ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະຕຸລາການ ຂໍໃຫ້ອ່ານຄຳໃຫ້ການຄືນໃໝ່ ໃນຄະດີອາຍາ ຂໍ້ຫາຈ່າຍເງິນປິດປາກ ຂອງທ່ານທຣຳ


ອະດີດປະທານາທິບໍດີ ດໍໂນລ ທຣຳ ເດີນທາງມາຮອດ ສານອາຍານະຄອນແມນແຮັດຕັນ ໃນລັດນິວຢອກ, ວັນທີ 29 ພຶດສະພາ 2024.
ອະດີດປະທານາທິບໍດີ ດໍໂນລ ທຣຳ ເດີນທາງມາຮອດ ສານອາຍານະຄອນແມນແຮັດຕັນ ໃນລັດນິວຢອກ, ວັນທີ 29 ພຶດສະພາ 2024.

ບັນດາຄະນະຕຸລາການໃນ​ການ​ດຳ​ເນີນຄະດີອາຍາການ​ຈ່າຍເງິນປິດປາກ ໃນລັດນິວຢອກ ຂອງທ່ານດໍໂນລ ທຣຳ ໃນວັນພຸດວານນີ້ ໄດ້ຂໍຮ້ອງໃຫ້ ອ່ານຄຳໃຫ້ການທີ່ສຳຄັນແກ່ພວກເຂົາເຈົ້າຟັງຄືນອີກຄັ້ງນຶ່ງ ໃນຂະນະທີ່ ພວກເຂົາເຈົ້າເລີ້ມການພິຈາລະນາຄະດີທີ່ວ່າ ອະດີດປະທານາທິບໍດີ ສະຫະລັດ ໄດ້ພະຍາຍາມແຊກແຊງຜົນການເລືອກຕັ້ງປີ 2016 ຢ່າງ​ຜິດ​ກົດ​ໝາຍ ທີ່ໄດ້ສົ່ງທ່ານເຂົ້າດຳລົງຕຳແໜ່ງໃນທຳນຽບຂາວນັ້ນ ຫຼືບໍ່.

ສະມາຊິກຂອງຄະນະຕຸລາການ 12 ຄົນ ໄດ້ປະຊຸມກັນເປັນເວລາເກືອບສີ່ຊົ່ວ ໂມງ ເວ​ລາ​ທີ່​ເຂົາ​ເຈົ້າ​ໄດ້ສົ່ງບັນທຶກສັ້ນໃຫ້ແກ່ຜູ້ພິພາກສາທີ່ກຳກັບນຳຄະດີນີ້ ເພື່ອຂໍຟັງບົດຄຳໃຫ້ການຈາກທ່ານ ເດວິດ ເພັກເກີ, ອະດີດຜູ້ພິມໜັງສືພິມຂະ​ໜາດ​ນ້ອຍ National Enquirer ທີ່ວາງຂາຍຢູ່ຕາມຮ້ານຂາຍເຄື່ອງ ແລະ ທ່ານ ໄມໂກລ ໂຄເຮັນ ຜູ້ທີ່ໃນຄັ້ງນຶ່ງເຄີຍເປັນຄົນແກ້ໄຂບັນຫານຕ່າງໆທາງ ດ້ານການເມືອງໃຫ້ແກ່ທ່ານທຣຳ ກ່ຽວກັບການພົບປະກັນເມື່ອເດືອນສິງຫາ ປີ 2015 ກັບທ່ານທຣຳ ຢູ່ທີ່ຫ້ອງການຂອງຕຶກ Trump Tower ໃນນະຄອນ ນິວຢອກ ນັ້ນ.

ບັນດາໄອຍະການໄດ້ເອີ້ນການພົບປະກັນນັ້ນວ່າ “ການສົມຮູ້ຮ່ວມຄິດຢູ່ຕຶກ Trump Tower” ເພາະວ່າ ທ່ານ ເພັກເກີ້ ໄດ້ໃຫ້ການວ່າຢູ່ສະ​ຖານທີ່ແຫ່ງນັ້ນ ທ່ານໄດ້ກ່າວຕໍ່ເພື່ອນທີ່ຍາວນານຂອງທ່ານຄືທ່ານ ທຣຳ ວ່າທ່ານຈະເປັນ “ຫູແລະຕາ” ໃຫ້ແກ່ລາວເພື່ອຊອມເບິ່ງເລື້ອງຕ່າງໆທີ່ບໍ່ດີ ກ່ຽວກັບລາວ ຂະນະ ທີ່ລາວລົງແຂ່ງຂັນເປັນປະທານາທິບໍດີ.

ທ່ານ ເພັກເກີ ໄດ້ສັນຍາທີ່ຈະຈ່າຍຄ່າລິ​ຂະສິດຕໍ່ຂ່າວທີ່​ໜ້າ​ອັບ​ອາຍທັງຫຼາຍ ກ່ຽວກັບ ທ່ານ ທຣຳ ແຕ່ບໍ່ມີເຈດຕະນາທີ່ຈະພິມເຜີຍແຜ່ ຂໍ້ມູນທີ່ເອີ້ນກັນວ່າ “ຮັບມາແລ້ວຂ້າ ຫຼື catch and kill” ຢູ່ໃນພາສາທຳ​ມະ​ດາ​ທີ່​ໃຊ້​ໃນສືພິມຂະ​ໜາດ​ນ້ອຍນັ້ນ-ໃນຂະນະດຽວກັນ ກໍໄດ້ພິມເຜີຍແຜ່ເລື້ອງທີ່​ສ້າງ​ຄວາມເສຍຫາຍ ແລະ ບໍ່ມີຄວາມຈິງຕ່າງໆກ່ຽວກັບຄູ່ແຂ່ງທາງດ້ານການເມືອງຂອງທ່ານທຣຳ.

Jurors in Donald Trump’s New York hush money criminal trial on Wednesday asked that key testimony be read back to them as they began deliberating whether the former U.S. president illegally sought to influence the outcome of the 2016 election that sent him to the White House.

The 12-member jury had met for nearly four hours when it sent a note to the judge presiding over the case, asking to hear a transcript of testimony from David Pecker, the former publisher of the tabloid National Enquirer, and onetime Trump political fixer Michael Cohen about their August 2015 meeting with Trump at his Trump Tower office in New York.

Prosecutors have called the meeting the “Trump Tower conspiracy,” because Pecker testified it was there that he told his longtime friend Trump he would be his "eyes and ears" to watch out for negative stories about him as he ran for the presidency.

Pecker promised to buy the rights to embarrassing stories about Trump but with no intention of publishing any of the information — called “catch and kill” in the vernacular of the tabloid world — while publishing unflattering and false stories about his political opponents.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG