ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານແຊັສສັນສ໌ ປະກາດ ກ່ຽວກັບນະໂຍບາຍ “ບໍ່ຜ່ອນຜັນ” ຕໍ່ພວກເຂົ້າເມືອງ ຜິດກົດໝາຍ


ເຈົ້າໜ້າທີ່ຕະເວນຊາຍແດນ ສຫລ ຄຸມຕົວ ພວກຜູ້ຊາຍຈຸນຶ່ງ ຫລັງຈາກຂ້າມແມ່ນ້ຳ ຣີໂອ ກຣານເດ ເຂົ້າມາ ໃນສະຫະລັດ.
ເຈົ້າໜ້າທີ່ຕະເວນຊາຍແດນ ສຫລ ຄຸມຕົວ ພວກຜູ້ຊາຍຈຸນຶ່ງ ຫລັງຈາກຂ້າມແມ່ນ້ຳ ຣີໂອ ກຣານເດ ເຂົ້າມາ ໃນສະຫະລັດ.

ລັດຖະມົນຕີກະຊວງຍຸຕິທຳຂອງສະຫະລັດ ທ່ານແຈັຟ ແຊັສສັນສ໌ ໃນວັນສຸກວານນີ້
ໄດ້ປະກາດນະໂຍບາຍ ທີ່ “ບໍ່ມີການຜ່ອນຜັນເດັດຂາດ” ຕໍ່ການຂ້າມຊາຍແດນແບບ
ຜິດກົດໝາຍ ເຂົ້າມາໃນສະຫະລັດ ໂດຍສັ່ງໃຫ້ພວກໄອຍະການລັດຖະບານກາງ ທີ່
ຢູ່ໃນພາກໃຕ້ຂອງປະເທດ ດຳເນີນທຸກໆຄະດີ ກ່ຽວກັບການເຂົ້າເມືອງ ແບບຜິດກົດ
ໝາຍ ທີ່ກະຊວງຮັກສາຄວາມປອດໄພພາຍໃນສົ່ງໃຫ້ນັ້ນ.

ໃນບັນທຶກທີ່ຍາວນຶ່ງໜ້າ ທ່ານແຊັສສັນສ໌ໄດ້ຮຽກຮ້ອງໃຫ້ພວກທະນາຍຄວາມຂອງ
ສະຫະລັດ ຢູ່ທີ່ລັດຊາຍແດນ ເຊັ່ນ ອາຣີໂຊນາ ຄາລີຟໍເນຍ ນິວເມັກຊິໂກແລະເທັກ-
ຊັສ “ນຳໃຊ້ໃນທັນທີ ນະໂຍບາຍ ທີ່ບໍ່ມີການຜ່ອນຜັນເດັດຂາດຕໍ່ການກະທຳຜິດ ທີ່
ສະເໜີໃຫ້ທຳການຟ້ອງຮ້ອງ” ພາຍໃຕ້ກົດໝາຍ ທີ່ຖືວ່າເປັນຄວາມຜິດໃນການເຂົ້າ
ມາສະຫະລັດໂດຍ ທີ່ບໍ່ມີເອກກະສານຢ່າງຖືກຕ້ອງຕາມກົດໝາຍ.

ທ່ານແຈັຟ ແຊັສສັນສ໌ ລັດຖະມົນຕີ ກະຊວງຍຸຕິທຳ ສະຫະລັດ.
ທ່ານແຈັຟ ແຊັສສັນສ໌ ລັດຖະມົນຕີ ກະຊວງຍຸຕິທຳ ສະຫະລັດ.

ທ່ານແຊັສສັນສ໌ຂຽນວ່າ “ນະໂຍບາຍບໍ່ມີການຜ່ອນຜັນ ຈະໃຊ້ແທນນະໂຍບາຍໃດໆກໍ
ຕາມທີ່ມີຢູ່ໃນປັດຈຸບັນນີ້. ຖ້າການນຳໃຊ້ນະໂຍບາຍດັ່ງກ່າວຫາກຕ້ອງການຊັບພະຍາ ກອນເພີ້ມຕື່ມ ຫ້ອງການແຕ່ລະແຫ່ງຈະຕ້ອງລະບຸ ແລະຮ້ອງຂໍຊັບພະຍາກອນນັ້ນຕື່ມ.”

ໃນຕອນແລງວັນສຸກວານນີ້ ປະທານາທິບໍດີດໍໂນລ ທຣຳ ໄດ້ລົງນາມໃນບົດບັນທຶກ ທີ່
ສັ່ງໃຫ້ຢຸດເຊົານະໂຍບາຍ ທີ່ຮູ້ກັນໃນຊື່ “ຈັບແລ້ວປ່ອຍ.” ພາຍໃຕ້ນະໂຍບາຍດັ່ງກ່າວ ພວກທີ່ເຂົ້າເມືອງຜິດກົດໝາຍໄດ້ຖືກປ່ອຍຈາກສູນກັກຂັງໃນຂະນະທີ່ລໍຖ້າການຟ້ອງ ຮ້ອງຈາກສານ.

ປະທານາທິບໍດີທຳໄດ້ໃຫ້ສັນຍາໃນລະຫວ່າງການໂຄສະນາຫາສຽງການເລືອກຕັ້ງປະ
ທານາທິບໍດີໃນປີ 2016​ ທີ່ຈະຢຸດເຊົານະໂຍບາຍດັ່ງກ່າວ.

ໃນເດືອນເມສາປີກາຍນີ້ ທ່ານແຊັສສັນສ໌ ກໍໄດ້ສົ່ງບັນທຶກ ແບບດຽວກັນນີ້ໄປຫາພວກ
ທະນາຍຄວາມ ຂອງລັດຖະບານກາງສະຫະລັດ ໃນທົ່ວປະເທດໂດຍຮ້ອງຂໍໃຫ້ພວກ
ເຂົາເຈົ້າຂະຫຍາຍການຟ້ອງຮ້ອງ ກ່ຽວກັບພວກຄົນເຂົ້າເມືອງ. ແຕ່ບັນ ທຶກດັ່ງກ່າວກໍ
ເຕືອນໃຫ້ດຳເນີນການ ແບບລະມັດລະວັງ ໃນການຟ້ອງຮ້ອງຕໍ່ພວກທີ່ລັກລອບຂ້າມ
ຊາຍແດນຢ່າງຜິດກົດໝາຍ.

ເຈົ້າໜ້າທີ່ກະຊວງຍຸຕິທຳຄົນນຶ່ງ ໄດ້ກ່າວໃຫ້ການຊີ້ແຈງໂດຍຂໍສະຫງວນຊື່ວ່າ “ເທື່ອ
ນີ້ ແມ່ນຈະແຈ້ງ ການນຳສະເໜີໂດຍກະຊວງຮັກສາຄວາມປອດໄພພາຍໃນ ຈຳເປັນ
ຕ້ອງໄດ້ມີການຟ້ອງຮ້ອງ ໃນຂອບເຂດທີ່ເໝາະສົມ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG