ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ຮຽກ​ຮ້ອງ​ ໃຫ້​ມີການ​ຢຸດ​ຍິງ​ ໃນ​ປະ​ເທດ ເຢ​ເມນ


ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ຈິມ ແມັດ​ຕິ​ສ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງ ວັນ​ທີ​ສອງ​ຂອງ​ກອງ​ປະ​ຊຸມ ມາ​ນາ​ມາ ຄັ້ງ​ທີ 14, ເປັນ​ກອງ​ປະ​ຊຸມ​ສຸດຍອດ​ດ້ານ​ຄວາມ​ໝັ້ນ​ຄົງ​ໃນ​ນະ​ຄອນຫຼວງ ມາ​ນາ​ມາ, ປະ​ເທດ ບາຫ໌​ເຣນ. 27 ຕຸ​ລາ, 2018.
ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ຈິມ ແມັດ​ຕິ​ສ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງ ວັນ​ທີ​ສອງ​ຂອງ​ກອງ​ປະ​ຊຸມ ມາ​ນາ​ມາ ຄັ້ງ​ທີ 14, ເປັນ​ກອງ​ປະ​ຊຸມ​ສຸດຍອດ​ດ້ານ​ຄວາມ​ໝັ້ນ​ຄົງ​ໃນ​ນະ​ຄອນຫຼວງ ມາ​ນາ​ມາ, ປະ​ເທດ ບາຫ໌​ເຣນ. 27 ຕຸ​ລາ, 2018.

ສະ​ຫະ​ລັດ ໄດ້​ຮຽກ​ຮ້ອງ​ໃຫ້ມີ​ການ​ຢຸດ​ຍິງ​ໃນ​ປະ​ເທດ ເຢ​ເມນ ເພື່ອ​ສະ​ໜັບ​ສະ​ໜູນ​
ຄວາມພະຍາຍາມຂອງອົງການສະຫະປະຊາຊາດ ຫາທາງແກ້ໄຂບັນຫາທີ່ ຍືນຍົງ
ແລະ ສັນຕິ ສຳລັບການຕໍ່ສູ້ທີ່ໄດ້ແກ່ຍາວມາດົນກວ່າ 3 ປີນັ້ນ.

ລັດ​ຖະ​ມົນ​ຕີ​ການ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ຈິມ ແມັດ​ຕິ​ສ ໄດ້​ກ່າວ​ວ່າ “ພວກ​
ເຮົາຢາກເຫັນໝົດທຸກຄົນ ນັ່ງຢູ່ອ້ອມໂຕະປະຊຸມສັນຕິພາບ, ອີງໃສ່ການຢຸດຍິງ, ອີງ
ໃສ່ການຖອນກຳລັງອອກຈາກເຂດຊາຍແດນ, ແລະ ແລ້ວກໍອີງໃສ່ການຢຸດຖິ້ມລະ
ເບີດ ທີ່ຈະປ່ອຍໃຫ້ທູດພິເສດ ເອົາເຂົາເຈົ້າມາລວມກັນ ໃນປະເທດ ສວີເດັນ ແລະ
ສິ້ນສຸດສົງຄາມນີ້. ພວກເຮົາຕ້ອງເຮັດສິ່ງນີ້ໃນອີກ 30 ວັນຕໍ່ໄປ. ພວກເຮົາໄດ້ຄາຢູ່
ໃນບັນຫານີ້ດົນພໍແລ້ວ.”

ທ່ານ ແມັດ​ຕິ​ສ ໄດ້​ກ່າວ​ໃນ​ງານ​ແຫ່ງ​ນຶ່ງ ເມື່ອ​ຕອນ​ຄ່ຳ​ຂອງວັນ​ອັງ​ຄານວານນີ້ ໃນ​ນະ
ຄອນຫຼວງ ວໍຊິງຕັນ ວ່າ ການຢຸດຍິງຈະເຮັດໃຫ້ຫຼາຍຝ່າຍທີ່ມີສ່ວນຮ່ວມນັ້ນ ຖອຍ
ອອກຈາກສົງຄາມ ແລະ ພົບປະກັບທູດພິເສດອົງການສະຫະປະຊາຊາດ ທ່ານ
ມາຕິນ ກຣິຟຟິທສ໌ (Martin Griffiths).

ທ່ານ ແມັດ​ຕິ​ສ ໄດ້​ກ່າວ​ວ່າ “ນັ້ນ​ແມ່ນ​ວິ​ທີ​ດຽວ​ທີ່​ພວກ​ເຮົາ​ຈະ​ແກ້​ໄຂ​ບັນ​ຫານີ້​ໄດ້​
ແທ້ໆ.”

ຫຼັງ​ຈາກ​ນັ້ນ​ບໍ່​ດົນ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ
ກໍໄດ້ອອກຖະແຫຼງການສະບັບນຶ່ງ ທີ່ສະແດງຄວາມສະໜັບສະໜູນສຳລັບທ່ານ
ກຣິຟຟິທສ໌ ແລະ ການຢຸດຍິງທີ່ຈະນຳໄປສູ່ການເຈລະຈາສັນຕິພາບ.

ຖະ​ແຫຼງ​ການ​ເວົ້າວ່າ “ການ​ປຶກ​ສາ​ຫາ​ລື​ທີ່​ສຳ​ຄັນ​ພາຍ​ໃຕ້​ທູດ​ພິ​ເສດ​ອົງ​ການ​ສະ​ຫະ​
ປະຊາຊາດ ຕ້ອງເລີ່ມຂຶ້ນໃນເດືອນພະຈິກນີ້ ໃນປະເທດທີສາມ ເພື່ອປະຕິບັດມາດ
ຕະການການສ້າງຄວາມເຊື່ອໝັ້ນ ເພື່ອແກ້ໄຂບັນຫາທີ່ມີຢູ່ ເຊັ່ນຄວາມຂັດແຍ້ງ,
ການສ້າງເຂດປອດທະຫານຢູ່ຕາມຊາຍແດນຕ່າງໆ, ແລະ ການລວມອາວຸດໜັກທັງ
ໝົດ ໃຫ້ຢູ່ພາຍໃຕ້ການສັງເກດການຂອງສາກົນ.”

​ບັນ​ຫາຂັດ​ແຍ້ງ​ນີ້ ແມ່ນ​ການ​ປະ​ສົມ​ ລະ​ຫວ່າງ​ຂອງ​ອິດ​ທິ​ພົນ​ໃນ​ພາກ​ພື້ນ ແລະ ສາ​ກົນ
ທີ່ໄດ້ເລີ່ມຂຶ້ນດ້ວຍການຍຶດເອົາຫຼາຍພາກສ່ວນຂອງ ເຢເມນ, ລວມທັງນະຄອນຫຼວງ
ຂອງປະເທດນັ້ນ ຈາກລັດຖະບານ ທີ່ຖືກຮັບຮູ້ຈາກສາກົນ ໂດຍພວກກະບົດ ຮູຕີ ທີ່
ໄດ້ຮັບການໜູນຫຼັງຈາກ ອີຣ່ານ.

ໃນ​ເດືອນ​ມີ​ນາ 2015, ພັນ​ທະ​ມິດທີ່​ນຳ​ພາ​ໂດຍ ຊາ​ອຸ​ດີ ອາ​ຣາ​ເບຍ ໄດ້​ເລີ່ມ​ການ​ໂຈມ
ຕີທາງອາກາດຕໍ່ພວກ ຮູຕີ ໃນການສະໜັບສະໜູນ ປະທານາທິບໍດີ ເຢເມນ ທ່ານ
ອັບດູ ຣາບູ ມັນຊໍ ຮາດີ, ແລະ ຕາມດ້ວຍການສະໜັບສະໜູນດ້ານກອງທັບ ລວມມີ
ການສົ່ງກອງທະຫານຫຼາຍພັນຄົນໄປ, ແລະ ສະຫະລັດ ກໍໄດ້ສະໜອງການຕື່ມນ້ຳ
ມັນໃຫ້ເຮືອບິນ ແລະ ສະໜັບສະໜູນການໂຈມຕີເປົ້າໝາຍໃຫ້ພັນທະມິດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG