ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອ​ບິນ​​ຕົກ ຢູ່ກາ​ຊັກ​ສະ​ຖານ ເຮັດ​ໃຫ້​ຢ່າງ​ໜ້ອຍ 12 ຄົນ​ ເສຍ​ຊີ​ວິດ


 ພະ​ນັກ​ງານ​ດ້ານ​ສຸກ​ເສີນ ແລະ​ຮັກ​ສາ​ຄວາມ​ສະ​ຫງົບຢືນ​ຍາມ ຢູ່​ຈຸດ​ ເຮືອ​ບິນ​ຕົກຢູ່​ໃກ້ເມືອງ Almaty ຂອງ​ກາ​ຊັກ​ສະ​ຖານໃນ​ວັນ​ທີ 27 ທັນ​ວາ, 2019 (ພາບ​ຖ່າຍ​ໂດຍ Pavel Mikheyev ຈາກ​ອົງ​ການ​ຂ່າວ​ຣອຍ​ເຕີ)
ພະ​ນັກ​ງານ​ດ້ານ​ສຸກ​ເສີນ ແລະ​ຮັກ​ສາ​ຄວາມ​ສະ​ຫງົບຢືນ​ຍາມ ຢູ່​ຈຸດ​ ເຮືອ​ບິນ​ຕົກຢູ່​ໃກ້ເມືອງ Almaty ຂອງ​ກາ​ຊັກ​ສະ​ຖານໃນ​ວັນ​ທີ 27 ທັນ​ວາ, 2019 (ພາບ​ຖ່າຍ​ໂດຍ Pavel Mikheyev ຈາກ​ອົງ​ການ​ຂ່າວ​ຣອຍ​ເຕີ)

ເຮືອ​ບິນ​ກາ​ຊັກ​ສະ​ຖານ​ທີ່​ມີ​ຄົນ​ໂດຍ​ສານ​ຫລາຍກວ່າ 90 ຄົນ ​ຕົກ ຫລັງ​ຈາກ​ໄດ້ທະ​ຍານ​ບິນ​ຂຶ້ນໄດ້​ບໍ່​ດົນພໍ​ເທົ່າ​ໃດ ໃນ​ຕອນ​ເຊົ້າໆ ​ຂອງວັນສຸກມື້ນີ້ ຊຶ່ງ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ 12 ຄົນ​ເສຍ​ຊີ​ວິດແລະ​ຫລາຍ ກວ່າ 20 ຄົນ​ໄດ້​ຮັບ​ບ​າດ​ເຈັບສາ​ຫັດ, ອີງ​ຕາມ​ພວກ​ເຈົ້າ​ໜ້າ​ທີ່.

ຄະ​ນະ​ກຳ​ມະ​ການ​ດ້ານ​ການ​ບິນ​ພົນ​ລະ​ເຮືອນຂອງກາ​ຊັກ​ສະ​ຖານ ກ່າວ​ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງວ່າ ເຮືອ​ບິນ​ຂອງ​ສາຍ​ການ​ບິນເບັກ​ແອ (Bek Air) ໄດ້​ຕຳ​ຝາ​ກຳ​ແພງຄອນກ​ຣີດ ແລະ​ຕຶກ​ສອງ​ຊັ້ນ​ຫລັງ​ນຶ່ງ ຫລັງ​ຈາກ​ໄດ້​ທະ​ຍານ​ຂຶ້ນ​ສູ່​ທ້ອງ​ຟ້າ​ຈາກ​ສະ​ໜາມ​ບິນ​ສາ​ກົນອາ​ລ​ມາ​ຕີ (Almaty).

ພວກ​ເຈົ້າ​ໜ້າ​ທີ່ໃນ​ທ້ອງ​ຖິ່ນ ກ່ອນ​ໜ້ານີ້​ໄດ້​ບອກວ່າ ຈຳ​ນວນ​ຄົນ​ເສຍ​ຊີ​ວິດແມ່ນ 15 ຄົນ ແຕ່​ວ່າກະ​ຊວງ​ພາຍ​ໃນ​ຂອງ​ປະ​ເທດ​ທີ່​ຢູ່​ໃນ​ທະ​ວີບ​ເອ​ເຊຍ​ກາງ​ແຫ່ງນັ້ນ ໄດ້​ດັດ​ແກ້​ຕົວ​ເລກ​ໃຫ້​ຫລຸ​ດ​ລົງ​ມາ ໂດຍ​ທີ່ບໍ່​ໄດ້​ໃຫ້​ຄຳ​ອະ​ທິ​ບາຍ​ໃດ​ໆ.

ໃນຖ້ຽວ​ບິນ​ເລກ​ທີ 2100, ເຮືອ​ບິນ​ຟອກ​ເກີ (Fokker)-100 ກຳ​ລັງ ມຸ້ງ​ໜ້າ​ໄປ​ຍັງເມືອງຫລວງ​ເນີ​-ຊູ​ລຕັນ (Nur-Sultan), ຊຶ່ງ​ໃນ​ເມື່ອ​ກ່ອນ​ເອີ້ນ​ວ່າ ແອ​ສ​ຕາ​ນາ (Astana) ເມື່ອ​ມັນ​ໄດ້​ເສຍ​ຄວາມ​ສູງໃນ​ການ​ບິນ​ໃນ​ຕອນ 7:22 ​ໂມງເຊົ້າ ​ຕາມ​ເວ​ລາ​ທ້ອງ​ຖິ່ນ.

ພວກ​ເຈົ້າ​ໜ້າ​ທີ່ ເວົ້າ​ວ່າ ທຸກ​ຖ້ຽວ​ບິນ​ຂອງສາຍ​ການ​ບິນເບັກ​ແອ (Bek Air) ແລະ​ຂອງ​ເຮືອບິນຟອກ​ເກີ (Fokker)-100 ຢູ່​ກາ​ຊັກ​ສະ​ຖານ ໄດ້​ຖືກ​ໂຈະ​ໄວ້ ​ບໍ່​ໃຫ້​ບິນ​ໃນ​ທັນ​ທີ​ທັນ​ໃດ ​ຈົນ​ກວ່າ​ການ​ສືບ​ສວນ​ກ່ຽວ​ກັບ​ການ​ຕົກ​ຂອງ​ເຮືອ​ບິນ ນັ້ນຈະສຳ​ເລັດ. ພວກ​ເພິ່ນບໍ່​ໄດ້​ໃຫ້​ຄວາມ​ຄິດ​ເຫັນ​ທີ່​ສະ​ແດງເຖິງ​ສາ​ເຫດ​ທີ່​ເປັນ​ໄປ​ໄດ້​ໃດໆ​ທີ່​ພາ​ໃຫ້​ເຮືອ​ບິນ​ຕົກ.

ບໍ​ລິ​ສັດ​ຜະ​ລິດ​ເຮືອ​ບິນຟອກ​ເກີ (Fokker)-100, ຊຶ່ງ​ເປັນ​ເຮືອ​ບິນອາຍ​ພົ່ນຂະ​ໜາດ​ກາງທີ່​ມີ 2 ຈັກ​ ໄດ້​ປະ​ກາ​ດ​ການລົ້ມ​ລະ​ລາຍ​ໃນ​ປີ 1996 ແລະ​ການຜະ​ລິດເຮືອ​ບິນ​ໄດ້​ຍຸ​ຕິ​ລົງ​ໃນ​ປີ​ຕໍ່​ມາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

A Kazakhstan plane with more than 90 people on board crashed shortly after takeoff early Friday, killing at least 12 people and seriously injuring more than 20 others, authorities said.

Kazakhstan's Civil Aviation Committee said in a statement the Bek Air plane hit a concrete fence and a two-story building after takeoff from Almaty International Airport.

Local authorities had earlier put the death toll at 15, but the Interior Ministry of the Central Asian nation later revised the figure downward, without giving an explanation.

Flight 2100, a Fokker-100 aircraft was heading to the capital Nur-Sultan, formerly known as Astana, when it lost attitude at 7:22 a.m. local time.

Authorities say all Bek Air and Fokker-100 flights in Kazakhstan were immediately suspended pending the investigation of the crash. They have not suggested any possible cause of the accident.

The manufacturer of Fokker-100, a medium-sized, twin-turbofan jet airliner went bankrupt in 1996 and the production of the plane stopped the following year.

XS
SM
MD
LG