເຕີບໂຕຂອງການເພາະປູກສາລ່າຍທະເລແມ່ນຊ້າກວ່າໃນປະເທດ ເຄັນຢາ, ແຕ່ມັນກໍລັງຕາມຂຶ້ນມາ, ຍ້ອນຜູ້ເພາະປູກຄືນາງ ບາມວົວ.

ນາງ ຊູຊີ ບາມວົວ ກ່າວວ່າ “ພວກເຮົາເຫັນວ່າ ການເພາະປູກສາລ່າຍທະເລແມ່ນດີ ແລະ ຕອນນີ້ພວກເຮົາແມ່ນກຳລັງບໍລິຫານມັນ.”

ບັນດານັກຄົ້ນຄວ້າເວົ້າວ່າ ການເພາະປູກສາລ່າຍທະເລແມ່ນດີ ສຳລັບສິ່ງແວດ ລ້ອມ, ສະໜອງທີ່ຢູ່ອາໄສສຳລັບສິ່ງທີ່ມີຊີວິດໃນນໍ້າ ແລະ ຫຼຸດຜ່ອນຄວາມສ່ຽງຂອງການເຊາະເຈື່ອນຕາມຊາຍຝັ່ງທະເລ.

Rural women are farmers, small business entrepreneurs and investors who dedicate most of their earnings to the wellbeing of their families and societies. Mombasa reporter Amina Chombo visited women who farm seaweed along the southern coast of Kenya. Narration by Grace Oyenubi.

Tzuzi Bamvua grows casava and other vegetables near her home in Nyumba Sita, a village on Kenya’s southern coast. But a decade ago, she turned to aquaculture as a way to make a better living for herself and her family. She and 29 other villagers, mostly women, started a group to cultivate seaweed commercially.

“Seaweed farming has helped me to buy cows and get milk. It helped my kids to go to school, so I’m very thankful. … Sometimes we struggle because of the wind. But if the ocean is calm, then seaweed farming is very good compared to other types of farming.”

Seaweed such as kelp is rich in nutrients and good for human consumption. Seaweed also is an ingredient in foods as well as in medicine, toothpaste, cosmetics, fertilizer, according to the Borgen Project, a nonpartisan group that fights poverty.

Bamvua says the group can harvest seaweed every 45 days. Most of the harvest in coastal Kenya gets exported to Tanzania, which buys and then resells it to countries such as Denmark, Spain, France and the United States.

Bakari Mwamvua, chairman and advisor to the Nyumba Sita group, says seaweed farming has improved the lives of women, many of whom have limited formal education.

“We have started building better houses. We harvest seaweed, we make soaps, lotions and sell them. We also have future plans.”

The drought affecting much of East Africa is less of a problem with seaweed farming. But Mama Binti Mohammed, one of the Nyumba Sita farmers, points out other obstacles: simplistic technology for drying the seaweed and limited space to store it.

“We need a better method to dry seaweed during the rainy season and not waste it. We have no storage, we have no drying tables, so we depend on the sun to dry. But when rain comes, it destroys our seaweed.”

Esther Ingolo, who directs Mombasa County’s office of gender and youth, says rural women face another barrier to business.

“Most of the time, information doesn’t reach the villages where they live. So, they aren’t aware of loan opportunities or entrepreneurship training offered in towns.”

Pilot projects in commercial seaweed farming started in Kenya and Tanzania in the 1980s. Seaweed farming has taken off in the Tanzanian archipelago of Zanzibar. The region exported $5.2 million worth of the crop in 2019, ABC News reported, citing Bank of Zanzibar data. Seaweed farming’s growth has been slower in Kenya but is picking up, thanks to farmers like Bamvua.

“We saw that seaweed farming is good and now we are managing it.”

Researchers say seaweed farming is also good for the environment, providing habitat for marine life and reducing the risk of coastline erosion.

ເບິ່ງຄວາມເຫັນ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG