ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໒ ກຸມພາ ໒໐໒໕

ນັກ​ຂ່າວ​ທີ່ຝ່າ​ຟັນ​ການ​ປາບ​ປາມ ແລະ ການໂຈມ​ຕີ ​ໄດ້​ຮັບ​ການ​ຍ້ອງ​ຍໍ​ໃນ​ພິ​ທີ​​ມ​ອບລາງວັນ


ນັບຕັ້ງແຕ່ການລາຍງານຂ່າວກ່ຽວກັບ ຄວາມ​ຂັດ​ແຍ້ງ​ໄປ​ຈົນ​ເຖິງ​ຄວາມ​ທ້າ​ທາຍ​ທາງ​ກົດໝາຍ ​ແລະ​ການ​ຈັບ​ກຸມ, ໄພ​ຂົ່ມຂູ່​ຕໍ່​ເສລີພາບ​ຂອງສື່ມວນຊົນກໍກຳລັງເພີ້ມຂຶ້ນ​ໃນ​ທົ່ວ​ໂລກ. ນັກ​ຂ່າວ​ 4 ​ຄົນ​ທີ່​ລາຍ​ງານ​ຂ່າວເມື່ອປະເຊີນ​ໜ້າ​ກັບບັນດາສິ່ງ​ທ້າ​ທາຍ​ດັ່ງກ່າວ ​ໄດ້​ຖືກຮັບຮູ້ຢູ່ທີ່ງານມອບລາງວັນເສລີພາບດ້ານສື່ມວນຊົນສາກົນປະຈຳປີ ຫຼື International Press Freedom Awards ​ໃນ​ຄືນ​ວັນ​ພະຫັດ​ທີ່ຜ່ານມາ.

ຈາກຫ້ອງຂ່າວໃນຢູໂຣບ, ເຂດກາຊາ, ກົວເຕມາລາ ແລະ ໄນເຈີ, ຈົນມາເຖິງນະຄອນ ນິວຢອກ ທີ່ໜ້າດຶງດູດໃຈ, ນັກຂ່າວ 4 ຄົນໄດ້ຖືກຮັບຮູ້ສຳລັບຄວາມກ້າຫານ ແລະ ການອຸທິດຕົນເພື່ອເສລີພາບດ້ານສື່ມວນຊົນ.

ໂດຍການລາຍງານຂ່າວນັບຕັ້ງແຕ່ດ້ານວັດທະນະທໍາ ແລະການສໍ້ລາດບັງຫຼວງ ໄປຈົນເຖິງດ້ານສິ່ງແວດລ້ອມແລະສົງຄາມ, ບັນດາຜູ້ທີ່ໄດ້ຮັບລາງວັນດັ່ງກ່າວມີພື້ນຖານຄວາມເປັນມາທີ່ແຕກຕ່າງກັນ, ແຕ່ພວກເຂົາມີຄວາມເປັນອັນນຶ່ງອັນດຽວກັນຈາກການມີປະສົບການຮ່ວມກັນຂອງພວກເຂົາ ໃນການຕົກເປັນເປົ້າຫມາຍຜ່ານການເຮັດໃຫ້ການລາຍງານຂ່າວເປັນຄວາມຜິດທາງອາຍາ, ທ່ານນາງ ໂຈດີ ກິນສເບີກ (Jodie Ginsberg), ຈາກຄະນະກໍາມະການຄຸ້ມຄອງນັກຂ່າວ ຫຼື CPJ ກ່າວ.

ກຸ່ມ​ເສລີພາບດ້ານສື່ມວນຊົນ ​ທີ່ທ່ານ​ນາງ​ເປັນ​ຜູ້​ນຳ​ພາ ໄດ້ເປັນ​ເຈົ້າພາບ​ຈັດ​ງານມອບ​ລາງວັນ​ເສລີພາບ​ດ້ານ​ສື່ມວນຊົນ​ສາກົນ ​ທຸກໆ​ປີ.

ທ່ານນາງ ໂຈດີ ກິນສເບີກ, ຄະນະກໍາມະການຄຸ້ມຄອງນັກຂ່າວ ໄດ້ກ່າວວ່າ:

"ນັ້ນແມ່ນສິ່ງທີ່ພວກເຮົາເຫັນຫຼາຍຂຶ້ນໃນທົ່ວໂລກ, ນັ້ນແມ່ນການນໍາໃຊ້ ແລະການສວຍໃຊ້ກົດຫມາຍໄປໃນທາງທີ່ບໍ່ຖືກຕ້ອງ ເພື່ອລົງໂທດນັກຂ່າວທີ່ເວົ້າຄວາມຈິງຕໍ່ອໍານາດ."

ໃນປີກາຍນີ້, ນາງ ອາລຊູ ເຄີມາເຊວາ (Alsou Kurmasheva) ໄດ້ຢູ່ໃນຄຸກຂອງຣັດເຊຍ, ແລະປະເຊີນກັບໂທດຄັງຄຸກສູງເຖິງ 15 ປີໃນຂໍ້ກ່າວຫາທີ່ບໍ່ມີມູນຄວາມຈິງ.

ນາງ ເຄີມາເຊວາ (Kurmasheva), ບັນນາທິການຂອງວິທະຍຸກະຈາຍສຽງຢູໂຣບເສລີ/ວິທະຍຸເສລີພາບ ທີ່ຢູ່ໃນເຄືອຄ່າຍດຽວກັນກັບ ວີໂອເອ, ໃນທີ່ສຸດກໍໄດ້ຖືກປ່ອຍຕົວ ໃນການແລກປ່ຽນນັກໂທດ ໃນເດືອນສິງຫາທີ່ຜ່ານມາ.

​ໃນ​ການກ່າວຄຳ​ປາ​ໄສເມື່ອ​ວັນ​ພະຫັດ​ທີ່ຜ່ານມາ, ນາງ ເຄີມາເຊວາ (Kurmasheva) ​ໄດ້​ເນັ້ນຍໍ້າເຖິງນັກ​ຂ່າວ​ຫລາຍ​ຄົນ ຮວມ​ທັງ​ບັນດາ​ເພື່ອນ​ຮ່ວມ​ງານ​ຂອງ​ທ່ານ​ນາງ ທີ່​ຍັງຖືກ​ກັກ​ຂັງ​ແບບບໍ່ຖືກຕ້ອງ ຢູ່ໃນ​ທົ່ວ​ໂລກ.

ນາງ ອາລຊູ ເຄີມາເຊວາ (Alsou Kurmasheva), ບັນນາທິການຂອງວິທະຍຸກະຈາຍສຽງຢູໂຣບເສລີ/ວິທະຍຸເສລີພາບ:

"ຂ້ອຍຕ້ອງການແບ່ງປັນກຽດຕິຍົດຂອງລາງວັນນີ້ ໃນຄໍ່າຄືນນີ້ ກັບເພື່ອນຮ່ວມງານຢູ່ ວິທະຍຸກະຈາຍສຽງຢູໂຣບເສລີ/ວິທະຍຸເສລີພາບຂອງຂ້ອຍ ຜູ້ທີ່ຕ້ອງໃຊ້ເວລາຄືນນີ້ ຢູ່ໃນຄຸກ ໃນຂໍ້ກ່າວຫາທີ່ເອີ້ນວ່າອາດຊະຍາກຳດ້ານການລາຍງານຂ່າວ."

ຜູ້ທີ່ໄດ້ຮັບລາງວັນ ນາງ ຊາມີຣາ ຊາບູ (Samira Sabou) ກໍຕົກຢູ່ພາຍໃຕ້ຄວາມກົດດັນທາງກົດໝາຍເຊັ່ນກັນ.

ນາງ ຊາບູ, ແມ່ນນັກ​ຂ່າວ​ຈາກປະເທດ ໄນເຈີ, ​ໄດ້ປະເຊີນກັບການຖືກ​ຈັບ ​ແລະ​ການ​ຄຸກຄາມທາງ​ກົດໝາຍ​ ຈາກການ​ລາຍ​ງານຂ່າວກ່ຽວ​ກັບ​ບັນຫາ​ການ​ປົກຄອງຂອງນາງ.

ນາງວາງແຜນທີ່ຈະໃຊ້ເວທີຂອງການມອບລາງວັນນີ້ ເພື່ອຊ່ວຍປັບປຸງສະຖານະການຂອງນັກຂ່າວໃນປະເທດບ້ານເກີດຂອງນາງ.

ນາງ ຊາມີຣາ ຊາບູ (Samira Sabou), ນັກ​ຂ່າວ​ຈາກປະເທດ ໄນເຈີ:

"ມັນເປັນລາງວັນສໍາລັບເສລີພາບດ້ານສືມວນຊົນ, ດັ່ງນັ້ນ, ສິ່ງທີ່ພວກເຮົາວາງແຜນທີ່ຈະດຳເນີນການແມ່ນການເຮັດວຽກຢ່າງຍຸດຕິທໍາ ເພື່ອປັບປຸງສະພາບແວດລ້ອມຂອງເສລີພາບດ້ານສື່ມວນຊົນ."

ຜູ້ໄດ້ຮັບລາງວັນບາງຄົນ ບໍ່ສາມາດເດີນທາງໄປນະຄອນ ນິວຢອກ ໄດ້. ນັກຂ່າວຊາວປາແລສໄຕນ໌, ນາງ ຊູກ ອັລ ອາຍລາ (Shrouq Al Aila), ຍັງຢູ່ໃນເຂດກາຊາ, ບ່ອນທີ່ນາງບໍລິຫານ ເອນ ມີເດຍ (Ain Media). ບໍລິສັດດັ່ງກ່າວ ໄດ້ຖືກສ້າງຕັ້ງຂຶ້ນໂດຍສາມີຂອງນາງ, ແລະ ນາງ ອັລ ອາຍລາ (Al Aila) ກໍເຂົ້າມາຮັບຊ້ວງຕໍ່ ຫຼັງຈາກທີ່ສາມີໄດ້ຖືກຂ້າຕາຍໃນລະຫວ່າງສົງຄາມອິສຣາແອລ ແລະກຸ່ມຮາມາສ.

ຄວາມຂັດ​ແຍ້ງດັ່ງກ່າວ ຖື​ເປັນ​ຄວາມຂັດແຍ້ງທີ່ຮ້າຍແຮງທີ່ສຸດເປັນປະຫວັດການ ສຳລັບບັນດານັກຂ່າວ, ອີງຕາມ​ຂໍ້​ມູນຂອງ CPJ.

ທ່ານນາງ ໂຈດີ ກິນສເບີກ, ຄະນະກໍາມະການຄຸ້ມຄອງນັກຂ່າວ ໄດ້ກ່າວວ່າ:

"ບໍ່ພຽງແຕ່ເປັນໄປບໍ່ໄດ້ທີ່ນັກຂ່າວຂອງສາກົນ ຈະເຂົ້າໄປໃນ ເຂດກາຊາ, ແຕ່ຍັງເກືອບຈະເປັນໄປບໍ່ໄດ້ເລີຍ ທີ່ນັກຂ່າວ ຫຼືໃຜກໍຕາມ ຈະອອກຈາກເຂດກາຊາ."

​ໃນ​ເວລາ​ທີ່​ນັກ​ຂ່າວ​ໃນ​ທົ່ວ​ໂລກ ກຳລັງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ທ້າ​ທາຍ​ທີ່​ນັບ​ມື້​ນັບ​ເພີ້ມສູງຂຶ້ນ, ງານ​ ​ press freedom gala ​ຖືເປັນຊ່ວງເວລາແຫ່ງການສະເຫຼີມສະຫຼອງການປະຕິບັດ​ວຽກ​ງານ​ຂອງ​ຜູ້​ທີ່ໄດ້ເສຍສະຫຼະຢ່າງຫຼວງຫຼາຍ ​ເພື່ອນຳສະເໜີຂ່າວສານໃຫ້ກັບບັນດາຜູ້ຊົມ ແລະ​ຜູ້​ຟັງ.

ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

From covering conflict to legal challenges and arrests, threats against press freedom are rising around the world. Four journalists who report in the face of such challenges are recognized at the annual International Press Freedom Awards on Thursday night. From New York.

From newsrooms in Europe, Gaza, Guatemala and Niger, to the glitz of New York City, four journalists are recognized for their bravery and dedication to press freedom.

With coverage from culture and corruption to the environment and war, the awardees have different backgrounds, but they are united by their shared experience of being targeted through the criminalization of journalism says Jodie Ginsberg, of the Committee to Protect Journalists or CPJ.

The press freedom group she leads hosts the International Press Freedom Awards every year.

Jodie Ginsberg, Committee to Protect Journalists

“That’s something that we see increasingly across the world, is the use and abuse of laws to punish journalists for speaking truth to power.”

Last year, Alsu Kurmasheva was in a Russian prison cell, facing up to 15 years in prison on baseless charges.

An editor with VOA’s sister outlet Radio Free Europe/Radio Liberty, Kurmasheva was finally freed in an August prisoner swap.

In her speech Thursday, Kurmasheva highlighted the many journalists, including some of her colleagues, who remain wrongfully detained around the world.

Alsu Kurmasheva, RFE/RL

“I want to share the honor of this award tonight with my RFE/RL colleagues who are spending this night behind bars for the so-called crime of journalism.”

Awardee Samira Sabou has also come under legal pressure.

A journalist from Niger, Sabou has faced arrest and legal threats over her reporting on governance issues.

She plans to use the award’s platform to help improve the situation for journalists in her home country.

Samira Sabou, Journalist)) ((Female/French

“It’s a prize for press freedom, so what we plan to do with it is to work justly to improve the press freedom environment.”

Not all of the awardees were able to make it to New York. Palestinian journalist Shrouq Al Aila remains in Gaza, where she runs Ain Media. The company was set up by her husband, and Al Aila took it over after he was killed during the Israel-Hamas war.

The conflict has been the deadliest on record for journalists, according to CPJ data.

Jodie Ginsberg, Committee to Protect Journalist

“Not only has it been impossible for international journalists to get into Gaza, but increasingly, almost impossible for journalists or anyone else to get out of Gaza.”

At a time when journalists globally are facing an increasing range of challenges, the press freedom gala is a moment to celebrate the work of those who sacrifice so much to bring audiences the news.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG