ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄອບຄົວ ທ. ກ້ວງ ບັກກໍາ ອົບພະຍົບຈາກ ວຽງຈັນ ໄປຕັ້ງຖິ່ນຖານ ຢ່າງໝັ້ນຄົງ ຢູ່ຝຣັ່ງ


ທ. ກ້ວງ ແລະຍານາງ ບຸນມີ ບັກກໍາ ທີ່ເມືອງມູລູສ, ພາກຕາເວັນອອກສຽງເໜືອຂອງຝຣັ່ງ
ທ. ກ້ວງ ແລະຍານາງ ບຸນມີ ບັກກໍາ ທີ່ເມືອງມູລູສ, ພາກຕາເວັນອອກສຽງເໜືອຂອງຝຣັ່ງ

ໃນລາຍ​ການຊຸມຊົນລາວໃນຕ່າງປະເທດ ຊຶ່ງເປັນລາຍການໃໝ່ຂອງວີ​ໂອ​ເອ ພາກພາສາລາວ ທີ່ຈະນຳເອົາຊີວິດການເປັນຢູ່ ຂອງຄົນເຊື້ອສາຍລາວ ຕາມເມືອງແລະລັດຕ່າງໆ ໃນທົ່ວທະວີບອາເມຣິກາ ແລະຢູໂຣບມາລົມສູ່ທ່ານຟັງ ຊຶ່ງໃນແລງວັນອາທິດມື້ນີ້ເຮົາ​ຈະ​ພາ​ທ່ານ​ໄປ​ພົບກັບຄອບຄົວຂອງ ທ່ານກ້ວງ ແລະຍານາງບຸນມີ ບັກກໍາ ຢູ່ທີ່ເມືອງມູລູສ, ທາງພາກຕາເວັນອອກ ສຽງເໜືອ ຂອງປະເທດຝຣັ່ງ ຊຶ່ງບົວສະຫວັນຈະນຳເອົາເລື້ອງລາວການໄປຕັ້ງ ຖິ່ນຖານຂອງຄອບຄົວນີ້ ຢູ່ໃນເມືອງດັ່ງກ່າວ ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.

ທ່ານ ກ້ວງ ບັກກໍາ, ອະດີດພະນັກງານຜະລິດລົດເປີໂຊປະເທດຝຣັ່ງ ໄດ້ອອກ ກິນບໍານານມາໄດ້ຫລາຍປີແລ້ວ. ທ່ານໄດ້ແຕ່ງງານກັບຍານາງບຸນມີແລະມີລູກ ຮ່ວມກັນ 4 ຄົນ. ທ່ານເປັນຊົນເຜົ່າໄທດໍາ ທີ່ອົບພະຍົບມາຈາກບ້ານໂພນຕ້ອງ, ນະຄອນຫລວງວຽງຈັນ. ມື້ລາງພໍ່ຂອງທ່ານເປັນອະດີດເຈົ້າເມືອງ ຢູ່ດຽນບຽນຝູ, ທາງພາກເໜືອຂອງຫວຽດນາມ ໃນສະໄໝຝຣັ່ງປົກຄອງ. ພໍ່ຂອງທ່ານກວງໄດ້ ພາຄອບຄົວໜີອອກຈາກບ້ານຢ່າງໄວວາ ເມື່ອເຫັນວ່າສະພາບການຢູ່ໃນລາວມີ ການປ່ຽນແປງໄປຫລາຍໃນເດືອນ 5 ປີ 1975.

ທ່ານ ກ້ວງ ບັກກໍາ (ຢືນຂວາສຸດ) ພ້ອມຄອບຄົວທີ່ ບ. ໂພນຕ້ອງ, ນະຄອນຫລວງວຽງຈັນ ກ່ອນປີ 1975
ທ່ານ ກ້ວງ ບັກກໍາ (ຢືນຂວາສຸດ) ພ້ອມຄອບຄົວທີ່ ບ. ໂພນຕ້ອງ, ນະຄອນຫລວງວຽງຈັນ ກ່ອນປີ 1975

ຫລັງຈາກໄປຢູ່ສູນອົບພະຍົບ ໜອງຄາຍແລ້ວ ໄດ້ປີກວ່າແລ້ວ ຄອບຄົວຂອງເພິ່ນ ກໍໄດ້ໄປຕັ້ງຖິ່ນຖານໃໝ່ຢູ່ ປະເທດຝຣັ່ງໃນປີທ້າຍປີ 1976 ຊຶ່ງໃນຕອນນັ້ນ ທ່ານເອງ ພ້ອມດ້ວຍພັນລະ ຍາ ແລະລູກນ້ອຍອາຍຸ 2 ເດືອນຢູ່ ໄດ້ບິນຈາກບາງກອກໄປຍັງນະຄອນປາຣີ ເພື່ອປະກອບເອກະສານເປັນອົບພະຍົບ ແລ້ວກໍຈຶ່ງຍ້າຍໄປຢູ່ເມືອງສຕຣາບວກ ເພື່ອຮຽນພາສາຝຣັ່ງເປັນເວລາ 3 ເດືອນ. ທັງສອງສາມີ ພັນລະຍາ ເລົ່າເຖິງ ການຢູ່ກິນສະໄໝທີ່ໄປຮອດຝຣັ່ງໃໝ່ ແລະຮຽນພາສາຢູ່ນັ້ນ ສູ່ຟັງວ່າ ວີໂອເອ ຟັງວ່າ:

ລິງໂດຍກົງ

ຫລັງຈາກນັ້ນໃນປີ 1977 ຄອບຄົວຂອງທ່ານ ກໍໄດ້ຍ້າຍໄປອາໄສຢູ່ ຄຸ້ມອາສ-
ປາສ ເລີໂອ (Aspach le Haut), ຊຶ່ງຕັ້ງຢູ່ຕີນພູໃນເມືອງມູລູສທີ່ນອນຢູ່ໃນ ພາກຕາເວັນອອກສຽງເໜືອຂອງຝຣັ່ງ ແລະມີພົນລະເມືອງປະມານ 2 ພັນຄົນ. ອີງຕາມການບອກເລົ່າຂອງທ່ານກ້ວງ ເມືອງມູລລູສ໌ມີພົນລະເມືອງປະມານ 30 ພັນຄົນ ແລະມີຊື່ສຽງດ້ານອຸດສາຫະກໍາຜະລິດລົດຍົນ ໂດຍສະເພາະແມ່ນລົດ ຍີ່ຫໍ້ເປີໂຊ ທີ່ເປັນລົດທີ່ທົນທານແລະມີຊື່ສຽງໂດ່ງດັງຂອງຝຣັ່ງມາໄດ້ນານກວ່າ ນຶ່ງສັດຕະວັດ. ທ່ານກວງເອງກໍໄດ້ເຮັດວຽກເປັນພະນັກງານກວດກາຄຸນະພາບ ລົດໃຫ້ແກ່ບໍລິສັດດັ່ງກ່າວຊຶ່ງທ່ານ ແລະພັນລະຍາຂອງທ່ານໄດ້ເລົ່າເຖິງໜ້າທີ່ ວຽກງານຂອງທ່ານ ແລະຂັ້ນຕອນກ່ອນອອກກິນເບ້ຍບໍານານໃຫ້ຟັງດັ່ງນີ້:

ລິງໂດຍກົງ
ມຸມນຶ່ງຂອງເມືອງມູລູສ, ທີ່ເຮືອນຂອງທ່ານ ກ້ວງ ແລະ ຍານາງບຸນມີບັກກໍາຕັ້ງຢູ່ ຊຶ່ງເຕັມໄປດ້ວຍທີວທັດອັນງານຕາ
ມຸມນຶ່ງຂອງເມືອງມູລູສ, ທີ່ເຮືອນຂອງທ່ານ ກ້ວງ ແລະ ຍານາງບຸນມີບັກກໍາຕັ້ງຢູ່ ຊຶ່ງເຕັມໄປດ້ວຍທີວທັດອັນງານຕາ

ອີງຕາມທ່ານກວງແລ້ວເຂດອາສປາ ເລີໂອ (Aspach le Haut), ເປັນເຂດທີ່ ບໍ່ມີຄົນອາໄສຢູ່ຫລາຍປານໃດ ແລະກໍບໍ່ມີຄົນລາວອາໄສຢູ່ເລີຍ ນອກຈາກຄອບ ຄົວຂອງທ່ານ. ເນື່ອງຈາກເມືອງດັ່ງກ່າວຕັ້ງຢູ່ຫ່າງຈາກຊາຍແດນທັງຂອງສະວິດ ເຊີແລນ ແລະເຢຍຣະມັນພຽງແຕ່ປະມານ 20 ກິໂລແມັດເທົ່ານັ້ນ. ສະນັ້ນ ຄົນສ່ວນໃຫຍ່ມັກຂ້າມຊາຍແດນ ໄປເຮັດລ້າເຮັດການຢູ່ໃນປະເທດເຢຍຣະມັນ ຊຶ່ງ ທ່ານກ້ວງ ເລົ່າສູ່ຟັງດັ່ງນີ້:

ລິງໂດຍກົງ

ເມື່ອຖາມເຖິງເລື້ອງວັດວານັ້ນ ທ່ານກວງຕອບວ່າມີຢູ່ ແຕ່ກໍໄກຫລາຍ ຊຶ່ງຕັ້ງຢູ່ ເມືອງສະຕຣາບວກ, ຫ່າງຈາກບ້ານຂອງເພິ່ນປະມານ 130 ກິໂລແມັດ ແລະ ຄົນລາວສ່ວນໃຫຍ່ ກໍອາໄສຢູ່ໃນເມືອງນັ້ນ ຫລືເຂດອ້ອມແອ້ມເມືອງນັ້ນ.

ຍ.ນ. ບຸນມີພາລູກສາວ ແລະຫລານໆ ໄປຕັກບາດ ທີ່ວັດລາວໃນເມືອງ ສຕຣາບວກ ຂອງຝຣັ່ງ
ຍ.ນ. ບຸນມີພາລູກສາວ ແລະຫລານໆ ໄປຕັກບາດ ທີ່ວັດລາວໃນເມືອງ ສຕຣາບວກ ຂອງຝຣັ່ງ

ເມືອງມູລູສເປັນເມືອງທີ່ນອນຢູ່ໃນເຂດພູພຽງອາລຊັສ ທີ່ມີປະຫວັດກ່າວໄວ້ ວ່າ ໄດ້ຖືກສ້າງຕັ້ງຂຶ້ນມາໃນປີ 1871 ໂດຍເປັນອານາຈັກແຫ່ງນຶ່ງຂອງເຢຍຣະມັນ ແລະໄດ້ຕົກມາເປັນຂອງຝຣັ່ງໃນປີ 1918. ສະນັ້ນນອກຈາກເປັນເມືອງ ອຸດສາ ຫະກໍາແລ້ວ ເມືອງດັ່ງກ່າວຍັງເຕັມໄປດ້ວຍພູຜາປ່າໄມ້ອັນສວຍງາມ ເປັນເມືອງ ປະຫວັດສາດເກົ່າແກ່ ຊຶ່ງເປັນທີ່ດຶງດູດໃຈຜູ້ຄົນ ໃຫ້ໄປທ່ຽວໄປຊົມ. ເມື່ອຖາມ ເຖິງຈຸດທ່ອງທ່ຽວທີ່ເດັ່ນໆຂອງເມືອງມູລູສ ແລະເຂດອາລຊັສແລ້ວ ທ່ານກ້ວງ ເລົ່າສູ່ຟັງວ່າສ່ວນຫລາຍຄົນນິຍົມໄປເບິ່ງຜາສາດເກົ່າແກ່ ແລະຫໍພິພິດທະພັນ ທີ່ມີຢູ່ຢ່າງຫລວງຫລາຍ ໃນເມືອງແຫ່ງນັ້ນ. ພ້ອມກັນນັ້ນ ກໍຍັງມີບ່ອນຜະລິດ ເຫລົ້າວາຍ ແລະພູເຂົາທີ່ມີຄົນມັກໄປພັກຜ່ອນ, ຂີ່ຈ້ອງທີ່ບັນຊາດ້ວຍເຄື່ອງຈັກ ບິນເຫວີ່ນຊົມວີວ. ທ່ານກ້ວງ ແລະພັນລະຍາ ເລົ່າກ່ຽວກັບເລື້ອງນີ້ສູ່ຟັງວ່າ:

ທ. ກ້ວງ ແລະ ຍ.ນ. ບຸນມີ ບັກກໍາພ້ອມດ້ວຍຍາດພີ່ນ້ອງ ແລະລູກຫລານພາກັນໄປຮ້ານອາຫານແຫ່ງນຶ່ງໃນເມືອງມູລູສ ຂອງຝຣັ່ງ
ທ. ກ້ວງ ແລະ ຍ.ນ. ບຸນມີ ບັກກໍາພ້ອມດ້ວຍຍາດພີ່ນ້ອງ ແລະລູກຫລານພາກັນໄປຮ້ານອາຫານແຫ່ງນຶ່ງໃນເມືອງມູລູສ ຂອງຝຣັ່ງ

ນອກຈາກມີ ພູ ແລະສະຖານທີ່ທາງປະຫວັດສາດແລ້ວເຂດອາລຊັສ ຍັງມີອາ ກາດພໍດີ, ບໍ່ຮ້ອນຫລາຍເໝາະສົມສໍາລັບຄົນມັກໄປພັກ ຢູ່ບ່ອນອາກາດເຢັນ. ທັງມີຊື່ສຽງດ້ານອາຫານອີກດ້ວຍ ເຊັ່ນຊູກຣູດ (choucroute) ອາຫານພື້ນ ເມືອງຂອງເຂດນັ້ນ ແລະປາເຕຕັບເປັດຊຶ່ງພາສາຝຣັ່ງເອີ້ນວ່າຟົວກຣາ (Foie gras) ຊຶ່ງທ່ານກ້ວງ ແລະພັນລະຍາເລົ່າສູ່ຟັງດັ່ງນີ້:

ສະຫລຸບແລ້ວຫລັງຈາກການພັດພາກຈາກບ້ານເມືອງໄປ ທ່ານກ້ວງ ແລະ ຍາ ນາງບຸນມີ ບັກກໍາກໍໄດ້ສ້າງຄອບຄົວນໍາກັນແລ້ວກໍຕັ້ງຖິ່ນຖານ ໃນເຂດຕາເວັນ ອອກສຽງເໜືອຂອງປະເທດຝຣັ່ງ ຊຶ່ງເປັນເຂດທີ່ມີວຽກເຮັດງານທໍາດີແລະມີທີວ ທັດອັນສວຍງາມ ປະກອບໄປດ້ວຍສະຖານທີ່ປະຫວັດສາດຫລາຍແຫ່ງແລະພູ ຜາອ້ອມຮອບເມືອງ. ສະນັ້ນພວກເພິ່ນຈຶ່ງສ້າງຖານະຄອບຄົວໄດ້ໝັ້ນຄົງ ແລະ ປັດຈຸບັນນີ້ທັງສອງຄົນໄດ້ພາກັນກິນບໍານານ ແລະດໍາລົງຊີວິດຢູ່ກັບລູກຫລານ ຫລາຍຄົນ.

ການສັງກັນລະຫວ່າງຍາດພີ່ນ້ອງທີ່ເຮືອນຂອງ ທ. ກ້ວງ ແລະ ຍ.ນ. ບຸນມີ ບັກກໍາ ທີ່ເຮືອນຂອງພວກເພິ່ນໃນຝຣັ່ງ
ການສັງກັນລະຫວ່າງຍາດພີ່ນ້ອງທີ່ເຮືອນຂອງ ທ. ກ້ວງ ແລະ ຍ.ນ. ບຸນມີ ບັກກໍາ ທີ່ເຮືອນຂອງພວກເພິ່ນໃນຝຣັ່ງ

ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນ​ການໂອ້ລົມກັບຄອບຄົວຄົນລາວ ໃນເຂດເມືອງມູລູສ ປະເທດຝຣັ່ງ. ເຊີນພົບກັບລາຍການຊຸມຊົນລາວຂອງເຮົາໄດ້ອີກ ໃນວັນອາທິດໜ້າ ເວລາດຽວກັນນີ້.

XS
SM
MD
LG