ພວກນັກຂ່າວໄດ້ຖືກຄຸກຢູ່ໃນທົ່ວໂລກເປັນຈຳນວນຫຼວງຫຼາຍແບບທີ່ບໍ່ເຄີຍມີມາກ່ອນ
ໂດຍມີ 262 ຄົນ ຖືກຄຸມຂັງ ຍ້ອນວຽກການ ຂອງພວກເຂົາເຈົ້າ ໃນທ້າຍປີ 2017 ອີງ
ຕາມຄະນະກຳມະການປົກປ້ອງນັກຂ່າວ ຫຼື CPJ.
ທ່ານໂຈ ຊາຍມອນ ຫົວໜ້າບໍລິຫານ ຂອງອົງການ CPJ ກ່າວລາຍງານກ່ຽວກັບເສລີ
ພາບດ້ານການຂ່າວ ທີ່ອົງການສະຫະປະຊາຊາດໃນວັນສຸກວານນີ້.
ມາຮອດທ້າຍປີ 2017 ປະເທດ ທີ່ຄຸມຂັງພວກນັກຂ່າວຫຼາຍທີ່ສຸດ ແມ່ນເທີກີ ຄືມີນັກ
ຂ່າວຖືກຄຸກ 73 ຄົນ ຈີນມີ 41 ຄົນ ແລະອີຈິບ ມີ 20 ຄົນ.
ອົງການ CPJ ກ່າວວ່າ ຫຼາຍກວ່າເຄິ່ງນຶ່ງຂອງພວກນັກຂ່າວທີ່ຖືກຄຸມຂັງ ແມ່ນຍ້ອນ
ລາຍງານການລະເມີດສິດທິມະນຸດ.
ທ່ານຊາຍມອນກ່າວຕື່ມວ່າ ອົງການສະຫະປະຊາຊາດ ບໍ່ໃຊ້ສິດໃຊ້ສຽງທີ່ເຂັ້ມແຂງພໍ
ກ່ຽວກັບເລື້ອງນີ້ ຍ້ອນມີວັດທະນະທຳ ທີ່ບໍ່ຄ່ອຍລະບຸຊື່ ແລະຕ້ອງຕິປະເທດສະມາຊິກ.
ການຖະແຫຼງຂ່າວ ຊຶ່ງຈັດຂຶ້ນຢູ່ຂ້າງນອກ ຂອງກອງປະຊຸມປະຈຳປີສະມັດຊາໃຫຍ່ອົງ
ການສະຫະປະຊາຊາດ ໄດ້ເນັ້ນຢ້ຳເຖິງຄະດີນັກຂ່າວ 5 ຄົນ ທີ່ອົງການ CPJ ເວົ້າວ່າ
ໄດ້ຖືກຄຸມຂັງແບບບໍ່ເປັນທຳ. ພວກເຂົາເຈົ້າແມ່ນເປັນນັກຂ່າວຢູ່ໃນບັງກລາແດັສ ກຽກ
ກິສຖານ ອິຈິບ ແລະມຽນມາ.
ຄະດີທີ່ໂດດເດັ່ນສຸດ ກໍແມ່ນຄະດີ ນັກຂ່າວຣອຍເຕີ້ 2 ຄົນ ຄືທ່ານວາໂລນ ແລະທ່ານຈໍ
ໂຊ ອູ ຢູ່ໃນມຽນມາ. ບຸກຄົນທັງ 2 ຖືກຈັບໃນເດືອນທັນວາ ປີ 2017 ໃນຂະນະທີ່ພວກ
ເຂົາເຈົ້າກຳລັງສືບສວນເບິ່ງ ການສັງຫານໝູ່ຊາວມຸສລິມໂຣຮິງຢາ ໂດຍພວກຊາວບ້ານ
ທີ່ນັບຖືສາສະໜາພຸດ ຢູ່ບ້ານອິນດິນ ໃນລັດຣາໄຄນ໌.
ທະຫານມຽນມາ ໄດ້ເລີ້ມປາບປາມພວກຊົນກຸ່ມນ້ອຍ ຊາວໂຣຮິງຢາ ໃນເດືອນສິງຫາປີ
2017 ຫຼັງຈາກພວກຫົວຮຸນແຮງ ໄດ້ໂຈມຕີດ່ານກວດຂອງຕຳຫຼວດແລະໄດ້ສັງຫານຕຳ
ຫຼວດ 10 ກວ່າຄົນ. ໃນໄລຍະບໍ່ເທົ່າໃດເດືອນຕໍ່ມາກໍມີຊາວໂຣຮິງຢາຫຼາຍກວ່າ 7 ແສນ
ຄົນ ຫລົບໜີເຂົ້າໄປໃນບັງກລາແດັສ.