ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະ​ຫະ​ພາບ ຢູ​ໂຣບ ເບິ່ງ​ຄື​ວ່າ​ ຈະ​ບໍ່​ຕັດ​ສິນ ກ່ຽວ​ກັບ ການ​ຕໍ່​ເວ​ລາ Brexit ໃນ​ທິດນີ້


ທ່ານ ຊັອງ ຄ​ລອດ ຈັງ​ເກີ, ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ ຢູ​ໂຣບ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ ສະ​ພາ​ລັດ ບາ​ເດັນ ເວີດ​ເທັມ​ເບີກ. ເມືອງ ສ​ຕຸດ​ກາດ, ເຢຍ​ຣະ​ມັນ. 19 ກຸ​ມ​ພາ, 2019.
ທ່ານ ຊັອງ ຄ​ລອດ ຈັງ​ເກີ, ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ ຢູ​ໂຣບ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ ສະ​ພາ​ລັດ ບາ​ເດັນ ເວີດ​ເທັມ​ເບີກ. ເມືອງ ສ​ຕຸດ​ກາດ, ເຢຍ​ຣະ​ມັນ. 19 ກຸ​ມ​ພາ, 2019.

ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ ຢູ​ໂຣບ ທ່ານ ຊັອງ ຄ​ລອດ ຈັງ​ເກີ ໄດ້​ກ່າວ​ໃນ​ວັນ​ພຸດ​ມື້ນີ້​
ວ່າ ສະຫະພາບຢູໂຣບ ຈະບໍ່ເປີດໃຫ້ມີການເຈລະຈາອີກຕໍ່ໄປ ກ່ຽວກັບ ການຖອນຕົວ
ອອກຈາກກຸ່ມຂອງ ອັງກິດ ແລະ ເບິ່ງຄືວ່າຈະບໍ່ທຳການຕັດສິນໃນສັບປະດານີ້ວ່າ ຈະ
ໃຫ້ ອັງກິດ ຕໍ່ເວລາສຳລັບຂີດເສັ້ນຕາຍໃນວັນທີ 29 ມີນາຂອງເຂົາເຈົ້າ ອອກໄປອີກ
ຫຼືບໍ່.

ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ທ່ານ​ນາງ ເທ​ຣີ​ຊາ ເມ ຄາດ​ວ່າ​ຈະ​ສົ່ງ​ໜັງ​ສືຫາ​ບັນ​ດາ​ຜູ້​ນຳ
ສະຫະພາບ ຢູໂຣບ ເພື່ອຂໍການເລື່ອນເວລາ ໃຫ້ລັດຖະບານ ແລະ ສະພາແຫ່ງຊາດ
ຂອງເພິ່ນ ມີເວລາຕົກລົງກັນເພີ່ມເຕີມ ກ່ຽວກັບ ວິທີການແຍກຕົວຄວນເກີດຂຶ້ນແນວ
ໃດ.

ປັດ​ຈຸ​ບັນ​ນີ້, ສະ​ພາ​ຕ່ຳ​ຂອງ ອັງ​ກິດ ໄດ້​ປະ​ຕິ​ເສດ​ເງື່ອນ​ໄຂ​ທີ່​ບັນ​ດາ​ນັກ​ເຈ​ລະ​ຈາ ອັງ
ກິດ ແລະ ສະຫະພາບ ຢູໂຣບ ໄດ້ຕົກລົງກັນ ຢ່າງເດັດຂາດ ຫຼັງຈາກການເຈລະຈາ
ສອງປີ, ແລະ ຍັງໄດ້ໃຫ້ສັນຍານການຄັດຄ້ານ ຕໍ່ການດຳເນີນການດັ່ງ ໂດຍບໍ່ມີການ
ຕົກລົງກັນເກີດຂຶ້ນ.

ໂທ​ລະ​ພາບ BBC ໄດ້​ລາຍ​ງານ​ໃນ​ວັນ​ພຸດມື້ນີ້​ວ່າ ອີງ​ຕາມ​ເຈົ້າ​ໜ້າ​ທີ່ຈາກ​ທຳ ນຽບ
ນາຍົກລັດຖະມົນຕີ (ຖະໜົນດາວນິງ) ນັ້ນ, ການຂໍຮ້ອງຂອງທ່ານ ເມ ຈະເປັນການ
ເລື່ອນເວລາທີ່ສັ້ນ, ບໍ່ແມ່ນໄລຍະຍາວ.

ທ່ານ ຈັງ​ເກີ ໄດ້​ກ່າວ​ຕໍ່​ວິ​ທະ​ຍຸ ດອຍ​ຊ​ແລນ​ຟຸງ (Deutchlandfunk) ຂອງ ເຢຍ​ຣະ​ມັນ
ວ່າທ່ານນາງ ເມ ຕ້ອງສະແດງຄວາມກະຈ່າງແຈ້ງຕໍ່ ສະຫະພາບ ຢູໂຣບ ກ່ຽວກັບ
ແຜນການຂອງ ອັງກິດ ເພື່ອທີ່ຈະໄດ້ຮັບ ການຕໍ່ເວລານັ້ນ, ເຊິ່ງຕ້ອງຖືກຮັບຮອງເອົາ
ໂດຍບັນດາສະມາຊິກ ສະຫະພາບຢູໂຣບ ທັງໝົດ.

ທ່ານ​ໄດ້​ກ່າວ​ວ່າ “ມັນ​ຈະ​ບໍ່​ມີ​ການ​ເຈ​ລ​ະ​ຈາ​ຄືນ, ບໍ່​ມີ​ການ​ເຈ​ລະ​ຈາ​ຄັ້ງ​ໃໝ່ ແລະ ບໍ່​ມີ​
ການຮັບປະກັນເພີ່ມເຕີມ ນອກຈາກການຮັບປະກັນ ທີ່ພວກເຮົາໄດ້ໃຫ້ໄປແລ້ວ.”

ທ່ານນາງ ເມ ໄດ້​ພະ​ຍາ​ຍາມ​ຈັດ​ການ​ລົງ​ຄະ​ແນນ​ສຽງ​ສະ​ພາ​ແຫ່ງ​ຊາດ​ອີກ​ຄັ້ງ​ນຶ່ງ ກ່ຽວ
ກັບ ເງື່ອນໄຂທີ່ເພິ່ນໄດ້ສະເໜີ ສຳລັບການຖອນຕົວ ອອກຈາກ ສະຫະພາບ ຢູໂຣບ,
ແຕ່ປະທານສະພາຕ່ຳ ທ່ານ ຈອນ ເບີໂຄ ໄດ້ຕັດສິນໃນອາທິດນີ້ວ່າ ນາຍົກລັດຖະມົນ
ຕີ ບໍ່ສາມາດຂໍໃຫ້ສະມາຊິກສະພາລົງຄະແນນສຽງໄດ້ຕະຫຼອດ ກ່ຽວກັບ ຂໍ້ສະເໜີ ທີ່
ເຂົາເຈົ້າໄດ້ປະຕິເສດໄປນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ​

XS
SM
MD
LG