ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີທັງ ຄວາມຍິນດີ ແລະຄວາມບໍ່ພໍໃຈ ຂະນະທີ່ ສຫລ ກຽມເປີດ ສະຖານທູດ ຢູ່ ເຈຣູຊາແລັມ


ພະນັກງານຄົນນຶ່ງກຳລັງຕິດປ້າຍບອກທາງ ໄປສະຖານທູດ ສະຫະລັດ ຢູ່ເຂດກົງສຸນສະຫະລັດ ໃນນະຄອນເຈຣູຊາແລັມ ວັນທີ 7 ພຶດສະພາ 2018.
ພະນັກງານຄົນນຶ່ງກຳລັງຕິດປ້າຍບອກທາງ ໄປສະຖານທູດ ສະຫະລັດ ຢູ່ເຂດກົງສຸນສະຫະລັດ ໃນນະຄອນເຈຣູຊາແລັມ ວັນທີ 7 ພຶດສະພາ 2018.

ດ້ວຍ​ການ​ເປີດ​ສະຖານທູດ​ສະຫະລັດ​ທີ່​ນະຄອນ​ເຈຣູຊາ​ແລັມ ​ໃນ​ວັນ​ຈັນ​ອາທິດ​ໜ້າ​ນີ້
ຂົງ​ເຂດ​ດັ່ງກ່າວ​ ກຳລັງກະ​ກຽມສະເຫຼີມສະຫຼອງ ​ແລະ​ຮັບມືກັບຄວາມ​ບໍ່​ສະຫງົບ.

ສະຫະລັດ​ມີແຜນ​ທີ່​ຈະ​ຮັບ​ຕ້ອນ​ແຂກ ປະມານ 800 ຄົນ​ຢູ່​ພິ​ທີ​ເປີດສະຖານທູດ​ຂອງ​ຕົນ​ ຢູ່ອິສຣາ​ແອ​ລ​ໃນ​ວັນ​ຈັນ​ຈະ​ມາ​ເຖິງນີ້. ລູກ​ສາວ​ຂອງ​ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ທ່ານ​
ນາງ​ອີ​ວັງ​ກາ ​ແລະ ​ລູກ​ເຂີຍ ທ່ານ​ຈາ​ແຣັດ ຄູ​ສ​ເນີຣ ຈະ​ໄປຮ່ວມພິ​ທີ ​ໃນ​ຂະນະ​ທີ່​ປະ
ທານາທິບໍດີ​ທຣໍາ ຈະ​ກ່າວຢູ່ໃນ​ພິທີ​ເປີ​ດຜ່ານ​ທາງ​ວີ​ດີ​ໂອ ເພື່ອ​ໃຫ້ການ​ຢືນ​ຢັນກ່ຽວກັບ
ການ​ຕັດສິນ​ໃຈ​ຂອງ​ທ່ານ ເມື່ອເດືອນ​ທັນວາປີ 2017 ທີ່​ຈະ​ຍ້າຍ​ສະຖານທູດ​ສະຫະລັດ
ຈາກ​ນະຄອນ​ແທລ​ ອາ​ວີ​ບ.

ປະທານາທິບໍດີ​ທຣໍາກ່າວ​ຢູ່ທີ່​ທໍ​ານຽບຂາວ​ໃນ​ທ້າຍ​ປີ​ກາຍ​ນີ້​ວ່າ “ຂ້າພະ​ເຈົ້າ​ໄດ້​ຕັດສິນ
ໃຈ​ວ່າ ມັນ​ເຖິງ​ເວລາແລ້ວ ທີ່ຈະຮັບຮູ້ຢ່າງເປັນທາງການວ່ານະຄອນເຈ ຣູຊາແລັມ ​ເປັນ​ເມືອງຫຼວງ​ຂອງ​ອິສຣາ​ແອ​ລ, ​ໃນ​ຂະນະ​ທີ່ ປະທານາທິບໍດີ​ຄົນ​ກ່ອນໆ ​ໄດ້​ໃຫ້ຄຳໝັ້ນ
ສັນຍາໃນລະຫວ່າງການ​ໂຄສະນາ​ຫາ​ສຽງ ແຕ່ເຂົາເຈົ້າ ​ບໍ່ສາມາດເຮັດໄດ້. ມື້​ນີ້ ຂ້າພະ​
ເຈົ້າ​ກຳລັງເຮັດໃຫ້ເລື້ອງນີ້ກາຍເປັນຈິງ.”

ສ່ວນ​ໃຫຍ່​ຂອງ​ພະນັກງານສະຖານທູດ​ສະຫະລັດ 850 ຄົນ ຍັງຈະ​ຢູ່​ທີ່​ນະຄອນ​ແທລ
ອາວີ​ບ ໄປຈົນ​ກວ່າ​ ການ​ກໍ່​ສ້າງ​ສະຖານທູດໃໝ່ ​ທີ່​ນະຄອນ​ເຈຣູຊາ​ແລັມ ແລ້ວສຳເລັດ. ໃນຂັ້ນທຳອິດ ຈະມີພະນັກງານຫ້າ​ສິບ​ຄົນ​ໄປ​ເຮັດ​ວຽກ​ຢູ່​ສະຖານ​ທູດ​ໃໝ່​ທີ່​ນະຄອນ​
ເຈຣູຊາ​ແລັມ ຮວມທັງ​ເອກ​ອັກຄະ​ລັດຖະທູດ​ເດ​ວິດ ຟຣີ​ແມນ.

Joy and Outrage as US Embassy Set to Open in Jerusalem
please wait

No media source currently available

0:00 0:03:22 0:00

ບັນດາ​ຜູ້​ຊ່ຽວຊານ​ກ່າວ​ວ່າ ການ​ຍົກຍ້າຍສະຖານທູດດັ່ງກ່ງາວ ​ສ່ວນ​ໃຫຍ່ແລ້ວ ແມ່ນ
​ເປັນພຽງ​ສັນຍາ​ລັກ. ​ແຕ່​ຊາວ​ປາ​ແລ​ສ​ໄຕ​ນ໌ ຕ້ອງການ​ຢາກຕັ້ງກ້ຳຕາເວັນ​ອອກຂອງ
ນະຄອນ​ເຈຣູຊາ​ແລັມ ​ເປັນ​ນະຄອນຫຼວງ​ຂອງ​ເຂົາ​ເຈົ້າ​ໃນ​ອະນາຄົດນັ້ນ ສັນ​ຍາ​ລັກ​
ດັ່ງກ່າວຈຶ່ງ​ເປັນເລື່ອງສຳຄັນ.

ທ່ານ​ຄາ​ເລັດ ​ແອ​ລຈິນດີ ຈາກ​ສະ​ຖາ​ບັນ​ບຸກກິ້ງ​ໃຫ້​ຂໍ້​ສັງ​ເກດ​ວ່າ ທັງ​ສອງລັດ ຖະບານ
ພັກ​ຣີພັບ​ບລິກັນ ​ແລະ​ພັກເດໂມ​ແຄຣັດ ຕ່າງກໍໄດ້​ຄັດຄ້ານຕໍ່​ການ​ຍ້າຍ ສະຖານທູດ
​ສະຫະລັດ​ ມາ​ເປັນ​ເວລາ 70 ປີແລ້ວ.

ຊາວມຸສລິມຄົນນຶ່ງ ປະທ້ວງ ກຳລັງຫຼິ້ນກັບຮູບ ປະທານາທິບໍດີດໍໂນລ ທຣໍາ ທີ່ມີເຂົາ ແລະແຂ້ວແງ ຕໍ່ຕ້ານການເອົານະຄອນເຈຣູຊາແລມເປັນເມືອງຫຼວງ ອິສຣາແອລ.
ຊາວມຸສລິມຄົນນຶ່ງ ປະທ້ວງ ກຳລັງຫຼິ້ນກັບຮູບ ປະທານາທິບໍດີດໍໂນລ ທຣໍາ ທີ່ມີເຂົາ ແລະແຂ້ວແງ ຕໍ່ຕ້ານການເອົານະຄອນເຈຣູຊາແລມເປັນເມືອງຫຼວງ ອິສຣາແອລ.

ທ່ານ​ກ່າວ​ວ່າ “ສະຫະລັດ​ ກໍຄືກັນກັບສ່ວນ​ໃຫຍ່​ຂອງປະ​ເທດ​ອື່ນໆໃນ​ໂລກ ​ໄດ້​ຮັກ
ສາ​ສະຖານທູດ​ຂອງ​ຕົນຢູ່​ໃນ​ນະຄອນ​ແທລ ອາ​ວີ​ບ ​ແທນ​ທີ່ຈະແມ່ນ​ນະຄອນ​ເຈຣູ
ຊາ​ແລັມ ​ເພາະວ່ານະຄອນເຈຣູຊາແລັມ ເປັນບັນຫາ ທີ່ມີການຂັດ​ແຍ້​ງສູງ ສຳລັບ
ຊາວ​ປາ​ແລ​ສ​ໄຕ​ນ໌ ​ສຳລັບ​ອິສຣາ​ແອ​ລ ​ສຳລັບໂລກ​ອາຣັບ ​ສຳລັບໂລກ​ມຸສລິ​ມ ​ສຳ
ລັບ​ຊາວຄຣິສຢູ່ໃນ​ທົ່ວ​ໂລກ ​ແລະ​ແນ່ນອນ​ສຳລັບຊາວ​ຢີວ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG