ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຢາວັກຊີນກັນໂຄວິດ-19 ຂອງ ຈອນສັນ ແອນ ຈອນສັນ ອາດຈະມີປະສິດທິພາບໜ້ອຍ ໃນການປ້ອງກັນໄວຣັສສາຍພັນໃໝ່


ນາງໝໍກໍາລັງເຕີມເຂັມສັກຢາ ດ້ວຍວັກຊີນໂຄວິດ-19 ຈອນສັນ ແອນ ຈອນສັນ ທີ່ສູນສັກຢາ (ມີຂຶ້ນແບບກະທັນຫັນ) ສູນກາງວັດທະນະທໍາອິສລາມແຫ່ງອາລບາເນຍ ໃນເຂດເກາະສະເຕເຕິນ ຂອງນິວຢອກ, ວັນທີ 8 ເມສາ, ປີ 2021.
ນາງໝໍກໍາລັງເຕີມເຂັມສັກຢາ ດ້ວຍວັກຊີນໂຄວິດ-19 ຈອນສັນ ແອນ ຈອນສັນ ທີ່ສູນສັກຢາ (ມີຂຶ້ນແບບກະທັນຫັນ) ສູນກາງວັດທະນະທໍາອິສລາມແຫ່ງອາລບາເນຍ ໃນເຂດເກາະສະເຕເຕິນ ຂອງນິວຢອກ, ວັນທີ 8 ເມສາ, ປີ 2021.

ການສຶກສາຄົ້ນຄວ້າໄດ້ຊີ້ໃຫ້ເຫັນວ່າ ການສັກຢາວັກຊີນໂຄວິດ-19 ຂອງຈອນສັນ ແອນ ຈອນສັນ ອາດຈະມີປະສິດທິພາບນ້ອຍກວ່າ ໃນການຕໍ່ຕ້ານເຊື້ອໄວຣັສໂຄໂຣນາສາຍພັນໃໝ່.
ນັກຄົ້ນຄວ້າຈາກໂຮງຮຽນແພດກຣອສແມນ ຂອງມະຫາວິທະຍາໄລນິວຢອກໄດ້ໃຫ້ຂໍ້ສະຫລຸບ ຫລັງຈາກທໍາການທົດລອງຈາກຕົວຢ່າງເລືອດຂອງອາສາສະໝັກໃນຫ້ອງແລັບ.

ທ່ານນາທານຽວ ລານດົວ (Nathaniel Landau) ຫົວໜ້າທີມຄົ້ນຄວ້າກ່າວວ່າ ຢາວັກຊີນ ຈອນສັນ ແອນ ຈອນສັນ ບໍ່ໄດ້ໃຫ້ການປ້ອງກັນໄວຣັສສາຍພັນໃໝ່ຄືກັບຢາວັກຊີນສອງໂດສ ຟາຍເຊີ ຫລື ໂມເດີນາ, ເຊິ່ງໄດ້ຮັບການພັດທະນາທີ່ແຕກຕ່າງກັນ ດ້ວຍວິທີການສົ່ງຂໍ້ມູນ RNA.

ການສຶກສາຄົ້ນຄວ້ານີ້ ໄດ້ພິມເຜີຍແຜ່ທາງອອນລາຍ ໃນມື້ວັນອັງຄານແລ້ວນີ້, ເຊິ່ງຍັງບໍ່ທັນຜ່ານການກວດສອບ ຈາກນັກວິຊາການ ຫລືນໍາອອກສະເຫນີຕໍ່ສາທາລະນະຊົນເທື່ອ, ແລະບໍ່ໄດ້ມີຜົນສະທ້ອນເຖິງຜົນກະທົບແຫ່ງຄວາມເປັນຈິງຂອງຢາວັກຊີນໃນໂລກ. ແຕ່ຜົນການຄົ້ນຄວ້ານີ້ກໍ່ຄ້າຍຄືກັນກັບການຄົ້ນຄວ້າ ອື່ນໆທີ່ສະແດງໃຫ້ເຫັນວ່າຢາວັກຊີນທີ່ສັກເຂັມດຽວເຊັ່ນ ຈອນສັນ ແອນ ຈອນສັນ ແລະເອັສຕຣາເຊເນກາ ບໍ່ສາມາດຜະລິດສານຕໍ່ຕ້ານເຊື້ອໂຣກໃນຮ່າງກາຍໄດ້ພຽງພໍທີ່ຈະຕໍ່ສູ້ກັບໄວຣັສໂຄໂຣນາສາຍພັນໃໝ່ ເດລຕ້າ ແລະແລມດາ ໄດ້.

ໄວຣັສສາຍພັນໃໝ່ເດລຕ້າ ເຊິ່ງກວດພົບທໍາອິດໃນອິນເດຍ, ມີລາຍງານວ່າແຜ່ ກະຈາຍໄດ້ໄວກວ່າໄວຣັສອື່ນໆທີ່ຊໍ້າໆກັນ. ສູນກາງຄວບຄຸມແລະປ້ອງກັນພະ ຍາດຂອງສະຫະລັດກ່າວວ່າ ໃນຂະນະນີ້ ມີຜູ້ປ່ວຍ ຈາກໄວຣັສສາຍພັນໃໝ່ເດລຕ້າເຖິງ 83 ເປີເຊັນ ໃນທົ່ວປະເທດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG