ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄວາມ​ວຸ້ນ​ວາຍ​ ໃນ​ກາ​ຊັກ​ສະ​ຖານ ເບິ່ງ​ກັນ​ວ່າ ເປັນ​ການ​ໄດ້​ຮັບອິດ​ທິ​ພົນ​ເພີ້ມ​ຂຶ້ນ​ຂອງ​ຣັດ​ເຊຍ ດ້ວຍ​ການ​ສູນ​ເສຍ ຂອງ​ສະ​ຫະ​ລັດ


​ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ ທ່ານ​ກັ​ສ​ຊີມ ໂຈ​ມາດ ຕໍ​ກາ​ເຢັບ (ຂວາ) ຈັບ​ມື​ກັບ​ເລ​ຂາ​ທິ​ການ​ໃຫຍ່​ຂອງ​ອົງ​​ CSTO ທ່ານ Stanislav Zas ເມື່ອ​ວັນ​ທີ 12 ມັງ​ກອນ 2022 (Kazakhstan's Presidential Press Service via AP)
​ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ ທ່ານ​ກັ​ສ​ຊີມ ໂຈ​ມາດ ຕໍ​ກາ​ເຢັບ (ຂວາ) ຈັບ​ມື​ກັບ​ເລ​ຂາ​ທິ​ການ​ໃຫຍ່​ຂອງ​ອົງ​​ CSTO ທ່ານ Stanislav Zas ເມື່ອ​ວັນ​ທີ 12 ມັງ​ກອນ 2022 (Kazakhstan's Presidential Press Service via AP)

ຄວາມ​ວຸ້ນ​ວາຍ​ທ​າງ​ດ້ານ​ການ​ເມືອງ​ຢູ່​ໃນ​ກາ​ຊັກ​ສະ​ຖານ​ໄດ້​ລະ​ເບີ​ດ​ຂຶ້ນ​ໃນ​ຂະ​ນະ​ທີ່​ສະ​ຫະ​ລັດແລະ​ຣັ​ດ​ເຊຍ​ເລີ້ມ​ການ​ເປີດ​ເຈ​ລະ​ຈາ ຍ້ອນ​ມີ​ຄວາມ​ເຫັນ​ຂັດ​ແຍ້ງ​ກັນຢ່າງ​ຮ້າຍ​ແຮງ ກ່ຽວ​ກັບເລື້ອງ​ຢູ​ເຄ​ຣນ ອົງ​ການ​ເນ​ໂຕ້ ແລະ ​ຄວາມ​ໝັ້ນ​ຄົງ​ຂອງ​ຢູ​ໂຣບ. ການ​ສົ່ງ​ກຳ​ລັງ “ຮັກ​ສັນ​ຕິ​ພາບ” ຈຳ​ນວນ 2,500 ຄົນໂດຍອົງ​ການ​ສົນ ​ທິ​ສັນ​ຍາ ​ວ່​າ​ດ້ວຍການ​ຮັກສາ​ຄວາມ​ປອດ​ໄພ​ຮ່ວມ ຫຼື CSTO ທີ່​ນຳ​ພາ​ໂດຍ​ວັງ​ເຄ​ຣັມ​ລິນ ເຮັດ​ໃຫ້​ພວກ​ນັກ​ຊ່ຽວ​ຊານ​ຫຼາຍໆ​ຄົນ ​ໃນ​ວໍ​ຊິງ​ຕັນເຫັນ​ວ່າ ​ເປັນການ​ປ່ຽນແປງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ກາ​ຊັກ​ສະ​ຖານ ທີ່​ເຮັດ​ໃຫ້​ຣັດ​ເຊຍ​ມີອິດ​ທິ​ພົນ​ເພີ້ມ​ຂຶ້ນ.

ແຕ່​ໃນ​ວັນ​ທີ 11 ມັງ​ກອນ​ຜ່​ານ​ມາ ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ ທ່ານ​ກັ​ສ​ຊິມ ໂຈ​ມາດ ຕໍ​ກາ​ເຢັບ ຜູ້​ນຳ​ຂອງ​ປະ​ເທດ​ທີ່​ໄດ້​ກ່າວ​ອ້າງ​ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວວ່າ​ ໄດ້​ດຳ​ເນີນ​ນະ​ໂຍ​ບາຍການ​ຕ່າງ​ປະ​ເທດ​ທີ່ກ້ຳ​ເກິ່ງນັ້ນ ໄດ້​ປະ​ກາດ​ວ່າ ກຳ​ລັງຂອງອົງ​ການ CSTO ຈະ​ເລີ້ມ​ຖອນ​ອອກ​ໄປ​ພາຍ​ໃນ​ອາ​ທິດນີ້ ແລະ​ຈະ​ແລ້ວ​ສຳເລັດ ​ພາຍ​ໃນ​ທ້າຍ​ເດືອນ​ມັງ​ກອນ.

ຕຳ​ຫຼວດ​ປາບ​ຈະ​ລາ​ຈົນ ສະ​ກັດ​ກັ້ນ​ພວກ​ປະ​ທ້ວງ ໃນ​ເຂດ​ໃຈ​ກາງ​ນະ​ຄອນ​ອາ​ລ​ມາ​ຕີ ປະ​ເທດ​ກາ​ຊັກ​ສະ​ຖານ ເມື່ອ​ວັນ​ທີ 5 ມ​ັງ​ກອນ 2022.
ຕຳ​ຫຼວດ​ປາບ​ຈະ​ລາ​ຈົນ ສະ​ກັດ​ກັ້ນ​ພວກ​ປະ​ທ້ວງ ໃນ​ເຂດ​ໃຈ​ກາງ​ນະ​ຄອນ​ອາ​ລ​ມາ​ຕີ ປະ​ເທດ​ກາ​ຊັກ​ສະ​ຖານ ເມື່ອ​ວັນ​ທີ 5 ມ​ັງ​ກອນ 2022.

ແນວ​ໃດ​ກໍ​ຕາມ ​ທ່ານ​ຈອນ​ ເຮີບ​ທ໌ (John Herbst) ຈາກ​ສະ​ພາ​ແອັດ​ແລນ​ຕິກ ​ຊຶ່ງ​ເຄີຍ​ດຳ​ລົງ​ຕຳ​ແໜ່ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດປະ​ຈຳ​ຢູ​ເຄ​ຣນ ແລະ​ກາ​ຊັກ​ສະ​ຖານ ໂຕ້​ແຍ້ງວ່​າ “​ເປົ້າ​ໝາຍ​ຂອງປະ​ທາ​ນາ​ທິ​ບໍ​ດີ ວ​ລາ​ດີ​ເມຍ ປູ​ຕິນ ເພື່ອ​ຟື້ນ​ຟູ​ອິດ​ທິ​ພົນ​ຂອງ​ຣັດ​ເຊຍ ໃນ​ຍຸກ​ຫຼັງ​ສະ​ຫະ​ພາບ​ໂຊ​ຫວຽດ​ນັ້ນ ແມ່ນ​ບໍ່​ໄດ້​ຈຳ​ກັດ​ຢູ່​ແຕ່​ສະເພາະ​ໃນ​ຢູ​ເຄ​ຣນ ຈໍ​ເຈຍແລະ​ມອນ​ໂດ​ວາ​ເທົ່າ​ນັ້ນ ການ​ເຊື້ອ​ເຊີນ​ຂອງ​ທ່ານ​ຕໍ​ກາ​ເຢັບແມ່ນ​ເປີດ​ໂອ​ກາດ​ໃຫ້​ມົ​ສ​ກູ​ດຳ​ເນີນ​ການ​ໃນ​ສິ່ງນັ້ນ ຢູ່​ໃນ​ປະ​ເທດ​ເຂດ​ເອ​ເຊຍ​ກາງ​ທີ່​ຮັ່ງ​ມີ​ທີ່​ສຸດ.”

ທ່ານ​ເຮີບ​ທ໌ ກ່າວ​ຕື່ມ​ວ່າ ຕໍ​ກາ​ເຢັບ​ມີ​ທາງ​ເລືອກ​ ຢູ່​ອີກ​ທາງ​ນຶ່ງ ​ສຳ​ລັບ​ການ​ສະ​ໜັບ​ສະ​ໜຸນ​ຈ​າກ​ພາຍນອກ ນັ້ນ​ກໍ​ຄື​ຈາກ​ອົງ​ການ​ການ​ຮ່ວມ​ມື​ຊຽງ​ໄຮ້ ຫຼື SCO ຊຶ່ງຮວມ​ທັງ​ປະ​ເທດ​ຣັດ​ເຊຍ​ຄື​ກັນ ແຕ່​ໄດ້​ເລືອກ​ເອົາ​ອົງ​ການ CSTO ຊຶ່ງ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ທ່າ​ອຽງ​ໄປ​ທາງ​ມົ​ສ​ກູ. ເຖິງ​ແມ່ນໄດ້​ມີ​ການ​ຮ່ວມ​ມື​ກັນ​ຫຼາຍ​ຂຶ້ນ​ ເພື່ອ​ຕໍ່​ຕ້ານ​ນະ​ໂຍ​ບາຍ​ຂອງ​ສະ​ຫະ​ລັດ ​ຢູ່​ໃນ​ທົ່ວ​ໂລກ​ກໍ​ຕາມ ແຕ່ທ່ານ​ເວົ້າ​ວ່າ ​ທັງ​ຈີນ​ແລະ​ຣັດ​ເຊຍ ຕ່າງ​ກໍ “ເປັນ​ຜູ້​ແຂ່ງ​ຂັນ​” ຢູ່​ໃນ​ເຂດ​ເອ​ເຊຍ​ກາງ.

ທ່ານ​ນາງ​ເຈນ​ນີ​ເຟີ ເມີ​ຕາ​ຊາ​ສວິ​ລີ (Jennifer Murtazashvili) ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ ພິຕ​ສ​ເບີກ ແລະ​ກອງ​ທຶນ​ຄາ​ເນ​ກີ ກ່າວ​ວ່າ ການ​ຖອນ​ກຳ​ລັງ​ທະ​ຫານ​ຣັດ​ເຊຍ​ອອກ​ໄປ​ຢ່າງວ່ອງ​ໄວກໍ​ບໍ່​ມີ​ຫຍັງ​ປ່ຽນ​ແປງ​ຫຼາຍ “ຍ້ອນ​ວ່າ​ຕໍ​ກາ​ເຢັບ​ຕ້ອງການ​ໃຫ້​ຣັດ​ເຊຍ​ຊ່ວຍ​ເຫຼືອ​ລາວ ເອົາ​ຊະ​ນະ​ການ​ຕໍ່ສູ້​ພາຍ​ໃນ” ​ທີ່​ລາວ​ກ່າວ​ອ້າງວ່າ ເປັນ​ການ​ພະ​ຍາ​ຍາມ​ເຮັດ​ລັດ​ຖະ​ປະ​ຫານ. ເຖິງ​ແມ່ນ​ຈະ​ມີ ​ຫຼື​ບໍ່​ມີ ​ກຳ​ລັງ​ທະ​ຫານ ຢູ່​ໃນ​ປະ​ເທດ​ກໍ​ຕາມ “ແຕ່​ການ​ເຂົ້າ​ແຊກ​ແຊງ​ ຂອງ​ຣັດ​ເຊຍ ມີ​ທ່າ​ທາງວ່າ ຈະ
ມີ​ຜົນ​ເປັນ​ເວ​ລາ​ຍາວ​ນານ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG