ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສານຊັ້ນຕົ້ນ ສຫລ ຕັດສິນ ໃຫ້ເປີດຮັບ ​​ເອົາ​ຄໍາ​ຮ້ອງ ຂໍເຂົ້າ ຢູ່ໃນໂຄງການ ດາ​ກາ​ ຄັ້ງໃໝ່ອີກ


ນາງ ເມໂລດີ ເຄ (Melody K.), ອາຍຸ 23 ປີ ຊຶ່ງເປັນຜູ້ໄດ້ຮັບ
ອະນຸຍາດໃຫ້ຢູ່ສະຫະລັດໄດ້ ພາຍໃຕ້ໂຄງການ ດາກາ ຍ້ອນວ່າຜູ້ກ່ຽວໄດ້ຖືກເອົາມາປະເທດ ສຫລ ໃນຕອນທີ່
ລາວມີອາຍຸ 8 ປີ ກໍາລັງກ່າວຄໍາປາໄສຢູ່ໃນການໂຮມຊຸນຸມ ເພື່ອສະໜັບສະໜຸນ ໃຫ້ມີການແກ້ໄຂກົດໝາຍຢ່າງຖາວອນ
ແກ່ພວກຄົນເຂົາເມືອງ ໃນນະຄອນລັອສ ແອນເຈີແລັສ (Los Angeles) ໃນວັນທີ 3 ກຸມພາ 2018.
ນາງ ເມໂລດີ ເຄ (Melody K.), ອາຍຸ 23 ປີ ຊຶ່ງເປັນຜູ້ໄດ້ຮັບ ອະນຸຍາດໃຫ້ຢູ່ສະຫະລັດໄດ້ ພາຍໃຕ້ໂຄງການ ດາກາ ຍ້ອນວ່າຜູ້ກ່ຽວໄດ້ຖືກເອົາມາປະເທດ ສຫລ ໃນຕອນທີ່ ລາວມີອາຍຸ 8 ປີ ກໍາລັງກ່າວຄໍາປາໄສຢູ່ໃນການໂຮມຊຸນຸມ ເພື່ອສະໜັບສະໜຸນ ໃຫ້ມີການແກ້ໄຂກົດໝາຍຢ່າງຖາວອນ ແກ່ພວກຄົນເຂົາເມືອງ ໃນນະຄອນລັອສ ແອນເຈີແລັສ (Los Angeles) ໃນວັນທີ 3 ກຸມພາ 2018.

ບັນດາ​ສະມາ​ຊິກ​ລັດຖະສະພາ ທີ່ໃຫ້ການ​ສະໜັບສະໜຸນ​ແກ່​ການປ້ອງກັນບໍ່​ໃຫ້ພວກ
ຊາວໜຸ່ມ ທີ່ເຂົ້າເມືອງໂດຍບໍ່ມີເອກກະສານຖືກເນລະເທດ​ ​ໃຫ້ການ​ສັນລະ​ເສີນຕໍ່ຄໍາ​ສັ່ງ​
ຂອງ​ສານຊັ້ນຕົ້ນ ​ທີ່​ຮັບປະກັນເຮັດ​ໃຫ້​ໂຄງການ​ປົກ​ປ້ອງ​ພວກ​ຄົນ​ເຂົ້າ​ເມືອງ​ແຕ່​ຕອນຍັງ
​ນ້ອຍ​ນັ້ນ ​ໃຫ້​ຍັງ​ຄົງ​ຕົວ​ຢູ່​ຕໍ່​ໄປ​ໄດ້.

"ນອກ​ເໜືອ​ໄປຈາກ​ວ່າ​ມັນ​ເປັນ​ຄໍາ​ເວົ້າຂອງ​ຜູ້​ພິພາກສາ​ແລ້ວ, ມັນ​ຍັງ​ເປັນ​ສິ່ງ​ທີ່​ປະຊາ
ຊົນ​ອາ​ເມຣິກັນ​ເວົ້ານໍາອີກ. ປະຊາຊົນ​ຢາກໃຫ້ “ພວກທີ່ມີ​ຄວາມໄຝ່ຝັນ” ດໍາລົງ​ຊີວິດ​ຢູ່​
ໃນ​ປະ​ເທດ​ນີ້ຕໍ່​ໄປ​ໄດ້" ນັ້ນຄື​ຄໍາ​ເວົ້າຂອງ​ສະມາຊິກ​ສະພາ​ສູງ ​ສັງ ກັດພັກ​ເດ​ໂມ​ແຄຣັດ ​
ເອມມີ ​ໂຄລບູຊາ (Amy Klobuchar) ທີ່​ມາ​ຈາກລັດ​ມີ​ນ​ເນໂຊ​ຕາ (Minnesota) ທີ່
ກ່າວຕໍ່ວີ​ໂອ​ເອ. ທ່ານ​ນາງ​ກ່າວ​ຕື່ມວ່າ "ຫລາຍ​ກວ່າ 90 ​ເປີ​ເຊັນ​ຂອງ​ຄົນ​ພວກ​ນີ້ ​ແມ່ນ​ມີ​
ວຽກ​ເຮັດ ຫລືບໍ່ກໍກໍາລັງ​ເຂົ້າ​ໂຮງຮຽນຢູ່."

​ໃນ​ປີ​ກາຍ​ນີ້, ທ່ານ​ທຣໍາ​ໄດ້​ກໍ​ານົດ​ເອົາວັນ​ທີ 5 ມີນາ​ໃຫ້​ເປັນວັນໝົດອາຍຸຂອງ​ໂຄງການ
ດາ​ກາ (DACA) ທີ່​ໄດ້​ໃຫ້​ອະນຸຍາດ​ແກ່ຊາວໜຸ່ມທີ່ເຂົ້າເມືອງໂດຍຜິດ​ກົດໝາຍ​ ແຕ່ຕອນ
​ຍັງ​ນ້ອຍຈໍານວນ 700,000 ຄົນ​ ຊຶ່ງ​ບາງ​ຄັ້ງກໍ​ເອີ້ນວ່າ “ພວກທີ່ມີ​ຄວາມໄຝ່ຝັນ” ນັ້ນ ໃຫ້​
ສາມາດ​ເຮັດ​ວຽກ​ແລະ​ຮຽນໜັງສື​ໄດ້​ຊົ່ວຄາວ ຢູ່​ໃນ​ສະຫະລັດ.

ປ. ໂອບາມາ ພົບກັບກຸ່ມຊາວໜຸ່ມທີ່ເປັນ "ພວກທີ່ມີຄວາມໄຝ່ຝັນ" ທີ່ໄດ້ຮັບອະນຸຍາດໃຫ້ຢູ່ໃນ ສຫລ ພາຍໃຕ້ໂຄງການ DACA ທີ່ທໍານຽບຂາວໃນວັນທີ 4 ກຸມພາ 2015
ປ. ໂອບາມາ ພົບກັບກຸ່ມຊາວໜຸ່ມທີ່ເປັນ "ພວກທີ່ມີຄວາມໄຝ່ຝັນ" ທີ່ໄດ້ຮັບອະນຸຍາດໃຫ້ຢູ່ໃນ ສຫລ ພາຍໃຕ້ໂຄງການ DACA ທີ່ທໍານຽບຂາວໃນວັນທີ 4 ກຸມພາ 2015

ໃນວັນ​ອັງຄານວານ​ນີ້ ຜູ້​ພິພາກສາ​ຂອງ​ລັດຖະບານ​ກາງ ​ໄດ້​ອອກ​ຄໍາ​ສັ່ງ​ໃຫ້​ລັດຖະບານ
ຂອງ​ທ່ານ​ທຣໍາ ຮັກສາ​ໂຄງການດາ​ກາ​ໄວ້ ​ແລະ​ໃຫ້ເປີດ​ຮັບ​ເອົາ​ຄໍາ​ຮ້ອງ​ໃໝ່ອີກ. ຜູ້​ພິ
ພາກສາ​ຂອງ​ລັດຖະບານ​ກາງອີກ​ສອງ​ທ່ານ ໃນ​ເມື່ອ​ກ່ອນ​ກໍ​ໄດ້ຕັດສິນ​ໃຫ້​ຮັກສາ ​ຜູ້​ທີ່​ໄດ້​ເຂົ້າຢູ່​ໃນໂຄງການ​ດັ່ງກ່າວ​ແລ້ວນັ້ນ​ໄວ້.

ສ່ວນປະທານຄະນະ​ກໍາມະການຕຸລາການຂອງສະພາສູງ, ທ່ານ ຈັກ ​ແກຣັສລີ (Chuck
Grassley) ຈາກ​ລັດ​ໄອ​ໂອວາທີ່​ສັງກັດ​ພັກ​ຣິພັບ​ບລິ​ກັນ​ນັ້ນ ຄັດຄ້ານຕໍ່ຜູ້​ພິພາກສາ​ສານ​
ຊັ້ນຕົ້ນ ວ່າ​ໄດ້​ຕັດສິນ​ໂດຍ​ລໍາພັງ​ຄົນ​ດຽວຕໍ່ນະ​ໂຍບາຍ​ທີ່​ມີ​ຜົນ​ກະທົບ​ຕໍ່ຄົນ​ທົ່ວ​ປະ​ເທດ.

ທ່ານ ​ແກຣັສລີ (Grassley) ​ເວົ້າວ່າ "ມີ​ທ່່າອ່ຽງທີ່​ໂລດ​ໂຜນ​ເກີ​ນໄປ ​ທີ່​ວ່າຜູ້​ພິພາກສາ
ສານເຂດຄົນ​ນຶ່ງ ​ໃນ 93 ​ເຂດ ​ເວົ້າອັນ​ໃດ​ອັນນຶ່ງ​ແລ້ວຈະ​ມີ​ຜົນ​ບັງ ຄັບ​ໃຊ້ ​ໃນ​ຂອບ​ເຂດ​
ທົ່ວ​ປະເທດ​ໄດ້. ອັນ​ນັ້ນປາກັດ​ວ່າມັນ​ກວ້າງ​ເກີນ​ໄປ​ໂພ​ດ” ​ແລະ​ທ່ານ​ກໍ​ໄດ້​ກ່າວ​ເພີ້ມວ່າ​ຍັງ​ບໍ່ມີ​ຫຍັງ​ແນ່ນອນ ​ຈົນ​ກວ່າ​ຈະ​ໄດ້​ຮັບ​ການ​ພິຈາລະນາ​ຈາກ​ສານ​ສູງ​ສຸດກ່ອນ.

ຢູ່​ໃນ​ຄໍາ​ຕັດສິນ​ຂອງ​ຕົນ​ນັ້ນ, ຜູ້​ພິພາກສາ​ຈອນ ​ເບ​ດສ໌ (John Bates) ​ເອີ້ນການຕັດ
ສິນຂອງລັດຖະບານ​ທ່ານ​ທຣໍາທີ່ໄດ້ຍົກເລີກໂຄງການ DACA ນັ້ນວ່າ ​ເປັນ “ການຕັດ
ສິນໂດຍພາລະການ ແລະຕາມອຳເພີໃຈ” ​ແລະ​ເວົ້າວ່າ ຄະນະ ລັດຖະບານດັ່ງກ່າວ
“ບໍ່​ສາມາດ​ໃຫ້​ຄໍາອະທິບາຍ​ໄດ້​ວ່າ ​ເປັນຫຍັງ​ຕົນ​ຈຶ່ງ​ສະ ຫລຸບໄດ້ວ່າ ໂຄງການີ້ຈຶ່ງ​ຖື​ວ່າ
ຜິດກົດໝາຍ.


ທາງ​ດ້ານ​ທ່ານ​ນາງ ຊາຣາ ຮັກ​ເຄີບີ ​ແຊນ​ເດີ​ສ໌ (Sarah Huckabee Sanders) ​ໂຄສົກ​
ປະ​ຈໍາ​ທໍານຽບຂາວກໍ​ໄດ້​ເວົ້າວ່າ "ພວກ​ເຮົາ​ເຊື່ອ​ວ່າ ການ​ຕັດສິນ​ຂອງ​ຜູ້​ພິພາກສາດັ່ງກ່າວ
ກວ້າງ​ເກີນ​ໄປ ​ແລະ​ບໍ່ຖືກ​ຕ້ອງ."

XS
SM
MD
LG