ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຄັນຢາ ຂໍກູ້ຢືມເງິນນຶ່ງພັນລ້ານໂດລາ ຈາກ ຈີນ


Kenya Asks for a Billion-Dollar Loan from China
please wait

No media source currently available

0:00 0:02:50 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

​ປະ​ເທດ ເຄັນ​ຢາ ແມ່ນ​ກຳ​ລັງ​ດີ້ນ​ຮົນ​ທີ່​ຈະ​ຈ່າຍ​ໜີ້​ຂະ​ໜາດ​ໃຫຍ່​ ທີ່​ເຂົາ​ເຈົ້າ​ຕິດ ຈີນ ສຳ​ລັບ​ການ​ກໍ່​ສ້າງ​ທາງ​ລົດ​ໄຟລະ​ດັບ​ມາດ​ຕະ​ຖານ ທີ່​ເຊື່ອມ​ຕໍ່ເມືອງ ມົມ​ບາ​ຊາ​ ຂອງ ເຄັນ​ຢາ​ ກັບ​ນະ​ຄອນຫຼວງ ໄນ​ໂຣ​ບີ. ແຕ່​ປະ​ທາ​ນາ​ທິ​ບໍ​ດີ ວິ​ລ​ລ​ຽມ ຣູ​ໂຕ ແມ່ນ​ກຳ​ລັງ​ຂໍ​ຢືມ​ເງິນ​ເພີ່ມ​ເຕີມ​ນຶ່ງ​ຕື້​ໂດ​ລາ​ຈາກ ຈີນ ເພື່ອ​ເຮັດ​ໂຄງ​ການ​ພັດ​ທະ​ນາ​ອື່ນໆ ​ທີ່​ຢຸດ​ຄ້າງ​ໃນ​ປະ​ເທດໃຫ້​ແລ້ວ​ສຳ​ເລັດ. ນັກ​ຂ່າວ​ວີ​ໂອ​ເອ ເຄັນ​ເນ​ດີ ວານ​ເດ​ຣາ ມີ​ລາຍ​ຈາກ​ນະ​ຄອນຫຼວງ ໄນ​ໂຣ​ບີ, ເຊິ່ງ ພຸດ​ທະ​ສອນ ມີ​ລາຍ​ລະ​ອຽດ.

ປະ​ທານ​າ​ທິ​ບໍ​ດີ ວິ​ລ​ລຽມ ຣູ​ໂຕ, ຜູ້​ທີ່​ໄດ້​ຕຳ​ໜິ​ຕິ​ຕຽນນະ​ໂຍ​ບາຍ​ຂອງ​ອະ​ດີດ​ປະ​ທ​າ​ນາ​ທິ​ບໍ​ດີ ອູ​ຮູ​ຣູ ເຄັນ​ຢັດ​ຕາ ກ່ຽວ​ກັບ ການ​ຢືມ​ເງິນຈາກ ຈີນ ຢ່າງ​ອອກ​ໜ້າ​ອອກ​ຕາ, ປາ​ກົດ​ວ່າ​ ໄດ້​ປ່ຽນ​ທ່າ​ທີ​ຂອງ​ທ່ານ ໃນ​ຂະ​ນະ​ທີ່​ທ່ານ​ຊອກ​ຫາ​ເງິນ​ມາ​ຊ່ວຍ​ເຫຼືອ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆ​ຂອງ ເຄັນ​ຢາ.

ໃນ​ຕົ້ນ​ເດືອນນີ້, ລັດ​ຖະ​ບານ​ຂອງ​ທ່ານ ຣູ​ໂຕ ໄດ້​ປະ​ກາດ​ວ່າ ​ເຂົາ​ເຈົ້າ​ຈະ​ຂໍ​ລັດ​ຖະ​ບານ ຈີນ ໃຫ້​ເວ​ລາ​ເຂົາ​ເຈົ້າ​ຕື່ມ​ອີກ​ເພື່ອ​ຈ່າຍ​ຄື​ນເງິນ​ກູ້​ຢືມ​ທີ່​ມີ​ຢູ່ ແລະ ສຳ​ລັບ​ການ​ກູ້​ຢືມ​ເງິນ​ຕື່ມ​ອີກ 1 ພັນ​ລ້ານ​ໂດ​ລາ. ເງິນ​ກູ້​ໃໝ່​ດັ່ງ​ກ່າວ​ຈະ​ຊ່ວຍ ເຄັນ​ຢາ ເຮັດ​ໂຄງ​ການ​ກໍ່​ສ້າງ​ທີ່​ຢຸດ​ຊະ​ງັກ​ໃຫ້​ແລ້ວ​ສຳ​ເລັດ, ຈ່າຍ​ເງິນ​ໃຫ້​ສັນ​ຍາ​ຈ້າງ​ຜູ້​ທີ່​ໄດ້​ໜີ​ປະ​ວຽກ ​ຍ້ອນ​ເງິນ​ທີ່ບໍ່​ໄດ້​ຖືກ​ຈ່າຍ​ໃຫ້ ແລະ ລົງ​ທຶນ​ໃນ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່ ເຊັ່ນ​ຂະ​ຫຍາຍ​ເສັ້ນ​ທາງ​ລົດ​ໄຟ​ລະ​ດັບ​ມາດ​ຕະ​ຖານ​ຂອງ​ປະ​ເທດຈາກ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ໄປ​ຫາ​ເມືອງ ມາ​ລາ​ບາ, ຢູ່​ເຂດ​ຊາຍ​ແດນ​ຕິ​ດ​ກັບ ອູ​ການ​ດາ.

ມັນ​ແມ່ນ​ການ​ປ່ຽນ​ແປງ​ຄັ້ງ​ໃຫຍ່​ຂອງ​ເຂົາ​ເຈົ້າ​ຈາກ​ສອງ​ເດືອນ​ທີ່​ຜ່ານ​ມາ, ເວ​ລາ​ທີ່​ທ່ານ ຣູ​ໂຕ ໄດ້​ກ່າວ​ຕໍ່​ປະ​ເທດ​ວ່າ​ທ່ານ​ມີ​ແຜນ​ທີ່​ຈະ​ຢຸດ​ກູ້​ຢືມ​ເງິນ.

ທ່ານ ວິ​ລ​ລຽມ ຣູ​ໂຕ ປະ​ທາ​ນາ​ທິ​ບໍ​ດີ ເຄັນ​ຢາ ກ່າວ​ວ່າ “​ພວກ​ເຮົາແມ່ນ​ຢູ່​ໃນ​ສະ​ພາບ​ທີ່ບໍ່​ດີຫຼາຍ. ພວກ​ເຮົາ​ມີ​ໜີ້​ສິນ​ຢ່າງຫຼວງຫຼາຍ ແລ​ະ​ພວກ​ເຮົາ​ບໍ່​ມີ​ແຜນ​ ກ່ຽວ​ກັບ ວິ​ທີ​ທີ່​ຈະ​ແກ້​ໄຂ​ບັນ​ຫານັ້ນ, ຂ້າ​ພະ​ເຈົ້າ​ຢາກບອກ​ພວກ​ທ່ານ​ວ່າ ພວກ​ເຮົາ​ໄດ້​ເຮັດ​ໃຫ້​ເສດ​ຖະ​ກິດຂອງ​ສາ​ທາ​ລະ​ນະ​ລັດ​ແຫ່ງ ເຄັນ​ຢາ ​ໝັ້ນ​ຄົງ ແລະ ພວກ​ເຮົາ​ໄດ້ຮັບ​ປະ​ກັນ​ວ່າພວກ​ເຮົາ​ຈະ​ບໍ່​ກູ້​ຢືມ​ເງິນ​ອີກ.”

ຈີນ ແມ່ນ​ຜູ້​ໃຫ້​ຢືມ​ເງິນ​ທີ່​ໃຫຍ່​ທີ່​ສຸດ​ເປັນ​ອັນ​ດັບ​ສອງ​ຂອງ ເຄັນ​ຢາ ຮອງ​ຈາກທະ​ນາ​ຄານ​ໂລກ.

ໃນ​ລະ​ຫວ່າງທ່ານ ເຄັນ​ຢັດ​ຕາ ເປັນ​ປະ​ທາ​ນາ​ທິ​ບໍ​ດີ, ເຄັນ​ຢາ ໄດ້​ເອົາ​ເງິນ 8 ຕື້​ໂດ​ລາ​ອອກ​ມາ ໃນ​ເງິນ​ກູ້​ຢືມ​ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ ຈີນ ເພື່ອ​ເປັນ​ທຶນ​ໃຫ້​ການ​ກໍ່​ສ້າງ​ໃນ​ເບື້ອງ​ຕົ້ນ​ຂອງ​ລາງ​ລົດ​ໄຟ​ລະ​ດັບ​ມາດ​ຕະ​ຖານ​ຍາວ 480 ກິ​ໂລ​ແມັດ​ຈາກ​ເມືອງ​ທ່າ​ເຮືອ ມົມ​ບາ​ຊາ ໄປ​ຫ​າ​ນະ​ຄອນຫຼວງ ໄນ​ໂຣ​ບີ, ແລະ ການ​ກໍ່​ສ້າງ​ໂຄງ​ການ​ທາງຫຼວງ​ທີ່​ສຳ​ຄັນ​ຂອງ ເຄັນ​ຢາ.

ໃນ​ລະ​ຫວ່າງ​ການ​ກຳ​ອຳ​ນາດ 10 ປີ​ຂອງ​ທ່ານ ເຄັນ​ຢັດ​ຕາ, ລັດ​ຖະ​ບານ​ຂອງ​ທ່ານ​ຍັງ​ໄດ້​ໃຊ້​ເງິນປະ​ມານ 8 ຕື້​ໂດ​ລາ​ເພື່ອ​ສ້ອມ​ແປງ ແລະ ສ້າງ​ທາງຫຼວງ​ໃໝ່​ຍາວ 10 ພັນ​ກິ​ໂລ​ແມັດ​ໃນ​ທົ່ວ​ປະ​ເທດ.

ເພື່ອ​ຈ່າຍ​ຄືນ​ສິ່ງ​ທີ່​ປະ​ເທດ​ຂອງ​ທ່ານ​ເປັນ​ໜີ້​, ແລະ ເງິນ​ກູ້​ຢືມ​ໃໝ່​ທີ່​ທ່ານ​ກຳ​ລັງ​ຂໍ​ນັ້ນ, ລັດ​ຖະ​ບານ​ຂອງ​ທ່ານ ຣູ​ໂຕ ໄດ້​ປະ​ກາດ​ແຜນ​ການ ​ທີ່​ຈະ​ຂະ​ຫຍາຍ​ການ​ຈ້າງ​ງານ ແລະ ຂຶ້ນ​ພາ​ສີ​ ຊຶ່ງ​ເປັນ​ສອງວິ​ທີ​ທີ່​ຈະ​ຈ່າຍ​ເງິນ​ກູ້​ຢືມ​ຄືນ. ແຕ່​ບັນ​ດາ​ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ຄື​ທ່ານ ຊາ​ລ​ສ໌ ຄາ​ຣິ​ຊາ ເປັນ​ຫ່ວງວ່າ​ມັນ​ຈະ​ບໍ່​ໄດ້​ຜົນ ແລະ ເຊື່ອ​ວ່າ​ມັນ​ມີ​ອັນ​ຕະ​ລາຍ​ທາງ​ດ້ານ​ການ​ເງິນ.

ທ່ານ ຊາ​ລ​ສ໌ ຄາ​ຣິ​ຊາ ກ່າວ​ວ່າ “ໃນ​ຖາ​ນະ​ເປັນ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ, ມັນ​ແມ່ນ​ສະ​ຖາ​ນະ​ການ​ທີ່ບໍ່​ດີ​ທີ່​ພວກ​ເຮົາ​ຢູ່​ໃນ​ເວ​ລານີ້. ເພາະ​ວ່າ​ຖ້າ​ເຈົ້າ​ຢືມ​ເງິນ​ຕື່ມ​ອີກ, ນັ້ນ​ກໍ​ໝາຍ​ຄວາມ​ວ່າພວກ​ເຮົາ​ຈະ​ເບິ່ງ​ແຍງ​ຄວາມ​ຕ້ອງ​ການ​ຂອງ​ພວກ​ເຮົາ​ໜ້ອຍ​ລົງ. ນຶ່ງ​ໃນ​ບັນ​ຫາ​ຕ່າງໆ​ທີ່​ຂ້າ​ພະ​ເຈົ້າ​ຈະ​ຂໍ​ລັດ​ຖະ​ບານ​ໃຫ້​ເຮັດ​ກໍ​ແມ່ນ​ເບິ່ງ​ຄືນ​ບັນ​ຫາ​ຂອງ​ການ​ເກັບ​ພາ​ສີ. ມັນ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ​ໃນ​ອະ​ດີດ​ຖ້າ​ເຈົ້າ​ເກັບ​ພາ​ສີ​ປະ​ຊາ​ຊົນ​ເຄັນ​ຢາ​ຫຼາຍ​ຂຶ້ນ ລາຍ​ໄດ້​ແມ່ນບໍ່​ໄດ້ດີຂຶ້ນ ເພາະ​ວ່າ​ປະ​ຊາ​ຊົນ​ມີ​ແນວ​ໂນ້ມ​ທີ່​ຈະຫຼີກ​ລ່ຽງ​ການ​ຈ່າຍ​ພາ​ສີ ແລະ ພວກ​ເຮົາ​ຕ້ອງ​ເຮັດ​ໃຫ້​ສອງ​ຢ່າງ​ນັ້ນ​ດຸ່ນ​ດ່ຽງ​ກັນ.”

ຂໍ້​ມູນ​ລັດ​ຖະ​ບານ​ສະ​ແດງ​ໃຫ້​ເຫັນ​ວ່າ ເຄັນ​ຢາ ແມ່ນ​ກຳ​ລັງ​ໃຊ້​ປະ​ມານ​ເຄິ່ງ​ນຶ່ງ​ຂອງ​ລາຍ​ໄດ້​ຂອງ​ເຂົາ​ເຈົ້າ​ເພື່ອ​ຈ່າຍ​ຄືນ​ໜີ້​ສິນ​ທີ່​ເຂົາ​ເຈົ້າ​ມີໃຫ້​ສະ​ມ​າ​ຄົມ​ພັດ​ທະ​ນາ​ສາ​ກົນ, ທະ​ນາ​ຄານ​ພັດ​ທະ​ນາ ອາ​ຟ​ຣິ​ກາ, ກອງ​ທຶນ​ສາ​ກົນ, ຈີນ ແລະ ຍີ່​ປຸ່ນ.

President William Ruto, who has been a vocal critic of former President Uhuru Kenyatta’s policy of borrowing money from China, appears to have changed his position as he looks for money to finance Kenya’s development projects.

Earlier this month, Ruto’s government announced it will ask the Chinese government to give it more time to pay off existing loans and for an additional 1-billion-dollar loan. The new loan would help Kenya complete stalled road construction projects, pay contractors who abandoned work over unpaid bills and invest in the ongoing infrastructure projects such as extending the country’s standard gauge railway Northwest to Malaba, at the border with Uganda.

It’s a big flip-flop from two months ago, when Ruto told the country he planned to stop borrowing money.

“We were in a very bad position. We had a lot of debt, and we didn’t have a plan on how to solve that problem. I would like to tell you that we have stabilized the economy of the Republic of Kenya. We have made sure that we won’t be borrowing loans anymore.”

China is Kenya's second largest lender after the World Bank.

During Kenyatta’s presidency, Kenya took out $8 billion dollars in Chinese-backed loans to finance the initial construction of the 480-kilometer Standard Gauge Railway from the port city of Mombasa — to the nation’s capital, Nairobi, and the construction of a major Kenyan highway.

During Kenyatta’s 10 years in power, his administration also spent about 8 billion dollars to repair and build 10-thousand new kilometers of highway across the country.

To pay back what the country owes, and the new loans he is asking for, Ruto’s government announced plans to expand employment and raise taxes as two of the ways to pay back the loans. But economic experts like Charles Karisa are worried that it’s not going to work and believe it is financially dangerous.

“As a developed nation, it’s a bad situation we are in right now. Because if you

borrow more, that means we have less to take care of our needs. One of

the issues that I will ask this government to do is to re-look at the issue of

taxation. It has proven in the past that if you tax more Kenyans the revenue

does not gradually go up because people tend to avoid paying taxes and we

need to balance the two.”

Government data shows that Kenya is spending about half of its revenue to pay back debts on its books ... to the International Development Association, the African Development Bank, the International Monetary Fund, China and Japan.

XS
SM
MD
LG