ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຖະແຫຼງ ອວຍພອນ ປີໃໝ່ ລາວ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ເຊັນປຶ້ມບັນທຶກແຂກຢ້ຽມຢາມ ຫຼັງຈາກທ່ຽວຊົມ ທາດຫຼວງ ເຊິ່ງເປັນວັດທີ່ປະຊາຊົນ ລາວ ນັບຖືບູຊາທີ່ສຸດ ຕິດຕາມດ້ວຍ ການປະຊຸມກັບບັນດາຜູ້ນຳລັດຖະບານໃນ ນະຄອນຫຼວງ ວຽງຈັນ, ລາວ. 25 ມັງກອນ 2016.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ເຊັນປຶ້ມບັນທຶກແຂກຢ້ຽມຢາມ ຫຼັງຈາກທ່ຽວຊົມ ທາດຫຼວງ ເຊິ່ງເປັນວັດທີ່ປະຊາຊົນ ລາວ ນັບຖືບູຊາທີ່ສຸດ ຕິດຕາມດ້ວຍ ການປະຊຸມກັບບັນດາຜູ້ນຳລັດຖະບານໃນ ນະຄອນຫຼວງ ວຽງຈັນ, ລາວ. 25 ມັງກອນ 2016.

ຂ້າພະເຈົ້າຂໍຖືຕາງໜ້າໃຫ້ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະ ປະຊາ ຊົນ ອາເມຣິກາ, ຂ້າພະເຈົ້າຂໍສະແດງຄວາມຍິນດີອວຍພອນໃຫ້ແກ່ປະຊາຊົນແຫ່ງສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີຄວາມສັນຕິພາບ, ວັດທະນາຖອນ ແລະ ມີ ຄວາມສຸກ ເນື່ອງໃນໂອກາດປີໃໝ່ລາວ.

ຂ້າພະເຈົ້າມີຄວາມປື້ມປິຕິຍິນດີເປັນຢ່າງຍິງ ທີ່ໄດ້ເດີນທາງໄປຢ້ຽມນະຄອນ ຫຼວງວຽງຈັນ ໃນເດືອນມັງກອນທີ່ຜ່ານມາ, ແລະ ຂ້າພະເຈົ້າຫວັງວ່າຈະໄດ້ໄປຢ້ຽມ ລາວ ອີກຄັ້ງໜຶ່ງໃນ ເດືອນກໍລະກົດ ທີ່ຈະມາເຖິງນີ້ ໃນຂະນະທີ່ພວກເຮົາເຮັດວຽກຢ່າງໃກ້ຊິດ ຮ່ວມກັນກັບ ສປປ ລາວ ໃນການເປັນປະທານຂອງອາຊຽນ ສຳລັບທັງໝົດປີນີ້. ຂ້າພະເຈົ້າຮູ້ວ່າ ປະທາ ນາທິບໍດີ ບາຣັກ ໂອບາມາ ກໍຫວັງທີ່ຈະກາຍເປັນປະທານາທິບໍດີ ສະຫະລັດ ຄົນທຳອິດທີ່ ຈະໄປຢ້ຽມຢາມ ລາວ ເມື່ອທ່ານຈະເດີນທາງໄປຍັງປະເທດ ໃນເດືອນກັນຍາທີ່ຈະມາເຖິງ ນີ້, ເພື່ອຂະຫຍາຍສາຍພົວຂອງພວກເຮົາຕໍ່ໄປອີກ.

ການເປັນເພື່ອນມິດທີ່ໃກ້ຊິດກັນຫຼາຍຍິ່ງຂຶ້ນກວ່າເກົ່າ ລະຫວ່າງ ສະຫະລັດ ແລະ ສປປ ລາວ ຈະເປັນຜົນປະໂຫຍດໃຫ້ແກ່ 2 ປະເທດ. ຂໍໃຫ້ປີໃໝ່ນີ້ ເຮັດໃຫ້ພວກເຮົາໃກ້ຊິດກັນ ຍິ່ງຂຶ້ນກວ່າເກົ່າອີກ.

On behalf of President Obama and the American people, I’m delighted to wish the people of the Lao People’s Democratic Republic peace, prosperity, and joy on the occasion of the Lao New Year.

I was very pleased to visit Vientiane in January, and I look forward to coming again in July as we work closely together with Laos in its capacity as Chair of ASEAN for this entire year. I know President Obama looks forward to becoming the first ever American President to visit Laos when he travels there in September, further strengthening our ties.

The increasingly close friendship between the United States and the Lao PDR has benefitted both our countries. May the New Year bring us closer still.

XS
SM
MD
LG