ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການພິຈາລະນາຄະດີ ທ່ານນາງ ຊູ ຈີ ຂອງລັດຖະບານ ທະຫານມຽນມາ ຍຸຕິລົງແລ້ວ


ແຟ້ມ-ຜູ້ນໍາໃນເມື່ອກ່ອນຂອງມຽນມາ ທ່ານນາງ ອອງ ຊານ ຊູ ຈີ ຟັງຄໍາປາໄສຂອງຜູ້ພິພາກສາສານສາ​ກົນ ໃນນະຄອນເຮັກ ຂອງປະເທດເນເທີແລນ, ວັນທີ 11 ທັນວາ 2019.
ແຟ້ມ-ຜູ້ນໍາໃນເມື່ອກ່ອນຂອງມຽນມາ ທ່ານນາງ ອອງ ຊານ ຊູ ຈີ ຟັງຄໍາປາໄສຂອງຜູ້ພິພາກສາສານສາ​ກົນ ໃນນະຄອນເຮັກ ຂອງປະເທດເນເທີແລນ, ວັນທີ 11 ທັນວາ 2019.

ສານຂອງລັດຖະບານທະຫານມຽນມາ ໄດ້ສິ້ນສຸດການພິຈາລະນາຄະດີຂອງຜູ້ນໍາພົນ ລະເຮືອນທີ່ຖືກຢຶດອໍານາດ ທ່ານນາງອອງ ຊານ ຊູ ຈີ ໃນວັນສຸກມື້ນີ້. ແຫຼ່ງຂ່າວ ທາງກົດໝາຍໄດ້ບອກກັບອົງການຂ່າວ APF, ເຊິ່ງຜູ້ໄດ້ຮັບລາງວັນໂນແບລ ຖືກ ຕັດສິນຈຳຄຸກເປັນເວລາ 33 ປີ, ອີງຕາມລາຍງານຂອງອົງການຂ່າວ AFP.

ທ່ານນາງ ຊູ ຈີ ອາຍຸ 77 ປີ, ໄດ້ກາຍມາເປັນນັກໂທດຂອງລັດຖະບານທະຫານ ນັບ ຕັ້ງແຕ່ການກໍ່ລັດຖະປະຫານໃນປີ 2021, ໂດຍຖືກຕັດສິນວ່າມີຄວາມຜິດໃນທຸກໆຂໍ້ ກ່າວຫາທີ່ຕໍ່ຕ້ານທ່ານນາງຫຼາຍລະດັບ, ນັບແຕ່ການສໍ້ລາດບັງຫຼວງ ຮອດການມີ ເຄື່ອງຮັບສັນຍານວິທະຍຸທີ່ຜິດກົດໝາຍຢູ່​ໃນ​ການຄອບຄອງ, ແລະການໝິ່ນປະໝາດຂໍ້ຈໍາກັດຕ່າງໆກ່ຽວກັບໂຄວິດ.

ແຫຼ່ງຂ່າວກ່າວວ່າ ໃນມື້ວັນສຸກທີ່ຜ່ານມາ, ທ່ານນາງຖືກຕັດສິນວ່າມີຄວາມຜິດໃນ 5 ກະ​ທົງ ໃນ​ຂໍ້ຫາສໍ້ລາດບັງຫຼວງ ທີ່ພົວພັນກັບການຈ້າງ, ຈັດຊື້ ແລະການສ້ອມ​ແປງ ຮັກສາເຮືອບິນເຮລີຄັອບເຕີ້ ທີ່ໄດ້ສົ່ງ “ຜົນເສຍຕໍ່ປະເທດຊາດ.”

ແຫຼ່ງຂ່າວທີ່ບໍ່ປະສົງອອກນາມ ເນື່ອງຈາກບໍ່ໄດ້ຮັບການອະນຸຍາດໃຫ້ກ່າວ​ຕໍ່ອົງການຂ່າວເວົ້າວ່າ “ໝົດທຸກໆຄະ​ດີຂອງທ່ານນາງແມ່ນສິ້ນສຸດລົງແລ້ວ, ແລະ ບໍ່ມີການຕັ້ງຂໍ້ຫາໃດໆກັບທ່ານນາງອີກ.”

ແຫຼ່ງຂ່າວນັ້ນກ່າວເພີ້ມອີກວ່າ ທ່ານນາງ ຊູ ຈີ ຜູ້​ທີ່ໃນເວລານີ້ຖືກຕັດສິນຂັງຄຸກ ເປັນເວລາ 33 ປີ ລຸນຫຼັງການພິຈາລະນາຄະດີມາເປັນເວລາ 18 ເດືອນ, ເຊິ່ງ ກຸ່ມສິດທິມະນຸດໄດ້ຖືວ່າເປັນເລື້ອງຫຼວກລວງທີ່ບໍ່ມີຄວາມຈິງນັ້ນ ແມ່ນມີສຸຂະພາບ ແຂງແຮງດີ.

ບັນດານັກຂ່າວໄດ້ຖືກຂັດຂວາງບໍ່​ໃຫ້ເຂົ້າໄປໃນສານ ເພື່ອຮັບຟັງການພິຈາລະນາຄະດີ, ແລະທະນາຍຄວາມຂອງທ່ານນາງກໍຖືກຫ້າມບໍ່ໃຫ້ສົນທະນາກັບອົງການຂ່າວຕ່າງໆ.

ນັກຂ່າວຂອງອົງການຂ່າວ AFP ທີ່ລາຍງານຈາກນະ​ຄອນ​ຫລວງເນປີດໍ ກ່າວວ່າ ຖະໜົນຫົນທາງທີ່ມຸ້ງໜ້າໄປຄຸກທີ່ຈະຂັງທ່ານນາງຊູ ຈີ ຢູ່ໃນນະຄອນຫຼວງທີ່ຖືກສ້າງຂຶ້ນໂດຍທະ​ຫານແຫ່ງນີ້ ແມ່ນປາສະຈາກການຈະລາຈອນ ກ່ອນມື້ການຕັດສິນຄະດີຂອງທ່ານນາງ.

ແຫຼ່ງຂ່າວກ່າວວ່າ ທ່ານນາງ ຊູ ຈີ ຈະຮ້ອງຂໍອຸທອນກ່ຽວກັບຄໍາຕັດສິນຄັ້ງຫຼ້າສຸດນີ້.

ນັບຕັ້ງແຕ່ມີການພິຈາລະນາຄະດີຂອງທ່ານນາງເລີ້ມຕົ້ນຂຶ້ນ, ທ່ານນາງໄດ້​ປາ​ກົດ​ໂຕ​ໃຫ້ເຫັນພຽງຄັ້ງດຽວ ຢູ່ໃນຮູບພາບຕ່າງໆຂອງອົງການຂ່າວລັດຖະບານພຽງເລັກໜ້ອຍ ຢູ່ໃນຫ້ອງພິຈາລະນາຄະດີທີ່ຫວ່າງເປົ່າ, ແລະທ່ານນາງກໍໄດ້ອາໄສທະນາຍຄວາມ ເທົ່ານັ້ນໃນການສົ່ງຂໍ້ຄວາມຕ່າງໆຂອງທ່ານນາງອອກໄປສູ່ໂລກພາຍນອກ.

ໃນການຕໍ່ສູ້ເພື່ອປະຊາທິປະໄຕຢູ່ໃນມຽນມາຫຼາຍໆຄັ້ງ, ເຊິ່ງທ່ານນາງ ຊູຈີ ໄດ້ເປັນ​ຜູ້​ຄອ​ບ​ງຳມາເປັນເວລາຫຼາຍທົດສະວັດ ໄດ້ລະຖິ້ມຫຼັກການສໍາຄັນຂອງທ່ານນາງທີ່ວ່າ ບໍ່ໃຊ້ຄວາຮຸນແຮງໂດຍ​ທີ່ “ກອງກຳ​ລັງປ້ອງກັນ​ຊາດ​ຂອງປະຊາຊົນ” ມີການ ປະທະກັບກອງທະຫານໃນທົ່ວປະເທດຢູ່ເລື້ອຍໆ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG