ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ຊາວເຄັນຢາ ໄປບ່ອນບັດ ເລືອກຕັ້ງ ປະທານາທິບໍດີ


ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John
Kerry ແລະອະດີດນາຍົກລັດຖະມົນຕີ Senegal ທ່ານນາງ Aminata Touré, ຜູ້ນຳຮ່ວມຂອງສູນການເລືອກຕັ້ງ Carter ໃນເຄັນຢາ, ທີ່ໂຮງຮຽນປະຖົມສຶກສາ Westlands ໃນນະຄອນ Nairobi.
ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ແລະອະດີດນາຍົກລັດຖະມົນຕີ Senegal ທ່ານນາງ Aminata Touré, ຜູ້ນຳຮ່ວມຂອງສູນການເລືອກຕັ້ງ Carter ໃນເຄັນຢາ, ທີ່ໂຮງຮຽນປະຖົມສຶກສາ Westlands ໃນນະຄອນ Nairobi.

ປະຊາຊົນຊາວ​ເຄັນ​ຢາ ​ແມ່ນ​ພາກັນໄປ​ປ່ອນ​ບັດ​ເພື່ອ​ເລືອກ​ເອົາ​ປະທານາທິບໍດີ​ຂອງ
ປະ​ເທດ ຊຶ່ງໄດ້​ປິດ​ສາກລົງ ລະດູ​ການ​ໂຄສະນາ​ຫາ​ສຽງ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ວຸ້ນວາຍ
ອີກ​ຄັ້ງນຶ່ງ ​ໃນປະ​ເທດ​ທີ່​ມີ​ຄວາມ​ສຳຄັນ​ທາງ​ດ້ານ​ເສດຖະກິດ ​ໃນ​ເຂດ​ອາ​ຟຣິກາ​ຕາ​ເວັນ
​ອອກ​ດັ່ງກ່າວ.

ພວກ​ຜູ້​ມີ​ສິດ​ປ່ອນ​ບັດ ​ໄດ້​ພາກັນ​ເຂົ້າ​ແຖວ​ຫຼາຍ​ຊົ່ວ​ໂມງ ກ່ອນ​ພະ​ອາທິດ​ຂຶ້ນໃນ​ວັນ
​ອັງຄານ​ມື້​ນີ້ ​ເພື່ອ​ປ່ອນ​ບັດ ​ໃນ​ການ​ເລືອກ​ຕັ້ງທົ່ວ​ປະ​ເທດ ​ທີ່​ມີ​ການ​ແຂ່ງຂັນ​ກັນ​ຢ່າງ
ດຸ​ເດືອດ. ຜູ້​ມີ​ສິດ​ປ່ອນ​ບັດ​ຄົນ​ນຶ່ງ ​ໄວ 31 ປີ ນາງ Mildred Malubi ​ໄດ້ກ່າວ​ວ່າ ລາວ
​ໄດ້​ຢືນ​ເຂົ້າ​ແຖວ​ລໍຖ້າ ເປັນ​ເວລາ 3 ຊົ່ວ​ໂມງ​ເຄິ່ງ ​ກ່ອນ​ທີ່​ຈະ​ໄດ້​ປ່ອນ​ບັດ ຢູ່​ທີ່​ເຂດ
Kangemi ຊຶ່ງ​ເປັນ​ຄຸ້ມ​ຄົນ​ທຸກ ​ໃນນະຄອ​ນ ​Nairobi.

ການ​ເລືອກ​ຕັ້ງໃນ​ປີ​ນີ້ ​ແມ່ນ​ເປັນການ​ເລືອກ​ຕັ້ງ ​ຄັ້ງ​ທີ 2 ຕິດ​ຕໍ່​ກັນ ລະຫວ່າງປະທານາ
ທິບໍດີ​ທີ່​ຍັງ​ກຳ​ຕຳ​ແໜ່​ງ ​ທ່ານ Uhuru Kenyatta ​ໄວ 55 ປີ ​ແລະ​ຄູ່​ແຂ່ງ ​ໄວ 72 ປີ
ທ່ານ Raila Odinga ຊຶ່ງ​ໄດ້​ລົງ​ສະໝັກ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ ​ເປັນ​ຄັ້ງ​ທີ 4 ນັ້ນ.
ທ່ານ Kenyatta ແມ່ນ​ເປັນຜູ້ທີ່​ໄດ້​ຮັບ​ການ​ສະໜັບສະໜຸນຈາກ​ຊົນເຜົ່າ Kikuyu ​
ຊຶ່ງ​ເປັນ​ຊົນ​ກຸ່ມ ​ໃຫຍ່​ໃນ​ເຄັນ​ຢາ ໃນ​ຂະນະ​ທີ່ທ່ານ Odinga ໄດ້​ຮັບ​ການສະໜັບ
ສະ​ໜູນ​ໂດຍ​ພວກ​ຊົນເຜົ່​າ Luo ຊຶ່ງ​ເປັນ​ຊົນ​ກຸ່ມ​ນ້ອຍ.

ການ​ໂຄສະນາ​ຫາ​ສຽງ ​ແມ່ນເຕັມ​ໄປ​ດ້ວຍການ​ກ່າວ​ຫາ ກ່ຽວ​ກັບ​ການ​ສໍ້​ໂກງ​ຄະ​ແນນ​
ໂດຍ​ທ່ານ Odinga ຕໍ່​ປະທາ​ນາ​ທິບໍດີແລະ​ໄດ້​ມີ​ການ​ສັງຫ​ານຫົວໜ້າ​ເລືອກ​ຕັ້ງ. ​
ຄວາມ​ເຄັ່ງ​ຕຶງ​ທີ່ເພີ່ມ​ທະວີ​ຂຶ້ນ ​ພາ​ໃຫ້​ມີ​ຄວາມ​ເປັນ​ຫ່ວງວ່າ ​ປະ​ຫັວດສາດອາດຈະ​ຊ້ຳ
​ຮອຍເຫດ​ການ​ຜິດ​ຖຽງ​ກັນ ​ໃນການ​ເລືອກ​ຕັ້ງ ​ປີ 2007 ​ເວລາ​ທີ່​ມີ​ຜູ້​ຄົນ​ຫຼາຍ​ກວ່າ
1,100 ​ຄົນ​ໄດ້​ເສຍ​ຊີວິດ ​ແລະ​ຫຼາຍ​ກວ່າ 600 ພັນ​ຄົນ ​ຕ້ອງໄດ້​ອົບ​ພະຍົບຫຼົບ​ໄພຂາດ
​ທີ່ຢູ່​ອາ​ໄສ ​ໃນ​ຄື້ນຟອງຂອງ​ຄວາມ​ຮຸນ​ແຮງ​ລະຫວ່າງ​ຊົນ​ຊາດ​ຊົນ​ເຜົ່າ.

ອະດີດ​ປະທານາທິບໍດີສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ຊຶ່ງ​ພໍ່​ຂອງ​ທ່ານໄດ້ເກີດ​ໃນ
​ເຄັນ​ຢາ ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ ໃນ​ວັນ​ຈັນ​ວານ​ນີ້​ ຮຽກຮ້ອງ​ໃຫ້​ຊາວ​ເຄັນ​ຢາ
“ປະຕິ​ເສດ​ຕໍ່ ​ຄວາມ​ຮຸນ​ແຮງ​ແລະ​ການ​ຍຸຍົງ​ອື່ນໆ.”

“ຂ້າພະ​ເຈົ້າຂໍ​ຮຽກຮ້ອງ​ມາ​ຍັງ​ຊາວ​ເຄັນ​ຢາ ​ໃຫ້​ເຮັດ​ວຽກ​ເພື່ອ​ການ​ເລືອກ​ຕັ້ງ​ແລະ​
ຫຼັງຈາກນັ້ນເພື່ອ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃນ​ລັດຖະທຳ​ມະນູນ​ສະບັບ​ໃໝ່ຂອງ​ພວກ​ທ່ານ
ແລະ​ເພື່ອອະນາ​ຄົດ​ຂອງ​ປະ​ເທດ​ຂອງ​ພວກ​ທ່ານ”
ຊຶ່ງ​ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ​
ໂອ​ບາ​ມາ ທີ່​ໄດ້ຂຽນ​ໄວ້.

ພວກ​ທີ່​ສັງ​ເກດ​ການ​ກ່ຽວ​ກັບການ​ເລືອກ​ຕັ້ງຫຼາຍພັນ​ຄົນ ໄດ້ໄປ​ປະຕິບັດ​ງານ​ ໃນ​ທົ່ວ
​ເຄັນ​ຢາ ຊຶ່ງ​ຮວມມີ ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John
Kerry ນຳ.

ການ​ປ່ອນ​ບັດ ​ປິດ​ລົງ​ໃນ​ເວລາ 5 ​ໂມງ​ແລງມື້ນີ້ ຕາມ​ເວລາ​ທ້ອງ​ຖິ່ນ. ຜົນ​ການ​ນັບ​
ຄະ​ແນນ ສຽງ​ຂອງ​ການ​ເລືອກ​ຕັ້ງ ​ແມ່ນ​ຄາດ​ວ່າ​ຈະແລ້ວ​ເສັດ ​ໃນ​ວັນ​ສຸກ​ຈະ​ມາ​ເຖິງ​ນີ້.


Kenyans are casting ballots in their country's presidential election, bringing to a close yet another turbulent campaign season in the economically vital East African nation.

Voters began lining up hours before dawn Tuesday to cast their ballots in hotly contested nationwide polls. One voter, 31-year-old Mildred Malubi, said she waited in line for three and a half hours to vote in Kangemi slum, in Nairobi.

This year's election is the second consecutive election between the incumbent, 55-year-old Uhuru Kenyatta, and his longtime rival, 72-year-old Raila Odinga, who is making his fourth run for the presidency. Kenyatta has the support of Kenya's majority Kikuyu ethnic tribe, while Odinga is favored by ethnic Luo people.

The campaign has been marred by accusations of vote rigging made by Odinga against the president, and the murder of a top-ranking election official. The heightened tensions have raised concerns of a repeat of the disputed 2007 vote, when more than 1,100 were killed and 600,000 more displaced in a wave of ethnic violence.

Former U.S. President Barack Obama, whose father was born in Kenya, issued a statement Monday calling on all Kenyans to "reject violence and incitement."

"I urge all Kenyans to work for an election — and aftermath — that is peaceful and credible, reinforcing confidence in your new Constitution and the future of your country," Obama wrote.

Thousands of election observers have been deployed throughout Kenya, including former U.S. Secretary of State John Kerry.

The polls close at 5 pm local time. Results are expected by Friday.


The day has been declared a public holiday so that people are able to vote.

There are 40,883 polling stations throughout the country, and more than 19.6 registered voters. Kenya's electoral commission is using biometric voter identification and electronic vote transmission systems to conduct the elections. The election is seen as a key test for the commission after voting technology failed during the last polls in 2013, sparking allegations of vote rigging.
XS
SM
MD
LG