ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະຕຸລາການ ລັດຖະບານກາງ ຈະເລີ້ມ ພິຈາລະນາ ຄະດີ ທ່ານພອລ ແມນນາຝອດ

ທະນາຍຄວາມຂອງທ່ານແມນນາຝອດ ທ່ານ ເຄຟວິນ ດາວນິງ (Kevin Downin) ກ່າວຖະແຫລງ ຕໍ່ສື່ມວນຊົນ ຢູ່ດ້ານນອກສານລັດຖະບານການ ຫຼັງຈາກໄດ້ສະຫລຸບ ການໂຕ້ແຍງ ແລະຖືວ່າ ເປັນການສິ້ນສຸດ ຂອງຄະນະຕຸລາການ ໃນການດຳເນີນຄະດີ ຂອງ ອະດີດ ປະທານ ຄະນະໂຄສະນາຫາສຽງ ຂອງທ່ານດໍໂນລ ທຣຳ ຄື ທ່ານ ພອລ ແມນນາຝອດ ໃນນະຄອນ ອາແລັກແຊນເດຣຍ ຂອງລັດເວີຈີເນຍ, ວັນທີ 15 ສິງຫາ 2018.

ຄະນະຕຸລາການ ຈະເລີ້ມການພິຈາລະນາຕັດສິນຄະດີ ໃນວັນພະຫັດມື້ນີ້ ວ່າ ອະດີດ ປະທານຄະນະໂຄສະນາຫາສຽງຂອງ ທ່ານທຣຳ ຄື ທ່ານພອລ ແມນນາຝອດ ນັ້ນ ມີ
ຄວາມຜິດຖານສໍ້ໂກງພາສີ ແລະທະນາຄານ ຫຼືບໍ່. ທ່ານ ແມນນາຝອດ ປະເຊີນກັບ
ໂທດຈຳຄຸກຫຼາຍສິບປີ ຖ້າຫາກຖືກພົບເຫັນວ່າ ມີຄວາມຜິດແທ້.

ບັນດາໄອຍະການ ແລະ ບັນດາທະນາຄວາມຂອງຈຳເລີຍ ຕ່າງກໍໄດ້ນຳສະເໜີ ການ
ສະຫລຸບ ໃນການໂຕ້ແຍ້ງກັນ ເມື່ອວັນພຸດວານນີ້ ໄປແລ້ວ ເຊິ່ງຝ່າຍໄອຍະການຖົກ
ຖຽງວ່າ ຊີວິດຂອງ ທ່ານແມນນາຝອດ ແມ່ນ “ເຕັມໄປດ້ວຍຄວາມຫຼອກລວງ” ໃນ
ຂະນະທີ່ດຳລົງຊີວິດແບບຟຸມເຟືອຍ.

ທ່ານ ພອລ ແມນນາຝອດ (Paul Manafort), ອະດີດ ປະທານ ຄະນະໂຄສະນາຫາສຽງ ຂອງ ປະທານາທິບໍດີ ດໍໂນລ ທຣຳ, ກຳລັງຍ່າງອອກມາຈາກສານລັດຖະບານກາງ ຫຼັງຈາກ ການພິຈາລະນາຮັບຟັງຄະດີ ຂອງທ່ານ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 28 ກຸມພາ 2018.

ໄອຍະການ ເກຣກ ແອນເດຣສ໌ ໄດ້ກ່າວວ່າ “ທ່ານ ແມນນາຝອດ ໄດ້ຕົວະເພື່ອທີ່ຈະ
ໄດ້ຮັບເງິນຫຼາຍຂຶ້ນ ໃນເມື່ອເພິ່ນມີຢູ່ແລ້ວ ແລະ ເພິ່ນໄດ້ຕົວະເພື່ອຢາກໄດ້ເງິນ
ຫຼາຍຂຶ້ນ ໃນເວລາເພິ່ນບໍ່ມີ.”

ແຕ່ທະນາຍຄວາມຂອງ ທ່ານ ແມນນາຝອດ ຄື ທ່ານ ຣິເຈີດ ແວັສລິງ ໄດ້ບອກຄະນະ
ຕຸລາການ ວ່າ ທ່ານແມນນາຝອດ ຄວນຖືກຕັດສິນວ່າ ບໍ່ມີຄວາມຜິດ. ທ່ານໄດ້ກ່າວວ່າ
ລັດຖະບານ ບໍ່ສາມາດພິສູດໄດ້ວ່າ ທ່ານແມນນາຝອດ “ກະທຳຜິດ ໂດຍປາດສະຈາກ
ຂໍ້ສົງໄສ”
ອັນເປັນມາດຕະຖານ ສຳລັບການຕັດສິນຄວາມຜິດ ໃນລະບົບກົດໝາຍ ຂອງ
ສະຫະລັດ.

ບັນດາໄອຍະການ ໃນການດຳເນີນຄະດີ ຂອງທ່ານ ພອລ ແມນນາຝອດ, ຄື ທ່ານ ຢູໂໍຊ ອາໂຊເຍຍ (Uzo Asonye, ຊ້າຍ, ແລະ ທ່ານ ເກຣກ ແອນເດຣ (Greg Andre), ແມ່ນເຫັນໄດ້ ໃນຮູບແຕ້ມ ໃນຂະນະຢູ່ໃນສານ ຂອງມື້ທີຫ້າ.
ບັນດາໄອຍະການ ໃນການດຳເນີນຄະດີ ຂອງທ່ານ ພອລ ແມນນາຝອດ, ຄື ທ່ານ ຢູໂໍຊ ອາໂຊເຍຍ (Uzo Asonye, ຊ້າຍ, ແລະ ທ່ານ ເກຣກ ແອນເດຣ (Greg Andre), ແມ່ນເຫັນໄດ້ ໃນຮູບແຕ້ມ ໃນຂະນະຢູ່ໃນສານ ຂອງມື້ທີຫ້າ.

ທ່ານ ແວັສລິງ ໄດ້ກ່າວວ່າ ອັນນັ້ນເປັນເຫດຜົນ ທີ່ຄະນະຕໍ່ສູ້ຄະດີ ໄດ້ຕັດສິນໃຈ ທີ່ຈະ
ຍຸຕິການນຳສະເໜີຄະດີ ໂດຍທີ່ບໍ່ໄດ້ເອີ້ນພະຍານໃດໆ ເພື່ອໃຫ້ປາກຄຳ ລວມທັງ ທ່ານ
ແມນນາຝອດ ເອງ.

ທ່ານ ແວັສລິງ ໄດ້ໂຈມຕີ ການໂຕ້ຖຽງຂອງລັດຖະບານ ທີ່ວ່າ ທ່ານ ແມນນາຝອດ ໄດ້ຊຸກ
ເຊື່ອງເງິນຫຼາຍລ້ານໂດລາ ຢູ່ບັນຊີທະນາຄານຕ່າງໆ ໃນຕ່າງປະເທດ ເພື່ອຫລີກລ່ຽງ
ການເກັບພາສີຂອງສະຫະລັດ ເພາະສະນັ້ນ ທ່ານແມນນາຝອດ ຈຶ່ງສາມາດມີເງິນຊື້ເຄື່ອງ
ຂອງຟຸມເຟືອຍ ໄດ້ນັ້ນ. ທ່ານແວັສລິງ ໄດ້ກ່າວວ່າ ທ່ານ ແມ່ນນາຝອດ ໄດ້ແຈ້ງມູນຄ່າ
ຊັບສິນທັງໝົດ ຫັກໜີ້ສິນແລ້ວ ມີຈຳນວນ 21 ລ້ານ 3 ແສນໂດລາ ໃນທ້າຍປີ 2016.

ທ່ານ ແວັສລິງ ຈຶ່ງໄດ້ກ່າວວ່າ “ໂດຍໃຫ້ຫລັກຖານນີ້ແລ້ວ ພວກເຮົາ ເວົ້າໄດ້ຈັ່ງໃດວ່າ
ເພິ່ນບໍ່ມີເງິນ?”

ທ່ານ ແວັສລິງ ຍັງໄດ້ໂຈມຕີ ພະຍານເດັ່ນຂອງຝ່າຍໄອຍະການ ທ່ານ ຣິກ ເກຕສ໌ ກໍຄື
ອະດີດຮອງປະທານ ຄະນະໂຄສະນາຫາສຽງຂອງ ທ່ານ ທຣຳ ວ່າ ເປັນຄົນຂີ້ຕົວະ ແລະ
ຂີ້ລັກ.

ທ່ານ ເກຕສ໌ ໄດ້ຍອມຮັບສາລະພາບຜິດໄປແລ້ວ ກ່ອນການດຳເນີນຄະດີຂອງ ທ່ານ
ແມນນາຝອດ ໃນການຊ່ອຍເຫຼືອ ທ່ານ ແມນນາຝອດ ປົກປິດລາຍໄດ້ຫຼາຍລ້ານໂດລາ
ຈາກບັນດາເຈົ້າໜ້າທີ່ພາສີຂອງສະຫະລັດ ແລະ ຜູ້ກ່ຽວ ກຳລັງລໍຖ້າການລົງໂທດຢູ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG