ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ບໍລິສັດຈອນສັນ ແລະຈອນສັນ ໂຈະການລົດລອງ ຢາວັກຊີນກັນໂຄວິດ-19 ຫຼັງຈາກ ອາສາສະໝັກຜູ້ນຶ່ງ ລົ້ມປ່ວຍ


ພະນັກງານຢູ່ຫ້ອງຄົ້ນຄວ້າຄົນນຶ່ງ ກຳລັງປະຕິບັດງານຄົ້ນຄວ້າຢາປົວໂຄໂຣນາໄວຣັສ COVID-19 ທີ່ບໍລິສັດເພຊັດຊະກຳ Johnson & Johnson.
ພະນັກງານຢູ່ຫ້ອງຄົ້ນຄວ້າຄົນນຶ່ງ ກຳລັງປະຕິບັດງານຄົ້ນຄວ້າຢາປົວໂຄໂຣນາໄວຣັສ COVID-19 ທີ່ບໍລິສັດເພຊັດຊະກຳ Johnson & Johnson.

ບໍລິສັດເພຊັດຊະກຳຍັກໃຫຍ່ສະຫະລັດ ຈອນສັນ ແລະຈອນສັນ (Johnson & Johnson) ໄດ້ໂຈະການທົດລອງຂັ້ນສຸດທ້າຍກ່ຽວກັບຢາວັກຊີນກັນໂຄວິດ-19 ຢູ່ຕາມຄລີນິກຂອງຕົນຫຼັງຈາກມີຜູ້ເຂົ້າຮ່ວມຄົນນຶ່ງໄດ້ກວດພົບວ່າລົມປ່ວຍແບບທີ່ບໍ່ສາມາດໃຫ້ການອະທິບາຍໄດ້. ການໂຈະດັ່ງກ່າວ ໄດ້ລາຍງານເປັນເທື່ອທຳອິດໃນວັນຈັນວານນີ້ ໂດຍເວັບໄຊຂ່າວຮັກສາສຸຂະພາບ Stat ຊຶ່ງໄດ້ຮັບເອກກະສານສະບັບນຶ່ງທີ່ທາງບໍລິສັດສົ່ງ ໄປຫາພວກນັກຄົ້ນຄວ້າ.

ບໍລິສັດ Johnson & Johnson ໄດ້ເລີ້ມການທົດລອງຢ່າງແຜ່ກວ້າງກ່ຽວກັບ ຢາວັກຊີນກັນໂຄວິດຂອງຕົນທີ່ໃຊ້ແຕ່ພຽງນຶ່ງໂດສ. ການທົດລອງນີ້ແມ່ນພົວພັນ ກັບອາສາສະໝັກ 60,0000 ຄົນ ຢູ່ໃນສະຖານທີ່ຕ່າງໆ 200 ແຫ່ງໃນສະຫະ ລັດ ແລະຕ່າງປະເທດ ຮວມທັງ ອາເຈັນຕີນາ ບຣາຊິລ ຊີເລ ເມັກຊິໂກ ແລະອາຟຣິກາໃຕ້.

ບໍລິສັດ Johnson & Johnson ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ ອັນທີ່ ຮ້ອງວ່າ “ຜົນກະທົບໃນທາງລົບ” ເຊັ່ນວ່າ ການເຈັບປ່ວຍ ແລະອຸປະຕິເຫດຕ່າງໆ ເປັນພາກສ່ວນທີ່ໄດ້ຄາດການໄວ້ແລ້ວ ຂອງການສຶກສາຢູ່ຕາມຄລີນິກ ໂດຍສະເພາະ ຍ້ອນມີຜູ້ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ນອກນັ້ນ ທາງບໍລິສັດ ຍັງກ່າວວ່າ ການຢຸດເຊົານີ້ ເປັນ “ການໂຈະໃນການສຶກສາຄົ້ນຄວ້າ” ແລະ ບໍ່ ແມ່ນ “ການໂຈະຢູ່ໃນການທົດລອງ” ຊຶ່ງໄດ້ດຳເນີນໄປຕາມກົດລະບຽບຢ່າງເປັນ ທາງການ ໂດຍອົງການຄຸ້ມຄອງການຮັກສາສຸຂະພາບ.

ເພາະວ່າມັນສາມາດນຳໃຊ້ແຕ່ພຽງໂດສດຽວ ຢາວັກຊີນຂອງບໍລິສັດ Johnson & Johnson ຈຶ່ງໄດ້ປຽບກວ່າຢາວັກຊິນອື່ນໆ ອີກ 3 ຊະນິດ ທີ່ຕ້ອງການສອງໂດສ. ຢາວັກຊີນໂດສດຽວນີ້ ບໍ່ຈຳເປັນເກັບຮັກສາໄວ້ແບບແຊ່ແຂງ ຢູ່ໃນອຸນຫະພູມທີ່ເຢັນ ຈັດ ເຮັດໃຫ້ງ່າຍຂຶ້ນໃນການນຳໃຊ້ເພື່ອສັກໃຫ້ຫຼາຍໆຄົນ.

ການທົດລອງສັກວັກຊີນຂອງບໍລິສັດ Johnson & Johnson ແມ່ນເປັນເທື່ອທີສອງທີ່ຕ້ອງໄດ້ໂຈະ ຫຼັງຈາກອາສາສະໝັກຄົນນຶ່ງໄດ້ລົ້ມປ່ວຍ ລຸນຫຼັງໄດ້ສັກ ຢາວັກຊີນ. ບໍລິສັດເຮັດຢາ AztraZeneca ທີ່ຕັ້ງຢູ່ໃນສະຫະລັດ ໄດ້ໂຈະການ ທົດລອງຂັ້ນສຸດທ້າຍ ໃນການພັດທະນາຢາວັກຊີນ ກັບມະຫາວິທະຍາໄລອັອກ- ສຝອດ (Univertify of Oxford) ໃນຕົ້ນເດືອນແລ້ວນີ້ ຫຼັງຈາກອາສາສະໝັກ ຄົນນຶ່ງໃນອັງກິດ ໄດ້ກວດພົບວ່າເກີດມີອາການອອກຮ້ອນ ທີ່ເປັນອາການອອກ ຮ້ອນທີ່ມີຜົນກະທົບຕໍ່ໄຂກະດູກສັນຫຼັງ ແລະມັກເຮັດໃຫ້ເກີດເຊື້ອໄວຣັສທີ່ແຜ່ ລະບາດໄດ້.

ຂັ້ນຕອນສຸດທ້າຍຂອງການທົດລອງຢາວັກຊິນດັ່ງກ່າວ ໄດ້ເລີ້ມຄືນແລ້ວຢູ່ໃນ ອັງກິດ ບຣາຊິລ ອິນເດຍ ແລະອາຟຣິກາໃຕ້ ແຕ່ວ່າຍັງຖືກໂຈະຢູ່ໃນສະຫະ ລັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG