ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ນັກຂ່າວ ຕັ້ງເປົ້າໝາຍໃນການເຮັດວຽກຂອງພວກເຂົາເຈົ້າ ຫຼາຍຂຶ້ນ


RSF: Journalists Increasingly Targeted for Their Work
please wait

No media source currently available

0:00 0:03:03 0:00

ລາຍງານກ່ຽວກັບ ການຕັ້ງເປົ້າໝາຍໃນການເຮັດວຽກຫຼາຍຂຶ້ນ ຂອງພວກບັນດານັກຂ່າວ.

ອົງການນັກຂ່າວບໍ່ມີພົມແດນ ຫາກໍໄດ້ເປີດເຜີຍດັດຊະນີເສ​ລີ​ພາບ​ໃນການນໍາສະເໜີຂ່າວຢູ່ໃນທົ່ວໂລກປະຈໍາປີ 2023 ເຊິ່ງມັນໄດ້ສະແດງໃຫ້ເຫັນວ່າ ບັນດານັກຂ່າວທັງຫຼາຍຢູ່ໃນທົ່ວໂລກ ກໍາລັງປະເຊີນກັບສະພາບແວດລ້ອມທີ່ບໍ່ເປັນມິດ ເພີ້ມຂຶ້ນ. ວິໂຣດີກາ ບາລເດີຣາສ ອິເກລຊີອາສ (Veronica Balderas Iglesias) ມີລາຍງານໂດຍຫຍໍ້ ກ່ຽວກັບຂໍ້ມູນສໍາຄັນ ທີ່ຖືກຄົ້ນ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ອົງການນັກຂ່າວທີ່ບໍ່ມີພົມແດນກ່າວວ່າ ພວກເຂົາເຈົ້າໄດ້ທຳການປະເມີນຜົນໃນຈໍານວນ 180 ປະເທດ ປະຈໍາປີ 2022, ແລະພົບວ່າ 70 ເປີເຊັນ ຂອງ ​ເສ​ລີ​ພາບການນໍາສະເໜີຂ່າວ ແມ່ນຢູ່ໃນສະພາບແວດລ້ອມທີ່ “ເປັນບັນຫາ.”

ທ່ານເຄລຕັນ ວາຍເມີສ໌ (Clayton Weimers), ຜູ້ອໍານວຍການຂອງອົງການ ນັກຂ່າວບໍ່ມີພົມແດນ ເຊິ່ງ​ເປັນ​ອົງ​ການ​ທີ່​ບໍ່​ຫວັງ​ຜົນ​ກຳ​ໄລໃນສະຫະລັດ ກ່າວກັບ VOA ຜ່ານສໄກປ໌ ວ່າ:

“ດ້ວຍການຈັດລໍາດັບຂອງທີມງານພວກເຮົາ, ມີບັນດານັກຂ່າວຢູ່ໃນທົ່ວໂລກຖືກຂັງຄຸກທັງໝົດ 533 ຄົນ. ອີກປັດໄຈອື່ນທີ່ເຮັດໃຫ້ມີຄວາມ​ຫຼໍ່​ແຫຼມເພີ້ມຂຶ້ນຢ່າງໄວວາສໍາລັບບັນດານັກຂ່າວນັ້ນ ກໍຍ້ອນວ່າການເຜີຍແຜ່ຂໍ້ມູນ​ເທັດ ແລະກໍາລັງຖືກຂະຫຍາຍໂດຍ​ປັນ​ຍາ​ປະ​ດິດ.”

ໃນເດືອນມີນາທີ່ຜ່ານມາ, ມົສກູ ໄດ້ກັກຂັງນັກຂ່າວ ແລະຜູ້ລາຍງານຂ່າວຊາວອາເມຣິກັນ ຈາກ​ໜັງ​ສື​ພິມ Wall Street, ທ່ານເອແວນ ເກີສໂກວິຈ (Evan Gershkovich) ໃນຂໍ້ຫາຈາລະກໍາ, ເຊິ່ງຜູ້ລາຍງານຂ່າວ ໄດ້ປະຕິເສດ ຕໍ່ຂໍ້ກ່າວຫາດັ່ງກ່າວນີ້.

ທ່ານວາຍເມີສ໌ (Weimers) ໄດ້ບັນທຶກວ່າ ຣັດເຊຍ ໄດ້ຜັກດັນໃຫ້ມີການປາບປາມກ່ຽວກັບສື່ສັງຄົມຕ່າງໆໃນທັນທີ ລຸນຫຼັງການຮຸກຮານ ຢູເຄຣນ ຂອງພວກເຂົາ, ເຊິ່ງໄດ້ເຮັດໃຫ້ໂຕເລກຂອງພວກເຂົາຕົກລົງ 9 ຂັ້ນ, ມາເປັນລໍາດັບທີ 164, ເຊິ່ງ ທ່ານວາຍເມີສ໌ ກ່າວວ່າ:

“ສິ່ງທີ່ພວກເຮົາເຫັນ ແມ່ນການປາບປາມແບບກວມລວມ, ກ່ຽວກັບການສະແດງຄວາມຄິດເຫັນຕ່າງໆຕໍ່ສົງຄາມຢູ່ໃນລະບົບອິນເຕີເນັດ, ກ່ຽວກັບຄວາມສາມາດຂອງບັນດານັກຂ່າວ ເພື່ອນໍາສະເໜີ ຕໍ່ສິ່ງທີ່ມັນໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ. ນອກຈາກນັ້ນ ພວກເຮົາຍັງໄດ້ເຫັນກອງທັບຂອງ ຣັດເຊຍ ທີ່ແນເປົ້າໝາຍໃສ່ສື່ມວນ​ຊົນຢູ່ທີ່ສະໜາມລົບໃນປະເທດຢູເຄຣນ ແລະເຮັດໃຫ້ນັກຂ່າວເສຍຊີວິດທັງໝົດ 8 ຄົນ.”

ເອເຊຍຕາເວັນອອກ ກໍມີບາງກໍລະນີໂຕເລກທີ່ບໍ່ຄ່ອຍດີປານໃນຢູ່ໃນດັດຊະນີ. ປະເທດຫວຽດນາມ ແມ່ນຢູ່ໃນລໍາດັບທີ 178 ຂອງລາຍຊື່, ເຊິ່ງພວກເຂົາເຈົ້າ ໄດ້ທຳ​ການປາບປາມພວກນັກຂ່າວ ແລະນັກວິຈານທັງຫຼາຍ.

“ທ່ານເຄລຕັນ ວາຍເມີສ໌ ກ່າວວ່າ ສ່ວນໃນກໍລະນີ ຂອງປະເທດຈີນ ແລະປະ ເທດເກົາຫຼີເໜືອ, ແມ່ນບໍ່ມີ​ການ​ລາຍ​ງານ​ຂ່າວທີ່​ເສ​ລີເລີຍ. ມັນບໍ່ໄດ້ເກີດຂຶ້ນງ່າຍໆເລີຍ.”

ຜູ້ລາຍງານຂ່າວຢູ່ໃນປະເທດອີຣ່ານ ໄດ້ປະເຊີນໜ້າກັບການປາບປາມ ເນື່ອງຈາກພວກເຂົາເຈົ້າໄດ້ນໍາສະເໜີຂ່າວກ່ຽວກັບການປະທ້ວງ ທີ່ພົວພັນກັບການເສຍຊີວິດຂອງນາງມາຊາ ອາມີນີ, ເຊິ່ງນາງໄດ້ເສຍຊີວິດລຸນຫຼັງທີ່ຖືກຄວບຄຸມໂຕໂດຍຕໍາຫຼວດສິນທໍາ.

ການຈັດອັນດັບກ່ຽວກັບອົງການຂ່າວອິດສະຫຼະຢູ່ອາຟຣິກາ ໃນປີທີ່ຜ່ານມາ ກໍໄດ້ຫຼຸດລົງເຊັ່ນດຽວກັນ.

ຢູ່ໃນລາຕິນ ອາເມຣິກາ, ບັນດານັກຂ່າວບໍ່ມີ​ພົມແດນ ໄດ້ສົ່ງສັນຍານເຕືອນ ກ່ຽວກັບສິ່ງທີ່ພວກເຂົາໄດ້ກ່າວນັ້ນ ເປັນການຂາດຄວາມຮັບຜິດຊອບ ເມື່ອບັນດານັກຂ່າວໄດ້ຖືກສັງຫານ.

“ທ່ານເຄລຕັນ ວາຍເມີສ໌ ກ່າວວ່າ ແລະມັນໄດ້​ຖືກ​ຜັກ​ດັນ ໂດຍສ່ວນໃຫຍ່ແມ່ນ​ປະ​ເທດ​ຕ່າງໆເຊັ່ນເມັກຊິໂກ ບ່ອນ​ທີ່ພື້ນຖານຂອງ​ການ​ປົກ​ຄອງ​ດ້ວຍ​ຕົວ​ບົດກົດໝາຍ ໄດ້ຖືກທໍາລາຍລົງ.”

ອີງຕາມລາຍງານຈາກວາລະສານ Las Vegas Review ໄດ້ເປີດເຜີຍວ່າ ການເສຍຊີວິດຂອງນັກຂ່າວ ທີ່ດໍາເນີນການສືບສວນ, ທ່ານເຈັຟ ເກີແມນ (Jeff German) ເຊິ່ງຖືກແທງຈົນເສຍຊີວິດໃນຊ່ວງເດືອນກັນຍາທີ່ຜ່ານມານັ້ນ ໄດ້ສົ່ງຜົນໃຫ້ລໍາດັບຂອງປະເທດອາເມຣິກາ ຫຼຸດລົງມາເຖິງສາມຂັ້ນ.

ທ່ານນາງໄອລີນ ໂອລາຍລີ (Eileen O’Reilly), ປະທານສະໂມສອນນັກຂ່າວແຫ່ງຊາດ ແລະເປັນຫົວໜ້າການຝຶກສອນຂັ້ນພື້ນຖານ ສໍາລັບຂໍ້ມູນ ແລະຂ່າວ ສານອາເມຣິກາ ກ່າວວ່າ:

“ມັນມັກມີຫຼາຍໆກໍລະນີເກີດຂຶ້ນເລື້ອຍໆ ເມື່ອຜູ້ຄົນພະຍາຍາມປິດກັ້ນຄວາມສໍາຄັນຂອງບັນດານັກຂ່າວ ຫຼື ແທ້ຈິງແລ້ວ ພວກເຂົາໄດ້ດໍາເນີນການລະເມີດຕໍ່ພວກນັກຂ່າວ ເນື່ອງຈາກພວກເຂົາພະຍາຍາມທີ່ຈະລະງັບຂໍ້ມູນຂ່າວສານ ແລະພວກເຂົາກໍຕ້ອງການທີ່ຈະຄວບຄຸມຂໍ້ຄວາມຕ່າງໆ.”

ທ່ານກີລເຢີເມ ກາເນລາ (Guilherme Canela), ຫົວໜ້າພະ​ແນກອິດສະຫຼະ ​ພາບ​ໃນ​ການ​ສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ ແລະຄວາມປອດໄພຂອງບັນດານັກຂ່າວ ແຫ່ງອົງການ UNESCO ກ່າວກັບ VOA ວ່າ ຄວາມຮັບຜິດຊອບ ແມ່ນກະແຈສໍາຄັນສໍາລັບການປົກປ້ອງຂ່າວສານທີ່ເປັນອິດສະຫຼະ, ເຊິ່ງ ທ່ານໄດ້ກ່າວວ່າ:

“ໃນບາງປະເທດ, ລໍາດັບຂອງການຍົກເວັ້ນໂທດແມ່ນ 99 ເປີເຊັນ. ແຕ່ສໍາລັບຢູ່ໃນທົ່ວໂລກ ແມ່ນ 86 ເປີເຊັນ, ເຊິ່ງ ມັນເປັນໂຕເລກທີ່ສູງ, ໂດຍມີນັກຂ່າວເສຍຊີວິດເກືອບ 10 ຄົນ; ແລະ ເກືອບ 9 ຄົນ, ພວກເຂົາບໍ່ຖືກລົງໂທດ. ດັ່ງ ນັ້ນ, ສິ່ງທໍາອິດທີ່ພວກເຮົາສາມາດປະຕິບັດໄດ້ຢູ່ໃນລະບົບສາກົນກໍຄື ດໍາເນີນການປ້ອງກັນ, ປົກປ້ອງ ແລະດໍາເນີນຄະດີໃນມຸມມອງທີ່ເປັນຮູບປະທໍານີ້ ໃຫ້ກວ້າງຂວາງຂຶ້ນ.”

ໃນລະບົບ Digital ທີ່ຢູ່ແນວໜ້າ, ອົງການ UNESCO ເປີດເຜີຍວ່າ ບັນດານັກຂ່າວຍິງ ໄດ້ຮັບການຂົ່ມຂູ່ເພີ້ມຂຶ້ນ ແລະໃນບາງກໍລະນີ ກໍຖືກໂຈມຕີທາງດ້ານຮ່າງກາຍ.

Reporters Without Borders has just released its World Press Freedom Index for 2023, and it shows that journalists around the world face an increasingly hostile environment. VOA’s Veronica Balderas Iglesias has a summary of the main findings.

Reporters Without Borders says it evaluated 180 countries in 2022 and found that the press freedom environment in 70 percent of them was “problematic.”

Clayton Weimers, the nonprofit’s executive director in the U.S., spoke with with VOA via Skype

“There were 533 journalists imprisoned around the world by our count. /

Another factor that’s increasing the volatility for journalists around the world is the dissemination of disinformation that’s being amplified by artificial intelligence.”

In March, Moscow detained American journalist and reporter for the Wall Street Journalist, Evan Gershkovich, on charges of espionage, allegations the reporter denies.

Weimers noted that Russia's crackdown on the media accelerated after the invasion of Ukraine, falling another 9 places, to rank 164.

Clayton Weimers, Reporters Without Borders USA, Skype

“What we saw was a wholesale crackdown on mentions of the war on the internet; on the ability of journalists to cover what was really going on. We also saw Russian Armed forces targeting the media on the battlefield in Ukraine and eight journalists were killed.”

East Asia also has some of the worst scores on the index. Vietnam ranked 178 on the list. It has cracked down on reporters and commentators.

Clayton Weimers, Reporters Without Borders USA, Skype

“In the case of China and North Korea, there is no free press. It simply doesn’t exist.”

Reporters in Iran faced repression covering protests related to Mahsa Amini, who died after she was arrested by the morality police.

Africa’s rating on media freedom also fell last year.

In Latin America, Reporters Without Borders sounded the alarm for what they say is a lack of accountability when journalists are murdered.

Clayton Weimers, Reporters Without Borders USA, Skype

“And this is driven in large part by countries like Mexico where fundamentally the rule of law has broken down.”

Las Vegas Review-Journal

The killing of investigative journalist, Jeff German, who was stabbed to death in September, contributed to America falling three places in the ranking.

Eileen O’Reilly, president of the National Press Club and head of training and standards for Axios.

“There's always been cases where people either dismiss the importance of journalists or they actually take violent actions against them because they're trying to repress the information and they want to control the message.”

Accountability is key to protecting media freedoms, UNESCO’S Guilherme Canela told VOA.

Canela is head of the agency’s section for Freedom of Expression and Safety of Journalists, UNESCO Safety of Journalists.

“In some countries, the rate of impunity is 99%. The global rate is 86, which is high, almost 10 killings of journalists; almost nine, they go unpunished. So, the first thing we can do in the international system is concretely implement this broader view of prevention, protection and prosecution.”

On the digital front, UNESCO says female journalists are increasingly being threatened and, in some cases, physically attacked.

XS
SM
MD
LG